//hukmiplan.com/wp-content/uploads/2022/08/HMP_Header-Title_Section_Contraceptive.png

ການຄຸມກຳເນີດຊ່ວຍປ້ອງກັນການຖືພາແບບບໍ່ຕັ້ງໃຈ ແລະ ພະຍາດຕິດຕໍ່ທາງເພດສຳພັນ, ເຊິ່ງເປັນສິ່ງທີ່ສຳຄັນຫຼາຍຕໍ່ການຈະເລີນພັນ ຂອງທຸກໆຄົນ ເມື່ອໃດກໍຕາມທີ່ບໍ່ມີການຄຸມກຳເນີດ ຫຼື ໃຊ້ວິທີການຄຸມກຳເນີດໄປແລ້ວຕັດສິນໃຈຢຸດໃຊ້ ກໍຈະມີການຖືພາໄດ້, ດັ່ງນັ້ນ, ທ່ານຄວນຊອກຮູ້ວິທີການຄຸມກຳເນີດທີ່ເໝາະສົມກັບຕົວທ່ານ ແລະ ໃຊ້ຊີວິດປະຈຳວັນຂອງທ່ານທີ່ສຸດ.

ຢາເມັດຄຸມກຳເນີດ

 

ຢາເມັດຄຸມກໍາເນີດ ເປັນວິທີການຄຸມກຳເນີດທີ່ໃຊ້ຢາ ທີ່ມີສ່ວນປະສົມຂອງ ຮໍໂມນໂປຼເຈສເຕໂຣນ ແລະ ເອສໂຕຼເຈນ. ມີ 2 ຊະນິດຄື: ຢາເມັດຄຸມກໍາເນີດຊະນິດຮໍໂມນດ່ຽວ ຄືໂປຼເຈສຕິນ ເໝາະກັບແມ່ລູກອ່ອນທີ່ລ້ຽງລູກດ້ວຍນົມແມ່ ແລະ ເໝາະສໍາລັບແມ່ຍິງຜູ້ທີ່ບໍ່ສາມາດກິນຢາຄຸມຊະນິດເອສໂຕຼເຈນໄດ້ ແລະ ອີກຊະນິດຄື ຢາເມັດຄຸມກຳເນີດຊະນິດປະສົມ ທີ່ມີຮໍໂມນ ທັງສອງແບບ. ສະຫລຸບຄື ຢາເມັດຄຸມກໍາເນີດທັງ 2 ປະເພດນີ້ແມ່ນມີສ່ວນປະສົມຂອງປະລິມານຮໍໂມນທີ່ຕໍ່າ ແລະ ສາມາດຄຸມກໍາເນີດໄດ້ດີ, ຫຼັງຈາກນໍາໃຊ້ຈະເຮັດໃຫ້ໄຂ່ຂອງແມ່ຍິງບໍ່ຕົກ. ວິທີການກິນແມ່ນຕ້ອງໄດ້ກິນທຸກໆມື້ ແລະ ຕົງເວລາ ຖ້າທ່ານກິນບໍ່ຕົງເວລາ ຫລື ຂ້າມມື້ກິນ ຈະເຮັດໃຫ້ປະສິດທິພາບໃນການຄຸມກໍາເນີດຕໍ່າ ແລະ ອາດເຮັດໃຫ້ຖືພາໄດ້
- ປະສິດທິພາບຂອງການປ້ອງກັນການຖືພາ 93% ແລະ ຈະໄດ້ຜົນກວ່ານີ້ຖ້າຫາກກິນຕົງເວລາ ແລະ ກິນທຸກໆມື້
- ສະດວກໃນການຕັດສິນໃຈ ສາມາດເລີ່ມກິນ ຫຼື ຢຸດກິນໄດ້ຕະຫຼອດເວລາ
- ສະດວກສະບາຍໃນການນໍາໃຊ້

ຢາເມັດຄຸມກໍາເນີດສຸກເສີນ

ຢາເມັດຄຸມກໍາເນີດສຸກເສີນແມ່ນຫຍັງ?

 

ຢາເມັດຄຸມກໍາເນີດສຸກເສີນແມ່ນ ການນໍາໃຊ້ຢາທີ່ມີສ່ວນປະສົມຂອງຮໍໂມນ ໃຊ້ໃນກໍລະນີທີ່ສຸກເສີນ ພາຍຫຼັງທີ່ມີການຮ່ວມເພດທີ່ບໍ່ໄດ້ປ້ອງກັນ ແລະ ຄິດວ່າການຮ່ວມເພດນັ້ນອາດເຮັດໃຫ້ຖືພາແບບບໍ່ຕ້ອງການ ເທົ່ານັ້ນ. ຖ້າທ່ານກິນຢາເມັດຄຸມກໍາເນີດສຸກເສີນພາຍໃນ 5 ມື້ ຈະສາມາດປ້ອງກັນການຖືພາແບບບໍ່ຕ້ອງການໄດ້ຫຼັງຈາກມີການຮ່ວມເພດ, ຫາກວ່າກິນໄວເທົ່າໃດ ປະສິດທິຜົນໃນການປ້ອງກັນການຖືພາຍິ່ງສູງເທົ່ານັ້ນ. ແຕ່ດີທີ່ສຸດ ຄວນພະຍາຍາມໃຊ້ວິທີຄຸມກໍາເນີດໃດໜຶ່ງ ເພື່ອຫລີກລ່ຽງການນໍາໃຊ້ຢາເມັດຄຸມກໍາເນີດສຸກເສີນເປັນປະຈໍາ.

ຖົງຢາງອະນາໄມ

ວິທີການໃສ່ຖົງຢາງອະນາໄມທີ່ຖືກຕ້ອງ

 

ຖົງຢາງອະນາໄມເປັນວິທີຄຸມກໍາເນີດທີ່ມີລັກສະນະເປັນຢາງຍືດຫຸ້ມອະໄວຍະວະເພດຊາຍ ເພື່ອປ້ອງກັນການຖືພາເວລາມີເພດສໍາພັນ ນອກຈາກນີ້ຖົງຢາງອະນາໄມຍັງສາມາດປ້ອງກັນພະຍາດຕິດຕໍ່ທາງເພດສໍາພັນໄດ້, ຜູ້ຊາຍຄວນໃສ່ຖົງຢາງທຸກຄັ້ງເມື່ອມີເພດສໍາພັນ, ຖົງຢາງອະນາໄມຈະມີຫລາຍປະເພດ ແລະ ຫລາຍຂະໜາດ ສະນັ້ນມັນຈຶ່ງເໝາະສົມກັບເພດຊາຍທຸກໆທ່ານ.
• ຖົງຢາງອະນາໄມ ຖ້າໃຊ້ໃນແບບທົ່ວໄປສາມາດປ້ອງກັນການຖືພາໄດ້ 87% ແຕ່ຖ້າໃຊ້ຖືກຕາມວິທີທີ່ແນະນໍາແມ່ນສາມາດປ້ອງກັນການຖືພາໄດ້ເຖິງ 98%
• ບໍ່ມີສ່ວນປະສົມຂອງຮໍໂມນ ບໍ່ມີຜົນຄ້າງຄຽງ
• ບໍ່ຈໍາເປັນຕ້ອງໄດ້ຮັບຄໍາປຶກສາຈາກທ່ານໝໍ
• ສາມາດມີເພດສໍາພັນໄດ້ດົນຂຶ້ນ

ຮ່ວງອະນາໄມຄຸມກຳເນີດ

 

ແມ່ນອຸປະກອນນ້ອຍໆຄຸມກໍາເນີດຊະນິດໜື່ງເຊີ່ງມີລັກສະນະຄ້າຍຄືໂຕເຕ (T) ທີ່ໃສ່ເຂົ້າໄປໃນມົດລູກ ໃນລະຫວ່າງມື້ທີ 1 ຫາ ມື້ ທີ 10 ຂອງປະຈໍາເດືອນ. ຮ່ວງອະນາໄມເຮັດໜ້າທີໃນການປ້ອງກັນການປະຕິສົນທິ ຢັບຢັ້ງການພັດທະນາຂອງໄຂ່ ຫຼຸດຜ່ອນການເຄື່ອນໄຫວ ແລະ ມີຊີວິດຂອງຕົວອະສຸຈິ ແລະ ເຮັດໃຫ້ຜະໜັງເຍື່ອເມືອກມົດລູກ ສະກັດກັ້ນການຝັງຕົວຂອງໄຂ່

  • ການໃສ່ຮ່ວງອະນາໄມສາມາດປ້ອງກັນການຖືພາໄດ້ຫຼາຍກວ່າ 99%
  • ຕ້ອງໃສ່ຈາກແພດຜູ້ຊ່ຽວຊານ ແລະ ໄດ້ຮັບການຝຶກອົບຮົມສະເພາະເທົ່ານັ້ນ
  • ສາມາດປ້ອງກັນການຖືພາໄດ້ເຖິງ 10 – 12 ປີ
  • ສາມາດເຮັດວຽກໜັກໄດ້ ແລະ ມີການຮ່ວມເພດໄດ້ປົກກະຕິ
  • ຫລັງຈາກທີ່ເອົາຮ່ວງອອກແມ່ຍິງສາມາດກັບມາຖືພາໄດ້ອີກທັນທີ

ຢາຝັງຄຸມກຳເນີດ

ສຽງຈາກຜູ້ທີ່ໃຊ້ ຢາຝັງຄຸມກຳເນີດ

ຢາຝັງຄຸມກໍາເນີດ ຈະມີຮູບແບບລັກສະນະເປັນຫຼອດຢາງຂະຫນາດນ້ອຍທີ່ໃສ່ເຂົ້າໃປໃນກ້ອງຜິວໜັງດ້ານໃນກົກແຂນ ຂອງແມ່ຍິງການໃສ່ດີທີ່ສຸດແມ່ນໃນລະຫວ່າງມື້ທີ 1-5 ຂອງຮອບວຽນປະຈໍາເດືອນ, ຢາຝັງຄຸມກໍາເນີດ ແມ່ນບັນຈຸຮໍໂມນໂປຼເຈສຕິນສັງເຄາະທີ່ຄ້າຍຄືກັບທໍາມະຊາດ, ຮໍໂມນໂປຼເຈສເຕໂຣນ , ຊ່ວຍເຮັດໃຫ້ເຮັດໃຫ້ຜະໜັງມົດລູກບາງລົງເພື່ອປ້ອງກັນການຝັງຕົວຂອງໄຂ່ທີ່ປະຕິສົນທິແລ້ວ, ເຮັດໃຫ້ເຍື່ອເມືອກຢູ່ປາກມົດລູກໜາຂຶ້ນ ເພື່ອປ້ອງກັນບໍ່ໃຫ້ອະສຸຈິເຄື່ອນເຂົ້າໄປຫາໄຂ່.
• ປະສິດທິພາບໃນການປ້ອງກັນການຖືພາຂອງຢາຝັງແມ່ນຫຼາຍກວ່າ 99%
• ຕ້ອງໃສ່ໂດຍແພດຜູ້ຊ່ຽວຊານ ແລະ ໄດ້ຮັບການຝຶກອົບຮົມສະເພາະເທົ່ານັ້ນ
• ສາມາດປ້ອງກັນການຖືພາໄດ້ເຖິງ 3 ປີ
• ສາມາດເອົາອອກໄດ້ທຸກໆຄັ້ງທີ່ມີຄວາມພ້ອມໃນການຖືພາ

ຢາສັກຄຸມກໍາເນີດ

ຢາສັກຄຸມກຳເນີດ ເປັນວິທີທີ່ມີປະສິດທິພາບ ດ້ວຍການສັກຢາທີ່ມີສ່ວນປະສົມຂອງ ຮໍໂມນ ເຂົ້າໄປໃນກ້າມຊີ້ນ ຂອງແມ່ຍິງ ເພື່ອປ້ອງກັນການຖືພາ
• ຖ້າສັກໂດຍທົ່ວໄປຈະສາມາດປ້ອງກັນການຖືພາໄດ້ 96% ແຕ່ຖ້າໃຊ້ຢ່າງຖືກຕ້ອງຕາມເຕັກນິກ ແລະ ຕົງເວລາຈະສາມາດປ້ອງກັນການຖືພາໄດ້ເຖິງ 99%.
• ທ່ານຕ້ອງໄດ້ໃຫ້ທ່ານໝໍທີ່ມີຄວາມຊໍານານ ແລະ ແພດທີ່ຜ່ານການຝຶກອົບຮົມ ເປັນຜູ້ສັກໃຫ້
• ສາມາດປ້ອງກັນການຖືພາໄດ້ເຖິງ 13 ອາທິດ (3 ເດືອນ)
• ແມ່ຍິງສາມາດຖືພາໄດ້ຫາກວ່າ ບໍ່ມີການສັກຢາຕື່ມ ຫຼັງຈາກ 13 ອາທິດ ຫຼື ຄົບກຳນົດປະສິດທິພາບຂອງຢາ

//hukmiplan.com/wp-content/uploads/2022/08/HMP_Header-Title_Section-Recovered_2.png

 

ປຽບທຽບແຕ່ລະວິທີ

ຍັງບໍ່ໝັ້ນໃຈແມ່ນບໍ່? ວ່າວິທີການຄຸມກຳເນີດແບບໃດ ເໝາະສຳລັບຕົວທ່ານ ເຂົ້າມາຮຽນຮູ້ນໍາກັນໄດ້ເລີຍ!!

 

ຖ້າທ່ານມີຄໍາຖາມທີ່ຍັງສົງໃສ ແລະ ບໍ່ເຂົ້າໃຈ ກະລຸນາຕິດຕໍ່ເຮົາໄດ້ທີ່

ເບີໂທສາຍດ່ວນ

https://hukmiplan.com/wp-content/uploads/2019/01/Asset-2-70x70.png
ໂທ: 020 555 666 17

ຄົ້ນຫາຜູ້ໃຫ້ບໍລິການ: