//hukmiplan.com/wp-content/uploads/2022/08/HMP_Header-Title_SectionSex.png

ສິດທິທາງເພດ

ການຍິນຍອມ = ເພດສຳພັນ ສາມາດເກີດຂຶ້ນ ບົນພື້ນຖານການຍິນຍອມລະຫວ່າງຄົນ 2 ຄົນທີ່ຈະມີເພດສໍາພັນຮ່ວມກັນດ້ວຍຄວາມເຕັມໃຈ ບໍ່ມີການບັງຄັບ ຫຼື ເອີ້ນວ່າການຍິນຍອມໂດຍທີ່ບໍ່ມີການບັງຄັບໃຫ້ຮ່ວມເພດໃນທຸກໆກໍລະນີ.
ສໍາລັບການຮຽນຮູ້ເພີ່ມຕື່ມກ່ຽວກັບເລື່ອງເພດ ແລະ ການສົນທະນາກັບສະມາຊິກໃນຄອບຄົວ ແລະ ບົດບາດອື່ນໆ ທ່ານສາມາດຮຽນຮູ້ໄດ້ທີ່ນີ້
ທຸກຄົນມີສິດທີ່ຈະ..:
• ໄດ້ເຂົ້າເຖິງເພດສຶກສາໄດ້ເຕັມຮູບແບບ
• ເຂົ້າເຖິງຂໍ້ມູນທາງດ້ານສຸຂະພາບ
• ເລືອກແຕ່ງງານເມື່ອໃດ, ກັບໃຜ ຕາມທີ່ຕ້ອງການ
• ຕັດສິນໃຈທີ່ຈະມີລູກເມື່ອຕ້ອງການ
• ຫຼີກລ່ຽງຈາກຄວາມຮຸນແຮງ ແລະ ມີສາຍສໍາພັນທີ່ດີ
• ຄຸມກໍາເນີດ
• ການເອົາລູກອອກ
• ປະຕິເສດ

ຄວາມຮູ້ສືກທາງເພດ

//hukmiplan.com/wp-content/uploads/2022/08/255-Converted-3.png

ການທີ່ເຈົ້າກໍານົດນິຍາມໃຫ້ຕົວເຈົ້າເອງ, ການເລືອກທີ່ຈະເປັນ, ເລືອກທີ່ຈະຮັກບາງສິ່ງບາງຢ່າງຈາກຄວາມຮູ້ສຶກຂອງເຮົາ ມັນເປັນສິດຂອງເຈົ້າ, ເຈົ້າສາມາດເລືອກທີ່ຈະເປັນໄດ້. ການຮຽນຮູ້ກ່ຽວກັບຄວາມຮູ້ສຶກ, ເພດທີ່ເຮົາມັກ, ສິ່ງທີ່ເຮົາບໍ່ມັກ ເປັນສິ່ງທີ່ຈຳເປັນ ແລະ ເປັນເລື່ອງທົ່ວໄປຂອງໄວຫນຸ່ມທີ່ຢາກຮູ້ຢາກລອງ, ຄົນເຮົາແຕ່ລະຄົນມີສິ່ງທີ່ແຕກຕ່າງກັນ ສະນັ້ນເຮົາຄວນຈື່ໄວ້ວ່າເຮົາມີສິດໃນການເລືອກທີ່ຈະເປັນໃນສິ່ງທີ່ເຮົາຢາກເປັນ ແລະ ໃນສິ່ງທີ່ເຮົາມັກ
ສໍາລັບຂໍ້ມູນກ່ຽວກັບຄວາມໝັ້ນໃຈກ່ຽວກັບເພດ ຫຼື ສິ່ງທີ່ຍັງກັງວົນ ສາມາດຕິດຕໍ່ເຮົາໄດ້ທີ່ Facebook messenger

ບົດບາດທາງສັງຄົມ

ທຸກຄົນໃນສັງຄົມມີບົດດບາດ ໃນການມີສ່ວນຮ່ວມເພື່ອປົກປ້ອງໝູ່ເພື່ອນ, ບຸກຄົນອ້ອມຂ້າງ ແລະ ສາມາຊິກໃນຄອບຄົວ ໃຫ້ມີສຸຂະພາບທີ່ດີ. ສິ່ງທີ່ຈະເຮັດໃຫ້ຄົນອ້ອມຂ້າງມີສຸຂະພາບດີຂຶ້ນຄືການສຶກສາບັນຫາທີ່ພວກເຂົາມີໃນປັດຈຸບັນ ແລະ ຊອກຫາທາງອອກ, ເຮົາຄວນໃຫ້ເວລາແກ່ເຂົາເຈົ້າເພື່ອໄດ້ສຶກສາກ່ຽວກັບຕົວເອງ. ຫາກວ່າສະມາຊິກພາຍໃນຄອບຄົວ ແລະ ຄົນທີ່ເຮົາຮູ້ຈັກກໍາລັງລັງເລທີ່ຈະຄຸມກໍາເນີດ ຫຼື ບໍ່ມີຄວາມພ້ອມທີ່ຈະຮັກສາລູກໃນທ້ອງໄວ້ ເຮົາຄວນໃຫ້ການສະໜັບສະໜູນດ້ວຍການໃຫ້ຄໍາປຶກສາເພື່ອເປັນການຫາທາງອອກຊ່ວຍກັນ ແລະ ສິ່ງທີ່ສໍາຄັນທີ່ສຸດຄືການເຄົາລົບໃນການຕັດສິນໃຈຂອງເຂົາເຈົ້າ.
ສິ່ງລຸ່ມນີ້ຄືສິ່ງທີ່ທ່ານສາມາດເຮັດໄດ້ ເພື່ອຊ່ວຍຄົນອ້ອມຂ້າງຂອງທ່ານ…
ຖ້າຄົນທີ່ທ່ານຮູ້ຈັກກໍາລັງຄິດຢາກທີ່ຈະຄຸມກໍາເນີດດ້ວຍວິທີໃດໜຶ່ງທ່ານຄວນ….

• ຮັບຟັງ ແລະ ພິຈາລະນາໃນສິ່ງທີ່ເຂົາເວົ້າ
• ສຶກສາວິທີຄຸມກໍາເນີດທີ່ດີສໍາລັບເຂົາ ຖ້າພວກເຂົາຍັງບໍ່ແນ່ໃຈວ່າຈະໃຊ້ວິທີການໃດດີ
• ສະໜັບສະໜູນໃນການຕັດສິນໃຈຂອງພວກເຂົາ
• ຖ້າພັນລະຍາຂອງທ່ານຕັດສິນໃຈຄຸມກໍາເນີດ, ທ່ານຄວນໃຫ້ການສະໜັບສະໜູນ ຖ້າກິນຢາຄຸມຊະນິດເມັດ ທ່ານກໍຄວນຊ່ວຍໃນການຈົດຈໍາມື້. ແຕ່ຖ້າຫາກສັກຢາ ຫລື ຝັງຢາຄຸມກໍາເນີດເມື່ອຄົບກໍານົດມື້ນັດຕາມແພດໝໍທ່ານກໍ່ຄວນພາພັນລະຍາຂອງທ່ານໄປຍັງສະຖານທີ່ບໍລິການ ຫລື ຊ່ວຍເຕືອນພັນລະຍາເພື່ອບໍ່ໃຫ້ລືມ.
ສໍາລັບໄວ້ໜຸ່ມທີ່ກໍາລັງກ້າວເຂົ້າສູ່ການເປັນບ່າວສາວ…
• ຢ່າຕັດສິນວ່າເຂົາຍັງບໍ່ເຖິງເວລາບັນລຸນິຕິພາວະ ຫລື ເບິ່ງໜຸ່ມສາວໃນດ້ານທີ່ບໍ່ດີ

• ຊ່ວຍໃຫ້ຂໍ້ມູນທີ່ເໝາະສົມ ຫຼື ໃຊ້ການອະທິບາຍແທນການຕັດສິນ
• ປະພຶດຕົວໃຫ້ເປັນທີ່ປຶກສາໄດ້ ເພື່ອທີ່ວ່າພວກເຂົາຈະຮູ້ສຶກສະບາຍໃຈໃນການຂໍຄໍາປຶກສາ
ຖ້າຫາກຄົນທີ່ທ່ານຮູ້ນັ້ນກໍາລັງຖືພາ, ບໍ່ມີຄວາມພ້ອມ ຫຼື ມີຄວາມພ້ອມ…
• ເປັນກາງໃນການໃຫ້ຄໍາປຶກສາ, ສະເໜີທຸກໆວິທີການທີ່ມີເພື່ອບໍລິການໃຫ້ແກ່ເຂົາເຈົ້າ
• ພາເຂົາໄປໂຮງໝໍ ຫຼື ຄຣີນິກເພື່ອປຶກສາກັບທ່ານໝໍຖ້າຫາກວ່າເຂົາຍັງບໍ່ມີຄວາມພ້ອມທີ່ຈະມີລູກເທື່ອ, ໃຫ້ຂໍ້ມູນແກ່ເຂົາເຈົ້າຢ່າງຄົບຖ້ວນເພື່ອໃຫ້ຄົນເຈັບໄດ້ຮັບຮູ້.
• ຢ່າບັງຄັບໃຫ້ຄົນເຈັບເລືອກວິທີການໃດໜຶ່ງຕາມທີ່ເຈົ້າຕ້ອງການ
• ໃຫ້ການສະໜັບໃນການຕັດສິນໃຈຂອງຄົນເຈັບກ່ຽວກັບວິທີທີ່ລາວໄດ້ເລືອກ.

ສາຍສໍາພັນທີ່ດີ

//hukmiplan.com/wp-content/uploads/2022/08/Couple.png

ຖ້າທ່ານຮູ້ສຶກບໍ່ປອດໄພທາງດ້ານສາຍສໍາພັນ ແນະນໍາໃຫ້ລົມກັບຄົນທີ່ເຮົາຮູ້ຈັກ ຫຼື ໄວ້ໃຈເພື່ອຫາທາງອອກ ແລະ ສາມາດຊ່ວຍເຈົ້າໄດ້.

ສິ່ງທີ່ພາໃຫ້ເກີດມີສາຍສໍາພັນທີ່ດີ..
• ປະພຶດຕໍ່ທຸກຄົນຢ່າງສະເໝີພາບກັນ
• ມີການສົນທະນາຢ່າງເປີດເຜີຍ
• ເຄົາລົບ ແລະ ນັບຖືໃນການຕັດສິນໃຈ, ຄວາມຕ້ອງການ, ແລະ ສິ່ງທີ່ຈໍາເປັນຂອງຄົນອື່ນ.
• ຮັກສາໂຕເອງໃຫ້ປອດໄພ, ສຶກສາວິທີການປ້ອງກັນການຖືພາ, ການຕິດເຊື້ອພະຍາດຕິດຕໍ່ທາງເພດສໍາພັນ ແລະ ປຶກສາກັບຄູ່ຮ່ວມນອນເຖິງວິທີການຮ່ວມເພດທີ່ປອດໄພ.
• ມີຄວາມຊື່ສັດ
• ເປັນບ່ອນເພິ່ງພາອາໄສໃຫ້ແກ່ຄົນອື່ນ, ເປັນຜູ້ຟັງທີ່ດີດ້ວຍການເປີດໃຈຮັບຟັງໃນສິ່ງທີ່ຄົນອື່ນ, ຢ່າຕັດສິນຄົນອື່ນແບບຜິດໆ ຫຼີກລ່ຽງການດູມິ່ນຈົມຂວັນເຊິ່ງກັນ ແລະ ກັນ ອັນເປັນສາເຫດທີ່ພາໃຫ້ມີການຖົກຖຽງ ແລະ ສ້າງບັນຫາ.

ການໃຫ້ຄໍາປຶກສາລູກ

ວິທີການໃຫ້ຄໍາປຶກສາແກ່ລູກກ່ຽວກັບສິດທິໃນສຸຂະພາບໄວຈະເລີນພັນ

ຫຼາຍຄົນອາດຄິດວ່າ ການລົມເລຶື່ອງນີ້ກັບຄົນໃນຄອບຄົວ ຫຼື ລູກ ອາດເປັນເລື່ອງທີ່ບໍ່ເໝາະສົມ ແຕ່ມັນຈະດີກວ່າ ຫາກວ່າລູກຂອງທ່ານຈະໄດ້ຂໍ້ມູນໃນການປ້ອງກັນກ່ຽວກັບທາງເພດທີ່ຖືກຕ້ອງ ສະນັ້ນ ເຮົາຄວນເລີ່ມສັງເກດ ແລະ ເປີດໃຈ ລົມກັບລູກຂອງທ່ານ ໂດຍສາມາດນໍາໃຊ້ ວິທີຕ່າງໆເຊັ່ນ:
• ສຶກສາພຶດຕິກໍາຂອງລູກເພື່ອທີ່ວ່າເຮົາຈະໄດ້ຂໍ້ມູນທີ່ຖືກຕ້ອງໃນການໂອ້ລົມກັບພວກເຂົາ
• ໂອ້ລົມໃຫ້ພວກເຂົາຮູ້ວ່າເລື່ອງເພດສໍາພັນມັນເປັນເລື່ອງທໍາມະດາ ແລະ ທຸກໆຄົນກໍ່ຕ້ອງໄດ້ຜ່ານມັນໝົດ
• ແບ່ງປັນປະສົບການໃຫ້ແກ່ລູກຟັງເລື່ອງເພດສຶກສາ(ແຕ່ກໍ່ບໍ່ຄວນຫລາຍເກີນໄປ)
• ຕ້ອງເປັນຄົນທີ່ໜ້າເຊືອຖື
• ໃຫ້ເວລາແກ່ລູກເພື່ອທີ່ເຂົາຈະຄິດ ແລະ ທໍາຄວາມເຂົ້າໃຈກັບເລື່ອງເພດສຶກສາ ໃຫ້ໂອກາດພວກເຂົາໄດ້ຖາມເມື່ອພວກເຂົາຕ້ອງການ ຫຼື ຖ້າຫາກວ່າພວກເຂົາຮູ້ສຶກອາຍກໍແນະນໍາບ່ອນທີ່ພວກເຂົາຈະຊອກຫາຂໍ້ມູນ ຫລື ລົມກັບຄົນທີ່ພວກເຂົາຮູ້ສຶກສະບາຍໃຈ.

ຄົ້ນຫາຜູ້ໃຫ້ບໍລິການ: