ທໍາຄວາມຮູ້ຈັກກັບ! ​ໜຸ່ມສຸດເຈົ້າຊູ້ ພະ​ເອກຮູບເງົາ 365 DNI ​ທີ່​ກຳ​ລັງ​ມາ​ແຮງ​ທີ່ສຸດໃນຕອນນີ້..

ນາທີນີ້ບໍ່ມີໃຜທີ່ບໍ່ຮູ້ຈັກຮູບເງົາຢູ່ Netflix 365 DNI ເຊິ່ງທັງໃນ Facebook, IG, Twitter ເກືອບທົ່ວໂລກແມ່ນເວົ້າເຖິງຮູບເງົາເລື່ອງນີ້ເປັນຈໍານວນຫຼວງຫຼາຍ ເຊິ່ງຫຼັກແລ້ວໆແມ່ນມີການເວົ້າເຖິງເນື້ອໃນເລື່ອງ (ຈົນຫຼາຍຄົນອົດທີ່ຈະເຂົ້າໄປເບິ່ງບໍ່ໄດ້) ແຕ່ທີ່ຖືກເວົ້າເຖິງຫຼາຍກວ່າເນື້ອໃນເລື່ອງ ກໍຄືພະເອກສຸດແຊ໋ບ ທີ່ເປັນຈຸດດຶງດູດໃຫ້ສາວໆເກືອບທົ່ວໂລກອົດໃຈບໍ່ໄຫວທີ່ຈະເຂົ້າໄປເບິ່ງ ເຊິ່ງມື້ນີ້ແອັດກໍຈະພາສາວໆມາທໍາຄວາມຮູ້ຈັກກັບ ພະເອກຮູບເງົາເລື່ອງນີ້ກັນ… ເປັນແນວໃດນັ້ນເຮົາມາເບິ່ງນໍາກັນເລີຍ!!

ພະເອກຄົນນີ້ມີຊື່ວ່າ Michele Morrone ເກີດ​ເມື່ອ​ວັນ​ທີ  3 ​ຕຸ​ລາ 1990 ​ເມືອງ Apulia ​ປະ​ເທດ​ອີ​ຕາ​ລີ ເຊື້ອ​ຊາດ​ອີ​ຕາ​ລີ ອາ​ຍຸ 30 ປີ ສູງ 189 ຊັງ​ຕີ​ແມັດ ເປັນ​ນັກ​ສະ​ແດງ​ທີ່​ມີ​ຄວາມ​ສາ​ມາດຫຼາກຫຼາຍ ງານອະດິເລກມັກຫຼິ້ນ​ກິ​ລາ​ຍິມ​ນາ​ສ​ຕິກ (ກິ​ລາ​ໃຊ້​ຮ່າງ​ກາຍ, ໂດດ​ເຕັ້ນ​ດ ຕີ​ລັງ​ກາ), ຂີ່​ມ້າ, ລອຍ​ນ້ຳ ແລະ ເຕັ້ນ (ເຕັ້ນ​ເກັ່ງຫຼາຍ) ​ປັດ​ຈຸ​ບັນ​ໂສດ​ເດີ້ຢູ່ສາວໆ (ເປັນ Single Dad)

Michele Morrone  ເຄີຍແຕ່ງງານກັບສາວ Designer ຊາວເລ​ບາ​ນອນຊື່ Rouba Saadeh ຜູ້​ກໍ່​ຕັ້ງ​ແບນ Le Paradis Des Fous ທັ້ງ​ສອງຄົບ​ກັນ​ປະ​ມານ 1 ປີ ກ່ອນ​ຈະ​ແຕ່ງ​ງານ​ໃນ​ປີ 2014 ມີ​ລູກ​ຊາຍ​ນຳ​ກັນ 2 ຄົນ ແຕ່​ຊີ​ວິດ​ຄູ່​ກໍ​ຈົບ​ລົງ​ເມື່ອ​ປີ 2018.

ໂດຍ​ໜຸ່ມ Michele Morrone ເປີດ​ເຜີຍ​ວ່າ ການ​ຍ່າ​ໃນ​ຄັ້ງ​ນີ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ ແລະ ຈິດ​ໃຈ​ຂອງ​ລາວຫຼາຍ ຈົນເຮັດໃຫ້​ເກີດ​ເປັນ​ພາ​ວະ​ຊຶມ​ເສົ້າ ຕ້ອງ​ໄປ​ເຮັດ​ວຽກ​ໃນ​ສວນ​ໃນ​ໝູ່​ບ້ານ​ທີ່​ຫ່າງ​ໄກ ແລະ ຕອນ​ນັ້ນ​ກໍ​ບໍ່​ມີ​ເງິນ​ຕິດ​ຕົວເລີຍ. ແຕ່ແນວໃດ​ກໍ​ຕາມ ເຖິງວ່າ​ອາະດີດ​ພັນ​ລະ​ຍາ​ບໍ່​ໄດ້​ຢູ່​ນຳ​ກັນ​ແລ້ວ ແຕ່​ທັງ​ຄູ່​ກໍ​ຍັງ​ລ້ຽງ​ລູກ​ຊາຍ​ນຳ​ກັນຢູ່ນັ້ນເອງ

ຍ້ອນຄືນກັບໄປຕອນທີ່ Morrone ອາຍຸໄດ້ 28 ປີ ເຂົາ​ໄດ້​ຮັບ​ຊັບ​ສິນ 5 ລ້ານຫຼຽນ (ປະມານ 40 ກວ່າຕື້ກີບ ຖ້າແອັດຄຸນບໍ່ຜິດ 555) ເພື່ອ​ປະ​ກອບ​ອາ​ຊີບ​ເປັນ​ສິນ​ລະ​ປິນ ແລະ ໄດ້ເຮັດວຽກໃນວົງການຕະຫຼອດມາ ແລະເຊື່ອວ່າ່ຫຼັງ​ຈາກ​ນີ້​ຄ່າ​ໂຕ​ເຂົາ​ເພີ່ມ​ຂຶ້ນຈາກ​ການ​ສະ​ແດງ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ໄປ​ທົ່ວ​ໂລກ​ຈາກເລື່ອງ 365 DNI

ກ່ອນ​ໜ້າ​ນີ້ Morrone ​ເຄີຍ​ມີ​ຜົນ​ງານ​ທາງ Netflix ມາ​ກ່ອນຊື່ເລື່ອງ The Trial ແຕ່ບໍໄດ້ຮັບຄວາມສົນໃຈເທົ່າເລື່ອງທີ່ຫາກໍເປີດຕົວຄື 365 DNI ໃຜທີ່ຍັງບໍ່ໄດ້ເບິ່ງກໍຟ້າວໄປຫາມາເບິ່ງກັນສາເດີ້ ດຽວຊິລົມກັບໝູ່ບໍ່ຮູ້ເລື່ອງ (ເລື່ອງພະເອກຫລໍ່ແຮງງງງງ)

ในภาพอาจจะมี 1 คน, กำลังยืน และเครา
ในภาพอาจจะมี 1 คน, ชุดสูท
ในภาพอาจจะมี 1 คน

Cr :e-talenta.eu,networthspedia,republicworld,iammichelemorroneofficial

ບົດຄວາມ: Kuanjai Magazine

ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
#ຮັກມີແຜນ #ຖາມເອື້ອຍໄດ້