//hukmiplan.com/wp-content/uploads/2022/08/HMP_Header-Title_Section_2.jpg

ຂໍ້ມູນກ່ຽວກັບ ການຖືພາ

//hukmiplan.com/wp-content/uploads/2019/02/material-01.png

 

ການເລີ່ມຕົ້ນສ້າງຄອບຄົວ ຄືການຕັດສິນໃຈທີ່ດີ ແລະ ຫາກເຮົາມີຄວາມພ້ອມ ໃນຂັ້ນຕອນຕໍ່ໄປຂອງການໃຊ້ຊີວິດ ກໍຈະດີຫຼາຍ ແລະ ເຮົາສາມາດຖືພາໄດ້, ແມ່ຍິງທຸກຄົນສາມາດຖືພາເມື່ອເລີ່ມມີປະຈໍາເດືອນ (ໄລຍະທີ່ມີເລືອດໄຫຼອອກຈາກຊ່ອງຄອດໃນແຕ່ລະເດືອນ) ເມື່ອມີການຮ່ວມເພດໂດຍທີ່ບໍ່່ມີການປ້ອງກັນ ຈະເຮັດໃຫ້ແມ່ຍິງສາມາດຖືພາໄດ້.

ຫາກທ່ານຕ້ອງການຮູ້ຂໍ້ມູນເພິ່ມຕື່ມກ່ຽວກັບການຖືພາ, ອາການສະແດງອອກເມື່ອເວລາຖືພາ, ການເບິ່ງແຍງຕົນເອງເວລາຖືພາ, ການຝາກທ້ອງ ແລະ ອາການຕ່າງໆ ທ່ານສາມາດຮຽນຮູ້ໄດ້ທີ່ນີ້.

ການປ້ອງກັນການລຸລູກທີ່ບໍ່ປອດໄພ

ຖ້າທ່ານຍັງບໍ່ມີຄວາມພ້ອມທີ່ຈະມີລູກ ທາງອອກດຽວກໍ່ຄືການຄຸມກໍາເນີດ ການຄຸມກໍາເນີດຄືການປ້ອງກັນບໍ່ໃຫ້ມີການຖືພາ, ແຕ່ຖ້າຫາກວ່າທ່ານຖືພາໂດຍທີ່ບໍ່ໄດ້ຕັ້ງໃຈ ແລະ ຍັງບໍ່ພ້ອມທີ່ຈະມີລູກ ທ່ານສາມາດປ້ອງກັນການລຸລູກທີ່ບໍ່ປອດໄພໄດ້ໂດຍການ ຢຸດຕິການຖືພາດ້ວຍວິທີທາງການແພດ ເຊິ່ງວິທີການນີ້ສາມາດຊ່ວຍທ່ານໄດ້. ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບການປ້ອງກັນລຸລູກທີ່ບໍ່ປອດໄພ ແລະ ການດູແລຫຼັງການລຸລູກສໍາລັບທ່ານ ແລະ ຄົນທີ່ທ່ານຮູ້ຈັກໄດ້ ໂດຍການປຶກສາພວກເຮົາ
“ການລຸລູກໃນ ສປປ ລາວ”
ແມ່ຍິງລາວໝົດທຸກຄົນມີສິດເຂົ້າເຖິງການບໍລິການປ້ອງກັນການລຸລູກທີ່ບໍ່ປອດໄພ. ຜ່ານມາມີແມ່ຍິງລາວຫຼາຍໆຄົນໄດ້ພົບກັບບັນຫາການຖືພາໂດຍບໍ່ໄດ້ຕັ້ງໃຈ ແລະ ນໍາໄປສູ່ການລຸລູກ, ການລຸລູກໃນ ສປປ ລາວ ໄດ້ຖືກຍອມຮັບໃນປີ 2015 ໂດຍມີຈຸດປະສົງແມ່ນເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່ຈາກການລຸລູກທີ່ບໍ່ປອດໄພ. ປັດຈຸບັນນີ້ ການລຸລູກທີ່ປອດໄພກໍາລັງເລີ່ມເປັນທີ່ຍອມຮັບຈາກສັງຄົມ ເພາະນີ້ແມ່ນສິດທິພື້ນຖານຂອງແມ່ຍິງທີ່ສາມາດເຂົ້າເຖິງການລຸລູກດ້ວຍວິທີທີ່ປອດໄພ ແລະ ຫຼີກລ່ຽງການເສຍຊີວິດ.

ການລຸລູກທີ່ບໍ່ປອດໄພ:
ຄືການລຸລູກພາຍໃຕ້ເງື່ອນໄຂທີ່ບໍ່ປອດໄພ ວິທີການນີ້ໝາຍເຖິງວິທີການລຸລູກທີ່ຂາດຄວາມຮູ້ທາງດ້ານເຕັກນິກ ຫຼື ລຸລູກໂດຍແພດເຖື່ອນ (ແພດທີ່ບໍ່ໄດ້ຜ່ານການຝຶກອົບຮົມ) ລວມໄປເຖິງເຄື່ອງມືທີ່ໃຊ້ເຂົ້າໃນການລຸລູກບໍ່ໄດ້ຜ່ານການອະເຊື້ອ ແລະ ບໍ່ໄດ້ມາດຖານ ເຊິ່ງວິທີການເຫຼົ່ານີ້ ສາມາດເຮັດໃຫ້ແມ່ຍິງເສຍຊີວິດ.
ເພື່ອຫຼີກລ່ຽງຈາກການລຸລູກທີ່ບໍ່ປອດໄພ ທ່ານສາມາດໄປຮັບບໍລິການຕາມສະຖານທີ່ດັ່ງຕໍ່ໄປນີ້: ໂຮງໝໍລັດ, ຫ້ອງກວດພະຍາດ ແລະ ຮ້ານຂາຍຢາທີ່ມີຄວາມສາມາດໃຫ້ຄໍາແນະນໍາ ແລະ ສາມາດນໍາໃຊ້ຢາ Ace Mife ແລະ Ace Miso ເຂົ້າໃນການລຸລູກທີ່ປອດໄພ.
ຖ້າຫາກວ່າທ່ານມີຄໍາຖາມ ຫຼື ຕ້ອງການສອບຖາມຂໍ້ມູນເພີ່ມເຕີມກ່ຽວກັບວິທີຄຸມກໍາເນີດ ແລະ ການດູແລຫຼັງການລຸລູກ ສາມາດຕິດຕໍ່ໄດ້ທີ່ສາຍດ່ວນ 020 55566617.

ການດູແລຫຼັງການລຸລູກ

 

ການດູແລຫຼັງການລຸລູກເປັນສິ່ງທີ່ຄວນເອົາໃຈໃສ່ສໍາລັບແມ່ຍິງທີ່ຫາກໍ່ລຸລູກ ເພາະເປັນສິ່ງທີ່ກະທົບເຖິງຄວາມຮູ້ສຶກ, ຮ່າງກາຍ, ຈິດໃຈ ແລະ ສາສະໜາ.
ຫຼັງຈາກທີ່ມີການລຸລູກ ທ່ານໝໍຄວນໃຫ້ຄໍາປຶກສາ ແລະ ຄໍາແນະນໍາເພື່ອປອບໃຈຄົນເຈັບ ລວມທັງອາການຂ້າງຄຽງໃຫ້ແກ່ຄົນເຈັບຮັບຮູ້ ການໃຫ້ຄໍາແນະນໍາແກ່ຄົນເຈັບເພື່ອຮັບມືກັບອາການຂ້າງຄຽງທີ່ຈະເກີດຂື້ນບໍ່ວ່າຈະເປັນວິທີໃຊ້ຢາ ຫຼື ວິທີການດູດເພື່ອຮັບປະກັນວ່າຄົນເຈັບສາມາດຮັບມືກັບອາການດັ່ງກ່າວນັ້ນໄດ້ໃນເວລາກັບບ້ານ.
ຄົນເຈັບຄວນ ປຶກສາຄົນທີ່ທ່ານຮັກ ໝູ່ຄູ່ ແລະ ສາມາຊິກພາຍໃນຄອບຄົວ ຈະເຮັດໃຫ້ທ່ານຮູ້ສືກດີໄດ້ໄວຂື້ນໃນຊ່ວງເວລາດັ່ງກ່າວ. ນອກຈາກນີ້ແລ້ວ ຍັງມີວິທີການປະຕິບັດທາງດ້ານການແພດທີ່ຊ່ວຍທ່ານໃນການຟື້ນຟູໄດ້ໄວຂຶ້ນ; ປະຕິບັດຕາມຄໍາແນະນໍາຂອງທ່ານໝໍເມື່ອທ່ານຮູ້ວ່າເຈັບທ້ອງນ້ອຍ ຫຼື ມີເລືອດໄຫຼທາງຊ່ອງຄອດ.
ການລຸລູກເປັນສິ່ງທີ່ກະທົບກະເທືອນຈິດໃຈບໍ່ມີໃຜຢາກໃຫ້ມັນເກີດຂື້ນ ແຕ່ທ່ານບໍ່ຕ້ອງກັງວົນ ທ່ານສາມາດຮັບຄໍາປຶກສາກັບທ່ານໝໍເພື່ອຊ່ວຍໃຫ້ທ່ານດີຂື້ນ.

ສາມາດຕິດຕໍ່ໄດ້ທີ່ສາຍດ່ວນ 020 55566617.

//hukmiplan.com/wp-content/uploads/2022/08/HMP_Header-Title_Section-Recovered_2.png

 

ວິທີການຄຸມກຳເນີດ

ທ່ານບໍ່ພ້ອມທີ່ຈະຖືພາແມ່ນບໍ່? ເຂົ້າມາຮຽນຮູ້ວິທີການຄຸມກຳເນີດນຳກັນເພື່ອຊີວິດທີ່ດີຂອງທ່ານເອງ

ຄົ້ນຫາຜູ້ໃຫ້ບໍລິການ: