ນັກຮົບຊຸດຂາວຈາກ ສປ ຈີນ ລົງປະຕິບັດການຕ້ານໂຄວິດ ທີ່ແຂວງ ຫຼວງພະບາງ – ຈຳປາສັກ

ພາຍຫຼັງສຳເລັດການປະຕິບັດວຽກງານໃນເບື້ອງຕົ້ນຢູ່ທີ່ນະຄອນຫຼວງວຽງຈັນ. ໃນວັນທີ 7 ເມສາ 2020 ຄະນະແພດຜູ້ຊ່ຽວຊານ ຈາກ ສປ ຈີນທັງ 12 ທ່ານ ກໍໄດ້ສືບຕໍ່ລົງເຄື່ອນໄຫວຢູ່ຕ່່າງແຂວງ ໂດຍໄດ້ແບ່ງເປັນ 2 ທີມເພື່ອລົງພື້ນທີ່ແຂວງຫຼວງພະບາງ ແລະແຂວງຈຳປາສັກ.

ການເຄື່ອນໄຫວຫຼັກກໍແມ່ນລົງສຳຫຼວດ-ປະເມີນໃນພື້ນທີ່ສ່ຽງເປັນຕົ້ນແມ່ນຂົງເຂດນະຄອນຫຼວງພະບາງ, ນະຄອນປາກເຊ ແລະອື່ນໆ ພ້ອມທັງເຂົ້າຮ່ວມປຶກສາຫາລື ແລະແລກປ່ຽນຄວາມຮູ້ວິຊາການ ກັບບຸກຄະລາກອນການແພດຝ່າຍລາວທີ່ປະຈຳຢູ່ໂຮງໝໍແຂວງ ກໍຄືບັນດາຄະນະນຳ, ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງກັບວຽກງານຕ້ານການແຜ່ລະບາດຂອງພະຍາດໂຄວິດ 19.

ຂອບໃຈຂໍ້ມູນຈາກ: CRI-FM93

ສອບຖາມຂໍ້ມູນເພີ່ມເຕີມ ກ່ຽວກັບ ໂຄວິດ-19 
ໄດ້ທີ່ເບີ ສາຍດ່ວນ 165 ຫຼື 166 
ຫຼືໂທ 020 5406 6777

______________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617