ສາຍນອນດົນ ນອນຊອດແຈ້ງຕ້ອງມາອ່ານ ເພາະວ່າທ່ານອນແຕ່ລະທ່ານັ້ນມີປະໂຫຍດຕ່າງກັນ ເພາະການນອນແມ່ນການພັກຜ່ອນຮ່າງກາຍ ສະນັ້ນການນອນຕ້ອງນອນໃຫ້ໄດ້ປະໂຫຍດຫຼາຍທີ່ສຸດ ທ່ານອນຫງາຍໂຕຕົງ: ຊ່ວຍບັນເທົາອາການປວດຄໍ ແລະ ໄມເກນ. ທ່ານອນຫງາຍ: ມີໝອນຮອງກ້ອງຫົວເຂົ່າ (ບໍລິເວນຂໍ້ພັບ): ຊ່ວຍບັນເທົາອາການປວດຫຼັງ. ທ່ານອນແຄງຂວາ: ຊ່ວຍເລື່ອງຍ່ອຍອາຫານໄດ້ດີ ບໍ່ກົດທັບຫົວໃຈ. ທ່ານອນແຄງຊ້າຍ: ຊ່ວຍແກ້ເລື່ອງປວດຫຼັງ. ທ່ານອນກອດໝອນຂ້າງ: ຊ່ວຍແກ້ອາການນອນໂກນ ແລະ ຊ່ວຍແມ່ຍິງຖືພາໄດ້ດີ. ຂໍ້ມູນຈາກ sleepkomfy.com ————————————- ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18 #Hukmiplan#ຮັກມີແຜນ#ຖາມເອື້ອຍ
ຂ່າວ
ສາຍນວດຄວນລະວັງ ຂໍ້ດີ ແລະ ຂໍ້ເສຍ ຂອງການນວດ
ໄດ້ຖືກສ້າງຂື້ນວັນທີແນ່ນອນຢູ່ແລ້ວວ່າການນວດກໍເປັນອີກ 1ວິທີໃນການຊ່ວຍໃຫ້ຜ່ອນຄາຍໄດ້ ແຕ່ວ່າມັນກໍມີຂໍ້ເສຍຢູ່ຄືກັນ ສະນັ້ນໃນມື້ນີ້ແອດຈະພາໄປຮູ້ກັບຂໍ້ດີ ແລະ ຂໍ້ເສຍຂອງການນວດ ຂໍ້ດີ: 1. ຊ່ວຍກະຕຸ້ນລະບົບປະສາດ. 2. ຊ່ວຍເລື່ອງໄຂຂໍ້ກະດູກ ເຮັດໃຫ້ການເໜັງຕີງໄດ້ຄ່ອງໂຕດີຂຶ້ນ ແລະ ຮ່າງກາຍມີຄວາມຢືດຢຸ່ນ. 3. ເຮັດໃຫ້ເລືອດລົມໄຫຼວຽນດີ ຮູ້ສຶກຜ່ອນຄາຍ. 4. ຊ່ວຍຂັບຂອງເສຍອອກຈາກຮ່າງກາຍ ເຮັດໃຫ້ການເຮັດວຽກຂອງລະບົບພາຍໃນມີປະສິດທິພາບດີ. 5. ແກ້ອາການປວດເອິກ, ປວດຄໍ, ປວດຫຼັງ ແລະ ອາການ ຊາຕີນຊາມື. 6. ຊ່ວຍໃຫ້ອາລົມດີ ແລະ ນອນຫຼັບງ່າຍ. ຂໍ້ເສຍ: 1. ມີຄວາມສ່ຽງທີ່ຈະເກີດອາການບວມ ຫຼື ຊ້ຳ 2. ມີໂອກາດເກີດການບວມແດງ ປວດຊ້ຳຕາມຈຸດທີ່ເຮົານວດ 3. ມີໂອກາດເກີດປັນຫາກ້າມເນື້ອອັກເສບ 4. ເສບຕິດເກີນໄປ ເມື່ອຍໜ້ອຍໜຶ່ງ ແມ່ນຢາກໄປນວດໂລດ. ————————————- ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 […]
ດື່ມກາເຟທຸກມື້ມີຜົນຕໍ່ສຸຂະພາບແນວໃດ?
ໄດ້ຖືກສ້າງຂື້ນວັນທີດື່ມກາເຟຊ່ວຍຫຍັງເຮົາ. – ຄາເຟອິນໃນກາເຟຊ່ວຍກະຕຸ້ນລະບົບປະສາດສ່ວນກາງເຮັດໃຫ້ບໍ່ງ່ວງນອນ. – ກະຕຸ້ນການຫຼັ່ງສານອາດິນນາລີນເຮັດໃຫ້ຫົວໃຈເຕັ້ນໄວ ແລະ ແຮງຂຶ້ນ. – ຊ່ວຍລົດການເກີດ ອານຸມູນອິດສະລະ ເຮັດໃຫ້ລົດການເກີດຫຼອດເລືອດແດງແຂັງ ເຊິ່ງດີຕໍ່ຮ່າງກາຍ. ດື່ມກາເຟເທົ່າໃດຈຶ່ງພໍດີ. – ຄາເຟອິນທີ່ເໝາະສົມບໍ່ຄວນເກີນ 200-400 ມິລີກຮາມຕໍ່ມື້. – ຜູ້ຖືພາບໍ່ຄວນເກີນ 200 ມິລີກຮາມຕໍ່ມື້. – ຊ່ວຍລົດການເກີດ ອານຸມູນອິດສະລະ ເຮັດໃຫ້ລົດການເກີດຫຼອດເລືອດແດງແຂັງ ເຊິ່ງດີຕໍ່ຮ່າງກາຍ. ດື່ມກາເຟຫຼາຍເກີນໄປ ອາດສົ່ງຜົນໃຫ້ເກີດໂລກເຫຼົ່ານີ້. – ໂລກຫົວໃຈ. – ໂລກຄວາມດັນເລືອດສູງ. – ໂລກໄຂມັນໃນເສັ້ນເລືອດສູງ. – ໂລກກະດູກຜ່ອຍ. Cr: https://thestandard.co/podcast/health-hacker-ep21/ ————————————- ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18 #Hukmiplan#ຮັກມີແຜນ#ຖາມເອື້ອຍ
ໂສດດົນ ລະວັງສະໝອງເສື່ອມ
ໄດ້ຖືກສ້າງຂື້ນວັນທີຖ້າວ່າໂສດຍັງບໍ່ແລ້ວ ເຮົາຍັງມີເລື່ອງມາຊໍ້າເຕີມກັນໄປອີກ, ເພາະຈາກຜົນການວິໄຈຈາກສະຖາບັນສາທາລະນະສຸກຂອງປະເທດນໍເວ ພົບວ່າຄົນທີ່ໂສດ ຫຼື ຢ່າຮ້າງ ຫາກເຖົ້າໄປຈະມີຄວາມສ່ຽງຕໍ່ພາວະສະໝອງເສື່ອມ ສູງກວ່າຄົນທີ່ແຕ່ງງານພຸ້ນໃດ ຈາກການສຶກສາຈາກຄົນຈຳນວນ 8,706 ຄົນ ອາຍຸລະຫວ່າງ 44-68 ປີ ປະມານ 11.6% ຂອງຜູ້ເຂົ້າຮ່ວມໄດ້ຖືກພົບເຫັນວ່າມີອາການສະໝອງເສື່ອມ ແລະ 35.3% ມີຄວາມບົກຜ່ອງທາງດ້ານສະຕິປັນຍາເລັກນ້ອຍ. ພົບວ່າປະຊາຊົນທີ່ມີບັນຫາຫຼາຍທີ່ສຸດແມ່ນ “ໂສດ” ສ່ວນສາເຫດນັກຄົ້ນຄວ້າຍັງບໍ່ທັນສາມາດກໍານົດວ່າ ສະໝອງເສື່ອມ ແມ່ນເກີດມາຈາກຄວາມສຳພັນທັງຫມົດ. ເພາະອາດມີປັດໃຈອື່ນໆທີ່ເຮັດໃຫ້ເກີດພະຍາດສະໝອງເສື່ອມໄດ້ເຊັ່ນ: ຄວາມກົດດັນຈາກການຢ່າຮ້າງ, ພະຍາດອ້ວນ, ການສູບຢາ. ເຊິ່ງຜົນຂອງການສຶກສາທີ່ຜ່ານມາພົບວ່າ ການແຍກຕົນເອງຈາກສັງຄົມ ລວມທັງຄວາມເຫງົາ ຄວາມໂດດດ່ຽວ ສາມາດເຮັດໃຫ້ສະໝອງເສື່ອມໄດ້ເຊັ່ນດຽວກັນ ອ້າງອີງຈາກ iflscience ————————- ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18 #Hukmiplan#ຮັກມີແຜນ#ຖາມເອື້ອຍ
ວິທີປ້ອງກັນຕົນເອງ ໃນໄລຍະທີ່ດິນຟ້າອາກາດປ່ຽນແປງ ດຽວຮ້ອນ-ດຽວເຢັນ.
ໄດ້ຖືກສ້າງຂື້ນວັນທີເລືອກເຄື່ອງນຸ່ງທີ່ເໝາະສົມກັບສະພາບອາກາດ. ຖ້າອາກາດເຢັນຄວນນຸ່ງເຄື່ອງທີ່ອົບອຸ່ນຢ່າງ, ແຕ່ຖ້າອາກາດຮ້ອນໃຫ້ນຸ່ງເຄື່ອງທີ່ລະບາຍອາກາດໄດ້ດີບໍ່ອຶດອັດເກີນໄປ. ນອນໃຫ້ພຽງພໍ. ການນອນສາມາດຊ່ວຍສ້າງລະບົບພູມຕ້ານທານໃຫ້ຮ່າງກາຍ ແລະ ສ້ອມແປງສ່ວນຕ່າງໆໃນຮ່າງກາຍໃຫ້ພ້ອມໃຊ້ງານໃນແຕ່ລະມື້, ທີ່ສຳຄັນຢ່າລືມນອນຫົ່ມຜ້າເພື່ອໃຫ້ຮ່າງກາຍອົບອຸ່ນຕະຫຼອດເວລາ. ປ່ອຍວາງ. ພະຍາຍາມຢ່າຄຽດ, ຢ່າກັງວົນຫຼາຍ ເພາະຄວາມຄຽດຈະເຮັດໃຫ້ລະບົບພູມຄຸ້ມກັນຫຼຸດລົງ ເຮັດໃຫ້ຮ່າງກາຍຂອງເຮົາເຈັບປ່ວຍງ່າຍ. ດື່ມນ້ຳດື່ມໃຫ້ພຽງພໍ. ໂດຍດື່ມໃນປະລິມານ 8 ຈອກຕໍ່ມື້ດ້ວຍນໍ້າອຸນຫະພູມປົກກະຕິ. ພະຍາຍາມບໍ່ດື່ມນ້ຳເຢັນ ແລະ ການກິນນໍ້າກ້ອນທີ່ບໍ່ສະອາດ ເຊິ່ງມີໂອກາດປົນເປື້ອນດ້ວຍເຊື້ອພະຍາດ. ກິນອາຫານໃຫ້ຄົບ 5 ໝວດ. ຫຼີກລ່ຽງອາຫານດິບ ແລະ ປຸງແຕ່ງບໍ່ສຳເລັດຮູບ ເພື່ອປ້ອງກັນອາຫານເປັນພິດ ແລະ ຖອກທ້ອງ. ອອກກຳລັງກາຍເປັນປະຈຳ. ການອອກກຳລັງກາຍຊ່ວຍເສີມສ້າງລະບົບພູມຄຸ້ມກັນໄດ້ດີ ບໍ່ວ່າຈະເປັນການຍ່າງ, ແກວ່ງແຂນ, ແລ່ນ ຫຼື ເຕັ້ນແອໂຣບິກ ແລະ ການເວດເທນນິ້ງກໍນັບໄດ້ວ່າເປັນທາງເລືອກທີ່ດີ. ພຽງເທົ່ານີ້ເຮົາກໍຈະມີສຸຂະພາບທີ່ດີ ແລະ ແຂງແຮງ ເພື່ອພ້ອມທີ່ຈະຮັບທຸກສະພາບການປ່ຽນແປງຂອງດິນຟ້າອາກາດໄດ້ແລ້ວ. ————————- ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18 […]
ເຊັກດ່ວນ ເຈົ້າກຳລັງທ້ອນເງິນຜິດວິທີຢູ່ຫຼືບໍ່ ?
ໄດ້ຖືກສ້າງຂື້ນວັນທີແນ່ນອນໃນຍຸກທີ່ທຸກຢ່າງຂຶ້ນລາຄາ ສິນຄ້າແພງຂຶ້ນ ຄ່າເງິນສູງຂຶ້ນ ຄ່າຄອງຊີບໃນແຕ່ລະມື້ແຕ່ລະເດືອນກໍ່ໜັກພໍສົມຄວນ, ເຮົາເລີຍຈຳເປັນຕ້ອງໄດ້ທ້ອນເງິນເພື່ອໃຊ້ໃນເວລາຈຳເປັນ. ແຕ່ວິທີການທ້ອນເງິນຂອງທ່ານນັ້ນເຂົ້າຂ່າຍການທ້ອນເງິນແບບຜິດໆ ຫຼື ບໍ່ ເຮົາມາອ່ານ ແລະ ຈັດການພຶດຕິກຳຕ່າງໆນຳກັນ. ປະຫຍັດເງິນໂດຍການເລືອກຊື້ເຄື່ອງຖືກ ແຕ່ບໍ່ມີຄຸນະພາບ. ສິ່ງທີ່ເຮົາຈຳເປັນຕ້ອງໃຊ້ ຫຼື ຈຳເປັນຕ້ອງຊື້ ຄວນຄຳນຶ່ງເຖິງການໃຊ້ໄລຍະຍາວ ເພາະຖ້າຊື້ມາແລ້ວ ເພໄວ ບໍ່ໄດ້ຄຸນະພາບ ຕ້ອງໄດ້ທຽວໄປຊື້ຢູ່ຕະຫຼອດ ຈະກາຍເປັນ ການສິ້ນເປືອງແທນ. ປະກັນໄພຊີວິດ ບໍ່ຕ້ອງຊື້ດອກ ຂ້ອຍຍັງແຂງແຮງຢູ່. ຢ່າໄດ້ປະໝາດເດັດຂາດ ມື້ດີຄືນດີເຮົາເຈັບບາດດຽວກໍເປັນໄດ້ ການຊື້ປະກັນ ຫຼື ມີປະກັນ ຈະຊ່ວຍໃຫ້ເຮົາລົດຄ່າໃຊ້ຈ່າຍໄດ້ຂ້ອນຂ້າງລາຍ ເວລາທີ່ເຮົາເຈັບເປັນ ຫຼື ເຂົ້າໂຮງໝໍ. ເຄື່ອງລົດລາຄາທັງທີບໍ່ໄດ້ໃຊ້ຕອນນີ້, ມື້ໜ້າຫາກໄດ້ໃຊ້ດອກຊື້ມາໄວ້ກ່ອນຊະ. ການຊື້ເຄື່ອງຊ່ວງລົດລາຄາຖືເປັນທາງເລືອກທີ່ດີ ແຕ່ຖ້າຫາກຂອງສິ່ງນັ້ນເຮົາເອງກໍບໍ່ໄດ້ຈຳເປັນໃຊ້ ມີ ຫຼື ບໍ່ມີກໍໄດ້ ເຮົາຄວນເກັບເງິນໄວ້ດີກວ່າ. ບໍ່ຕ້ອງລົງທຶນດອກ ເອົາເງິນໄປຝາກກິນດອກເບ້ຍດີກວ່າປອດໄພດີ. ເຊື່ອວ່າຕ້ອງມີຄົນຄິດແບບນີ້ແນ່ນອນ ແຕ່ທ່ານຮູ້ບໍ່ວ່າ ການກອດເງິນໄວ້ໂດຍບໍ່ມີແຜນນຳໄປລົງທຶນຫຍັງເລີຍ ມີຄວາມສ່ຽງຫຼາຍ ໂດຍສະເພາະທີ່ເຮົາເຫັນກັນໃນປັດຈຸບັນ ຄືເລື່ອງຂອງອັດຕາເງິນເຟີ້. ການທີ່ເງິນນອນຢູ່ລ້າໆ ເປັນໄປໄດ້ວ່າ ເຮົາອາດຈະຄ່ອຍໆ ທຸກລົງແບບບໍ່ຮູ້ໂຕກໍເປັນໄປໄດ້. […]
5 ຈຸດສໍາຄັນເພື່ອເພີ່ມປະສິດທິພາບໃນການສື່ສານຂອງຕົນ
ໄດ້ຖືກສ້າງຂື້ນວັນທີການສື່ສານເປັນສີ່ງທີ່ສຳຄັນທີ່ສຸດໃນການໃຊ້ຊິວິດປະຈຳວັນ, ຖ້າວ່າເຮົາສື່ສານອອກໄປໄດ້ບໍ່ດີ ຫຼື ສື່ສານອອກໄປຜິດຈຸດປະສົງກໍຈະເຮັດໃຫ້ຄວາມໝາຍປ່ຽນທັນທີ, ມື້ນີ້ເຮົາຈະມານຳສະເໜີ 5 ຈຸດສຳຄັນທີ່ຈະເພີ່ມປະສິດຕິພາບໃນການສື່ສານ 1. ຕັ້ງໃຈຟັງຢ່າງລະມັດລະວັງກ່ອນເວົ້າ. ເພື່ອທີ່ເຮົາຈະໄດ້ເຂົ້າໃຈ ແລະ ເກັບກໍາຈຸດເນື້ອໃນສຳຄັນໃຫ້ຖືກຕ້ອງ. ເພື່ອໃຫ້ສາມາດນຳມາຖ່າຍທອດຕໍ່ ຫຼື ປະຕິບັດງານໄດ້ຢ່າງມີປະສິດທິພາບ 2. ຕັ້ງສະມາທິ ບໍ່ວ່າຈະເວົ້າ, ຟັງ, ອ່ານ, ຫຼື ຂຽນ, ຕ້ອງມີສະມາທິດຢ່າງຕັ້ງໃຈ. ຢ່າປ່ອຍໃຫ້ຕົວເອງອອກຈາກຈຸດສຳຄັນ. ເນື່ອງຈາກວ່າມັນອາດຈະເຮັດໃຫ້ເກີດຄວາມຜິດພາດ ຫຼື ເຂົ້າໃຈຜິດໃນການລົງມືເຮັດວຽກໃດໜຶ່ງໄດ້. 3. ເລືອກໃຊ້ຄໍຳສັບ ຫຼື ພາສາທີ່ເຂົ້າໃຈງ່າຍ ການສື່ສານທີ່ມີປະສິດທິພາບສ່ວນໃຫຍ່ແມ່ນຂຶ້ນກັບຄໍາເວົ້າທີ່ເລືອກໃຊ້. ຖ້າໃຊ້ຄໍາຜິດ ຄວາມໝາຍກໍຈະປ່ຽນຕາມ. 4. ຮຽນໃຊ້ພາສາກາຍໃຫ້ເປັນ ສິ່ງສຳຄັນຢ່າງໜຶ່ງເວລາທີ່ເຮົາຕ້ອງສື່ສານນັ່ນກໍຄືພາສາກາຍ ບໍ່ວ່າຈະເປັນການສະແດງອອກທາງສີຫນ້າ, ການໃຊ້ມື ຫຼື ແມ້ກະທັ້ງສາຍຕາ. ທັງຫມົດເຫຼົ່ານີ້ລ້ວນມີຜົນຕໍ່ການສື່ສາ. ພະຍາຍາມເຮັດໃຫ້ຕົວເອງຜ່ອນຄາຍ ເວົ້າຊ້າໆ ແຈ້ງໆ ສະບາຍສະບາຍ, ບໍ່ສັ່ນ, ບໍ່ຕື່ນເຕັ້ນ. 5. ຈັບໃຈຄວາມ ແລະ ປະເດັນຂອງແຕ່ລະການສົນທະນາໃຫ້ໄດ້. ທຸກໆຄັ້ງທີ່ມີການສົນທະນາເລື່ອງສຳຄັນ ເມື່ອໃກ້ຈົບການສົນທະນາແລ້ວ ຄວນເວົ້າທວນຄືນ […]
5 ວິທີການພັກຜ່ອນສາຍຕາຈາກການເຮັດວຽກໜ້າຄອມຫຼາຍໆຊົ່ວໂມງ.
ໄດ້ຖືກສ້າງຂື້ນວັນທີປວດຕາ, ແສບຕາ, ຕາລາຍ ເປັນ 1 ໃນຫຼາຍບັນຫາທີ່ເຮົາຈະພົບເຈີເວລານັ່ງເຮັດວຽກດົນໆ ໃນໂພສນີເຮົາຈະບອກວິທີການໃນການພັກສາຍຕາມາແນະນຳໃຫ້ທຸກຄົນໄດ້ໄປລອງໃຊ້ ໃຊ້ມືປິດຕາໂຕເອງໄວ້ປະມານ 10 ນາທີ ແລະ ຈິນຕະນາການຫາສະຖານທີ່ ທີ່ເຄີຍໄປ ຫຼື ຢາກໄປ. ແນມເບິ່ງສິ່ງໃດໜຶ່ງໄລຍະໄກໆ ໃຊ້ສາຍຕາແນມໄປຊ້າຍແດ່ ແນມໄປຂວາແດ່ ເພື່ອລົດການຈ້ອງແຕ່ໜ້າຈໍຄອມ. ການກະພິບຕາຈະເປັນສິ່ງໜຶ່ງທີ່ຊ່ວຍບໍ່ໃຫ້ຕາເຮົາເມື່ອລ້າ ເນື່ອງຈາກການເຮັດວຽກ ແລ້ວຈ້ອງເບິ່ງຈໍຄອມດົນໆຈະເຮັດໃຫ້ປວດຕາ. ໃຊ້ຜ້າສະອາດ ຈຸ່ມນ້ຳອຸ່ນ ແລະ ນ້ຳເຢັນ ມາປົກຕາ ສະຫຼັບກັນໄປຈະເຮັດໃຫ້ມີຄວາມຮູ້ສຶກຜ່ານຄາຍ. ແນມເບິ່ງວັດຖຸ ຫຼື ສິ່ງໃດໜຶ່ງທີ່ກຳລັງເຄື່ອນທີແບບຊ້າໆ ເຊັ່ນ ນົກທີ່ກຳລັງບິນ ເພື່ອບໍລິຫານສາຍຕາ. ————————- ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617-18 #Hukmiplan#ຮັກມີແຜນ#ຖາມເອື້ອຍ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຄົນໃໝ່!
ໄດ້ຖືກສ້າງຂື້ນວັນທີສະພາແຫ່ງຊາດຮັບຮອງ ທ່ານ ສອນໄຊ ສີພັນດອນເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ຂປລ. ໃນກອງປະຊຸມສະໄຫມສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 30 ທັນວາ 2022 ເປັນມື້ສຸດທ້າຍຂອງການດຳເນີນກອງປະຊຸມ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ໃນພາກບ່າຍຂອງກປະຊຸມດັ່ງກ່າວ ໄດ້ມີວາລະພິເສດ ໂດຍມີທ່ານ ທອງລຸນ ສີສຸລິດ ປະທານປະເທດ, ພ້ອມດ້ວຍການນຳພັກ-ລັດຂັ້ນສູງ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ. ທ່ານນາງ ສູນທອນ ໄຊຍະຈັກຮອງປະທານສະພາແຫ່ງຊາດ ໄດ້ອ່ານໜັງສືສະເໜີຂອງປະທານປະເທດແຫ່ງ ສປປ ລາວ ກ່ຽວກັບການຂໍພັກການອອກຮັບອຸດຫໜູນບໍານານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນ ຕີແຫ່ງ ສປປ ລາວ (ຍ້ອນບັນຫາສຸຂະພາບ) ແລະ ຜ່ານໜັງສືສະເໜີຂອງ ທ່ານປະທານປະເທດ ກ່ຽວກັບການສະເໜີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ […]
Miss Universe Laos ໃຫ້ສໍາພາດ ລາຍການຊື່ດັງ ຂອງ ສ.ອາເມລິກາ
ໄດ້ຖືກສ້າງຂື້ນວັນທີຊົມເຊີຍ Miss Universe Laos ເຂົ້າຮ່ວມ ໃຫ້ສໍາພາດຢູ່ ໂທລະພາບ ລາຍການຊື່ດັງ 3 the CW Las Begas ຂອງ ສ.ອາເມລິກາ ໃນວັນທີ 29/12/2022 ! ຕິດຕາມຮັບຊົມການສໍາພາດ ໄວໄວນີ້ !