ເປັນເລື່ອງທຳມະດາທີ່ຜູ້ຍິງຫຼາຍຄົນຕ້ອງເລືອກສິ່ງດີໆໃຫ້ກັບຕົວເອງຖ້າເປັນເລື່ອງຂອງຄວາມຮັກແລ້ວຍິ່ງຕ້ອງເລືອກເປັນພິເສດຖ້າບໍ່ຢາກເສຍໃຈພາຍຫລັງ ແລະ ກໍຍັງມີຜູ້ຍິງອີກຫຼາຍຄົນທີ່ມີຄວາມເຊື່ອຜິດໆເຊັ່ນ: 1, ຕ້ອງເປັນຄົນຫລໍ່: ນີ້ຖືວ່າເປັນການປິດໂອກາດຜູ້ຊາຍດີໆ ທີ່ຮັກຈິງອີກຫຼາຍຄົນບໍ່ໃຫ້ເຂົ້າມາໃນຊີວິດຂອງເຈົ້າ ຍ້ອນວ່າໃນຄວາມຄິດຂອງເຈົ້າຄິດຢ້ຳແຕ່ວ່າຕ້ອງແມ່ນຜູ້ຊາຍທີ່ໜ້າຕາດີເທົ່ານັ້ນ ແຕ່ຢ່າລືມວ່າຄົນໜ້າຕາຫລໍ່ແຕ່ໃຈບໍ່ຫຼໍ່ກໍມີອີກຫຼາຍເຊັ່ນກັນ 2, ຕ້ອງເປັນຄົນຫຸ່ນດີ ແລະ ສູງ: ຜູ້ຍິງຫຼາຍຄົນມັກຜູ້ຊາຍຫຸ່ນດີເພາະເວລາຢ່າງນຳແລ້ວຮູ້ສຶກດູດີມີສະເໜ່ ແຕ່ທີ່ຈິງແລ້ວຄວາມຮັກມັນບໍ່ແມ່ນພຽງການຈັບມືຖືແຂນໄປໃສມາໃສນຳກັນຢ່າງດຽວ ແຕ່ມັນມີຫຼາຍກວ່າທີ່ເຈົ້າຄິດ ເພາະສະນັ້ນຢ່າງຕົກລົງປົງໃຈພຽງເພາະວ່າເຂົາຫຸ່ນດີ, ສູງ ເທົ່ານັ້ນ 3, ຕ້ອງເປັນຄົນລວຍ: ບໍ່ຜິດທີ່ຄິດແບບນັ້ນເພາະໃຜໆກໍຢາກມີຊີວິດທີ່ສຸກສະບາຍ, ກິນດີຢູ່ດີ ແຕ່ຮູ້ບໍ່ວ່າເງິ່ນບໍ່ສາມາດເຕີມເຕັມຄວາມຮູ້ສຶກທາງຈິດໃຈໄດ້ ແລະ ຜູ້ຊາຍບາງຄົນກໍອາດຈະລວຍຍ້ອນເງິນພໍ່ແມ່ກໍມີອີກຫຼາຍ ທາງທີ່ດີໃຫ້ລອງປ່ຽນໝຸມມອງ ຫັນມາເບິ່ງຄົນທີ່ດຸໝັ່ນຮູ້ຈັກທຳມາຫາກິນ ແບບນີ້ໜ້າຈະເຮັດໃຫ້ຊີວິດດູດີມີອະນາຄົດຫຼາຍກວ່າ ເພາະສະນັ້ນແລ້ວເຮົາກໍຄວນຄິດທົບທວນກັບຕົວເອງໃຫ້ດີໆ ທຸກຄົນມີການວາງແຜນໃຫ້ຕົວເອງ ແຕ່ຈະວາງແຜນແບບໃດໃຫ້ດີນັ້ນເປັນທີ່ສຳຄັນ ແລະ ບໍ່ຄວນເບິ່ງຂ້າມເດັດຂາດ ຂອບໃຈຂໍ້ມູນຈາກ: https://www.zazio.shop/blog/choose-a-boyfriend/ ຂໍ້ມູນເພີ່ມຕື່ມ: hukmiplan.com ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 #ຮັກມີແຜນ #ຖາມເອື້ອຍໄດ້
ຂ່າວ
ເປັນຫຍັງຕ້ອງຄຸມກຳເນີດ?
ໄດ້ຖືກສ້າງຂື້ນວັນທີການຄຸມກຳເນີດຍັງເປັນເລື່ອງໃໝ່ໃນສັງຄົມໄວໜຸ່ມລາວ ເພາະສະນັ້ນກໍບໍ່ແມ່ນເລື່ອງແປກທີ່ຫຼາຍຄົນຍັງມີຄວາມອາຍບໍ່ກ້າທີ່ຈະເຂົ້າໄປຮັບຄຳປຶກສາຈາກແພດໝໍໂຮງໝໍ ແຕ່ນັ້ນບໍ່ແມນປັນຫາເພາະ ຮັກມີແຜນ ສາມາດໃຫ້ຄຳປຶກສາທຸກຄົນທີ່ຢາກຮູ້ຂໍ້ມູນກ່ຽວກັບການຄຸມກຳເນີດລວມເຖິງປະສິດທິພາບ ແລະ ຜົນຂ້າງຄຽງ ພຽງແຕ່ກົດລິ້ງດ້ານລຸ່ມນີ້: ການຄຸມກຳເນີດແຕ່ລະຊະນິດ: https://hukmiplan.com/contraceptive-page/ ປະສິດທິພາບຂອງແຕ່ລະປະເພດ:https://hukmiplan.com/compare-and-side-effect/ ຜົນຂ້າງຄຽງ: https://hukmiplan.com/compare-and-side-effect/#8 ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 #ຮັກມີແຜນ #ຖາມເອື້ອຍໄດ້
5 ວິທີຮັບມືກັບສະພາບອາກາດປ່ຽນແປງ
ໄດ້ຖືກສ້າງຂື້ນວັນທີເປັນຫຍັງເຮົາຈຶ່ງຍົກຫົວຂໍ້ນີ້ມາສົນທະນາ? ເພາະວ່າ: ໃນໄລຍະນີ້ອາກາດປ່ຽນແປງເລື້ອຍໆ ຫຼາຍຄົນເກີດມີອາການເມື່ອຍ, ເພຍ, ເປັນຫວັດ, ເປັນໄອຫຼາຍ. ເຊິ່ງອາການເຫຼົ່ານີ້ເກີດມາຈາກການທີ່ອາການມີການປ່ຽນແປງຢ່າງກະທັນຫັນ, ເຊິ່ງຕາມທໍາມະດາແລ້ວຮ່າງກາຍເຮົາຈະໃຊ້ເວລາປັບໂຕຢູ່ປະມານ 2 ອາທິດ, ແຕ່ຖ້າມີການປ່ຽນແປງອາກາດແບບໄວວາ ກໍ່ຈະສົ່ງຜົນກະທົບຕໍ່ຮ່າງກາຍຂອງຄົນເຮົາ ເຮັດໃຫ້ບໍ່ສະບາຍ ແລະ ມີອາການເມື່ອຍ, ເພຍ, ເປັນຫວັດ, ເປັນໄອ, ເປັນໄຂ້ ດັ່ງທີ່ເຮົາເວົ້າມາໄດ້. ວິທີການຮັບມືກັບ ສະພາບອາກາດທີ່ມີການປ່ຽນແປງນີ້ ມີຄືແນວໃດ? ມື້ນີ້ ຈະຂໍມາແລກປ່ຽນ 5 ວິທີຮັບມືກັບສະພາບອາກາດປ່ຽນແປງ ເຊິ່ງມີລາຍລະອຽດດັ່ງນີ້: 1. ເຂົ້ານອນໄວ ເພື່ອໃຫ້ໄດ້ພັກຜ່ອນຢ່າງພຽພໍ ດີແທ້ແມ່ນປະມານ 8 ຊົ່ວໂມງຕໍ່ມື້. 2. ດື່ມນໍ້າໃຫ້ຫຼາຍ ເພາະການຂາດນໍ້າໃນຍາມໜາວ ນອກຈາກຈະເຮັດໃຫ້ຜິວແຫ້ງ (ເນື່ອງຈາກໃນຍາມໜາວ ຜິວໜັງເຮົາຈະສູນເສຍນໍ້າຫຼາຍກວ່າປົກກະຕິ) ຍັງເຮັດໃຫ້ເກີດພາວະຄວາມດັນເລືອດຕໍ່າ ເຊິ່ງສົ່ງຜົນໃຫ້ເຮົາຮູ້ລຶກເຫງົານອນ ແລະ ອິດເມື່ອຍໄດ້. ອີກຢ່າງໜື່ງການກິນນໍ້າເຢັນຫຼາຍ ກໍ່ອາດຈະເຮັດໃຫ້ເຈັບຄໍ, ເປັນໄອໄດ້. 3. ອອກກໍາລັງກາຍ ຊ່ວຍເຮັດໃຫ້ຮ່າງກາຍແຂງແຮງ, ລະບົບເລືອດໜູນວຽນດີ. ດີທີ່ສຸດຄວາມອອກກໍາລັງກາຍແບບຕໍ່ເນື່ອງ ເຊັ່ນ: ແລ່ນ, […]