ສປປ ລາວ ມີຄົນເສຍຊີວິດຍ້ອນໄຂ້ຍຸງລາຍ ເພີ່ມຂຶ້ນເປັນ 7 ຄົນແລ້ວ!!!

 ໃນວັນທີ 30 ມີຖຸນາ 2020 ສປປ ລາວ ເຮົາ ແມ່ນ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ທັງໝົດ 30 ກໍລະນີ ແລະ ມີຜູ້ເສຍຊີວິດເພີ່ມຂຶ້ນ 01 ຄົນ !!!

ນັບແຕ່ວັນທີ 01/01/2020-29/06/2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 2,253 ຄົນ (ມີລາຍງານກໍລະນີໃນ 17 ແຂວງ, ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 514 ຄົນ, ຖັດລົງມາແມ່ນແຂວງ ວຽງຈັນ 305 ກໍລະນີ, ບໍລິຄຳໄຊ 263 ກໍລະນີ ແລະ ແຂວງອັດຕະປື 230 ກໍລະນີ). ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 07 ຄົນ (ນະຄອນຫຼວງ 03 ຄົນ, ບໍລິຄຳໄຊ 02 ຄົນ, ຄຳມ່ວນ 01 ຄົນ ແລະ ໄຊຍະບູລີ 01 ຄົນ).

ອ້າງອີງຈາກ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health

ຂ່າວ: ຮັກມີແຜນ

______________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617