5 ພຶດຕິກຳທີ່ບໍ່ຄວນເຮັດຖ້າບໍ່ຢາກໃຫ້ຜິວເສຍກ່ອນໄວອັນຄວນ!!!

ສາວໆ ຮູ້ຫຼືບໍ່ວ່າການນວດໜ້າເປັນປະຈຳຫຼືການເຂ້າຄລີນິກຕະຫຼອດ ອາດຈະບໍ່ສຳຄັນເທົ່າກັບພຶດຕິກຳທີ່ເຮົາເຮັດຕໍ່ຜິວໜ້າຂອງເຮົາເອງຢູ່ທຸກມື້້້່້ ເພາະພຶດຕິກຳບ່າງຢ່າງກໍເປັນຕົ້ນຕໍຫຼັກທີ່ເຮັດໃຫ້ຜິວໜ້າພັງ ຫຼ໊ ຕ້ອງເຈິບັນຫາຜິວຫ່ຽວກ່ອນໄວໄດ້ ເພາະສະນັ້ນຖ້າໃຜຍັງບໍ່ຮູ້ວ່າກຳລັງເຮັດຫຍັງຜິດກັບໜ້າໂຕເອງ ພວກເຮົາມີຄຳແນະນຳມາຝາກເພື່ອທີ່ຈະໄດ້ປ່ຽນແປງພຶດຕິກຳເຫຼ່ານີ້ ເຊິ່ງຈະຊ່ວຍໃຫ້ຜິວມີຄວາມລຽບນຽນ ແລະ ສຸຂະພາບດີໄດ້ດົນໆ

  • ການໃຊ້ຜະລິດຕະພັນທີ່ມີສ່ວນປະສົມນ້ຳຫອມ

ຫຼາຍຄົນກໍຮູ້ໆກັນຢູ່ແລ້ວວ່າ ຄຼີມທາໜ້າທີ່ມີສ່ວນປະສົມນ້ຳຫອມສາມາດເຮັດໃຫ້ເກີດອາການແພ້ໄດ້ ແລະບາງເທື່ອກໍເບິ່ງບໍ່ອອກວ່າແມ່ນຫຍັງທີ່ເຮັດໃຫ້ເກີດອາການແພ້ ເພາະສະນັ້ນຖ້າເປັນໄປໃດ້ເຮົາຄວນພະຍາຍາມຫຼີກລ່ຽງການໃຊ້ຜະລິດຕະພັນເຫຼ່ານີ້ໄວ້ກ່ອນ ເນື່່ອງຈາກວ່ານ້ຳຫອມບາງເທື່່ອກໍມາຈາກທຳມະຊາດ ແຕ່ບາງເທື່ອກໍແມ່ນສານເຄມີ ນອກຈາກນັ້ນຍັງຄວນຫຼີກລ່ຽງແຟັບທີ່ມີກິ່ນຫອມພ້ອມໂດຍສະເພາະເວລາທີ່ເຮົາເອົາມາຊັກຜ້າ ແລ້ວເອົາເສື້ອຜ້າມາໃສ່ຖືກກັບຜິວຮ່າງກາຍ ອາດເຮັດໃຫ້ເກີດ ອາການແພ້ຢູ່ຜິວກາຍໄດ້ຄືກັນເຊັ່ນ ຜື່ນແດງ ອາການຄັນເປັນຕົ້ນ

  • ການບໍ່ທາຄຼີມກັນແດດທຸກມື້

ເຖິງວ່າເຮົາຈະບໍ່ໄດ້ຢູ່ກາງແດດເຮງກໍຕາມ ແຕ່ລັງສີ UVA ທີ່ເປັນໂຕທຳລາຍຄອລລະເຈັນ ແລະ ອີລາສຕິນພາຍໃນຜິວ ສົ່ງຜົນໃຫ້ເກີດຮອຍຫ່ຽວ ກ່ອນໄວ ກໍສາມາດສ່ອງເຂົ້າມາທຳລາຍຜິວໃດ້ໂດຍບໍ່ຮູ້ໂຕ ເພາະສະນັ້ນບໍ່ວ່າຈະຢູ່ບ້ານ ຫຼື ບ່ອນເຮັດວຽກໝົດມື້ ທຸກໆເຊົ້າຢ່າລືມທາຄຼີມກັນແດດໃຫ້ເປັນນິໄສ

  • ການຂັດຜິວຮຸນແຮງເກີນໄປ

ຜູ້ຊ່ຽວຊານດ້ານຜິວໜັງໄດ້ແນະນຳວ່າການຂັດຜິວດ້ວຍຄວາມຮຸນແຮງເກີນໄປ ໂດຍສະເພາະຄົນທີ່ມີຜິວແພ້ງ່າຍ ເພາະຜິວໜັງຈຳເປັນຕ້ອງມີຊັ້ນປົກປ້ອງຈາກມົນລະພິດອາກາດຕ່າງໆ ສະນັ້ນການຂັດຜິວແຮງໆ ກໍເທົ່າກັບການທຳລາຍຊັ້ນປ້ອງກັນຂອງຜິວ ເຮັດໃຫ້ເກີດຜື່ນແດງແລະອາການລະຄາຍເຄືອງຕ່າງໆໄດ້ງ່າຍ ນອກຈາກນັ້ນຖ້າໃຜມີບັນຫາເປັນສິວກໍຕ້ອງລະວັງເປັນພິເສດພ້ອມ ເພາະແຮງເຮັດໃຫ້ບັນຫາສິວແຜ່​ກະ​ຈາຍ​ເຊື້ອໄດ້ຫຼາຍກວ່າເກົ່າ

  • ການນອນຫຼັບພັກຜ່ອນບໍ່ພຽງພໍ

ນີ້ກໍເປັນອີກສາເຫດໜຶ່ງທີ່ເຮັດໃຫ້ຜິວເຮົາພັງໄດ້ ເພາະການນອນຫຼັບພັກຜ່ອນຈະຊ່ວຍໃຫ້ຜິວມີເວລາໃນການຟື້ນຟູ ລອງສັງເກດວ່າຖ້າເຮົາອົດຫຼັບອົດນອນເປັນເວລາຫຼາຍຄືນຕິດຕໍ່ກັນ ຜິວໜ້າກໍຈະໝົ່ນໝອງແລະໂຊມ ນອກຈາກນັ້ນຍັງເຮັດໃຫ້ເກີດຄວາມຄຣຽດ ຈົນຮ່າງກາຍແລະຜິວຕ້ອງສ້າງອະນຸມູນອິດສະລະຂຶ້ນມາເຊິ່ງສິ່ງນີ້ແມ່ນໂຕທຳລາຍຜິວນັ້ນເອງ ເພາະສະນັ້ນຖ້າເປັນໄປໄດ້ຄວນນອນໃຫ້ຄົບ 8 ຊົ່ວໂມງ

  • ການປ່ອຍໃຫ້ຜິວໜ້າເປືອຍເປົ່າ

ອີກຢ່າງໜຶ່ງທື່ສຳຄັນເທົ່າໆກັນແມ່ນການຕື່ມຄວາມຊຸ່ມຊື່ນໃຫ້ຜິວຢູ່ສະເໝີ ໂດຍສະເພາະຄົນທີ່ມີຜິວແພ້ງ່າຍ ເພາະຖ້າປ່ອຍໃຫ້ຜິວເປືອຍເປົ່າ ຂາດການບຳລຸງໄປເລື້ອຍໆ ຜິວກໍຈະເກີດອາການແຫ້ງແລະບັນຫາຮອຍຫ່ຽວກໍຈະຕາມມາໃນທີ່ສຸດ ນອກຈາກນັ້ນຄວາມຊຸ່ມຊື່ນທີ່ມີຢູ່ຜິວກໍຈະຊ່ວຍປ້ອງກັນໂມເລກຸນຕ່າງໆ ທີ່ເຮັດໃຫ້ຜິວແພ້ງ່າຍ ເກີດສິວແລະຜື່ນແດງ ບໍ່ໃຫ່ເຂົ້າມາສ້າງພາຍໃນຜິວໄດ້ງ່າຍໆ ດັ່ງນັ້ນຄວນທາຄຼີມເປັນປະຈຳທຸກເທືອຫຼັງລ້າງໜ້າແລ້ວ

ຮຽບຮຽງໂດຍ: ນິລະດາ ສີພະໄຊ

ຂອບໃຈຂໍ້ມູນຈາກ: https://vogue.co.th/beauty/stopdoingthings

______
ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້