//hukmiplan.com/wp-content/uploads/2022/08/HMP_Header-Title_Section-FAQ.png

ຖາມ-ຕອບ

ການຖາມຄຳຖາມເປັນສິ່ງທີ່ດີທີ່ສຸດ ເພື່ອເຮົາຈະໄດ້ຮຽນຮູ້ໄດ້ຫຼາຍຂຶ້ນ ເພື່ອສຸຂະພາບທີ່ດີ, ປອດໄພ ແລະ ມີຄວາມສຸກ ຫາກທ່ານມີຄຳຖາມ ສາມາດຄຣິກ ເຂົ້າມາຖາມໄດ້ ທີ່ນີ້

ຄໍາຖາມທີ່ມັກພົບເລື້ອຍໆ

1. ມີວິທີການຄຸມກໍາເນີດຊະນິດໃດແນ່ທີ່ໃຊ້ແລ້ວສາມາດກໍ່ໃຫ້ເກີດມະເຮັງ ?

2. ຖ້າຄຸມກໍາເນີດແລ້ວສາມາດເຮັດວຽກໄດ້ເປັນປົກກະຕິບໍ ?

3. ຖ້າແມ່ຍິງກິນຢາເມັດຄຸມກໍາເນີດມາດົນ ແລ້ວລາວຢຸດກິນໃນຊ່ວງເວລາໃດໜຶ່ງ ຢາເມັດຄຸມກໍາເນີດທີ່ລາວເຄີຍກິນມານັ້ນ ຍັງຈະສາມາດຄຸມກໍາເນີດໄດ້ບໍ ?

4. ແມ່ຍິງທີ່ລ້ຽງລູກດ້ວຍນົມສາມາດກິນຢາຄຸມກໍາເນີດທຸກໆປະເພດໄດ້ບໍ່ ?

5. ຖ້າລືມກິນຢາເມັດຄຸມກໍາເນີດຄວນຈະເຮັດແນວໃດ ?

6. ກິນຢາເມັດຄຸມກໍາເນີດພາໃຫ້ຕຸ້ຍບໍ່ ?

7. ການໃສ່ຮ່ວງອະນາໄມຕ້ອງໃສ່ໃນມື້ທີ່ປະຈໍາເດືອນມາບໍ່ ?

8.ຖ້າໃສ່ຖົງຢາງອະນາໄມທຸກຄັ້ງທີ່ມີເພດສໍາພັນ ຖົງຢາງອະນາໄມສາມາດປ້ອງກັນການຕິດເຊື້ອ ພະຍາດຕິດຕໍ່ທາງເພດສໍາພັນ ແລະ ໂລກເອດໄດ້ບໍ່ ?

9. ຈະມີວິທີການເຮັດແນວໃດເພື່ອປ້ອງກັນການຖືພາ ແລະ ພະຍາດຕິດຕໍ່ທາງເພດສໍາພັນຖ້າຖົງຢາງອະນາໄມຂາດ ຫລື ແຕກ ໃນເວລາຮ່ວມເພດ ?

10. ໃສ່ຖົງຢາງອະນາໄມຊ້ອນກັນຫລາຍໆຖົງໄດ້ບໍ່ເວລາຮ່ວມເພດ ?

11. ຖົງຢາງອະນາໄມຫລຸດເຂົ້າໄປໃນຊ່ອງຄອດຈະເຮັດແນວໃດ ?

12. ເຮົາສາມາດໃຊ້ຖົງຢາງອະນາໄມຫຼາຍກວ່າ 1 ອັນໄດ້ບໍ່ ?

13. ເຮົາສາມາດກິນຢາເມັດຄຸມກໍາເນີດສຸກເສີນເປັນປະຈໍາແທນຢາເມັດຄຸມກໍາເນີດແບບປົກກະຕິໄດ້ບໍ່ ?

1. ມີວິທີການຄຸມກໍາເນີດຊະນິດໃດແນ່ທີ່ໃຊ້ແລ້ວສາມາດກໍ່ໃຫ້ເກີດມະເຮັງ?

ຈາກຜົນການສໍາຫລວດວິໄຈ ທຸກໆວິທີຂອງການຄຸມກໍາເນີດບໍ່ໄດ້ກໍໃຫ້ເກີດເປັນມະເຮັງ.

2. ຖ້າຄຸມກໍາເນີດແລ້ວສາມາດເຮັດວຽກໄດ້ເປັນປົກກະຕິບໍ?

ໄດ້, ທຸກໆວິທີການຄຸມກໍາເນີດຖ້າທ່ານໃຊ້ໄປແລ້ວ ທ່ານສາມາດເຮັດວຽກໄດ້ເປັນປົກກະຕິຄືດັ່ງທີ່ທ່ານເຄີຍເຮັດມາ ແຕ່ມີວິທີການຄຸມກໍາເນີດບາງຊະນິດທີ່ໃສ່ໃປແລ້ວຕ້ອງໄດ້ພັກຜ່ອນປະມານ 2 – 3 ມື້ ຫລັງຈາກນັ້ນ ກໍ່ສາມາດເຮັດວຽກໄດ້ເປັນປົກກະຕິ.

3. ຖ້າແມ່ຍິງກິນຢາເມັດຄຸມກໍາເນີດມາດົນ ແລ້ວລາວຢຸດກິນໃນຊ່ວງເວລາໃດໜຶ່ງ ຢາເມັດຄຸມກໍາເນີດທີ່ລາວເຄີຍກິນມານັ້ນ ຍັງຈະສາມາດຄຸມກໍາເນີດໄດ້ບໍ ?

ບໍ່, ຢາເມັດຄຸມກໍາເນີດຈະສາມາດຄຸມກໍາເນີດໄດ້ກໍ່ຕໍ່ເມືອແມ່ຍິງຄົນນັ້ນກິນທຸກໆມື້ ແລະ ໃຫ້ຕົງເວລາ.

4. ແມ່ຍິງທີ່ລ້ຽງລູກດ້ວຍນົມສາມາດກິນຢາຄຸມກໍາເນີດທຸກໆປະເພດໄດ້ບໍ່ ?

ບໍ່ໄດ້, ຢາຄຸມກໍາເນີດທີ່ແນະນໍາສໍາລັບແມ່ຍິງທີ່ລ້ຽງລູກດ້ວຍນົມຄືຢາເມັດຄຸມກໍາເນີດຊະນິດຮໍໂມນດ່ຽວຄື ໂປຼເຈສຕິນ ເພາະຢາຄຸມປະເພດນີ້ຈະບໍ່ສົ່ງຜົນກະທົບຕໍ່ເດັກ ແລະ ນໍ້ານົມຂອງແມ່.

5. ຖ້າລືມກິນຢາເມັດຄຸມກໍາເນີດຄວນຈະເຮັດແນວໃດ ?

ການກິນຢາເມັດຄຸມກໍາເນີດໃຫ້ໄດ້ຜົນດີທີ່ສຸດຄືການກິນທຸກໆມື້ໃຫ້ຕົງເວລາ, ແຕ່ຖ້າເຮົາຮູ້ສຶກວ່າເຮົາລືມກິນຢາ 1 ມື້ ແມ່ນໃຫ້ເຮົາກິນເມັດທີ່ລືມໃສ່ທັນທີທີ່ຄິດອອກ ແລະ ກິນຕາມປົກກະຕິ, ຖ້າລືມ 2 ມື້ ແມ່ນໃຫ້ເຮົາກິນເມັດທີ່ລືມ 2 ເມັດທັນທີທີ່ຄິດອອກ ແລະ ກິນຕາມປົກກະຕິ, ແຕ່ຖ້າລືມຮອດ 3 ມື້ແມ່ນໃຫ້ຢຸດກິນ ແລະ ໃຊ້ວິທີຄຸມກໍາເນີດວິທີອື່ນເຊັ່ນຢາເມັດຄຸມກໍາເນີດສຸກເສີນ ແລະ ຫລັງຈາກນັ້ນແມ່ນໃຫ້ໃສ່ຖົງຢາງອະນາໄມທຸກຄັ້ງທີ່ຮ່ວມເພດຈົນກວ່າປະຈໍາເດືອນຮອບໃໝ່ມາຈື່ງສືບຕໍ່ກິນຢາ.

6. ກິນຢາເມັດຄຸມກໍາເນີດພາໃຫ້ຕຸ້ຍບໍ່ ?

ມັນເປັນໄປໄດ້ທີ່ວ່າບາງຄົນກິນຢາເມັດຄຸມກໍາເນີດແລ້ວຈະຮູ້ສຶກຕຸ້ຍຂຶ້ນ ແຕ່ມັນກໍ່ບໍ່ເຖິງເທົ່າຕົວຂອງນໍ້າໜັກ ເພາະວ່າຮ່າງກາຍຂອງແຕ່ລະຄົນຈະມີປະຕິກິຍາກັບຢາແຕ່ລະຊະນິດແຕກຕ່າງກັນອອກໄປ.

7. ການໃສ່ຮ່ວງອະນາໄມຕ້ອງໃສ່ໃນມື້ທີ່ປະຈໍາເດືອນມາບໍ່ ?

ການໃສ່ຮ່ວງອະນາໄມບໍ່ຈໍາເປັນຕ້ອງໃສ່ໃນມື້ທີ່ປະຈໍາເດືອນມາເທົ່ານັ້ນ ສາມາດໃສ່ໄດ້ທຸກໄລຍະຖ້າໝັ້ນໃຈຢ່າງມີເຫດຜົນວ່າບໍ່ຖືພາ ສາເຫດທີ່ໃສ່ຮ່ວງອະນາໄມຕອນເປັນປະຈໍາເດືອນແມ່ນເພື່ອຮັບປະກັນໄດ້ວ່າແມ່ຍິງບໍ່ໄດ້ຖືພາ

8. ຖ້າໃສ່ຖົງຢາງອະນາໄມທຸກຄັ້ງທີ່ມີເພດສໍາພັນ ຖົງຢາງອະນາໄມສາມາດປ້ອງກັນການຕິດເຊື້ອ ພະຍາດຕິດຕໍ່ທາງເພດສໍາພັນ ແລະ ໂລກເອດໄດ້ບໍ່ ?

ທຸກຄັ້ງທີ່ທ່ານມີເພດສໍາພັນຄວນໃຊ້ຖົງຢາງອະນາໄມ ທຸກໆຄັ້ງ ຖ້າມີການນໍາໃຊ້ຢ່າງຖືກຕ້ອງ ແລະ ຖືກວິທີ ຖົງຢາງອະນາໄມສາມາດປ້ອງກັນໂລກເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນໄດ້ ນອກຈາກນີ້ການມີເພດສໍາພັນທີ່ບໍ່ໄດ້ໃສ່ຖົງຢາງອະນາໄມອາດເຮັດໃຫ້ແມ່ຍິງຕົກຢູ່ໃນຄວາມສ່ຽງທີ່ຈະຖືພາໄດ້ ຫລື ສ່ຽງຕໍ່ການຕິດເຊື້ອພະຍາດຕິດຕໍ່ທາງເພດສໍາພັນ ແລະ ໂລກເອດ. ທ່ານສາມາດໃຊ້ຖົງຢາງອະນາໄມບາງຄັ້ງຄາວໄດ້ ຖ້າທ່ານຮັບປະກັນວ່າມີຄູ່ຮ່ວມນອນຄົນດຽວ, ແລະ ທັງ 2 ຄົນໄດ້ກວດກັ່ນຕອງແລ້ວວ່າບໍ່ມີພະຍາດຕິດຕໍ່ທາງເພດສໍາພັນ ຫລື ໂລກເອດ.

9. ຈະມີວິທີການແນວໃດເພື່ອປ້ອງກັນການຖືພາ ແລະ ພະຍາດຕິດຕໍ່ທາງເພດສໍາພັນຖ້າຖົງຢາງອະນາໄມຂາດ ຫລື ແຕກ ໃນເວລາຮ່ວມເພດ ?

ຖ້າຖົງຢາງອະນາໄມຂາດ ຫຼື ຫລຸດອອກໃນເວລາຮ່ວມເພດ ສໍາລັບວິທີການປ້ອງກັນການຖືພາແມ່ນໃຫ້ກິນຢາເມັດຄຸມກໍາເນີດສຸກເສີນເພື່ອປ້ອງກັນການຖືພາ, ສໍາລັບການປ້ອງກັນການຕິດເຊື້ອພະຍາດ ຖ້າທ່ານຄິດວ່າຄູ່ນອນທີ່ທ່ານໄດ້ມີການຮ່ວມເພດນໍານັ້ນມີຄວາມສ່ຽງໃນການຕິດເຊື້ອພະຍາດຕິດຕໍ່ທາງເພດສໍາພັນ ຫລື ໂລກເອດ ທ່ານຄວນໄປພົບແພດໝໍໂດຍດ່ວນເພື່ອໃຫ້ຢາຄວບຄຸມການລະບາດຂອງເຊື້ອໄວຣັສໂລກເອດບໍ່ໃຫ້ມີການແພ່ລາມໄປບ່ອນອື່ນໆໃນຮ່າງກາຍ, ສໍາລັບພະຍາດຕິດຕໍ່ທາງເພດສໍາພັນທີ່ບໍ່ແມ່ນໂລກເອດແມ່ນສາມາດໃຫ້ທ່ານໝໍປິ່່ນປົວຕາມປົກກະຕິ.

10. ໃສ່ຖົງຢາງອະນາໄມຊ້ອນກັນຫລາຍໆຖົງໄດ້ບໍ່ເວລາຮ່ວມເພດ ?

ບໍ່, ເຮົາບໍ່ແນະນໍາໃຫ້ໃຊ້ຖົງຢາງ ຊ້ອນກັນຫລາຍຖົງເວລາມີເພດສໍາພັນເພາະມັນສ່ຽງຕໍ່ການຈີກຂາດ ແລະ ສ່ຽງຕໍ່ການຕິດເຊື້ອພະຍາດຕິດຕໍ່ທາງເພດສໍາພັນ ຫຼື ການຖືພາ ທຸກຄັ້ງທີ່ມີການຮ່ວມເພດຄວນຮັບປະກັນວ່າເຮົາໃຊ້ຖົງຢາງຢ່າງຖືກວິທີ 

11. ຖົງຢາງອະນາໄມຫລຸດເຂົ້າໄປໃນຊ່ອງຄອດຈະເຮັດແນວໃດ ?

ໂດຍທົ່ວໄປແລ້ວໂອກາດທີ່ຖົງຢາງທີ່ຈະຫລຸດເຂົ້າໄປໃນຊ່ອງຄອດເວລາຮ່ວມເພດແມ່ນມີໜ້ອຍ ແຕ່ຖ້າຫາກຖົງຢາງຫຼຸດເຂົ້າໄປໃນຊ່ອງຄອດ ແມ່ນໃຫ້ໃຊ້ 2 ນິ້ວຄ່ອຍໆແຍ່ເຂົ້າໄປໃນຊ່ອງຄອດແລ້ວຈັບອອກມາ ສໍາລັບເຫດການນີ້ແມ່ນໃຫ້ທ່ານກິນຢາເມັດຄຸມກໍາເນີດສຸກເສີນ ແລະ ກວດເລືອດຫາເຊື້ອພະຍາດທັນທີເພື່ອປ້ອງກັນພະຍາດຕິດຕໍ່ທາງເພດສໍາພັນ ທຸກຄັ້ງທີ່ມີການຮ່ວມເພດຄວນຮັບປະກັນວ່າເຮົາໃຊ້ຖົງຢາງຢ່າງຖືກວິທີ

12. ເຮົາສາມາດໃຊ້ຖົງຢາງອະນາໄມຫຼາຍກວ່າ 1 ອັນໄດ້ບໍ່ ?

ບໍ່ຄວນໃຊ້ຖົງຢາງອະນາໄມ ຫຼາຍກວ່າ 1 ເທື່ອ, ຕາມທົ່ວໄປແລ້ວ ການໃຊ້ຖົງຢາງອະນາໄມ 1 ອັນ ແມ່ນໃຊ້ໄດ້ພຽງ 1 ເທື່ອເທົ່ານັ້ນ ບໍ່ສາມາດໃຊ້ຊໍ້າໄດ້ ເພາະຈະເຮັດໃຫ້ປະສິດທິພາບ ຂອງຖົງຢາງຫຼຸດລົງ ແລະ ສ່ຽງຕໍ່ການຈີກຂາດຫຼາຍຂຶ້ນ, ສ່ຽງຕໍ່ການຕິດພະຍາດຕິດຕໍ່ທາງເພດສຳພັນໄດ້ງ່າຍ ແລະ ມີຄວາມສ່ຽງຕໍ່ການຖືພາຫຼາຍຂຶ້ນ ສະນັ້ນ ແນະນຳໃຫ້ໃຊ້ຢ່າງຖືກຕ້ອງ  

13. ເຮົາສາມາດກິນຢາເມັດຄຸມກໍາເນີດສຸກເສີນເປັນປະຈໍາແທນຢາເມັດຄຸມກໍາເນີດແບບປົກກະຕິໄດ້ບໍ່ ?

ແມ່ຍິງສາມາດກິນຢາເມັດຄຸມກໍາເນີດສຸກເສີນໄດ້ທຸກຄັ້ງທີ່ຕ້ອງການ ແຕ່ເຖິງຢາງໃດກໍ່ຕາມການກິນຢາເມັດຄຸມກໍາເນີດສຸກເສີນເປັນປະຈໍາແມ່ນບໍ່ແນະນໍາ ແລະ ບໍ່ຮັບປະກັນວ່າການກິນຢາເມັດຄຸມກໍາເນີດສຸກເສີນທຸກຄັ້ງຫລັງຈາກມີເພດສໍາພັນຈະສາມາດປ້ອງກັນການຖືພາໄດ້ຄືກັບການກິນຢາເມັດຄຸມກໍາເນີດຊະນິດທົ່ວໄປທີ່ກິນທຸກມື້ ແລະ ທີ່ສໍາຄັນແມ່ຍິງຜູ້ທີ່ກິນຢາເມັດຄຸມກໍາເນີດສຸກເສີນເປັນປະຈໍາມັກຈະມີຜົນຄ້າງຄຽງຫລາຍ.

ຖ້າທ່ານມີຄໍາຖາມທີ່ຍັງສົງໃສ ແລະ ບໍ່ເຂົ້າໃຈ ກະລຸນາຕິດຕໍ່ເຮົາໄດ້ທີ່
ຄຣິກບ່ອນນີ້
//hukmiplan.com/wp-content/uploads/2019/01/Asset-1.png
Facebook Messenger
ໂທ: 020 555 666 17
//hukmiplan.com/wp-content/uploads/2019/01/Asset-2.png
ເບີໂທສາຍດ່ວນ

ຄົ້ນຫາຜູ້ໃຫ້ບໍລິການ: