“ມະລາວັນ ແມັດຕີ້ໂດ” ຜູ້ກໍາກັບຍິງຄົນທໍາອິດຂອງລາວຄວ້າລາງວັນຜູ້ກຳກັບດີເດັ່ນ ຈາກເວທີລະດັບໂລກ

ມະລາວັນ ແມັດຕີ້ໂດ ຜູ້ກໍາກັບຍິງ ຜູ້ພາຮູບເງົາລາວສູ່ເວທີລະດັບໂລກ ຈາກຮູບເງົາເລື່ອງ “ຈັນທະລີ” ແມ່ຍິງຄົນນີ້ທີ່ບອກເຮົາວ່າ ໃຜກໍເປັນຜູ້ກໍາກັບໄດ້ ຂໍພຽງກ້າລົງມືເຮັດ, ບໍ່ຮຽນສ້າງຮູບເງົາແຕ່ເປັນຜູ້ກໍາກັບໄດ້ ເພາະຄວາມຮູ້ບໍ່ໄດ້ຢູ່ໃນໂຮງຮຽນ ແລະ ແມ່ຍິງຄົນນີ້ກໍຄືຄົນທີ່ບໍ່ຮູ້ຈັກຄໍາວ່າ “ຍາກ” ໃນການເຮັດວຽກ  ຍ້ອນແນວນີ້ ຈຶ່ງເຮັດໃຫ້ແມັດຕີ້ໂດປະສົບຄວາມສໍາເລັດໄດ້ຄືທຸກມື້ນີ້ ກັັບຜົນງານທີ່ຜ່ານມາ ຢ່າງຮູບເງົາເລື່ອງ “ນ້ອງຮັກ” (Dearest Sister)  ທີ່ອອກສາຍໃນເວທີລະດັບໂລກ ແລະ ຍັງຄວ້າລາງວັນມາແລ້ວຫຼາຍເວທີ ເຊິ່ງເປັນສິ່ງທີ່ຢັ້ງຢືນໄດ້ວ່າຜົນງານຂອງແມ່ຍິງຄົນນີ້ບໍ່ທໍາມະດາອີຫຼີ… ພ້ອມກັນນັ້ນຍັງໄດ້ເຜີຍແຜ່ຮູບເງົາລາວສູ່ສາຍຕາເວທີລະດັບໂລກນໍາອີກ ເຊິ່ງສະແດງໃຫ້ເຫັນວ່າ ຮູບເງົາລາວກໍສາມາດກ້າວສູ່ເວທີລະດັບໂລກໄດ້ !    ແລະຫຼ້າສຸດ ຜູ້ກໍາກັບຍິງເກັ່ງຄົນນີ້ກໍໄດ້ສ້າງຜົນງານຮູບເງົາເລື່ອງໃຫມ່ນັ້ນກໍຄື “ບໍ່ມີວັນຈາກ The Long Walk “ ຮູບເງົາເລື່ອງນີ້ກໍເປັນອີກໜື່ງຮູບເງົາລາວທີ່ມີຄຸນະພາບ ແລະ ໄດ້ສາຍສູ່ເວທີລະດັບໂລກ ເຊັ່ນດຽວກັນ. ເມື່ອບໍ່ດົນມານີ້  ແມັດຕີ້ໂດ ກໍໄດ້ມີຊື່ເຂົ້າຊີງລາງວັນ ຜູ້ກຳກັບດີເດັ່ນ ຈາກເວທີ ລະດັບໂລກນັ້ນກໍຄື  The Boston SciFi  Festival Awards  ພ້ອມທັງມີນັກສ້າງຮູບເງົາຊື່ດັງຫຼາຍປະເທດທົ່ວໂລກເຂົ້າຊີງເຊັ່ນດຽວກັນ  ແລະ ໃນທີ່ສຸດ ແມັດຕີ້ໂດ ກໍສາມາດຄວ້າລາງວັນ  ສາຂາຜູ້ກຳກັບດີເດັ່ນ ຈາກຮູບເງົາເລື່ອງ  “ບໍ່ມີວັນຈາກ The Long Walk “…

ຂໍ້ມູນຂ່າວຈາກ: Kuanjai Magazine

_____________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617 
#ຮັກມີແຜນ#ຖາມເອື້ອຍໄດ້