ມະເຮັງຮ້າຍ ທີ່ທ່ານຍິງຕ້ອງລະວັງ!

ການບໍ່ມີໂຣກ ເປັນລາບອັນປະເສີດ” ເປັນຄຳທີ່ເຮົາຄຸ້ນຫູກັນມາແຕ່ສະໄໝປູ່ຍ່າຕາຍາຍ ເພາະການເຈັບໄຂ້ໄດ້ປ່ວຍນັ້ນ ບໍ່ພຽງແຕ່ເຮັດໃຫ້ເສຍເງິນ ເສຍເວລາ ແລ້ວຍັງເສຍໂອກາດຈະໄດ້ໃຊ້ຊີວິດແບບຄົນປົກກະຕິທົ່ວໄປ ທຸກທໍລະມານຈາກອາການປ່ວຍ ໂດຍສະເພາະຜູ້ຍິງເຊິ່ງມີໂອກາດຈະປ່ວຍເປັນມະເຮັງໄດ້ງ່າຍ ແລະ ເພື່ອເປັນການໃຫ້ຜູ້ຍິງໄດ້ລະມັດລະວັງຕົວ ແລະ ປ້ອງກັນຕົວເອງໃຫ້ຮ່າງໄກຈາກໂຣກເຫຼົ່ານີ້ ຮັກມີແຜນ ຂໍ້ມູນດີໆມາຝາກ

  • ມະເຮັງເຕົ້ານົມ

          ສາມາດພົບຜູ້ປ່ວຍໄດ້ທຸກຊ່ວງອາຍຸ ແຕ່ຄວາມສ່ຽງໂຣກຈະເພີ່ມຂຶ້ນຕາມອາຍຸໂດຍສະເພາະຜູ້ຍິງຊ່ວງໝົດໄວປະຈຳເດືອນ ນອກຈາກນີ້ ໂອກາດປ່ວຍເປັນມະເຮັງມາຈາກພັນທຸກຳ ຄວາມຜິດປົກກະຕິທາງພັນທຸກຳ ລວມເຖິງການໃຊ້ຮໍໂມນເອສໂຕຼເຈນເປັນເວລາດົນ ຫຼື ໃຊ້ຊີວິດແບບທຳລາຍສຸຂະພາບຕົນເອງຕ່າງໆ

          ເຕົ້້ານົມເປັນຕຳແໜ່ງທີ່ສາມາດສັງເກດໄດ້ງ່າຍ ດ້ວຍການຄຳເຕົ້ານົມຂອງຕົນເອງຫາກພົບກ້ອນແຂງໆມີລັກສະນະຂຸຂະ(ບາງຄົນເປັນກ້ອນລຽບ) ບາງຄົນຄຳໄປເຈິບໍລິເວນຂີ້ແຮ້ ແຕ່ກົດແລ້ວບໍ່ເຈັບ ແລະ ບໍ່ເຄື່ອນຕົວເຮັດໃຫ້ຜູ້ຍິງຫຼາຍໆຄົນນິ້ງນອນໃຈ ຈົນກ້ອນມະເຮັງໃຫຍ່ຂຶ້ນ ລວມເຖິງອາການອື່ນໆທີ່ພົບໄດ້ທີ່ເຕົ້ານົມ ອາດຈະເປັນຮູບຮ່າງຂອງເຕົ້ານົມຜິດປົກກະຕິແຕກຕ່າງຈາກເກົ່າ ມີບາດແຜທີ່ຫົວນົມ ແລະ ອ້ອມຫົວນົມ, ນ້ຳເຫຼືອງ ຫຼື ເລືອດໄຫຼອອກຂາກຫົວນົມ ແລະ ຍັງອາດມີອາການບວມແດງຄ້າຍອາການອັກເສບອີກດ້ວຍ

          ຫາກສົງໄສວ່າຕົນເອງອາດຈະເປັນມະເຮັງເຕົ້ານົມຈາກການກວດຕາມວິທີສັງເກດຂ້າງເທິງແລ້ວ ຫາກຮູ້ສຶກມີອາການຜິດສັງເກດ ຄວນຮີບໄປພົບແພດ ເຊິ່ງແພດຈະກວດດ້ວຍເຄື່ອງແມມໂມແກມ ແລະ ອັລຕຼາຊາວ ເຊິ່ງຈະໃຫຜົນຊັດເຈນ ແລະ ກໍບໍ່ຄວນປ່ອຍປະລະເລີຍ ເພາະອາດຈະສົ່ງຜົນຮ້າຍຕໍ່ສຸຂະພາບຂອງທ່ານໄດ້

ຮຽບຮຽງໂດຍ: ເທບທິດາ

ອ້າງອີງຈາກ: https://www.sanook.com/women/165941//

______
ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້