ການດື່ມນ້ຳໃຫ້ໄດ້ປະລິມານທີ່ເໝາະສົມຈະຊ່ວຍໃຫ້ຮ່າງກາຍເຮົາຢູ່ໃນສະພາວະສົມດຸນ
ຂັ້ນທຳອິດເຮົາຕ້ອງເຂົ້າໃຈໜ້າທີ່ ແລະ ຄວາມຈຳເປັນຂອງນ້ຳຕໍ່ຮ່າງກາຍ
ນ້ຳເປັນສ່ວນປະກອບທີ່ສຳຄັນຂອງຮ່າງກາຍ ເປັນອົງປະກອບເຖິງ 2ໃນ3 ຂອງຮ່າງກາຍ ການທີ່ເຮົາໄດ້ຮັບນ້ຳໃນປະມານທີ່ນ້ອຍເກີນໄປເຊວເຮົາຈະແຫ້ງ(ສັງເກດງ່າຍໆຈາກຜິວໜັງ) ນ້ຳຍັງມີສ່ວນຊ່ວຍໃນການລຳລຽງສານອາຫານໄປຍັງສ່ວນຕ່າງໆຂອງຮ່າງກາຍ ຊ່ວຍໃນການຂັບຖ່າຍຂອງເສຍອອກຈາກຮ່າງກ່າຍ ນອກຈາກນີ້ນ້ຳຍັງຊ່ວຍໃນການປັບສົມດຸນພາຍໃນຮ່າງກາຍອີກດ້ວຍ
– ປະລິມານທີ່ຄວນດື່ມນ້ຳຕໍ່ວັນ
ສຳລັບຄົນທົ່ວໄປໃຫ້ຄຳນວນງ່າຍໆຄື ນຳນ້ຳໜັກໂຕດ້ວຍ 33 ໂດຍໜ່ວຍເປັນ CC ຕົງຢ່າງເຊັ່ນ ເຮົາມີນ້ຳໜັກ 70 ກິໂລກຣັມ ເຮົາກໍຄວນດື່ມນ້ຳຢ່າງໜ້ອຍ 33X70= 2,310CC ຄື 2 ລິດ ຫຼື ງ່າຍໆຄືຄວນດື່ມນ້ຳຢ່າງນ້ອຍວັນລະ 8-10 ແກ້ວ ຖ້າຫາກຕ້ອງອອກກໍາລັງກາຍ ຫຼື ເຮັດວຽກໜັກ ເຮົາອາດຕ້ອງເພີ່ມປະລິມານນໍ້າທີ່ຕ້ອງດື່ມໃນແຕ່ລະວັນ ການດື່ມນ້ຳຍັງເຮັດໃຫ້ຜິວຂອງເຮົາສຸຂະພາບດີອີກດ້ວຍ
ເພາະສະນັ້ນແລ້ວເຮົາບໍ່ຄວນເບິ່ງຂ້າມສິ່ງທີ່ສຳຄັນຕໍ່ຮ່າງກາຍຂອງເຮົາ ຊີວິດການເປັນຢູ່ຈະດີ ຄວນເລີ່ມຈາກສຸຂະພາບທີ່ດີກ່ອນ
ຂອບໃຈຂໍ້ມູນຈາກ: https://www.honestdocs.co/drink-water-for-health-how-much-body-needs
__________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617
#ຮັກມີແຜນ#ຖາມເອື້ອຍໄດ້