//hukmiplan.com/wp-content/uploads/2022/08/HMP_Header-Title_Section-youth.png

ສິດທິສໍາລັບໄວໜຸ່ມ

ຖ້າທ່ານໄດ້ສຶກສາຂໍ້ມູນທາງດ້ານສຸຂະພາບຈະເລີນພັນ, ສິດທິ ແລະ ທາງເລືອກໃນການຄຸມກໍາເນີດ ສູງເທົ່າໃດ ໂອກາດທີ່ທ່ານຈະປອດໄພຈາກການມີເພດສໍາພັນ ແລະ ການວາງແຜນໃນອານາຄົດຍິ່ງມີສູງເທົ່ານັ້ນ. ໄວໜຸ່ມທຸກຄົນຄວນໄດ້ຮັບຂໍ້ມູນຂ່າວສານທີ່ຄົບຖ້ວນ ແລະ ສໍາລັບແມ່ຍິງຄວນໄດ້ມີວຽກເຮັດງານທໍາໂດຍທີ່ປາສະຈາກການຖືພາໂດຍບໍ່ຕັ້ງໃຈ ຫລື ມີການຕິດເຊື້ອພະຍາດຕິດຕໍ່ທາງເພດສໍາພັນເພື່ອທີ່ວ່າພວກເຂົາຈະມີອານາຄົດທີ່ດີ.
• ສິດທິສຳລັບໄວໜຸ່ມ
• ສິດທິທາງເພດຂອງໄວໜຸ່ມ
• ສິດທິໃນການເຂົ້າເຖິງການບໍລິການທາງດ້ານສຸຂະພາບໄວຈະເລີນພັນ ແລະ ການສຶກສາ
• ສິດທິໃນການເອົາໃຈໃສ່ເບິ່ງແຍງສຸຂະພາບ
• ສິດໃນການສ້າງຄອບຄົວ
• ສິດທິໃນການຕັດສິນໃຈເລືອກວິທີຄຸມກໍາເນີດໃດໜຶ່ງທີ່ເໝາະສົມ
• ສິດໃນການເອົາລູກອອກເມື່ອຍັງບໍ່ມີຄວາມພ້ອມ

ການກ້າວເຂົ້າສູ່ໄວໜຸ່ມສາວ

//hukmiplan.com/wp-content/uploads/2022/08/Teen.png

ໃນຊ່ວງໄລຍະຂອງຈາກການເປັນໄວໜຸ່ມກ້າວເຂົ້າສູ່ໄລຍະໄວໜຸ່ມສາວ ຮ່າງກາຍຂອງເຂົາເຈົ້າຈະມີການປ່ຽນແປງເປັນໄລຍະ ນອກຈາກຮ່າງກາຍແລ້ວ ການປ່ຽນແປງທາງສະພາບຈິດໃຈກໍມີເຊັ່ນກັນ ແລະ ພວກເຂົາອາດເລີ່ມມີບົດບາດໃນສັງຄົມ ການປ່ຽນແປງນີ້ບົ່ງບອກໃຫ້ຮູ້ວ່າພວກເຂົາມີຄວາມພ້ອມທີ່ຈະມີເພດສໍາພັນ. ການເປັນໄວຫນຸ່ມອາດກໍ່ໃຫ້ເກີດມີສິ່ງທ້າທາຍຫລາຍຢ່າງ, ຄວາມກັງວົນ, ຄວາມສັບສົນ ແລະ ຄວາມມ່ວນຊື່ນ ສິ່ງທີ່ສໍາຄັນຄືພວກເຂົາຄວນຮັບປະກັນເຖິງຄວາມປອດໄພ ລວມໄປເຖິງການມີສຸຂະພາບທີ່ດີ ໃນນາມເປັນໄວໜຸ່ມເຮົາຄວນສຶກສາເຖິງການປ່ຽນແປງທາງດ້ານຮ່າງກາຍທີ່ທ່ານກໍາລັງຈະຜ່ານ ແລະ ຄວນມີການສົນທະນາກັບໝູ່ຄູ່, ພໍ່ແມ່ ລວມໄປເຖີງຄົນທີ່ເຮົາໄວ້ໃຈ.

ເມື່ອໃດທີ່ເຮົາມີຄວາມພ້ອມເລື່ອງເພດສຳພັນ?

//hukmiplan.com/wp-content/uploads/2022/08/Sexx.png

ວິທີການສັງເກດວ່າເຮົາມີຄວາມພ້ອມທີ່ຈະມີເພດສໍາພັນຄືຕອນທີ່ເຮົາກັບຄູ່ຮັກກ້າທີ່ຈະລົມເລື່ອງເພດໄດ້ຢ່າງເປີດເຜີຍ ແລະ ຊື່ສັດ. ນີ້ຄືຄວາມພ້ອມທີ່ສົ່ງສັນຍານວ່າທ່ານພ້ອມທີ່ຈະມີການຮ່ວມເພດ:

• ເມື່ອໃດທີ່ເຈົ້າ ແລະ ຄູ່ຮັກຂອງເຈົ້າກ້າທີ່ຈະລົມເລື່ອງເພດສໍາພັນ,

• ເມື່ອເຈົ້າ ແລະ ຄູ່ຮັັກຂອງເຈົ້າໃຫ້ການເຄົາລົບໃນຂອບເຂດຂອງກັນ ແລະ ກັນເວລາໂອ້ລົມ,

• ຮູ້ວິທີການຄຸມກໍາເນີດ, ຮູ້ວິທີແກ້ໄຂເມື່ອຫາກເກີດຖົງຢາງຂາດໃນເວລາຮ່ວມເພດ ຫຼື ໃຊ້ວິທີການຄຸມກໍາເນີດໃດໜຶ່ງທີ່ບໍ່ຖືກວິທີ ແລະ ມີຄວາມພ້ອມທີ່ຈະມີຄວາມຮັບຜິດຊອບຈາກການມີເພດສໍາພັນ,

• ການທີ່ທັງ 2 ຝ່າຍຮູ້ສຶກປອດໄພເວລາຮ່ວມເພດ, ຖ້າຄົນ 2 ຄົນກ້າທີ່ຈະລົມເລື່ອງຄືດັ່ງທີ່ໄດ້ກ່າວມາດ້ານເທິງນັ້ນ ເຊິ່ງລວມໄປເຖິງຄວາມພໍໃຈຂອງທັ້ງ 2 ຝ່າຍ ນັ້ນສະແດງວ່າທ່ານ ແລະ ຄົນທີ່ທ່ານຮັກພ້ອມທີ່ຈະມີເພດສໍາພັນ. ສິ່ງທີ່ຄວນຄໍານຶງກ່ອນການຮ່ວມເພດຄືຄວາມປອດໄພຈາກການຮ່ວມເພດ ແລະ ຄວາມພຶງພໍໃຈ.

ສໍາລັບຂໍ້ມູນເພີ່ມຕື່ມກ່ຽວກັບການກ້າວເຂົ້າສູ່ໄວໜຸ່ມ ຫລືການປ່ຽນແປງທາງດ້ານຮ່າງກາຍແຕ່ລະໄລຍະ ສາມາດຕິດຕໍ່ຫາທ່ານໝໍຄຣີນິກທີ່ໃກ້ບ້ານທ່ານ ຫລື ຕິດຕໍ່ພວກເຮົາຕາມດ້ານລຸ່ມນີ້

ຄົ້ນຫາຜູ້ໃຫ້ບໍລິການ: