ພະຍາດໄຂ້ຍຸງລາຍ ມາແຮງແຊງ ໂຄວິດ-19!!!

ປັດ­ຈຸ­ບັນ ຫຼາຍ​ຄົນ​ແມ່ນ​ມີ​ຄວາມ​ກັງ­ວົນ​ຕໍ່​ກັບ​ການ​ແຜ່​ລະ­ບາດ ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ຈົນ​ອາດ​ລືມ​ປ້ອງ​ກັນ​ອີກ​ພະ­ຍາດ​ໜຶ່ງ ທີ່​ສ່ວນ​ໃຫຍ່​ແມ່ນ​ມັກ​ເກີດ​ການ​ແຜ່​ລະ­ບາດ​ໃນ​ລະ­ດູ­ຝົນ ກໍ​ຄື​ພະ­ຍາດ​ໄຂ້­ຍຸງ​ລາຍ ເຊິ່ງ​ມາ​ເຖິງ​ປັດ­ຈຸ­ບັນ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ແມ່ນ​ພົບ 1 ກໍ­ລະ­ນີ​ເສຍ​ຊີ­ວິດ​ຍ້ອນ​ພະ­ຍາດ​ໄຂ້­ຍຸງ​ລາຍແລ້ວ !!!

ອີງ​ຕາມ​ການ​ລາຍ​ງານ​ຂອງ​ພະ​ແນກ​ສາ­ທາ­ລະ­ນະ​ສຸກ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ນັບ​ແຕ່​ເດືອນ​ມັງ­ກອນ​ຈົນ​ເຖິງ​ວັນ​ທີ 23 ເມ­ສາ 2020 ໄດ້​ມີ​ກໍ­ລະ­ນີ​ສະ​ສົມ​ຄົນ​ເຈັບ​ພະ­ຍາດ​ໄຂ້­ຍຸງ​ລາຍ​ທົ່ວ ນວ ທັງ​ໝົດ 280 ກໍ­ລະ­ນີ ເປັນ​ຍິງ 143 ກໍ­ລະ­ນີ ເສຍ​ຊີ­ວິດ 1 ກໍ­ລະ­ນີ ໃນ​ນັ້ນ ເມຶອງ​ໄຊ​ທາ­ນີ ມີ 83 ກໍ­ລະ­ນີ ເສຍ​ຊີ­ວິດ 1 ກໍ­ລະ­ນີ ໄຊ​ເສດ​ຖາ 37 ກໍ­ລະ­ນີ ສັງ​ທອງ 35 ກໍ­ລະ­ນີ ສີ​ສັດ­ຕະ​ນາກ 28 ກໍ­ລະ­ນີ ນາ​ຊາຍ​ທອງ 25 ກໍ­ລະ­ນີ ສີ​ໂຄດ​ຕະ­ບອງ 22 ກໍ­ລະ­ນີ ຫາດ​ຊາຍ​ຟອງ 19 ກໍ­ລະ­ນີ ປາກ​ງື່ມ 18 ກໍ­ລະ­ນີ ຈັນ­ທະ​ບູ​ລີ 13 ກໍ­ລະ­ນີ.

ເພື່ອ​ເປັນ​ການ​ປ້ອງ​ກັນ​ພະ­ຍາດ​ໄຂ້­ຍຸງ​ລາຍ ບໍ່​ໃຫ້​ມີ​ການ​ແຜ່​ລະ­ບາດ​ແຜ່​ລາມ​ເປັນ​ວົງ​ກວ້າງ ແລະ ບໍ່​ໃຫ້​ມີ​ກໍ­ລະ­ນີ​ໃໝ່​ນັ້ນ ທຸກ​ຄົນ​ຄວນ​ພ້ອມ​ກັນ​ປ້ອງ​ກັນ​ບໍ່​ໃຫ້​ຍຸງ​ລາຍ​ກັດ ໄປ​ຄຽງ​ຄູ່​ກັບ​ການ​ປະ­ຕິ­ບັດ​ຫຼັກ­ການ 5 ປ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ​ເປັນ​ປະ­ຈຳ ໂດຍ​ສະ­ເພາະ​ທຳ­ລາຍ​ແຫຼ່ງ​ເພາະ​ພັນ​ໜອນ​ນ້ຳ​ຍຸງ​ລາຍ ບໍ່​ມີ​ໜອນ​ນ້ຳ ກໍ​ຈະ​ບໍ່​ມີ​ຍຸງ​ລາຍ.

ເນື້ອຫາ: ໜັງສືພິມວຽງຈັນໃໝ່

______________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617