ດ່ວນ! ຄົນລາວເສຍຊີວິດ 4 ຄົນ ຍ້ອນພະຍາດໄຂ້ຍຸງລາຍ

ຂ່າວດ່ວນ, ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດຕື່ມ 1 ລາຍ ຈາກພະຍາດໄຂ້ຍຸງລາຍ, ເຮັດໃຫ້ຍອດເສຍຊີວິດສະສົມ ໃນທົ່ວປະເທດ ໃນໄລຍະ 5 ເດືອນຕົ້ນປີ ຢູ່ທີ 4 ກໍລະນີ !!!

ສະເພາະ ໄຂ້ຍຸງລາຍປີ 2019 ຜ່ານມາມີຜູ້ຕິດເຊື້ອທັງໝົດ 39,091 ຄົນ, ເສຍຊີວິດ 76 ຄົນ, ປີ 2020 ມາຮອດວັນທີ 22 ພຶດສະພາ 2020 ມີຜູ້ຕິດເຊື້ອທັງໝົດ 1,337 ຄົນ, ເສຍຊີວິດ 04 ຄົນ ຢູ່ນະຄອນຫຼວງວຽງຈັນ 02 ຄົນ, ໄຊຍະບູລີ 01 ຄົນ ແລະ ແຂວງຄຳມ່ວນ 01 ຄົນ, ຖືວ່າເປັນພະຍາດທີ່ມີຄວາມຮຸນແຮງເຊັ່ນດຽວກັນກັບ ພະຍາດ ໂຄວິດ-19, ຂໍໃຫ້ທົ່ວສັງຄົມ ເອົາໃຈໃສ່ ສະກັດກັ້ນ ພະຍາດນີ້ ຢ່າງຮີບດ່ວນ ແລະ ຈິງຈັງ !

______________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617