YouTuber ດັງສາຍກິນ “Yang Soobin” ກາຍເປັນຜູ້ສ້າງແຮງບັນດານໃຈໃນການຫລຸດນໍ້າໜັກ

Yang Soobin ເປັນYouTuber  ສາຍກິນ ເປັນທີ່ໂດ່ງດັງທັ້ງໃນໂລກ Online ແລະ ປະເທດເກົາຫຼີໃຕ້  ສາວ Yang Soobin ໂດ່ງດັງຈາກການອັດຄລິບກິນອາຫານລົງໃນ Social Media ຫຼາຍຊ່ອງ ຈາກຄລິບການກິນແຕ່ລະຄັ້ງອາຫານແຕ່ລະຢ່າງແມ່ນເປັນອາຫານຈານໃຫຍ່ ແລະ ຖ້າເຮົາເບິ່ງສາວຄົນນີ້ກິນຕອນໃດ ກໍຢາກຫາອາຫານມາກິນນໍາຕອນນັ້ນ  ນອກຈາກການສະແດງກິນທີ່ເປັນຕາແຊບແລ້ວ ຫົວໃຈທີ່ສໍາຄັນອີກເລື່ອງກໍຄື ສຽງ ສຽງໃນຄລິບວິດີໂອເຊິ່ງ Yang Soobin  ຖືໄດ້ວ່າເປັນ YouTuber ສາຍກິນຄົນທໍາອິດຂອງເກົາຫຼີໃຕ້ ທີ່ໃຊ້ວິທີ່ອັດສຽງ  ASMR ເປັນການເອົາໄມມາໃກ້ໆປາກໃນຂະນະທີ່ກຳລັງກິນ

ເບື້ອງຕົ້ນແລ້ວ Yang Soobin  ເລີ່ມຈາກການບັນທຶກຄລິບສອນແຕ່ງໜ້າມາກ່ອນ ແຕ່ບໍ່ໄດ້ຮັບຄວາມນິຍົມພໍປານໃດ ຈົນມາຮອດປີ 2016 ລາວຈື່ງໄດ້ໂພສຄລິບວີດີໂອທີ່ສະແດງການກິນອາຫານຫຼາຍຢ່າງ ຈົນເຮັດໃຫ້ຈໍານວນຜູ້ຕິດຕາມ ແລະ ຮັບຊົມ ເພີ່ມເປັນຈໍານວນຫຼາຍຂຶ້ນເລື້ອຍໆ ໂດຍຄລິບທີ່ມີຜູ້ຮັບຊົມຫຼາຍທີ່ສຸດເກືອບຍອດວິວຮອດ 39 ລ້ານຄັ້ງ. ປັດຈຸບັນ  Yang Soobin ມີຍອດຜູ້ຕິດຕາມຫຼາຍລ້ານຄົນຈາກຊ່ອງທາງ Facebook ຜູ້ຕິດຕາມ 5,310,000 ຄົນ  YouTube ຜູ້ຕິດຕາມ 2,640,000 ຄົນ Instagramຜູ້ຕິດຕາມ 833,000 ຄົນ

ຫຼາຍຄົນອາດຈະສົງໃສກັນແມ່ນບໍວ່າເປັນຫຍັງ YouTuber ສາວສາຍກິນຄົນນີ້ ຈື່ງກາຍເປັນແຮງບັນດານໃຈໃນການຫຼຸດນໍ້າໜັກ? ໃນປີ 2019 Yang Soobin  ເລີ່ມຫັນມາໃສ່ໃຈກັບສຸຂະພາບ ແລະ ອອກກຳລັງກາຍຢ່າງຈິງຈັງ ເຊິ່ງວິທີການຫຼຸດນໍ້າໜັກຂອງລາວ ແມ່ນຈະຄວບຄູ່ກັນໄປລະຫວ່າງອອກກຳລັງກາຍ ແລະ ຄວບຄຸມອາຫານ ໂດຍການອອກກກຳລັງກາຍຂອງລາວມີຫຼາຍຮູບແບບ ທັ້ງຫຼີ້ນ ເວທເທັນນິ່ງ ເຊິ່ງເປັນ ດຳເບລທີ່ເປັນຕົວຊ່ວຍໃນການເພີ່ມກ້າມເນື້ອຄາດິໂອ ຊ່ວຍເຜົາຜານ ແຄລໍຣີ່ ພ້ອມກັບເສີມຄວາມແຂງແຮງຂອງຫົວໃຈ ແລະ ປອດ ເຊັ່ນ ການແລ່ນ, ຂີ່ລົດຖີບດ ກິນອາຫານທີ່ມີປະໂຫຍດໂດຍເນັ້ນຜັກ, ໝາກໄມ້ ແລະ ໂປຣຕິນທີ່ສ້າງກ້າມເນື້ອໄຂມັນ ເຊິ່ງຜົນທີ່ໄດ້ຈາກຄວາມມິວິໄນຂອງລາວເຮັດໃຫ້  Yang Soobin  ຫຼຸດນໍ້າໜັກໄປໄດ້ກວ່າ  42  ກິໂລກຣາມ, ຈ່າກ 131 ກິໂລກຣາມ ເຫຼືອພຽງ 89 ພາຍໃນໄລຍະເວລາພຽງ 10 ເດືອນ

ເຖິງແມ່ນວ່າ ປັດຈູບັນເຮົາອາດຈະບໍ່ໄດ້ເຫັນ Yang Soobin ກິນອາຫານແຊບໆຫຼາຍໆຄືແຕ່ກ່ອນ ອາຫານສ່ວນໃຫຍ່ແມ່ນລາວກິນມາກ່ອນ ໄດ້ປ່ຽນມາກິນອາຫານທີ່ດີຕໍ່ສຸຂະພາບ ແຕ່ສິ່ງເຫຼົ່ານີ້ກໍບໍ່ໄດ້ຫຼຸດຄວາມນິຍົມຂອງລາວລົງໄປເລີຍ ເພາະຕອນນີ້ ນອກຈາກຄົນຈະຊື່ນຊົມໃນຄວາມສາມາດຂອງລາວແລ້ວ Yang Soobin ຍັງກາຍເປັນແຮງບັນດານໃຈໃຫ້ກັບຫຼາຍໆຄົນ ອີກດ້ວຍ…

ແຫຼ່ງຂໍ້ມູນ
https://www.allkpop.com/…/a-korean-youtuber-stuns-viewers-w…
https://www.blockdit.com/articles/5e7574843ee3510cb4483019
https://brightside.me/…/what-is-asmr-and-how-watching-thes…/

-Kuanjai magazine

______________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617