ຮູ້ແລ້ວບໍ! ປະຫວັດຄວາມເປັນມາຂອງວັນສໍາຄັນ ທີ 8 ມີນາ ວັນແມ່ຍິງສາກົນ

ອີກບໍ່ດົນກໍໃກ້ຈະເຖິງວັນສໍາຄັນຂອງແມ່ຍິງທົ່ວໂລກແລ້ວ ລວມທັງປະເທດລາວເຮົາ ນັ້ນກໍຄືວັນທີ 8 ມີນາ ເຊິ່ງເປັນວັນແມ່ຍິງສາກົນມານັບຕັ້ງແຕ່ປີ 1910 ເປັນຕົ້ນມາ, ເຊິ່ງທີ່ຜ່ານມາຫຼາຍໆຄົນມັກເຂົ້າໃຈວ່າວັນທີ 8 ມີນາເປັນວັນແມ່ ອັນທີ່ຈິງແລ້ວເປັນການເຂົ້າໃຈຜິດ ວັນດັ່ງກ່າວເປັນວັນແຫ່ງໄຊຊະນະ ໃນການປົດປ່ອຍການກົດຂີ່ຂົ່ມເຫັງແຮງງານແມ່ຍິງຈາກນາຍທຶນຕ່າງຫາກ ແລະ ມາຮອດປີ 2020 ນີ້ກໍ່ບັນຈົບຄົບຮອບ 110 ປີ.

ຮົາມາຮູ້ປະຫວັດຂອງວັນແມ່ຍິງສາກົນກັນເລີຍ…ໂດຍອີງຕາມຂໍ້ມູນຈາກ wikipedia.org ໃຫ້ຮູ້ວ່າ ວັນແມ່ຍິງສາກົນ ເກີດຂຶ້ນຈາກກຳມະກອນຍິງ ໃນໂຮງງານຜະລິດແຜ່ນແພ ຢູ່ນິວຢອກ, ອາເມລິກາ, ລຸກຮື້ຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ.

ສຸດທ້າຍແມ່ຍິງ 119 ຄົນໄດ້ເສຍຊີວິດຈາກເຫດໄຟໄໝ້ຂອງໂຮງງານບ່ອນທີ່ພວກເຂົາຢູ່ຮ່ວມກັນໃນ ວັນທີ 8 ມີນາ 1857. ຫຼັງຈາກນັ້ນ ໃນປີ 1907, ແມ່ຍິງເຮັດວຽກໃນໂຮງງານຜະລິດແຜ່ນແພ ຊິຄາໂກ ສະຫະລັດອາເມລິກາ ບໍ່ສາມາດທົນຕໍ່ການຂົ່ມເຫັງ, ການກົດຂີ່, ການລ່ວງລະເມີດຂອງນາຍຈ້າງທີ່ໃຊ້ພວກເຂົາຄືທາດ.

ແມ່ຍິງເຫຼົ່ານີ້ເຮັດວຽກໜັກຫຼາຍມື້ລະ 16–17 ຊົ່ວໂມງຕໍ່ມື້ໂດຍບໍ່ມີວັນຢຸດ, ບໍ່ມີການປະກັນໄພແຮງງານໃດໆໃນເວລາເຈັບເປັນ ແລະ ລົ້ມຕາຍ ແຖມໄດ້ຮັບຄ່າຈ້າງພຽງເລັກນ້ອຍ ແລະ ຖ້າຖືພາກໍຖືກໄລ່ອອກ.

Clara Settin  ນັກການເມືອງ ທີ່ເປັນຜູ້ຍິງສັງຄົມນິຍົມເຢຍລະມັນ ລາວຕັດສິນໃຈຊັກຊວນພະນັກງານຂອງແມ່ຍິງໃນວັນທີ 8 ມີນາ 1907 ໂດຍຮຽກຮ້ອງໃຫ້ນາຍຈ້າງຫຼຸດຜ່ອນເວລາເຮັດວຽກຂອງເຂົາເຈົ້າໃຫ້ເປັນ 8 ຊົ່ວໂມງຕໍ່ມື້ ແລະ ປັບປຸງສະຫວັດດີການຂອງເຂົາເຈົ້າ ພ້ອມໃຫ້ແມ່ຍິງມີສິດທິລົງຄະແນນສຽງ ແຕ່ກໍບໍ່ເປັນຜົນ. ຢ່າງໃດກໍ່ຕາມ, ເຖິງແມ່ນວ່າການຮ້ອງຂໍນີ້ຈະບໍ່ສໍາເລັດ ຫຼາຍຮ້ອຍຄົນຂອງພະນັກງານຍິງຖືກຈັບ ແຕ່ແມ່ຍິງໃນທົ່ວໂລກສະຫນັບສະຫນຸນການກະທໍາຂອງ Clara Setkin ແລະ ເຮັດໃຫ້ແມ່ຍິງທົ່ວໂລກຮູ້ເຖິງສິດທິຂອງເຂົາເຈົ້າຫຼາຍຂຶ້ນ.

ຕໍ່ມາໃນວັນທີ 8 ມີນາ 1908, ພະນັກງານຍິງຫຼາຍກວ່າ 15,000 ຄົນໄດ້ເດີນທາງໄປທົ່ວນະຄອນນິວຢອກ. ຮຽກຮ້ອງໃຫ້ສິ້ນສຸດການເຮັດວຽກຂອງເດັກ ພາຍໃຕ້ຄໍາຂວັນການໂຄສະນາ “ເຂົ້າຈີ່ ແລະ ດອກກຸຫລາບ” ໝາຍເຖິງການກິນອາຫານພຽງພໍ, ໄດ້ຮັບອາຫານທີ່ພຽງພໍ ແລະ ມີຄຸນນະພາບຊີວິດທີ່ດີຂື້ນ. ຈົນໃນທີ່ສຸດມາຮອດວັນທີ 8 ມີນາ 1910, ຄວາມພະຍາຍາມຂອງແມ່ຍິງໄດ້ຮັບຜົນສໍາເລັດ.

ເມື່ອມີຜູ້ຕາງຫນ້າແມ່ຍິງຈາກ 17 ບັນດາປະເທດໄດ້ເຂົ້າຮ່ວມກອງປະຊຸມສະມາຄົມສະຕີສັງຄົມນິຍົມຄັ້ງທີ 2 ຢູ່ Copenhagen ໂດເປນເຮເກນ ປະເທດ ເດນມາກ ໃນກອງປະຊຸມ, ໃນທີ່ປະຊຸມໄດ້ປະກາດຄວາມຕ້ອງການຂອງແມ່ຍິງຄື ຕ້ອງອະນຸຍາດໃຫ້ພວກເຂົາຫຼຸດເວລາເຮັດວຽກໃຫ້ 8 ຊົ່ວໂມງຕໍ່ມື້, ເວລາໃນການສຶກສາກໍຄືການພັດທະນາຄວາມສາມາດຂອງຕົນເອງ 8 ຊົ່ວໂມງ ແລະ 8 ຊົ່ວໂມງສໍາລັບການພັກຜ່ອນ ພ້ອມກັນນີ້ໄດ້ປັບເງິນຄ່າແຮງງານຂອງແມ່ຍິງໃນລະດັບດຽວກັບແຮງງານຊາຍ.

ຍັງມີຜົນປະໂຫຍດດ້ານສະຫວັດດີການສໍາລັບແມ່ຍິງ ແລະ ແຮງງານເດັກພ້ອມ, ກອງປະຊຸມໄດ້ສະຫນັບສະຫນູນທຸກຄໍາສະເຫນີຂອງ Clara Setkin ຫຼັງຈາກນັ້ນກໍກໍານົດວັນທີ 8 ມີນາທຸກໆປີເປັນວັນແມ່ຍິງສາກົນຕັ້ງແຕ່ນັ້ນມາ.

ຂອບໃຈຂໍ້ມູນຈາກ  ເສດຖະກິດ-ການຄ້າ ແລະ wikipedia.org

_____________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617 
#ຮັກມີແຜນ#ຖາມເອື້ອຍໄດ້