ເຕືອນໄພໄລຍະວັນທີ 28 ເມສາ ຫາ 2 ພຶດສະພາ ຈະເກີດມີພາຍຸລະດູຮ້ອນ

ເຕືອນໄພໄລຍະວັນທີ 28 ເມສາ ຫາ 2 ພຶດສະພາ ຈະເກີດມີພາຍຸລະດູຮ້ອນ ໃນແຕ່ລະພາກຢູ່ບາງທ້ອງຖິ່ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນໃນອາທິດນີ້ ຈະເກີດມີພາຍຸລະດູຮ້ອນເກີດຂຶ້ນ ເນື່ອງຈາກວ່າໃນໄລຍະວັນທີ 28 ເມສາ ຫາ 2 ພຶດສະພາ 2020 ຈະມີແລວປະທະຂອງອາກາດເຢັນ ແລະ ອາກາດຮ້ອນທີ່ມີກຳລັງປານກາງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ເກີດມີພາຍຸລະດູຮ້ອນ ໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ມີລົມພັດແຮງ ຢູ່ຕາມບາງທ້ອງຖິ່ນໃນແຕ່ລະພາກໃນໄລຍະຕອນບ່າຍ ຫາ ກາງຄືນ ຊຶ່ງຈະເຮັດໃຫ້ມີຕົ້ນໃຫຍ່,ເສົາໄຟຟ້າ ຫັກລົ້ມ, ເຮືອນ-ຕຶກ, ອາຄານ ເປ່ເພ ແລະ ໃຫ້ຫຼີກລ່ຽງຢູ່ບ່ອນທີ່ເປິດແປນ, ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນຄວນມີສະຕິ ລະມັດລະວັງຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້.

______________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617