ເອ Aezy Red ສາວລາວ ໄວ 19 ເຂົ້າຮອບຕໍ່ໄປໃນລາຍການ The Rapper “Civil War” 2020 ທີ່ປະເທດໄທ

The rapper 2020 ເປັນອີກໜື່ງເວທີການປະກວດເພງ  “ແຣັບ”  ອີກລາຍການໜື່ງ ທີ່ເປີດໂອກາດໃຫ້ຄົນທີ່ມີຄວາມມັກຮັກໃນການຮ້ອງເພງ ແຣັບ ໄດ້ສະແດງຄວາມຮູ້ຄວາມສາມາດຂອງຕົນເອງເທິງເວທີນີ້…  ພ້ອມກັນນັ້ນ The rapper ຍັງເປັນອີກໜື່ງລາຍການ ທີ່ມີຄົນຕິດຕາມ ແລະ ເປັນທີ່ນິຍົມອັນດັບຕົ້ນໆຂອງທາງ ປະເທດໄທ ເຊິ່ງອອກອາກາດ ຜ່ານທາງຊ່ອງ Work point ! ເຊິ່ງຫຼ້າສຸດກໍມີຄົນລາວຄົນໜື່ງ ທີ່ຮັກມັກໃນການ ແຣັບ ກໍເຂົ້າຮ່ວມປະກວດລາຍການນີ້ເຊັ່ນກັນ ນັ້ນກໍຄື ສາວ ເອ ສຸດາ ເດດວົງສາ ອາຍຸ 19 ປີ ຫຼື Aezy Red  ແລະ ຮອບທໍາອິດກໍສາມາດຜ່ານເຂົ້າໄປໄດ້ແບບສະບາຍ ດ້ວຍສາມາດທີ່ບໍ່ທໍາມະດາອີຫຼີເລີຍກໍວ່າໄດ້  ເຊິ່ງໄດ້ເປັນລູກທີມຂອງ ປູຈ່ານ ລອງໄມ!!!

ຮອບນີ້ Aezy Red ເຮັດຜົນງານໄດ້ດີ ແລະ ປະທັບໃຈຕໍ່ກໍາມະການຫຼາຍ ຈົນເຮັດໃຫ້ໄດ້ມວກທອງຈາກໂປດິວເຊີໄປເຂົ້າຮອບໂດຍອັດຕະໂນມັດ…ທີ່ພິເສດໄປກວ່ານັ້ນ Aezy Red ກໍໄດ້ເອົາເພງ ເຈົ້າບໍ່ແມ່ນອາກາດ ທີ່ທ່ອນແຣັບເປັນພາສາໄທ ແລະ ລາວປະສານກັນ ເຊິ່ງເປັນທີ່ຕື່ນຕາຕື່ນໃຈກັບສໍານຽງຫຼາຍ ເຮົາໄປເບິ່ງຄລິບນໍາກັນເລີຍ ວ່າຊິມ່ວນສໍ່າໃດ ທຸກໆທ່ອນແຣັບນັ້ນເຮັດໃຫ້ກໍາມະການ ແລະ ຄົນໃນຫ້ອງສົ່ງຕ້ອງລຸກຂຶ້ນຕົບມືກັນຢ່າງຫຼວງຫຼາຍ ແລະ  ບວກກັບພາສາທີ່ປະສົມກັນເຂົ້າກັນຢ່າງລົງໂຕ, ແຖມເນື້ອທີ່ສາວ Aezy Red ແຮັບອອກມາມັນຖືກໃຈ ເອົາໃຈສາຍແຣັບໄປເຕັມໆ!!!

เจ้าบ่แม่น – Aezy Red

“เพราะคนหน้าคือเจ้า บ่หน้าเอามาผสมพันธุ์ว่ะ”แสบ! ผู้ชายเจ้าชู้ ลองมาฟังเพลงนี้ เข้าใจบ่เจ้าบ่แม่น – Aezy Red #TheRapper2020 #CivilWar #AezyRed #PMCTEAM

Posted by TheRapper on Monday, March 2, 2020

ຄັ້ງນີ້ສາວ Aezy Red ກໍໄດ້ຄໍາຍ້ອງຍໍຊື່ນຊົມຈາກຄົນເປັນຈໍານວນຫຼາຍ!!!  ນັບວ່າເປັນການເປີດກ້າງວົງການເພງແຣັບລາວ, ວົງການບັນເທີງລາວໃຫ້ເປັນທີ່ຮູ້ຈັກກັນຫຼາຍຂຶ້ນ ໃຫ້ຮູ້ວ່າຄົນລາວເຮົາກໍມີຄວາມສາມາດບໍ່ແພ້ໃຜ

ທຸກຄົນ ສາມາດຕິດຕາມການແຂ່ງຂັນ ແລະ ເຊຍ  Aezy Red ໄດ້ ໃນລາຍການ The Rapper 2020 “Civil War” ທາງເພຈ໌  The Rapper.

ຂອບໃຈຂໍ້ມູນຈາກ: ຊຸບຊິບບັນເທິງ

_____________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617 
#ຮັກມີແຜນ#ຖາມເອື້ອຍໄດ້