ຂ່າວ

ຈາກອະດີດຄົນລ້າງຫ້ອງນໍ້າ!!! ສູ່ຜູ້ອໍານວຍການດ້ານການບິນຂອງນາຊ່າ

ໄດ້ຖືກສ້າງຂື້ນວັນທີ

ໃຜຈະຮູ້ວ່າເບື້ອງຫຼັງຄວາມສໍາດເລັດຂອງນາຊ່າການນໍາຍານລົງຈອດເທິງດາວອັງຄານໄດ້ນັ້ນ ສ່ວນໜຶ່ງມາຈາກເດັກຍິງທີ່ເວົ້າພາສາອັງກິດບໍ່ໄດ້ ແຕ່ກໍຍັງຕິດສິນໃຈເດີນທາງເຈົ້າສະຫະລັດອາເມລິກາເພຶ່ອເດີນຕາມຄວາມຝັນ ໄດອານາ ໃຫ້ສໍາພາດວ່າ ລາວເຕີບໂຕມາໃນຄອບຄົວທີ່ຜູ້ຊາຍເປັນໃຫຍ່ ແລະ ຜູ້ຍິງຕ້ອງຢູ່ບ້ານເພື່ອດູແລຄອບຄົວ ທີ່ຄອຍປະຕິບັດສາມີເທົ່ານັ້ນ ການທີ່ໄດ້ກ້າວມາຢູ່ໃນຈຸດນີ້ກໍເພື່ອຕ້ອງການພິສູດໃຫ້ຄົນອື່ນເຫັນວ່າພວກເຂົາຄິດຜິດ ສັງຄົມທີ່ລາວເຕີບໃຫຍ່ມານັ້ນ ບໍ່ກ້າແຕ່ຈະມີຄວາມຝັນ ເພາະສັງຄົມ ແລະ ສະພາບແວດລ້ອມເຮັດໃຫ້ຮູ້ສຶກວ່າບໍ່ຢາກມີອານາຄົດ ໄດອານາ ຢາກໃຫ້ຕົວເອງເປັນແຮງບັນດານໃຈໃຫ້ກັບເດັກທຸກຄົນ. ໄດອານາ ເປັນແມ່ຍິງທີ່ເວົ້າພາສາອັງກິດບໍ່ໄດ້ແຕ່ກໍຍັງຕິດສິນໃຈເຂົ້າມາສຶກສາ ແລະ ຍັງມີເງິນຕິດຕົວພຽງແຕ່ 9,000 ບາດ ແຖມຍັງເຮັດວຽກເປັນຄົນລ້າງຫ້ອງນໍ້າເພື່ອສົ່ງເສີມຕົວເອງຮຽນ ຈົນໃນທີ່ສຸດກໍໄດ້ເຂົ້າສຶກສາທີ່ ມະຫາວິທະຍາໄລ ຟໍລິດາ ໃນວິຊາເອກວິສາວະກໍາການບິນ ແລະ ອາວາກາດ ເຊຶ່ງເປັນພຽງແມ່ຍິງຄົນທໍາອິດຂອງຊາວລະຕິນທີ່ເຊົ້າສຶກສາໃນດ້ານນີ້ ໄດອານາ ໄດ້ຮັບການສະໜັບສະໜຸນຈາກອາຈານໃຫ້ສະໝັກເຂົ້າຮຽນໃນສະຖາບັນ NASA Academy ແລະ ແນ່ນອນວ່າ ໄດອານາ ເຮັດໃຫ້ນາຊ່າຕັດສິນໃຈຮັບຮອງເອົາເຂົ້າເຮັດວຽກທັນທີຫຼັງຮຽນຈົບ ດ້ວຍຄວາມມຸ້ງໝັ້ນບວກກັບຄວາມສາມາດທີ່ເຮັດໃຫ້ໄດ້ເຂົ້າຮ່ວມໂຄງການຕ່າງໆທີ່ສໍາຄູຄັນຫຼາຍໂດຍສະເພາະໂຄງການຍານສໍາຫຼວດ Perseverance ของ NASA ທີ່ ໄດອານາ ໄດ້ຮັບໜ້າທີ່ເປັນຜູ້ອໍານວຍການດ້ານການບິນ ໃນການສົ່ງຍາານອອກໄປເພື່ອສໍາຫຼວດດາວອັງຄານ. ຍານສໍາຫຼວດ (Perseverance Mars Rover) ໃຊ້ເວລາກວ່າ 10​ ເດືອນ ໃນການລົງຈອດໃນດາວເຄາະ […]

ເປັນແມ່ຍິງຢ່າຢຸດເຮັດວຽກ ຢ່າຢຸດຫາເງິນເອງ

ໄດ້ຖືກສ້າງຂື້ນວັນທີ

ແຕ່ກ່ອນ ເຮົາຈະເຫັນໄດ້ວ່າການມີຄອບຄົວນັ້ນ ຜູ້ຊາຍຈະຕ້ອງເປັນຄົນເບິ່ງແຍງຄອບຄົວ ເຮັດໜ້າທີ່ເປັນຜູ້ນໍາຄອບຄົວ ເຮັດວຽກ – ຫາເງິນເພື່ອນໍາເອົາມາໃຊ້ຈ່າຍພາຍໃນຄອບຄົວ ເພາະຄິດວ່າຜູ້ຊາຍເກັ່ງກວ່າ ສ່ວນແມ່ຍິງນັ້ນກໍລ້ຽງລູກ – ເຮັດວຽກຢູ່ເຮືອນ ແຕ່ໃນປັດຈຸບັນນີ້ຫຼາຍໆຢ່າງໄດ້ປ່ຽນແປງໄປແລ້ວ ການທີ່ເກີດມາເປັນແມ່ຍິງບໍ່ແມ່ນວ່າຈະເຮັດວຽກບໍ່ໄດ້ ບໍ່ແມ່ນວ່າຈະສະຫຼາດໜ້ອຍກວ່າຜູ້ຊາຍ ແມ່ຍິງສະໄໝນີ້ຫຼາຍໆຄົນຍັງເຮັດວຽກເກັ່ງກວ່າຜູ້ຊາຍ ທັງວຽກນອກບ້ານ ແລະ ວຽກໃນພາຍໃນບ້ານ ແມ່ຍິງບໍ່ວ່າຈະໂສດ ຫຼືຈະມີແຟນແລ້ວກໍຕາມ ຈື່ເອົາໄວ້ເລີຍວ່າຢ່າຢຸດເຮັດວຽກ ຢ່າຢຸດຫາເງິນເອງ ເພາະບໍ່ມີຜູ້ຊາຍຄົນໃດທີ່ຈະມັກຜູ້ຍິງທີ່ບໍ່ເຮັດວຽກ ນັ່ງໆ ນອນໆ ໄປແຕ່ລະມື້ ໂດຍບໍ່ເຮັດຫຍັງເລີຍ ບໍ່ວ່າເຈົ້າຈະໂສດ, ​ມີແຟນ ຫຼືແຕ່ງງານແລ້ວ ບໍ່ວ່າແຟນຂອງເຮົາຈະສາມາດເບິ່ງແຍງເຮົາໄດ້ ຫຼືສະໜັບສະໜູນເຮົາໄດ້ດີພຽງໃດກໍຕາມ ສິ່ງທີ່ສໍາຄັນທີ່ສຸດນັ້ນຄື ຢ່າຢຸດຫາເງິນເອງ ແມ່ຍິງທີ່ຫາເງິນເອງໄດ້ ເປັນຄົນທີ່ມີກຽດ ແລະ ສັງຄົມຄົນອ້ອມຂ້າງຈະຍອມຮັບ. ການທີ່ເຮົາເປັນແມ່ຍິງທີ່ບໍ່ຕ້ອງເພິ່ງພາຄົນອື່ນນັ້ນມັນເທ່ຫຼາຍ, ຄລູກວ່າ, ດູດີກວ່າ, ສະບາຍໃຈກວ່າ ສິ່ງໃດທັງໝົດ ການທີ່ເຮົາໃຊ້ເງິນທີ່ເຮົາຫາມາດ້ວຍຕົນເອງເຮົາຈະຈ່າຍເທົ່າໃດກໍໄດ້ ແລະ ຊື້ຫຍັງກໍໄດ້ໂດຍບໍ່ຕ້ອງມານັ່ງຄິດກັງວົນຫຍັງເລີຍ ແລະ ການທີ່ມີຊີວິດຢູ່ດ້ວຍການໃຊ້ຈ່າຍເງິນຂອງຄົນອື່ນນັ້ນ  ຈະເຮັດໃຫ້ເຮົາເຄົາລົບຕົນເອງໜ້ອຍລົງ ດົນໆໄປເຮົາກໍຈະບໍ່ຮູ້ເຖິງຄວາມພູມໃຈຂອງເຮົາ ແລະ  ບໍ່ຮູ້ຈັກຄຸນຄ່າຂອງຕົນເອງເລີຍ ຂອບໃຈຂໍ້ມູນຈາກ: DEKWAT999.COM ___ […]

ສາວໆຄວນຮູ້!! ວິທີເພີ່ມສະເໜ່ໃຫ້ຕົວເອງ ດ້ວຍການເປັນຄົນມີ Passion… ?

ໄດ້ຖືກສ້າງຂື້ນວັນທີ

Hello ເຫຼົ່າສາວທັນສະໄໝທັງຫຼາຍ ມື້ນີ້ເຮົາຈະມາວ່າກັນດ້ວຍເລື່ອງຂອງ Passion ຫຼືສິ່ງທີ່ເຮົາມັກຮັກ ຈົນເຖິງຂັ້ນຫຼົງໃຫຼນັ້ນເອງ ນະຈຸດນີ້ ຈຸດທີ່ສາວໆຕ້ອງຢູ່ໃນສັງຄົມທີ່ທຸກຢ່າງປ່ຽນແປງໄວ ເຮັດໃຫ້ຊີວິດເຮົາຕ້ອງແປປວນໄປນໍາ! ສະນັ້ນ ການຮັບມືກັບສະຖານະການແບບນີ້ ເຮົາຈຳເປັນຕ້ອງມີຈຸດຢືນ ເປັນຕົວຂອງຕົນເອງ ໂດຍອາໄສ Passion ປະຈຳຕົວໃຜມັນນັ້ນເອງ .. ສໍາລັບໃຜທີ່ກໍາລັງສົງໄສວ່າ Passion ແມ່ນຫຍັງ? ຂໍບອກວ່າ ມັນຄືສິ່ງທີ່ເຮັດໃຫ້ເຮົາສາມາດຈົມຢູ່ໄດ້ໝົດມື້ໂດຍບໍ່ເບື່ອ! ຕ່າງກັບງານອະດິເລກບ່ອນວ່າ ການເຮັດງານອະດິເລກເຮົາເຮັດແກ້ເຫງົາ ຫຼືເຮັດໃນຕອນທີ່ວ່າງ ແຕ່ Passion ຄືສິ່ງທີ່ເຮົາຮັກ ແລະ ສາມາດມີຄວາມສຸກກັບມັນຢ່າງແທ້ຈິງໄດ້ແນວໃດລະສາວໆ ນີ້ແຫຼະຄືສິ່ງທີ່ຈະເຮັດໃຫ້ສາວໆໂດດເດັ່ນ ໃຊ້ຊີວິດຢ່າງໝັ້ນໃຈ ແລະມີສະເໜ່ສຸດໆໃນຍຸກນີ້! ແຕ່ສໍາລັບໃຜທີ່ຍັງຊອກ Passion ຂອງຕົວເອງບໍ່ພົບ ກໍຢ່າຟ້າວກັງວົນໄປ ເພາະມື້ນີ້ ຂວັນໃຈ ກໍໄດ້ສັນຫາມາຕ້ອນແລ້ວເດີ້ ໄປເບິ່ງພ້ອມກັນເລີຍ! ຮູ້ກ່ອນມີສະເໜ່ກ່ອນເດີ້ສາວໆ!! ໃຫ້ຄວາມຮູ້ສຶກຊ່ວຍບອກ: ນະຈຸດໆນີ້ ຄວາມຮູ້ສຶກຂອງເຮົາເທົ່ານັ້ນ ທີ່ຈະຊ່ວຍບອກທຸກຢ່າງວ່າມັກຫຍັງ ຫຼືບໍ່ມັກຫຍັງ ເພາະຄວາມຮູ້ສຶກມັນບໍ່ເຄີຍຕົວະ ລອງສັງເກດ ແລະ ຖາມໃຈຕົວເອງເບິ່ງວ່າ ແມ່ນຫຍັງທີ່ເຮັດໃຫ້ເຮົາມີຄວາມສຸກທຸກຄັ້ງທີ່ໄດ້ເຫັນ (ຍົກເວັ້ນຜູ້ຊາຍເດີ້!) ສາມາດເຮັດໄດ້ເລື້ອຍໆໂດຍບໍ່ຮູ້ສຶກເບື່ອໜ່າຍ ຫຼືກົດດັນ ອາດຈະເປັນສິ່ງງ່າຍໆອ້ອມຕົວເຊັ່ນ: […]

ອາການ “ເຈັບທ້ອງ” ທີ່ບົ່ງບອກເຖິງພະຍາດ!!

ໄດ້ຖືກສ້າງຂື້ນວັນທີ

ປັດຈຸບັນປັດໃຈສ່ຽງຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາແມ່ນມີຫຼາຍແນວ ບໍ່ວ່າຈະເປັນ ສະພາບອາດກາດທີ່ປ່ຽນແປງ, ການພັກຜ່ອນບໍ່ພຽງພໍ, ເລື່ອງອາຫານການກິນ ແລະ ອື່ນໆອີກຫຼາຍຢ່າງ….ເຊິ່ງສົ່ງຜົນກະທົບຕໍ່ຮ່າງກາຍທັງພາຍໃນ ແລະ ພາຍນອກ ເຮັດໃຫ້ເຮົາເກີດອາການເຈັບໄຂໄດ້ປ່ວຍໄດ້ງ່າຍ ເປັນຕົ້ນແມ່ນອາການເຈັບທ້ອງທີ່ສາມາດເກີດຂຶ້ນໄດ້ທຸກຄົນ ບໍ່ວ່າຈະເປັນຜູ້ຍິງ ຫຼືຜູ້ຊາຍ, ທັງຜູ້ໃຫຍ່ ແລະ ເດັກນ້ອຍ ນັ້ນເອງ. ອາການ ເຈັບທ້ອງ ເປັນອາການທີ່ພົບເຫັນໄດ້ເລື້ອຍໆ ແຕ່ເຄີຍສົງໄສບໍ່ວ່າອາການເຈັບເຫຼົ່ານີ້ ເປັນຍ້ອນສາເຫດຫຍັງ? ແລະ ອາການເຈັບແຕ່ລະແບບແມ່ນບົງບອກວ່າເຮົາເປັນຫຍັງ? ອາການ ເຈັບທ້ອງ ສາມາດບອກພະຍາດໄດ້ດັ່ງນີ້: ເຈັບບໍລິເວນຂ້າງເບື້ອງຂວາ ເປັນຕຳແໜ່ງຂອງຕັບ, ຖົງນໍ້າດີ ແລະ ມ້າມ ເຈັບບໍລິເວນກາງຕົວ ເປັນຕຳແໜ່ງຂອງກະເພາະອາຫານ ຕັບ ແລະ ກະດູກລິ້ນປີ່ ເຈັບບໍລິເວນບັ້ນເອວເບື້ອງຂວາ ຫຼື ຊ້າຍ ເປັນຕຳແໜ່ງຂອງທໍ່ໄຕ, ໄຕ ແລະ ລຳໃສ້ໃຫ່ຍ ເຈັບບໍລິເວນອ້ອມສະບື ກົງກັບຕຳແໜ່ງລຳໃສ້ນ້ອຍ ເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນ ໄສ້ຕິ່ງ ເຈັບບໍລິເວນທ້ອງນ້ອຍບື້ອງເຂວາ ເປັນຕຳແໜ່ງ ໃສ້ຕິ່ງ, ທໍ່ໄຕ ແລະ ປີກມົດລູກ ເຈັບບໍລິເວນທ້ອງນ້ອຍບ່ອນເຄິ່ງກາງ […]

ນັ່ງເຮັດວຽກດົນໆ ພະຍາດລຸມແທ້!! ແນະນໍາ 5 ວິທີຢືດເສັ້ນສໍາລັບສາວ Office ເຮັດໄດ້ງ່າຍໃຊ້ພື້ນທີ່ບໍ່ຫຼາຍ

ໄດ້ຖືກສ້າງຂື້ນວັນທີ

ສາວໆ Office ຫຼາຍຄົນທີ່ຕ້ອງນັ່ງເຮັດວຽກຢູ່ບ່ອນເກົ່າເປັນເວລາດົນ ບາງຄັ້ງກະມ່ວນກັບການເຮັດວຽກຈົນເຜີບຶດດຽວກໍຄົບ 8 ຊົ່ວໂມງແລ້ວ ບາງຄັ້ງກໍວຸ້ນກັບວຽກຈົນບໍ່ເໜັງໄປໃສ ປິ່ນໄປປິ່ນມາ ມີເວລາລຸກແຕ່ໄປກິນເຂົ້າທ່ຽງ ຈົນເປັນສາເຫດເຮັດໃຫ້ເກີດອາການປວດຫຼັງ-ປວດແອວຕາມມາ!! ມີ້ນີ້ ຂວັນໃຈມີເຄັດລັບດີໆມາຕ້ອນສາວໆກັນ ກັບ 5 ທ່າຢືດເສັ້ນຢືດສານສໍາລັບຄົນທີ່ຕ້ອງນັ່ງເຮັດວຽກດົນໆ ຄວນເຮົາ!!! ທ່າທີ 1: Cow Face Pose ນັ່ງຕັ່ງອີ້ແລ້ວຢືດລໍາຕົວຊື່ ຍົກແຂນຂ້າງໜຶ່ງແລ້ວເອື້ອມໄປຈັບຈັບກັບມືອີກເບື້ອງໜຶ່ງທາງດ້ານຫຼັງ ຄ້າງທ່ານີ້ໄວ້ 20-30 ວິນາທີ ແລ້ວເຮັດສະລັບຂ້າງກັນໃນທ່າເກົ່າ ທ່ານີ້ຈະຊ່ວຍຢືດບ່າໄຫຼ່ ແລະ ເຮັດໃຫ້ແຜ່ນຫຼັງຢືນຊື່ ຖ້າບໍ່ສາມາດຍື້ມືໃຫ້ເຖິງກັນໄດ້ ໃຫ້ນໍາເອົາຜ້າແພເປັນຕົວກາງແລ້ວຈັນປາຍແພທັງສອງຂ້າງແທນໄດ້ ທ່າທີ 2 : Overhead Stretch ເລີ່ມຈາກການຢືນເອົາມືກັບພະນັກຕັ່ງອີ້ ຖອຍຫຼັງອອກໄປປະມານ 2 ກ້າວ ອ້າຂາເທົ່າກັບຄວາມກວ້າງຂອງບ່າໄຫຼ່ ແລ້ວກົດໜ້າເອິກລົງໂດຍທີ່ຢຽດແຂນຕຶງ ຈະຊ່ວຍເປີດບ່າໄຫຼ່ ແລະ ຊ່ວຍຢືດບໍລິເວນກ້າມເນື້ອຫຼັງ ບໍລິເວນປີກ ແລະ ເອິກ ຄ້າງທ່ານີ້ໄວ້ 20-30 ວິນາທີ ທ່າທີ 3 : Seated […]

ຫຼາຍປະເທດ! ກຽມປັບການເຮັດວຽກ 4 ມື້ຕໍ່ອາທິດ

ໄດ້ຖືກສ້າງຂື້ນວັນທີ

ໃນປັດຈຸບັນຫຼາຍໆຄົນຄົງຈະຮູ້ວ່າຫຼາຍໆປະເທດຍັງໄດ້ມີການເຮັດວຽກໃຊ້ເວລາ 5-6 ມື້ຕໍ່ອາທິດ ແລະ ອີງຕາມນະໂຍບາຍຂອງແຕ່ລະອົງກອນ. ຫຼ້າສຸດເມື່ອບໍ່ດົນ!!! ມີບາງປະເທດ!!! ກຽມທົດລອງໃຫ້ມີການເຮັດວຽກ 4 ມື້ຕໍ່ອາທິດ ຄາດວ່າຈະເຮັດໃຫວຽກນອອກມາໄດ້ປະສິດທິພາບຫຼາຍກວ່າການເຮັດວຽກເຕັມ 5 ມື້ຕໍ່ອາທິດ ປະເທດສະເປນໄດ້ເລີ່ມມີການທົດລອງແລ້ວ ແລະ ບໍ່ມີການຫັກລາຍໄດ້ ຊຶ່ງຍັງຊ່ວຍໃຫ້ການເຮັດວຽກມີປະສິດທິພາບຂຶ້ນອີກດ້ວຍ. ໃນປະເທດຍີ່ປຸ່ນ,​ນິວຊີແລນ ແລະ ຟິນແລນ ກໍຕ່າງພາກັນຜັກດັນໃຫ້ໃຊ້ແນວທາງນີ້ໃນການເຮັດວຽກ ແລະ ຍັງສະໜັບສະໜູນໃຫ້ຫຼຸດເວລາໃນການເຮັດວຽກລົງເຫຼືອພຽງວັນລະ 6 ຊົ່ວໂມງ.​ ໃຜທີ່ສົງໄສວ່າການເຮັດວຽກແບບນີ້ດີແທ້ ຫຼືບໍ່?​Microsoft​ japan ໄດ້ທົດທອງຢຸດວຽກທຸກໆວັນສຸກໃນເວລາ 1 ເດືອນ ປະກົດວ່າການ້ຮັດວຽກເຮັດໃຫ້ໄດ້ປະສິດທິພາບຫຼາຍຂຶ້ນເຖິງ 40% Kate Soper ສາດສະດາຈານວິທະຍາໄລ London Metropolitan ໄດ້ກ່າວວ່າ ການຜິດຖຽງກັນໃນເລື່ອງການຫຼຸດເວລາການເຮັດວຽກລົງຕໍ່ອາທິດຈະຢູ່ຍາວນານ ແລະ ອາດຈະນໍາມາໃຊ້ໃນເຕັກໂນໂລຊີແບບອໍໂຕ້ມາຮອງຮັບກໍເປັນໄດ້. ການເຮັດວຽກແບບນີ້ອາດຈະສົ່ງຜົນດີຕໍ່ກັບທຸກຝ່າຍ ທັງເລື່ອງສຸຂະພາບ-ຄວາມສຸກຂອງພະນັກງານ… ແລະ ທີ່ສໍາຄັນການໃຊ້ລະບົບນີ້ເຮັດໃຫ້ເສດຖະກິດ,​ການທ່ອງທ່ຽວ ແລະ ສິ່ງແວດລ້ອມດີຂຶ້ນອີກດ້ວຍ.​ ແອັດຫວັງວ່າປະເທດລາວກໍໜ້າຈະມີຄືກັນເນາະ… ___ ຂໍ້ມູນເພີ່ມຕື່ມ:ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 […]

ອາຫານເຊົ້າສຳຄັນແທ້ບໍ່???

ໄດ້ຖືກສ້າງຂື້ນວັນທີ

ອາຫານທຸກມື້ລ້ວນແລ້ວແຕ່ມີຄວາມສຳຄັນທັ້ງນັ້ນ ແລະ ບັນດາອາຫານແຕ່ລະຄາບທີ່ເຮົາກິນຄາບທີ່ສຳຄັນທີ່ສຸດຄື “ອາຫານເຊົ້າ” ເນື່ອງຈາກວ່າຮ່າງກາຍອົດອາຫານມາຕະຫຼອດທັ້ງຄືນ ອານຫານເຊົ້າຈິ່ງເປັນສິ່ງທີ່ສໍາຄັນຫລາຍ ເພາະຮ່າງກາຍຕ້ອງໃຊ້ພະລັງງານຈາກອາຫານແລງໄປລ້ຽງຫົວໃຈໃຫ້ສູບສີດເລືອດໄປລ້ຽງຮ່າງກາຍພໍຕື່ນເຊົ້າມາ ຫຼັງຈາກ 9-10ໂມງ ເຮົາຈະເລີ່ມຫິວເຂົ້າ ດັ່ງນັ້ນຈິ່ງຕ້ອງກິນເຂົ້າເຊົ້າໄປທົດແທນພະລັງງານທີ່ເສຍໄປ ອີກທັ້ງອາຫານເຊົ້າຍັງເຕີມພະລັງງານໃຫ້ກັບຮ່າງກາຍແລະສະໝອງ ເຮັດໃຫ້ສະໝອງຂອງເຮົາເຮັດວຽກໄດ້ຢ່າງມີປະສິດທິພາບຕະລອດທັ້ງມື້ ການກິນເຂົ້າເຊົ້າຍັງຊ່ວຍປ້ອງກັນພະຍາດເບົາຫວານ,ພະຍາດຫົວໃຈ,ພະຍາດອັນໄຊເມິ້,ພະຍາດກົດໄຫລຍ້ອນ ແລະ ພະຍາດໜິ້ວ ແລະ ຍັງມີອີກໜຶ່ງສາເຫດສຳຄັນທີ່ເຮັດໃຫ້ຄົນບໍ່ກິນເຂົ້າເຊົ້າ ເພາະມີຄວາມເຂົ້າໃຈຜິດຄິດວ່າການຈະລົດນ້ຳໜັກຕ້ອງອົດອາຫານ ແທ້ຈິງແລ້ວຄົນທີ່ບໍ່ກິນອາຫານເຊົ້າຍິ່ງຈະເຮັດໃຫ້ຕຸ້ຍ ເພາະເມື່ອບໍ່ກິນໃນຊ່ວງ 10-12ໂມງ ກ່ອນເວລາອາຫານທ່ຽງຍິ່ງຈະເຮັດໃຫ້ຮ່າງກາຍຫິວໂຫຍ ສະໝອງຈະຫຼັ່ງສານເຄມີເພື່ອໃຫ້ເຮົາກິນອາຫານຫຼາຍຂຶ້ນ ເຮັດໃຫ້ກິນຈຸກິນຈິກ ແລະ ຈະກິນອາຫານທ່ຽງແລະແລງຫຼາຍຂຶ້ນເຮັດໃຫ້ຕຸ້ຍໄດ້ ເພາະໄດ້ຮັບພະລັງງານ ແລະ ຄົນທີ່ບໍ່ກິນເຂົ້າເຊົ້າຈະເຮັດໃຫ້ປະສິດທິພາບໃນການເຜົາຜານຫຼຸດລົງເຖິງ10% ສະນັ້ນການອົດອາຫານເພຶ່ອລົດນໍ້າໜັກຈິ່ງບໍ່ແມນວິທີທີ່ຖືກຕ້ອງ ແລະ ບໍ່ຄວນປະຕິບັດຈົນກາຍເປັນກິດຈະວະປະຈຳວັນຂອງຕົວເອງ ຂອບໃຈຂໍ້ມູນຈາກ: https://www.thaihealth.or.th/Content/37944- ___ ຂໍ້ມູນເພີ່ມຕື່ມ:ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 ຂໍ້ຄວາມ: https://www.facebook.com/HukMiPlan/inbox/ເວັບໄຊທ: hukmiplan.comຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg#ຮັກມີແຜນ#ຖາມເອື້ອຍໄດ້

ເຄັດລັບແກ້ອາການໝົດໄຟໃນການເຮັດວຽກ!!!

ໄດ້ຖືກສ້າງຂື້ນວັນທີ

ໄປເຮັດວຽກມື້ໃດກະຮູ້ສຶກເບື່ອ ໄດ້ແຕ່ເຝົ້າເບິ່ງໂມງວ່າເມື່ອໃດຈະຮອດໂມງເລີກວຽກ ຖ້າເຈົ້າມີຊີວິດແຕ່ລະມື້ໄປເພື່ອໃຫ້ຮອດດເວລາເລີກວຽກຢ່າງດຽວ ນັ້ນເປັນເພາະວ່າເຈົ້າເລີ່ມໝົດ Passion ຫຼືໝົດໄຟ ໃນການເຮັດວຽກແລ້ວ ເຊິ່ງສາເຫດຫຼັກໆ ມັກຈະມາຈາກການເຮັດວຽກເກົ່າໆ ຊໍ້າໆ ຊາກໆ ເງິນເດືອນກໍໜ້ອຍ ຢູ່ແຕ່ໃນສະພາບແວດລ້ອມເກົ່າໆ ເຮັດວຽກໜັກເກີນໄປ ເຄຼຍເທົ່າໃດກໍບໍ່ໝົດຈັກເທື່ອ… ຖ້າໃຜທີ່ກໍາລັງເປັນແບບນີ້ຢູ່ ລອງມາຈູດໄຟໃຫ້ກັບຕົວເອງອີກຄັ້ງ ກັບ 5 ເຄັດລັບທີ່ ຮັກມີແຜນ ນໍາມາຕ້ອນກັນໃນມື້ນີ້ເບິ່ງເດີ້!!! 1. ຄົ້ນຫາເຫດຜົນໃຫ້ພົບ ສິ່ງທີ່ຈະດັບທຸກໄດ້ກໍຄື ສາເຫດ ຖ້າເຮົາຮູ້ສາເຫດ ເຮົາຈຶ່ງຈະຊອກຫາທາງອອກພົບວ່າ ທຸກແບບນີ້ຄວນໃຊ້ວິທີແກ້ໄຂແບບໃດ ກ່ອນອື່ນເລີຍ ຖາມຕົວເອງກ່ອນວ່າ ເປັນຫຍັງເຮົາຈຶ່ງຮູ້ສຶກເບື່ອກັບວຽກທີ່ເຮັດ ເປັນຫຍັງເຮົາຈຶ່ງບໍ່ຢາກເຮັດຫຍັງເລີຍ ເພາະວຽກເກົ່າໆ ຫົວໜ້າເຂັ້ມງວດເກີນໄປ ເງິນເດືອນບໍ່ດຶງດູດພໍ ຫຼືເລີ່ມໝົດຄວາມມ່ວນກັບວຽກທີ່ເຮັດ ຫຼືເຫດຜົນອື່ນໆ ຖ້າເຈົ້າພົບແລ້ວ ກໍຄ່ອຍໆຊອກຫາວິທີແກ້ໄຂໃຫ້ຖືກຈຸດຕໍ່ໄປຈ່າ 2. ມ່ວນໄປກັບເປົ້າໝາຍໃໝ່ໆ ກັບວຽກເກົ່າໆ ກ່ອນທີ່ຈະເບິ່ງໄປເຖິງອະນາຄົດທີ່ໄກໆ ເຮົາມາເບິ່ງເປົ້າໝາຍໃນວຽກປະຈໍາທີ່ເຮັດຢູ່ກັນດີກວ່າ ບາງເທື່ອການວາງແຜນໄປໄກເກີນໄປ ກໍເຮັດໃຫ້ເຮົາເປັນກັງວົນ ແລະ ຈິດໃຈບໍ່ສະຫງົບລ່ອງລອຍໄປໄກ ແຕ່ການກໍານົດເປົ້າໝາຍໄລຍະສັ້ນ ຈະເຮັດໃຫ້ເຮົາຫັນມາ Focus ສິ່ງທີ່ໃມກ້ຕົວຫຼາຍຂຶ້ນ ເຮົາເຂົ້າມາເຮັດວຽຫບ່ອນນີ້ເພື່ອຫຍັງ ແລ້ວຈຸດແຮງບັນດານໃຈໃຫ້ເຮົາົຄວ້າສິ່ງທີ່ໃຝ່ຝັນໃຫ້ສໍາເລັດ ຫຼືຈະເປັນເປົ້າໝາຍໃໝ່ໆ ໃນວຽກເກົ່າໆ ກໍໄດ້ ສິ່ງນີ້ຈະກະຕຸ້ນໃຫ້ເຮົາຢາກເຮັດນີ້ເຮັດນັ້ນ ເພື່ອໃຫ້ບັນລຸເປົ້າໝາຍ ເມື່ອຮູ້ຕົວອີກຄັ້ງກໍເພີດເພີນໄປກັບສິ່ງທີ່ເຮັດ ຈົນບໍ່ມີເວລາໄປນຶກເຖິວເລື່ອງອື່ນເລີຍຈ່າ… 3. […]

ບໍ່ຢາກໃຫ້ເຊື່ອແຕ່ຢາກໃຫ້ລອງ!!! ລວມແນວຄິດພັດທະນາຕົວເອງ ເພື່ອກ້າວໄປເປັນຜູ້ສົບຄວາມສໍາເລັດໃນການເຮັດວຽກ

ໄດ້ຖືກສ້າງຂື້ນວັນທີ

ການເຮັດວຽກໃນຄວາມຄິດຂອງໃຜຫຼາຍຄົນ ກໍຄື ການເຮັດວຽກໃຫ້ຜົນງານອອກມາດີທີ່ສຸດ ຫຼືເຮັດໃນໜ້າທີ່ທີ່ຕົນເອງຮັບຜິດຊອບຢ່າງເຕັມຄວາມສາມາດ ແລະ ທີ່ຫຼາຍຄົນເຂົ້າໃຈວ່າ ນີ້ຄືຄວາມສໍາເລັດໃນໜ້າທີ່ການງານນັ້ນເອງ ແຕ່ສິ່ງໜຶ່ງທີ່ເຈົ້າອາດຈະເບິ່ງຂ້າມໄປ ນັ້ນກໍຄື ການພັດທະນາຕົນເອງຢູ່ສະເໝີ ແລ້ວແນວຄິດການພັດທະນາາຕົນເອງນັ້ນ ຈະເປັນຮູບແບບໃດ ມາເບິ່ງລາຍລະອຽດພ້ອມໆກັນເລີຍ… ບໍ່ຢຸດຢັ້ງໃນການພັດທະນາ ຜູ້ທີ່ປະສົບຄວາມສໍາເລັດໃນໜ້າທີ່ການງານໄດ້ ຈໍາເປັນຕ້ອງມີການພັດທະນາຕົນເອງຢູ່ຕະຫຼອດເວລາ ບໍ່ວ່າຈະເລື່ອງຂອງບຸກຄະລິກ ພຶດຕິກໍາ ຫຼືແມ່ນແຕ່ວິທີການເຮັດວຽກ ເຈົ້າຈະຕ້ອງຮູ້ຈັກສໍາຫຼວດ ແລະປະເມີນຕົວເອງຢ່າງສະໝໍ່າສະເໝີ ຊອກຂໍ້ດີ ແລະ ຂໍ້ເສຍເພື່ອປັບປຸງ ຕົວຢ່າງ ຖ້າບໍ່ເກັ່ງພາສາອັງກິດ ແຕ່ຈໍາເປັນຕ້ອງໃຊ້ໃນການເຮັດວຽກ ເຈົ້າຕ້ອງສຶກສາ ແລະ ຮຽນຮູ້ໃຫ້ເກັ່ງຂຶ້ນ ເພື່ອຄວາມງ່າຍໃນການເຮັດວຽກ ແລະ ຈະເຮັດໃຫ້ເຈົ້າມີໂອກາດປະສົບຄວາມສໍາເລັດໃນໜ້າທີ່ການງານຫຼາຍຂຶ້ນ. ຄິດບວກ ເບິ່ງໂລກໃນແງ່ດີສະເໝີ ຄວາມຄິດບວກເປັນສ່ວນຊ່ວຍໃຫ້ເຈົ້າເຮັດວຽກໄດ້ຢ່າງມີຄວາມສຸກຫຼາຍຂຶ້ນ ເມື່ອພົບອຸປະສັກ ຫຼືບັນຫາຕ່າງໆ ໃນການເຮັດວຽກ ພຽງແຕ່ເຮົາມີຄວາມຄິດໃນທາງທີ່ດີ ເຮົາກໍສາມາດກ້າວຂ້າມບັນຫາເຫຼົ່ານັ້ນໄປໄດ້ໂດຍງ່າຍ… ຄວາມສໍາເລັດໃນການເຮັດວຽກຈະບໍ່ມາເຖິງໃນມື້ນີ້ ມື້ອື່ນ ແຕ່ຕ້ອງມາຫາເຈົ້າຈັກມື້ ເຮົາເຊື່ອວ່າ ການຄິດແຕ່ເລື່ອງດີໆ ຫຼືການເບິ່ງໂລກໃນແງ່ດີ ຈະເຮັດໃຫ້ການເຮັດວຽກຂອງເຈົ້າມີຄວາມສຸກໄດ້. ມຸ່ງໝັ້ນອົດທົນ ຄວາມອົດທົນເປັນພະລງຂອງຄວາມສໍາເລັດ ການອົດທົນຕໍ່ຄໍາເວົ້າ ຕໍ່ພຶດຕິກໍາການໝິ່ນປະມາດ ອົດທົນຕໍ່ຄວາມຕຶງຄຽດໃນການເຮັດວຽກ ເປັນສິ່ງສໍາຄັນ ແລະ ເປັນສິ່ງຊຸກຍູ້ໃຫ້ເຈົ້າກ້າວໄປຫາຄວາມສໍາເລັດໄດ້ຢ່າງໄວວາ ເພາະທຸກໆອາຊີບຈະຕ້ອງພົບກັບບັນຫາບໍ່ເລື່ອງໃດກໍເລື່ອງໜຶ່ງ […]

ສິ່ງທີ່ຄວນຮູ້ ກ່ອນອາຍຸ 30 !

ໄດ້ຖືກສ້າງຂື້ນວັນທີ

ໃນຊີວິດຂອງການເຮັດວຽກນັ້ນ ບາງຄົນອາດຈະເລີ່ມຕົ້ນໄວ ອາຍຸ 20 ປີຕົ້ນໆ ກໍເລີ່ມເຮັດວຽກແລ້ວ ແຕ່ບາງຄົນກໍເລີ່ມຕົ້ນຊ້າ ແຕ່ທັງນີ້ທັງນັ້ນ ທຸກໆ ການເລີ່ມຕົ້ນຂອງທຸກຄົນກໍມີຈຸດປະສົງດຽວກັນຄືການປະສົບຄວາມສໍາເລັດ!!! ມື້ນີ້ ຂວັນໃຈ ຂໍມາສົ່ງທ້າຍເດືອນສິງຫາ ກັບ 13 ຂໍ້ຄິດ ໃນຊີວິດການເຮັດວຽກ ທີ່ສາວໆ ຄວນຮູ້ກ່ອນອາຍຸ 30 ເຊິ່ງຈະມີຫຍັງແດ່ນັ້ນ ໄປເບິ່ງພ້ອມກັນເລີຍ… ຊີວິດການເຮັດວຽກກໍຄືການແລ່ນມາຣາທອນ ຄວນແລ່ນໃຫ້ໄວໃນຊ່ວງທີ່ມີແຮງ ແລະ ຫຼຸດສະປີດລົງແດ່ໃຫ້ຕົວເອງໄດ້ຫາຍໃຈ ແລະ ເຕີບໃຫຍ່ ຢ່າເປັນຄົນທີ່ເຮັດໄດ້ທຸກຢ່າງແຕ່ບໍ່ເກັ່ງຈັກຢ່າງ ຊອກຫາເວລາຢູ່ກັບສິ່ງທີ່ເຮົາມັກ ແລະ ເຝິກຝົນມັນຢ່າງເຕັມທີ່ ລົງທຶນຊອກຄວາມຮູ້ໃຫ້ຕົວເອງ ຊອກຫາຄວາມຮູ້ໃໝ່ໆ ເພີ່ມຄຸນຄ່າໃຫ້ກັບຕົວເອງຢູ່ສະເໝີ ຍິ່ງເຮົາຮູ້ຫຼາຍກໍສາມາດສ້າງກໍາໄລໃຫ້ເຮົາໄດ້ຫຼາຍຂຶ້ນ ເຂົ້າສັງຄົມກັບໄວທີ່ແຕກຕ່າງ ແລກປ່ຽນຄວາມຄິດກັບຄົນອາຍຸຫຼາຍກວ່າແດ່ ພວກເຂົາມັກມີຄໍາແນະນໍາດີໆ ໃຫ້ເົາເກັບໄປຄິດໄດ້ສະເໝີ ຄວາມຜິດພາດຄືບົດຮຽນທີ່ດີ ເປັນເລື່ອງປົກກະຕິທີ່ຄົນເຮົາຢ້ານທີ່ສ່ຽງ ແຕ່ທຸກຄວາມສ່ຽງນັ້ນນໍາມາເຊິ່ງສິ່ງທີ່ຍິ່ງໃຫຍ່ສະເໝີ ຢ່າສູນເສຍຄວາມເປັນຕົວເອງໃຫ້ກັບວຽກ ສຸກທ້າຍເຮົາກໍຈະປ່ຽນວຽກໄປເລື້ອຍໆ ແລະ ບໍ່ເຫັນເຖິງຄວາມກ້າວໜ້າຈັກເທື່ອ ຢ່າເສຍໂອກາດເຮັດວຽກຕ່າງປະເທດ ຢ່າພາດໂອກາດດີໆ ທີ່ອົງກອນສະເໜີໃຫ້ກັບເຈົ້າ ບາງຄັ້ງເຮົາອາດຈະເສຍໃຈກັບສິ່ງທີ່ບໍ່ໄດ້ເຮັດ ກວ່າສິ່ງທີ່ເຮົາເຮັດໄປແລ້ວອີກ ເຝິກສະມາທິແດ່ ໃຫ້ສະໝອງໄດ້ພັກຜ່ອນແດ່ ໂດຍມີງານວິໄຈອອກມາແລ້ວ […]