ຂໍ້ຄວາມຈາກຜູ້ຖືກຕິດຕາມອາການ Covid-19 ຢູ່ ສປປ ລາວ

ຊ່ວງນີ້ຖືວ່າພະຍາດລະບາດ Covid-19 ກໍກຳລັງແຜ່ລະບາດໄປທົ່ວໂລກ ແລະ ມີຄົນຕິດເຊື້ອເພີ່ມທຸກມື້ ເຮັດໃຫ້ຫຼາຍໆປະເທດທົ່ວໂລກກຳລັງໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ທັງເຮັດໃຫ້ມີຄົນເສຍຊີວິດເພີ່ມຂຶ້ນໄປຕາມໆກັນ…ເຖິງແມ່ນວ່າຕອນນີ້ຢູ່ໃນລາວເຮົາຍັງບໍ່ພົບຄົນທີ່ເປັນພະຍາດນີ້ເທື່ອ ແຕ່ວ່າທຸກຄົນຈະໄປໃສມາໃສກໍຂໍໃຫ້ຮັກສາສຸຂະພາບຂອງຕົນເອງໃຫ້ດີໆ ຄວນຫຼີກລ່ຽງການຢູ່ສະຖານທີ່ຊຸມນຸມທີ່ມີຄົນຫຼາຍ ແລະ ປະຕິບັດຕາມຄໍາແນະນໍາຂອງການປ້ອງກັນພະຍາດ Covid-19 …  ເຊິ່ງການລະບາດຂອງພະຍາດດັ່ງກ່າວ  ຍັງມີຫຼາຍຄົນສົງໃສກັນຢູ່ວ່າມັນເປັນແນວໃດແທ້  ແລ້ວເຮົາຈະປິ່ນປົວຢູ່ໃສ ແລະ ຄົນລາວທີ່ເດີນທາງໄປຕ່າງປະເທດມາເດ ເວລາກັບມາລາວຖືກໄດ້ກັກຕົວໄວ້ຕິດຕາມເບິ່ງອາການແທ້ ຫຼືບໍ?  ມື້ນີ້ຂວັນໃຈ ໄດ້ນໍາເອົາຄວາມໃນໃຈຈາກ ຜູ້ຖືກຕິດຕາມອາການ Covid-19 ທ່ານໜື່ງຢູ່ລາວເຮົາມາຝາກໄວ້ເປັນຂໍ້ຄວນຮູ້!!!  ເຊິ່ງຜູ້ທີ່ຖືກຕິດຕາມອາການທ່ານນີ້ ເພິ່ນກໍໄດ້ເດີນທາງໄປເຮັດວຽກຢູ່ຕ່າງປະເທດໃນຊ່ວງພະຍາດ Covid-19 ກຳລັງລະບາດແຮງ ແລະ ກັບມາລາວກໍໄດ້ຖືກຕິດຕາມອາການ ເປັນເວລາ 14 ວັນແທ້  ເຊິ່ງລາວໄວ້ໂພສຜ່ານເຟສບຸກສ່ວນຕົວວ່າ…

#ໂຄວິດ19ປິ່ນປົວຟຣີ.

(ອັບເດດຂໍ້ມູນ)

ແມ່ນແລ້ວ ອ່ານບໍ່ຜິດດອກ. ມື້ນີ້ຈະນຳສະເໜີເລື່ອງນີ້. ກ່ອນອື່ນໝົດ ຕ້ອງຂອບໃຈ ທ່ານ ທີ່ບໍ່ປະສົງອອກນາມ ໃນຄະນະທີ່ພວກຂ້າພະເຈົ້າໄປ ເຂົ້າຮ່ວມການຝຶກອົບຮົມ ແລະ ແລກປ່ຽນບົດຮຽນ ຢູ່ປະເທດທີ່ມີຄວາມສ່ຽງຕໍ່ການແຜ່ລະບາດໂຄວິດ-19 ທີ່ໄດ້ອະນຸຍາດ ໃຫ້ນຳເອົາປະສົບການທີ່ລາວ ໄດ້ສຳຜັດມາເລົ່າສູ່ຟັງກັນຟັງ ແລະ ຕ້ອງຂໍຊົມເຊີຍທີ່ ທ່ານນີ້ໄດ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດເລື່ອງຕິດຕາມຕົນເອງ #14ວັນຕິດຕາມຕົນເອງ ໂດຍສະເພາະເມື່ອມີອາການເປັນໄຂ້ບໍ່ສູງ, ເຈັບຄໍ, ນໍ້າມູກຍ້ອຍ ກໍໄດ້ກວດ ຢູ່ໂຮງໝໍ 150 ຕຽງໂລດ.

ຄະນະພວກເຮົາພາກັນກັກ-ຕິດຕາມຕົນເອງ 14 ວັນຕາມເງື່ອນໄຂໃຜລາວ, ສ່ວນຫຼາຍຢູ່ນໍາຄອບຄົວ ແຕ່ກໍປ້ອງກັນ ແລະ ລະວັງເປັນພິເສດ. ທ່ານຜູ້ນີ້ມີອາການບໍ່ສະບາຍ ກໍໄປຫາໝໍຢູ່ໂຮງໝໍ 150 ທັງບອກອາການ ແລະ ປະຫວັດຜ່ານມາໄປໃສມາແດ່, ເມື່ອໝໍ ຊາບສະພາບແລ້ວ ກໍແຍກລາວໄປຕຶກແຍກດ່ຽວສະເພາະ ຕິດຕາມພະຍາດໂຄວິດ-19 ແລະ ເອົາເລືອດ, ນໍ້າລາຍ, ຂີ້ມູກ ໄປກວດ ແລະ ໃຫ້ນອນຕິດຕາມຢູ່ສູນດັ່ງກ່າວ 2 ວັນເພື່ອຕິດຕາມ. ຜົນກວດກາອອກມາວ່າລາວເປັນໄຂ້ຫວັດທຳມະດາ ບໍ່ແມ່ນໂຄວິດ-19.

ຖາມວ່າລາວມີຄ່າໃຊ້ຈ່າຍຫຍັງແດ່? ລາວຕອບວ່າມີແຕ່ຄ່າເຮັດປຶ້ມກວດສຸຂະພາບ ແລະ ຢາດີໄຂ້ຫວັດ ບໍ່ເກີນ 50,000 ກີບ; ສ່ວນຄ່າກວດໂຄວິດ-19, ກິນຢູ່ພັກເຊົາ ຢູ່ຕຶກແຍກດ່ຽວນັ້ນບໍ່ໄດ້ເສຍຈັກກີບ…

ຈາກຂໍ້ມູນຕົວຈິງນີ້ ຫຼາຍຄົນຄືຊິບັນເທົາຄວາມກັງວົນໃຈກ່ຽວກັບຄ່າໃຊ້ຈ່າຍນໍ້… ຮູ້ຊັ້ນໃຜສົງໄສແລ້ວໄປກວດໂລດເດີ ຫຼື ໂທຖາມ 166 ເຂົາເຈົ້າໃຫ້ຂໍ້ມູນດີໆ.

ເວົ້າເຖິງ #ສາຍດ່ວນ166 ຂ້ອຍກໍໂທໄປຖາມເລື່ອງນີ້ເຊັ່ນດຽວກັນ ຄືເປັນຫ່ວງວ່າໂຕເອງອາດບໍ່ປອດໄພ ແຕ່ກໍໄດ້ຄຳແນະນຳທີ່ດີຫຼາຍ:

(1) ຍັງບໍ່ສະແດງອາການເທື່ອບໍ່ແນະນຳໃຫ້ກວດ ແຕ່

(2) ແນະນຳໃຫ້ກັກຕົວເອງເພື່ອຕິດຕາມ ບໍ່ວ່າຈະຢູ່ນຳຄອບຄົວ ຫຼື ແຍກໂຕເອງກໍຕາມ

(3) ຕ້ອງໝັ່ນລ້າງມືດ້ວຍສະບູໃຫ້ສະອາດ ແລະ ກິນອາຫານສຸຂະອານາໄມ….

ຊົມເຊີຍອ້າຍນ້ອງທັງຫຼາຍທີ່ຢູ່ເບື້ອງຫຼັງສາຍດ່ວນ 166 ນໍ ຄືຊິເມື່ອຍບໍ່ໄດ້ກິນເຂົ້າກິນນໍ້າປ່ຽນກັນມາຮັບສາຍ ຕອບຄຳຖາມຂ້ອງໃຈປະຊາຊົນ ຢ່າງບໍ່ຮູ້ອິດເມື່ອຍ, ລອງນຶກພາບນໍ, ມື້ນີ້ຈະມີຈັກສາຍທີ່ໂທໄປຖາມ, ແຕ່ການເວົ້າຈາຂອງອ້າຍນ້ອງສາຍດ່ວນ 166 ນີ້ ຍັງ “ມ່ວນ, ຊັດເຈນ, ຈະແຈ້ງ” ໃຫ້ຄຳແນະນຳດີທຸກຢ່າງ (ຕ້ອງເປັນຄົນໃຈເຢັນ ແລະ ເຝິກມາສົມຄວນ, ລອງຄິດເບິ່ງຕ້ອງມາຕອບຄຳຖາມເກົ່າໆຊໍ້າໆໃນແຕ່ລະມື້)…ເປັນກຳລັງໃຈໃຫ້ເດີ… ໄດ້ຍິນວ່າ ຫຼາຍຄົນໂທໄປຈົ່ມວ່າແນວນັ້ນແນວນີ້ຢູ່ສາຍດ່ວນ 166 ຂໍແນະນຳວ່າ ຖ້າມີຄຳເຫັນສ່ອງແສງລັດຖະບານ ຫຼື ແນວໃດກໍໂທໄປສາຍດ່ວນອື່ນສາ ເຊັນ 165 ສາຍດ່ວນສະພາແຫ່ງຊາດ ຫຼື ແຕ່ລະກະຊວງກໍມີສາຍດ່ວນຂອງເພິ່ນ…ຈົ່ງໄວ້ໃຫ້ອ້າຍນ້ອງເຮົາໄດ້ເຮັດວຽກສະເພາະການລະບາດຂອງໂຄວິດ-19 ແລະ ຫຼາຍຄົນໂທໄປກໍມັກຈົ່ມວ່າສາຍບໍ່ຫວ່າງ, ຂ້ອຍກໍໂທໄປສອງເທື່ອ ອ້າຍນ້ອງກໍມາຮັບ, ຕ້ອງໃຫ້ເວລາອ້າຍນ້ອງແດ່ເດີ ເພາະຕອນທ່ານໂທໄປ ອາ້ຍນ້ອງອາດຍັງຄາລົມສາຍ ອະທິບາຍທ່ານອື່ນຢູ່… ຢ່າຟ້າວຮ້າຍເຂົາເຈົ້າເທື່ອນໍ

ທີ່ຂໍອະນຸຍາດ ແລະ ນໍາມາເລົ່າສູ່ຟັງນີ້ ຍ້ອນວ່າ ເຫັນວ່າຫຼາຍຄົນໄດ້ຂໍ້ມູນຜິດໆມາ, ຟັງແຕ່ Fake News ກໍເລີຍຢາກໃຫ້ຮູ້ວ່າ ບ້ານເຮົາກໍມີການກວດກາ ແລະ ເຮັດແທ້ທຳຈິງຄືກະຊວງສາທາລະນະສຸກເພິ່ນວ່າ/ ຟັງຈາກຂໍ້ມູນຜູ້ສຳພັດໂຕຈິງເອົານໍ… ແລະ ກໍຢາກໃຫ້ຫຼາຍຄົນມີປະສົບການແນວໃດກໍນຳມາສະເໜີເພື່ອໃຫ້ສັງຄົມໄດ້ຮູ້ຈັກ ແລະ ເບົາໃຈລົງ ຕັ້ງໃຈປະຕິບັດ “3 ສະອາດ” ປ້ອງກັນໂຄວິດ-19 ກັນດີກວ່າ ແທນທີ່ຈະຕົກໃຈໄປກັບຂ່າວລືສາລະພັດ…

ຂໍ້ມູນຈາກເພື່ອນໆ ທີ່ແຈ້ງມາໃຫ້ຊາບວ່າ ຖ້າບໍ່ມີອາການ ແລະ ສົງໄສຕ້ອງການກວດໂຄວິດ-19 ແລະ ຜູ້ທີ່ບໍ່ຢູ່ໃນກຸ່ມສ່ຽງ (ຖ້າບໍ່ມີອາການ) ຕ້ອງມີຄ່າໃຊ້ຈ່າຍເດີ… ເລື່ອງນີ້ ຖ້າຊອກຂໍ້ມູນເພື່ອມາແຈ້ງກັນໃຫ້ຊາບອີກນໍ, ທ່ານໃດມີຂໍ້ມູນກໍມາແລກປ່ຽນກັນໄດ້ເດີ (ໂດຍສະເພາະຜູ້ຮັບຜິດຊອບ)…

ສະຫຼຸບ ທີ່ນຳມາສະເໜີໃຫ້ເພື່ອນໆນີ້ ແມ່ນຢາກໃຫ້ທຸກຄົນທີ່ສົງໄສ ແລະ ຢູ່ໃນກຸ່ມສ່ຽງ ໂດຍສະເພາະໄປປະເທດທີ່ສ່ຽງມາ “ຖ້າມີອາການ ໃຫ້ໄປກວດໂລດ” ເພາະຄ່າໃຊ້ຈ່າຍປິ່ນປົວ ບໍ່ເສຍຄ່າ…

(ຖ້າອອກໄປໄດ້, ຢາກຊື້ີ້ນໍ້າໝາກພ້າວໄປຊ່ວຍອ້າຍນ້ອງ 166 ຢູ່ພໍໄດ້ມີແຮງຮັບສາຍຕໍ່)…

ในภาพอาจจะมี ข้อความ

ເປັນແນວໃດຊ່ວງນີ້ ຂວັນໃຈກໍຢາກໃຫ້ທຸກຄົນຕິດຕາມຂ່າວຢ່າງມີສະຕິ ຖ້າຫາກວ່າຜູ້ໃດທີ່ມີອາການໃກ້ຄຽງ ກໍສາມາດໂທຫາສາຍດ່ວນ 166 ເພື່ອຂໍຄໍາປຶກສາ ແລະ ຂໍຄໍາແນະນໍາ… ແລະ ພາຮັກສາສຸຂະພາບຕົວເອງແດ່ເດີ້ທຸກຄົນ!!!

ຂອບໃຈຂໍ້ມູນຈາກ: Kuanjai Magazine ແລະ Nalonglith Norasing

______________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617 
#ຮັກມີແຜນ
#ຖາມເອື້ອຍໄດ້