ຂໍ້ມູນເພີ່ມຕື່ມ

ຂໍ້ມູນເພີ່ມຕື່ມ

ຂໍ້ມູນທີ່ທ່ານກຳລັງອ່ານຢູ່ນີ້ຈະຊ່ວຍໃຫ້ທ່ານຮູ້ວິທີການວາງແຜນຄອບຄົວທີ່ມີຢູ່ໃນປະຈຸບັນນີ້ ແລະ ທ່ານຍັງຈະຮູ້ກ່ຽວກັບປະສິດທິພາບຂອງແຕ່ລະວິທີການຄຸມກຳເນີດ ສິ່ງທີ່ສຳຄັນທີ່ສຸດຄືຂໍ້ມູນນີ້ຈະເປັນປະໂຫຍດແກ່ຄູ່ຜົວເມຍທີ່ຍັງບໍ່ທັນມີຄວາມພ້ອມທີ່ຈະມີລູກ. ນອກຈາກນີ້ແລ້ວການເລືອກວິທີການວາງແຜນຄອບຄົວຍັງສາມາດປ້ອງກັນການຖືພາແບບບໍ່ຕັ້ງໃຈ ແລະ ພະຍາດຕິດຕໍ່ທາງເພດສຳພັນອີກດ້ວຍເຊີ່ງຖືວ່າມີຄວາມສຳຄັນຫຼາຍຕໍ່ກັບໄວໜຸ່ມໃນໄວຈະເລີນພັນ. ແຕ່ເຖີງຢ່າງໃດກໍ່ຕາມຖ້າຫາກວ່າບໍ່ມີການວາງແຜນຄອບຄົວ ຫຼື ໃຊ້ມາແລ້ວແຕ່ ຢຸດທີ່ຈະຄຸມກຳເນີດຈະພາໃຫ້ມີການຖືພາໂດຍບໍ່ໄດ້ຕັ້ງໃຈໃນພາຍຫຼັງຕໍ່ມາ. ວິທີການວາງແຜນຄອບຄົວຈະມີສອງ ໝວດຄືດັ່ງລຸ່ມນີ້:່

  • ໝວດຮູບແບບຮໍໂມນ ໄດ້ແກ່: ຢາຝັງ, ຢາສັກ, ຢາກິນ ແລະ ຢາຄຸມສຸກເສີນຊະນິດກິນ.
  • ຮູບແບບບໍ່ແມ່ນຮໍໂມນໄດ້ແກ່: ຮ່ວງອານາໄມ, ຖົງຢາງອານາໄມຊາຍ ແລະ ຍິງ, ແລະ ວິທີການເອົານຳ້ອອກນອກເຊີ່ງແຕ່ລະວິທີຈະມີຄວາມແຕກຕ່າງກັນດັ່ງລຸ່ມນີ້:

1. ຖົງຢາງອານາໄມຊາຍ: ຖົງຢາງອານາໄມສາມາດປ້ອງກັນການຖືພາໂດຍບໍ່ໄດ້ຕັ້ງໃຈ ແລະ ສາມາດປ້ອງກັນພະຍາດຕິດຕໍ່ທາງເພດສຳພັນໄດ້.
2. ຢາຄຸມກຳເນີດຊະນິດປະສົມຈະປະກອບໄປດ້ວຍຮໍໂມນສອງຊະນິດຄື:
ໂປຼເຈສໂຕໂຣນ ແລະ ເອສໂຕເຈນ ວິທີການກິນຄືຕ້ອງກິນທຸກມື້ ແລະ ຕົງເວລາ.
ຢາຄຸມກຳເນີດຊະນິດຮໍໂມນດຽວໂປຼເຈສຕິນ: ( ເໝາະສຳລັບແມ່ມານທີ່ເກິດລູກໃໝ່ ) ວິການກິນຕ້ອງກີນທຸກມື້ ແລະ ຕົງເວລາ.
3. ຢາຄຸມກຳເນີດຊະນິດສັກ: ເປັນຢາສັກທີ່ມີສ່ວນປະສົມຂອງຮໍໂມນ ແລະ ຕ້ອງໄດ້ສັກທຸກໆ 13 ອາທິດ.
4. ຮ່ວງອານາໄມ ( ບໍ່ແມ່ນຊະນິດຮໍໂມນ ):
ການໃສ່ຮ່ວງອານາໄມຈະຕ້ອງໄດ້ຜ່ານການປະຕິບັດຈາກທ່ານໝໍທີ່ມີຄວາມຊຳນານ ແລະ ໄດ້ຜ່ານການຝືກອົບຮົມ.
ວິທີການຄຸມກຳເນີດຊະນິດນີ້ສາມາດຄຸມກຳເນີດໄດ້ເຖີງ 12 ປີ.
5. ວິທີຢາຝັງ (ຫຼື ຝັງເຂັມ ສັບທົ່ວໄປ): ຢາຝັງຈະເປັນທ່ອນນ້ອຍໆທີ່ຝັງໄວ້ໃນກ້ອງຜິວໜັງກົກແຂນຂອງແມ່ຍິງ ເຊີ່ງສາມາດປ້ອງກັນການຖືພາໄດ້ຍາວນານເຖິງ 3 ປີ.
6. ຢາຄຸມກຳເນີດສຸກເສີນ: ຫຼັງຈາກມີການຮ່ວມເພດທີ່ບໍ່ໄດ້ມີການປ້ອງກັນ ທ່ານຄວນກີນຢາຄຸມກຳເນີດພານໃນ 5 ມື້ຫລັງຈາກມີການຮ່ວມເພດ ແຕ່ເພື່ອປະສິດທິພາບທີ່ສູງສຸດ
ຄວນກິນຢາທັນທີເມື່ອຮູ້ວ່າບໍ່ໄດ້ມີການປ້ອງກັນ. ຍີ່ງທ່ານກິນຢາຄຸມກຳເນີດສຸກເສີນໄວເທົ່າໃດໂອກາດທີ່ຈະຖືພາຍິ່ງໜ້ອຍລົງ.
7. ວິທີເອົານຳ້ອອກນອກ: ວິທີນີ້ເປັນວິທີແບບທຳມະຊາດເມື່ອຜູ້ຊາຍໃກ້ຈະເຖີງຈຸດຊຸດຍອດ (ນຳ້ອະສຸຈິໄກ້ຈະອອກ) ຜູ້ຊາຍຈະຖອດອະໄວຍະວະເພດອອກມາ
ເພື່ອປ່ອຍນຳ້ ອາສຸຈິອອກນອກ ເຊິ່ງວິທີການຄຸມກຳເນີດປະເພດນີ້ມີຄວາມສ່ຽງສູງທີ່ຈະຖືພາ. ນອກຈາກນີ້ແລ້ວວິທີວາງແຜນຄອບຄົວຍັງມີອີກຫຼາຍໆວິທີທີ່ ບໍ່ຄ່ອຍນິຍົມໃຊ້ໃນ
ສປປ ລາວ ເຊັ່ນວ່າ:

  • ຢາຄຸມກຳເນີດຊະນິດຕິດ: ຢາຄຸມຊະນິດນີ້ຈະເປັນແຜ່ນຮໍໂມນຊະນິດຕິດຢູ່ຜິວໜັງ ເຊີ່ງຈະຕ້ອງໄດ້ຕິດທຸກໆ 1 ອາທິດ.
  • ວິທີຄຸມກຳເນີດແບບໝັນຍີງ-ໝັນຊາຍ:
    ເຖິງແມ່ນວ່າວິທີນີ້ຈະມີທາງເລືອກໃຫ້ແກ່ທັງຍີງທັງຊາຍກໍ່ຕາມທ່ານຈະຕ້ອງມີຄວາມໝັ້ນໃຈວ່າທ່ານຈະບໍ່ຕ້ອງການລູກອີກແລ້ວ ເພາະວ່າວິທີນີ້ເປັນວິທີຄຸມ
    ກຳເນີດແບບຖາວອນ.
  • ຖົງຢາງອານາໄມສຳຫຼັບທ່ານຍີງ: ເປັນແຜ່ນຢາງອອ່ນໜຸ້ມ ທີ່ໃສ່ເຂົ້າໄປໃນອະໄວຍະວະເພດຍີງ ເພື່ອປ້ອງກັນບໍ່ໃຫ້ນຳ້ອະສຸຈິເຂົ້າໄປຫາມົດລູກເພື່ອປະຕິສົນທິກັບໄຂ່.
  • ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບການວາງແຜນຄອບຄົວ, ຫຼືມີຄຳຖາມ ທີ່ຍັງບໍ່ເຂົ້າໃຈ ຫຼື ທ່ານຕ້ອງການວາງແຜນຄອບຄົວແຕ່ບໍ່ຮູ້ຈະເລືອກວິທີໃດ ທ່ານສາມາດຕິດຕໍ່ຫາ
    ທ່ານໝໍຕາມສະຖານທີ່ບໍລິການໂຮງໝໍລັດ ແລະ ຕາມຫ້ອງກວດພະຍາດໃກ້ບ້ານທ່ານ ຫຼື ທ່ານສາມາດຕິດຕໍ່ພວກເຮົາຕາມລິ້ງລຸ່ມນີ້:
ຢາຄຸມກຳເນີດ:

ຢາກິນຄຸມກຳເນີດຈະມີຢູ່ 2 ຊະນິດ ຄື: ຢາຄຸມກຳເນີດຊະນິດປະສົມເຊິງເປັນຊະນິດທີ່ນິຍົມ ຢາຄຸມກຳເນີດຊະນິດນີ້ຈະມີສ່ວນປະສົມຂອງຮໍໂມນ ໂປເຈສໂຕໂຣນ ແລະ ເອສໂຕຼເຈນໃນປະລິມານຕໍ່າ ແລະ ຊະນິດທີ 2 ແມ່ນຢາຄຸມກຳເນີດຊະນິດຮໍໂມນດ່ຽວ ຄືໂປເຈສຕິນ ເໝາະກັບລູກອ່ອນທີ່ລ້ຽງລູກດ້ວຍນົມແມ່ ແລະ ເໝາະສຳລັບແມ່ຍິງຜູ້ທີ່ບໍ່ສາມາດກິນຢາຄຸມຊະນິດເອສໂຕເຈນໄດ ສະຫລຸບຄື ຢາຄຸມທັ້ງ2 ປະເພດນີ້ແມ່ນມີສ່ວນປະສົມຂອງປະລິມານຮໍໂມນທີ່ຕໍ່າແລະສາມາດຄຸ່ມກຳເນີດໄດ້ທັ້ງ 2 ເຊັ່ນກັນ ໂດຍຫ້າມບໍ່ໃຫ້ໄຂ່ຂອງແມ່ຍິງຕົກ. ວິທີການກິນແມ່ນຕ້ອງໄດ້ກິນທຸກໆມື້ແລະຕົງເວລາຖ້າທ່ານກິນບໍ່ຕົງເວລາຫລືຂ້າມມື້ກິນ ຈະເຮັດໃຫ້ປະສິດທິພາບໃນການຄຸມກຳເນີດຕໍ່າ ແລະ ອາດເຮັດໃຫ້ຖືພາໄດ້.
ຂໍ້ດີຂອງຢາກິນ:

  • ປະສິດທິພາບຂອງການປ້ອງກັນການຖືພາ 93% ແລະ ຈະໄດ້ຜົນກວ່ານີ້ຖ້າຫາກກິນຕົງເວລາ ແລະ ກິນທຸກໆມື້
  • ສະດວກໃນການຕັດສິນໃຈ ສາມາດຢຸດກິນໄດ້ທັນທີເມື່ອບໍ່ຕ້ອງການຄຸມກຳເນີດ

ຂໍ້ເສຍ:

  • ເມື່ອເລີມກິນ ປະຈຳເດືອນຈະມາຜິດປົກກະຕິ ອາດຈະມາຫລາຍ ຫຼື ໜ້ອຍອີງຕາມ ສະພາບຮ່າງກາຍຂອງແຕ່ລະຄົນ
  • ອາດຮູ້ສຶກປວດຮາກ ຫຼື ນໍ້າຫນັກຜິດປົກກະຕິ
ຢາຄຸມສຸກເສີນ:

ຢາເມັດຄຸມກໍາເນີດສຸກເສີນແມ່ນຖືກໃຊ້ໃນກໍລະນີທີ່ສຸກເສີນ ພາຍຫຼັງທີ່ມີການຮ່ວມເພດທີ່ບໍ່ໄດ້ປ້ອງກັນ ແລະ ຄິດວ່າການຮ່ວມເພດນັ້ນອາດເຮັດໃຫ້ຖືພາແບບບໍ່ຕ້ອງການ. ຖ້າທ່ານກິນຢາເມັດຄຸມກໍາເນີດສຸກເສີນພາຍໃນ 5 ມື້ຫລັງຈາກມີການຮ່ວມເພດທີ່ບໍ່ໄດ້ປ້ອງກັນ ຈະສາມາດປ້ອງກັນການຖືພາແບບບໍ່ຕ້ອງການໄດ້, ແຕ່ວ່າກິນໄວເທົ່າໃດຫຼັງຈາກມີການຮ່ວມເພດ ປະສິດທິຜົນໃນການປ້ອງກັນການຖືພາຍິ່ງສູງເທົ່ານັ້ນ. ພະຍາຍາມໃຊ້ວິທີຄຸມກໍາເນີດໃດໜື່ງເພື່ອຫລີກລ້ຽງການນໍາໃຊ້ຢາເມັດຄຸມກໍາເນີດສຸກເສີນເປັນປະຈໍາ.

ຂໍ້ດີຂອງຢາຄຸມສຸກເສີນ:

  • ສາມາດປ້ອງກັນການຖືພາແບບບໍ່ຕ້ອງການໄດ້ໃນກໍລະນີສຸກເສີນ

ຂໍ້ເສຍຂອງຢາຄຸມສຸກເສີນ:

  • ຖ້າຖືພາແລ້ວ ການກິນຢາເມັດຄຸມກໍາເນີດສຸກເສີນຈະບໍ່ໄດ້ຜົນ
  • ອາດຈະມີປະຈໍາເດືອນຜິດປົກກະຕິໃນຮອບວຽນປະຈໍາເດືອນຄັ້ງຕໍ່ໄປ
ຖົງຢາງອະນາໄມ:

ຖົງຢາງອະນາໄມເປັນວິທີຄຸມກໍາເນີດທີ່ມີລັກສະນະເປັນຢາງຢືດຫຸ້ມອະໄວຍະວະເພດຊາຍເພື່ອປ້ອງກັນການຖືພາເວລາມີເພດສໍາພັນ ນອກຈາກນີ້ຖົງຢາງອະນາໄມຍັງສາມາດປ້ອງກັນພະຍາດຕິດຕໍ່ທາງເພດສໍາພັນໄດ້ ຜູ້ຊາຍຄວນໃສ່ຖົງຢາງທຸກຄັ້ງເມື່ອມີເພດສໍາພັນ ຖົງຢາງອະນາໄມຈະມີຫລາຍປະເພດ ແລະ ຫລາຍຂະໜາດ ສະນັ້ນຂະໜາດຂອງມັນຈຶ່ງເໝາະສົມກັບເພດຊາຍທຸກໆທ່ານ ຖົງຢາງອະນາໄມ  ຖ້າໃຊ້ໃນແບບທົ່ວໄປສາມາດປ້ອງກັນການຖືພາໄດ້ 87% ແຕ່ຖ້າໃຊ້ຖືກຕາມວິທີທີ່ແນະນໍາແມ່ນສາມາດປ້ອງກັນການຖືພາໄດ້ເຖິງ 98% ນອກຈາກນັ້ນແລ້ວ ປະສິດທິພາບໃນການປ້ອງກັນພະຍາດເອດແມ່ນໄດ້ສູງເຖິງ 80-95% ຖ້າມີ ເພດສໍາພັນທີ່ເໝາະສົມ ແລະ ລະມັດລະວັງ

ຂໍ້ດີຂອງການນໍາໃຊ້ຖົງຢາງອະນາໄມ:

  • ສາມາດປ້ອງກັນການຕິດຕໍ່ທາງເພດສໍາພັນໄດ້ ຖົງຢາງອະນາໄມ ເປັນວິທີທີ່ເໝາະສົມທີ່ສຸດໃນການມີເພດສໍາພັນເພື່ອປ້ອງກັນການຕິດຕໍ່ພະຍາດທາງເພດສໍາພັນ
  • ບໍ່ມີສ່ວນປະສົມຂອງຮໍໂມນ ບໍ່ມີຜົນຄ້າງຄຽງ
  • ບໍ່ຈໍາເປັນຕ້ອງໄດ້ຮັບຄໍາປຶກສາຈາກທ່ານໝໍ
  • ສາມາດມີເພດສໍາພັນໄດ້ດົນຂຶ້ນ

ຂໍ້ເສຍຂອງຖົງຢາງອະນາໄມ

ບາງກໍລະນີ ອາດມີອາການແພ້ຖົງຢາງອະນາໄມຍ້ອນຢາງລາເຕັກທີ່ໃຊ້ຜະລິດຖົງຢາງ ແຕ່ກໍ່ພົບໜ້ອຍ

ຮ່ວງອານາໄມ:

ເປັນອຸປະກອນຄຸມກຳເນີດຊະນິດໜື່ງເຊີ່ງມີລັກສະນະຄ້າຍຄືກັບຕົວອັນສອນ T ທີ່ໃສ່ເຂົ້າໄປໃນມົດລູກ ໃນລະຫວ່າງມື້ທີ 1 ຫາ ມື້ ທີ 10 ຂອງປະຈຳເດືອນ. ຮ່ວງອະນາໄມເຮັດໜ້າທີໃນການປ້ອງກັນບໍ່ໃຫ້ຕົວອະສຸຈິເຂົ້າໄປຫາຮັງໄຂໃນມົດລູກ ວິທີການໃສ່ຮ່ວງອານາໄມສາມາດປ້ອງກັນການຖືພາໄດ້ເຖິງ 99% ມີພຽງ 6-8 ໃນ 1000 ຄົນທີ່ວ່າໃສ່ຮ່ວງໄປແລ້ວມີໂອກາດຖືພາ ການໃສ່ຮ່ວງອານາໄມຈະຕ້ອງຜ່ານການໃສ່ຈາກທ່ານໝໍຜູ້ທີ່ມີຄວາມຊຳນານ ແລະ ການເອົາອອກກໍ່ເຊັນກັນຫລັງຈາກທີ່ທ່ານສຸພາບສະຕີເອົາຮ່ວງອອກແລ້ວທ່ານກໍ່ສາມາດກັບມາຖືພາໄດ້ຕາມປົກກະຕິ.
ຂໍ້ດີຂອງການໃສ່ຮ່ວງອານາໄມ:

  • ສາມາດປ້ອງກັນການຖືພາໄດ້ເຖິງ 10 – 12 ປີ
  • ຫລັງຈາກທີ່ເອົາຮ່ວງອອກແມ່ຍິງສາມາດກັບມາຖືພາໄດ້ອີກທັນທີທີ່ເອົາອອກ
  • ສາມາດເຮັດວຽກໜັກໄດ້ ແລະ ມີການຮ່ວມເພດໄດ້ປົກກະຕິ

ຂໍ້ເສຍຂອງຮ່ວງອານາໄມ:

  • ບໍ່ເໜາະສົມແກ່ຜູ້ທີ່ມີເຊື້ອ HIV
  • ຮອບວຽນຂອງປະຈຳເດືອນອາດຈະແກ່ຍາວຜິດປົກກະຕິ
  • ຮູ້ສຶກເຄືອງຫລັງຈາກໃສ່ພາຍໃນ2ອາທິດທຳອິດ
ຝັງຢາຄຸມກຳເນີດ:

ຢາຝັງຈະມີຮູບແບບລັກຊະນະເປັນແທ່ງຂະຫນາດນ້ອຍທີ່ໃສ່ເຂົ້າໃປໃນຜິວຫນັງກ້ອງກົກແຂນ ໃນລະຫວ່າງມື້ທີ 1-5 ຂອງຮອບວຽນປະຈຳເດືອນ ຢາຝັງຈະຊ່ວຍຢັບຢັ້ງບໍ່ໃຫ້ໄຂ່ຕົກ, ເຮັດໃຫ້ເຍື່ອເມືອກຢູ່ປາກມົດລູກໜາຂຶ້ນ ເພື່ອປ້ອງກັນບໍ່ໃຫ້ອະສຸຈິເຂົ້າເຖິງໄຂ່ ແລະ ເຮັດໃຫ້ຜະໜັງມົດລູກບາງລົງເພື່ອປ້ອງກັນການຝັງຕົວຂອງໄຂ່ທີ່ປະສົມພັນແລ້ວ, ຈຶ່ງເຮັດໃຫ້ບໍ່ມີລູກ. ປະສິດທິພາບໃນການປ້ອງກັນການຖືພາຂອງຢາຝັງມີເຖິງ 99% ແລະ ຈະຕ້ອງໄດ້ໃສ່ໂດຍທ່ານໝໍທີ່ໄດ້ຜ່ານການຝຶກອົບຮົມ ຢາຝັງຄຸມກຳເນີດສາມາດກຸ້ມໄດ້ເຖິງ 3 ປີ ແຕ່ຖ້າຫາກແມ່ຍິງທີ່ຕ້ອງການຈະມີລູກກໍ່ສາມາດເອົາອອກກ່ອນກຳນົດໄດ້ຈາກທ່ານໝໍທີ່ໄດ້ຜ່ານການຝຶກອົບຮົມ.
ຂໍ້ດີຂອງຢາຝັງ:

  • ສາມາດປ້ອງກັນການຖືພາໄດ້ເຖິງ 3 ປີ ແລະ ສາມາດເອົາອອກໄດ້ທຸກໆຄັ້ງທີ່ມີຄວາມພ້ອມໃນການຖືພາ
  • ສະດວກງ່າຍ ເພາະໃສ້ໄວ່ໃນຜິວໜັງກ້ອງກົກແຂນ

ຂໍ້ເສຍຂອງຢາຝັງ:

  • ຮອບວຽນປະຈຳເດືອນມາຜິດປົກກະຕິ
  • ຮູ້ສຶກເຈັບພຽງເລັກນ້ອຍໃນຕອນໃສ່ ແລະ ຕອນເອົາອອກ
ຢາສັກຄຸມກໍາເນີດ:

ຖ້າຫາກທ່ານຕ້ອງການຄຸມກໍາເນີດດ້ວຍວິທີຢາສັກ ທ່ານຕ້ອງໄດ້ໃຫ້ທ່ານໝໍທີ່ມີຄວາມຊໍານານສັກໃຫ້ ໂດຍທົ່ວໄປຢາທີ່ມັກໃຊ້ສັກແມ່ນ ເດໂປ-ໂພຣເວີຣາ (Depo-provera ຊື່ທາງການຄ້າ) ຢາຊະນິດສັກນີ້ກໍ່ເປັນຊະນິດຮໍໂມນເຊິ່ງຈະສັກເຂົ້າໄປໃນກ້າມຊິ້ນ. ຫຼັງຈາກສັກຢາຄຸມກໍາເນີດໄດ້ 13 ອາທິດ ແລ້ວ ຖ້າແມ່ຍິງຍັງຕ້ອງການສືບຕໍ່ຄຸມກໍາເນີດດ້ວຍວິທີນີ້ຢູ່ແມ່ນຕ້ອງໄດ້ກັບໄປຫາທ່ານໝໍຢູ່ສະຖານທີ່ໃຫ້ບໍລິການເພື່ອສັກຢາເຂັມຕໍ່ໄປ ຫຼື ຖ້າບໍ່ດັ່ງນັ້ນທ່ານອາດຖືພາໄດ້ເພາະຢາສັກຄຸມກໍາເນີດກຸ່ມໄດ້ພຽງແຕ່ 13 ອາທິດເທົ່ານັ້ນ ການສັກຢາ ຖ້າສັກໂດຍທົ່ວໄປຈະສາມາດປ້ອງກັນການຖືພາໄດ້ 96% ແຕ່ຖ້າໃຊ້ຢ່າງຖືກຕ້ອງຕາມເຕັກນິກ ແລະ ຕົງເວລາຈະສາມາດປ້ອງກັນການຖືພາໄດ້ເຖິງ 99%.

ຂໍ້ດີຂອງຢາສັກຄຸມກໍາເນີດ:

  • ສາມາດປ້ອງກັນການຖືພາໄດ້ເຖິງ 13 ອາທິດ
  • ແມ່ຍິງບາງຄົນທີ່ຮັບການສັກຢາຄຸມກໍາເນີດອາດຈະຫລຸດຜ່ອນອາການເຈັບທ້ອງນ້ອຍໃນມື້ທີ່ເປັນປະຈໍາເດືອນ ຫລື ປະຈໍາເດືອນໃກ້ຈະມາ

ຂໍ້ເສຍຂອງຢາສັກຄຸມກໍາເນີດ:

  • ຮອບວຽນປະຈໍາເດືອນອາດຜິດປົກະຕິ
  • ຖ້າຢຸດສັກຢາຄຸມກໍາເນີດປະຈໍາເດືອນອາດຈະບໍ່ມາທັນທີ ໝາຍຄວາມວ່າຕ້ອງລໍຖ້າຫລາຍເດືອນເພື່ອໃຫ້ປະຈໍາເດືອນກັບມາປົກກະຕິ
  • ແມ່ຍິງບາງຄົນມີນໍ້າໜັກເພີ່ມຂຶ້ນຫລັງຈາກສັກຍາ
ຂໍ້ມູນຕ່າງໆກ່ຽວກັບການຖືພາ

ຫາກທ່ານຕ້ອງການຮູ້ຂໍ້ມູນເພິ່ມຕື່ມກ່ຽວກັບການຖືພາ, ອາການສະແດງອອກເມື່ອເວລາຖືພາ, ການເບິ່ງແຍງຕົນເອງເວລາຖືພາ, ການຝາກທ້ອງ ແລະ ອາການຕ່າງໆ ທ່ານສາມາດຮຽນຮູ້ໄດ້ທີ່ນີ້.
ນີ້ຄືຮອບວຽນປະຈຳເດືອນ ຂອງແມ່ຍິງ (ສະເລ່ຍ 28 ມື້), ລວມທັງ ໄລຍະທີ່ມີໂອກາດຖືພາ

- ມື້ທີ 1 ເຖິງ 5: ແມ່ນເປັນມື້ທີ່ເປັນປະຈຳເດືອນ ຫຼື ລົງເລືອດ ຫຼື ເມັນມາ, ເຊິ່ງເປັນການຂຸ ຫຼື ຫຼຸດອອກຂອງເຍື່ອເມືອກຜະໜັງມົດລູກ ເນື່ອງຈາກການເຮັດວຽກຂອງຮໍໂມນໂປຼເຈຊ໌ເຕໂຣນ
• ມື້ທີ 6 ເຖິງ 12: ແມ່ນມື້ທີ່ໄຂ່ໜ່ວຍໃໝ່ກຳລັງເຕີບໃຫ່ຍ, ເຍື່ອເມືອກຜະໜັງມົດລູກໜາຂຶ້ນເນື່ອງຈາກການເຮັດວຽກຂອງຮໍໂມນເອຊ໌ໂຕຼເຈນ
• ມື້ທີ 13 ເຖິງ 15: ແມ່ນມື້ໄຂ່ສຸກ, ເນື່ອງຈາກການເຮັດວຽກຂອງລູຕິໄນຊິ້ງຮໍໂມນ, ເຊິ່ງໄຂ່ຈະຕົກລົງມາຈາກຮັງໄຂ່ ເພື່ອເຄື່ອນມາຕາມທໍ່ສົ່ງໄຂ່ ແລ້ວເຄື່ອນໄປຫາມົດລູກ (ຖ້າມີເພດສຳພັນໃນໄລຍະນີ້ ແມ່ນມີໂອກາດສູງທີ່ຈະຖືພາ ເຊິ່ງນໍ້າອະສຸຈິຂອງຜູ້ຊາຍຈະມາປະສົມກັບໄຂ່ຂອງແມ່ຍິງ ຢູ່ບໍລິເວນທໍ່ສົ່ງໄຂ່ )
• ມື້ທີ 16 ເຖິງ 28: ເຍື່ອເມືອກພະໜັງມົດລູກ ໜາ ແລະ ນຸ້ມຂຶ້ນ ເນື່ອງຈາກການເຮັດວຽກຂອງຮໍໂມນໂປຼເຈຊ໌ເຕໂຣນພ້ອມທີ່ຈະຮອງຮັບໄຂ່ທີ່ເຄື່ອນຕົວມາຮອດມົດລູກ. ຖ້າໄຂ່ໄດ້ຮັບການປະຕິສົນທິມາແລ້ວ ມັນກໍຈະຝັງຕົວລົງໄປໃນເຍື່ອເມືອກຜະໜັງມົດລູກ ແລ້ວກໍຖືພາ, ແຕ່ຖ້າໄຂ່ບໍ່ໄດ້ຮັບການປະຕິສົນທິມາກ່ອນ ກໍຈະບໍ່ເກີດຫຍັງຂຶ້ນ ແລະ ສຸດທ້າຍເຍື່ອເມືອກພະໜັງມົດລູກທີ່ໜາ ແລະ ນຸ້ມນັ້ນ ກໍຈະຂຸ ຫຼື ຫຼຸດລອກອອກ ກາຍເປັນປະຈຳເດືອນ ຫຼື ລົງເລືອດ ຫຼື ເປັນເມັນນັ້ນເອງ.

ແມ່ຍິງສາມາດຖືພາໄດ້ແນວໃດ ?
ແມ່ຍິງທຸກຄົນທີ່ກ້າວເຂົ້າສູ່ໄວທີ່ມີປະຈຳເດືອນ (ມີເລືອດອອກທາງຊ່ອງຄອດໃນແຕ່ລະເດືອນ) ແມ່ນການກ້າວເຂົ້າສູ່ໄວຈະເລີນພັນ. ໂດຍປົກກະຕິ ແມ່ຍິງທີ່ເລີ່ມເປັນປະຈຳເດືອນ ຫຼື ແມ່ຍິງທີ່ຢູ່ໃນໄວຈະເລີນພັນ ຖ້າຫາກມີເພດສຳພັນກັບເພດຊາຍທາງຊ່ອງຄອດ ເຖິງຈະເປັນຄັ້ງທຳອິດກໍ່ສາມາດມີໂອກາດ ທີ່ຈະຖືພາໄດ້ ຫາກບໍ່ໄດ້ມີການປ້ອງກັນ (ບໍ່ໄດ້ໃຊ້ວິທີຄຸມກຳເນີດ ເຊັ່ນ: ຖົງຢາງອະນາໄມ, ຢາ ເມັດຄຸມກຳເນີດ, ຢາສັກຄຸມກຳເນີດ ແລະ ອື່ນໆ).

ຮູ້ໄດ້ແນວໃດວ່າກຳລັງຖືພາ ?
ຖ້າທ່ານ (ແມ່ຍິງ) ມີເພດສຳພັນໂດຍບໍ່ປ້ອງກັນ ແລ້ວປະຈຳເດືອນຂອງເດືອນຖັດມານັ້ນບໍ່ມາ ທ່ານສາມາດທົດສອບໄດ້ດ້ວຍຕົນເອງວ່າຖືພາຫຼືບໍ່ ໂດຍການໃຊ້ເຈ້ຍຈຸ່ມນໍ້າຍ່ຽວສຳຫຼັບກວດສອບການຖືພາທີ່ມີຂາຍຕາມຮ້ານຂາຍຢາທົ່ວໄປ. ພຽງແຕ່ປະຕິບັດຕາມຂໍ້ແນະນຳໃນການທົດສອບ ທີ່ຂຽນໄວ້ໃນຊອງຂອງເຈ້ຍຈຸ່ມ, ເມື່ອຈຸ່ມແລ້ວ ເຫັນຂີດແດງຂຶ້ນ 2 ຂີດ ແປວ່າກຳລັງຖືພາ, ຖ້າເຫັນຂີດແດງຂຶ້ນພຽງ 1 ຂີດ ແປວ່າບໍ່ຖືພາ

ຫຼື ສາມາດປຶກສາແພດໄດ້ ເມື່ອຮູ້ສືກວ່າ:
- ປະຈຳເດືອນບໍ່ມາ ພາຍຫຼັງມີເພດສຳພັນໂດຍບໍ່ປ້ອງກັນ (ປະມານ 1 ເດືອນ)
- ອ່ອນເພຍງ່າຍ, ກິນອາຫານບໍ່ໄດ້ດີ, ຮູ້ສຶກຂິວແນວທີ່ມີກິ່ນ ແລະ ປວດຮາກ
ແລະ ອາການຕ່າງໆເຊິ່ງທ່ານສາມາດອ່ານເພີ່ມຕື່ມໄດ້
1. ປະຈຳເດືອນບໍ່ມາ: ຖ້າປະຈຳເດືອນທີ່ເຄີຍມາປົກກະຕິໃນແຕ່ລະເດືອນຂາດຫາຍໄປ, ຫຼັງຈາກການປະຕິສົນທິ (ການຮ່ວມເພດ), ລໍຖ້າເທົ່າໃດກໍ່ຍັງບໍ່ມາຈົນ ກາຍຮອບເປັນອາທິດກໍ່ຍັງບໍ່ມາ, ນັ້ນສະແດງວ່າອາດຈະກຳລັງມີ ການຖືພາ.
2. ປວດຮາກ, ຮາກ: ເປັນອາການທີ່ພົບໄດ້ເລື້ອຍໆ ຈົນກາຍເປັນລັກສະນະຂອງການຖືພາເລີຍກໍວ່າໄດ້. ອາການປວດຮາກ-ຮາກ ມັກເກີດຂຶ້ນຫຼັງຈາກໂຕອ່ອນມີການປະຕິສົນທິໄດ້ 1 ເດືອນ ແລະ ຈະລຸດລົງເມື່ອ ກ້າວ ເຂົ້າສູ່ເດືອນທີ 4 ຂອງການຖືພາ
3. ເໝັນນັ້ນເໝັນນີ້: ເຊິ່ງມັນອາດເປັນຜົນມາຈາກມີການປ່ຽນແປງຂອງ ຮໍໂມນເອດໂຕຼເຈນ ພາຍໃນຮ່າງກາຍ.
4. ໜ້າເອິກ (ນົມ) ໃຫຍ່ຂຶ້ນ, ບວມ ແລະ ເຈັບ: ເຊິ່ງອາດເກີດຈາກໜ້າເອິກຈະມີເລືອດໄປຫຼໍ່ລ້ຽງເພີ່ມຂຶ້ນ ເຊິ່ງອາການມັນຈະຄ້າຍກັບກ່ອນການເປັນປະຈຳເດືອນ
5. ເມື່ອຍງ່າຍ: ມີອາການຮູ້ສຶກເມື່ອຍໆທັງທີ່ກໍ່ບໍ່ໄດ້ເຮັດວຽກໜັກ ຫຼື ມີຄວາມຮູ້ສຶກຫາວນອນຕະຫຼອດເວລາ, ເຊິ່ງນັ້ນມັນອາດເປັນຜົນມາຈາກການທີ່ຮໍໂມນ ໂປຣເຈສເຕໂຣນເພີ່ມຂຶ້ນ
6. ທ້ອງໃຫຍ່ຂຶ້ນ: ທ້ອງອາດຈະມີລັກສະນະກົມ ຫຼື ໃຫຍ່ຂຶ້ນ ເມື່ອກ້າວເຂົ້າສູ່ເດືອນທີ 4 ຂອງການຖືພາ
7. ທຽວຍ່ຽວຫຼາຍຂຶ້ນ: ອາການທຽວຍ່ຽວເປັນເລື່ອງປົກກະຕິຂອງແມ່ຍິງຖືພາ ເພາະວ່າເມື່ອມີການຖືພາ ຮ່າງ ກາຍກໍ່ຈະມີເລືອດໄປລ້ຽງສ່ວນຕ່າງໆເພີ່ມຂຶ້ນ, ເຊິ່ງມັນຈະເຮັດໃຫ້ໝາກໄຂ່ຫຼັງເຮັດໜ້າທີ່ຂັບຖ່າຍສິ່ງເສດ ເຫຼືອອອກຈາກຮ່າງກາຍເພີ່ມຂຶ້ນນັ້ນເອງ
ອາການເຫຼົ່ານີ້ອາດບົ່ງບອກເຖິງການຖືພາ ແຕ່ຖ້າຫາກຮອບປະຈຳເດືອນບໍ່ປົກກະຕິ ຫຼື ລືມມື້ທຳອິດຂອງການເປັນປະຈຳເດືອນຄັ້ງລ່າສຸດ, ຢ່າງໃດກໍ່ຕາມ ເພື່ອຄວາມແນ່ໃຈ ແລະ ຊັດເຈນ ແມ່ຍິງຕ້ອງໄປຊື້ແຜ່ນຈຸ່ມຍ່ຽວເພື່ອກວດເບິ່ງການຖືພາ ມາກວດເບິ່ງກ່ອນ, ຖ້າຜົນອອກມາເປັນບວກ (ຂຶ້ນຂີດແດງ 2 ຂີດ) ນັ້ນສະແດງວ່າກຳລັງຖືພາ ຫຼື ເພື່ອຄວາມແນ່ໃຈກວ່ານີ້ ແມ່ຍິງຄວນໄປ ສະຖານທີ່ບໍລິການສາທາລະນະສຸກ ຫຼື ໂຮງໝໍ ເພື່ອກວດນຳທ່ານໝໍ ຜູ້ຊ່ຽວຊານດ້ານການເກີດລູກ ແລະ ພະຍາດຍິງ.

ຖ້າຖືພາແລ້ວ ຄວນເຮັດແນວໃດ ?
ຂໍ້ມູນກ່ຽວກັບການຝາກທ້ອງ ແລະ ເມື່ອໃດທີ່ແມ່ຍິງຖືພາຄວນໄປພົບທ່ານໝໍເພື່ອຝາກທ້ອງ
ການຝາກທ້ອງໝາຍເຖິງ: ການເບິ່ງແຍງແມ່ຍິງຖືພາ ແລະ ລູກ ທີ່ຢູ່ໃນທ້ອງ ໂດຍໃຊ້ຄວາມຮູ້ທາງດ້ານການແພດ ໃນການກວດຮ່າງກາຍ, ອາລົມ ແລະ ສັງຄົມ ຂອງແມ່ຍິງຖືພາ; ເພື່ອເຝົ້າລະວັງ ແລະ ຕິດຕາມຄວາມຜິດປົກກະຕິທີ່ເກີດຂຶ້ນໃນລະຫວ່າງການຖືພາ. ລວມເຖິງ ການນຳໃຊ້ຄວາມຮູ້ ແລະ ຄຳແນະນຳທີ່ກ່ຽວຂ້ອງກັບການປະຕິບັດຕົນເອງໃນເວລາຖືພາ ໂດຍມີການນັດກວດສຸຂະພາບຕະຫຼອດໄລຍະເວລາຂອງການຖືພາ. ຕາມຫຼັກການແພດແລ້ວ ການມາຮັບບໍລິການກວດທ້ອງເປັນໄລຍະ ຈົນຮອດມື້ເກີດ ເຊິ່ງແມ່ຍິງຖືພາຄວນ ໄດ້ຮັບການກວດທ້ອງ ຢ່າງໜ້ອຍ 4 ຄັ້ງຂຶ້ນໄປ ໃນຕະຫຼອດໄລຍະຂອງການຖືພາ
ໄລຍະເວລາຂອງການຝາກທ້ອງ
• ຄັ້ງທີ 1 ໃນຊ່ວງອາຍຸການຖືພາ 1-27 ອາທິດ (ການຝາກທ້ອງຄັ້ງທຳອິດ)
• ຄັ້ງທີ 2 ໃນຊ່ວງອາຍຸການຖືພາ 28-31 ອາທິດ
• ຄັ້ງທີ 3 ໃນຊ່ວງອາຍຸການຖືພາ 32-35 ອາທິດ
• ຄັ້ງທີ 4 ໃນຊ່ວງອາຍຸການຖືພາ 36 ອາທິດຂຶ້ນໄປ
ຈຳນວນຄັ້ງ ແລະ ຄວາມຖີ່ ຂອງການນັດກວດ ໂດຍທົ່ວໄປແມ່ນຈະ
• ອາຍຸການຖືພາບໍ່ເກີນ 28 ອາທິດ ແມ່ນໃຫ້ນັດກວດທຸກ 4 ອາທິດ
• ອາຍຸການຖືພາຢູ່ລະຫວ່າງ 28-36 ອາທິດ ແມ່ນໃຫ້ນັດກວດທຸກ 2 ອາທິດ
• ອາຍຸການຖືພາ 37 ອາທິດຂຶ້ນໄປ ແມ່ນໃຫ້ນັດກວດທຸກ 1 ອາທິດ

(ຄວາມໝາຍຂອງແຕ່ລະຄັ້ງທີ່ໄປກວດທ້ອງ ຂໍ້ມູນດ້ານລຸ່ມ)
ເປັນຫຍັງຈຶ່ງຕ້ອງໄປກວດທ້ອງຫຼາຍຄັ້ງໃນໄລຍະຖືພາ?
(ແຕ່ລະຄັ້ງທີ່ໄປກວດທ້ອງ ທ່ານຮູ້ຄວາມໝາຍຂອງມັນຫຼືບໍ່)
• ຄັ້ງທີ 1 ໃນຊ່ວງອາຍຸການຖືພາ 1-27 ອາທິດ (ການຝາກທ້ອງຄັ້ງທຳອິດ) ແມ່ນເພື່ອຢືນຢັນການຖືພາ ວ່າຖືພາແທ້ບໍ່, ແມ່ນການຖືພາໃນ ຫຼື ນອກມົດລູກ ແລະ ກວດຮ່າງກາຍໂດຍລວມຂອງແມ່ ເຊັ່ນ ກວດເລືອດ, ຍ່ຽວ ແລະ ເອໂກ, ພ້ອມທັງໃຫ້ຢາບຳລຸງ ແລະ ຟັງສຽງຫົວໃຈຂອງເດັກ
• ຄັ້ງທີ 2 ໃນຊ່ວງອາຍຸການຖືພາ 28-31 ອາທິດ: ແມ່ນເພື່ອເບິ່ງພັດທະນາການຂອງລູກໃນທ້ອງ (ກວດເອໂກ) ວ່າມີຫຍັງຜິດປົກກະຕິບໍ່ ເຊັ່ນ ອະໄວຍະວະຕ່າງໆ ນັບແຕ່ຫົວຮອດຕີນຂອງເດັກ ແລະ ກວດນໍ້າຍ່ຽວຂອງແມ່ ພ້ອມທັງໃຫ້ຢາບຳລຸງ ແລະ ຟັງສຽງຫົວໃຈຂອງເດັກ. ນອກນັ້ນຍັງຕິດຕາມນໍ້າໜັກຂອງແມ່ ແລະ ໃຫ້ຄຳແນະນຳການດູແລຕົນເອງໃນໄລຍະຖືພາ
• ຄັ້ງທີ 3 ໃນຊ່ວງອາຍຸການຖືພາ 32-35 ອາທິດ: ແມ່ນເພື່ອເອໂກເບິ່ງພັດທະນາການຂອງເດັກວ່າອະໄວຍະວະຕ່າງໆຂະຫຍາຍຕົວໄປຕາມປົກກະຕິບໍ່, ຟັງສຽງຫົວໃຈຂອງເດັກ, ການຈັບຂອງແຫ່ ແລະ ລະດັບນໍ້າຄາວປາ, ພ້ອມທັງກວດຍ່ຽວ, ໃຫ້ຢາບຳລຸງ ແລະ ຕິດຕາມນໍ້າໜັກຂອງແມ່ ແລະ ໃຫ້ຄຳແນະນຳການດູແລຕົນເອງໃນໄລຍະຖືພາ
ຄັ້ງທີ 4 ໃນຊ່ວງອາຍຸການຖືພາ 36 ອາທິດຂຶ້ນໄປ: ແມ່ນເພື່ອເອໂກເບິ່ງພັດທະນາການຂອງເດັກ ແລະ ລະດັບນໍ້າຄາວປາ, ຟັງສຽງຫົວໃຈຂອງເດັກ, ພ້ອມທັງກວດຍ່ຽວ ແລະ ໃຫ້ຢາບຳລຸງ ພ້ອມຄຳແນະນຳເພື່ອກຽມພ້ອມຕໍ່ການເກີດລູກ

ການຖືພາທີ່ປອດໄພ
(ຖືພາປອດໄພ-ແມ່ ແລະ ລູກປອດໄພ)
ການຖືພາທີ່ປອດໄພ ແມ່ນການເລີ່ມຕົ້ນຈາກການວາງແຜນທີ່ດີຮ່ວມກັນລະຫວ່າງຄູ່ຮັກຍິງຊາຍ ໂດຍມີປັດໄຈທາງດ້ານອາຍຸ, ເສດຖະກິດ, ຄວາມຮູ້ດ້ານສຸຂະພາບ ແລະ ຄວາມພ້ອມໃນການເບິ່ງແຍງຕົນເອງ ແລະ ລູກໃນທ້ອງ. ການຖືພາທີ່ປອດໄພແມ່ນການຖືພາທີ່ຕ້ອງເຂົ້າເຖິງການຝາກທ້ອງເພື່ອເບິ່ງແຍງສຸຂະພາບຂອງແມ່ ແລະ ລູກໃນທ້ອງ ລວມໄປເຖິງການປ່ຽນແປງຂອງຮ່າງກາຍ ຫຼື ຄວາມຜິດປົກກະຕິທີ່ອາດເກີດຂຶ້ນ, ເຫດຜົນກໍ່ເພື່ອຕິດຕາມສຸຂະພາບຂອງແມ່ ແລະ ລູກ, ສົ່ງເສີມສຸຂະພາບໃນເວລາຖືພາ ແລະ ທັງເປັນການຫຼຸດຄວາມກັງວົນໃຫ້ກັບແມ່ອີກດ້ວຍ

ຄວນເຮັດແນວໃດເພື່ອໃຫ້ມີການຖືພາທີ່ປອດໄພໃນລະຫວ່າງການຖືພາ?
ສິ່ງທີ່ແມ່ຍິງຖືພາຄວນປະຕິບັດ ເພື່ອການມີສຸຂະພາບທີ່ດີ ແລະ ການຖືພາທີ່ປອດໄພ:
1. ໄປພົບແພດ ແລະ ຜູ້ຊ່ຽວຊານດ້ານການເກີດລູກ ແລະ ພະຍາດຍິງ (ຝາກທ້ອງທັນທີຫຼັງຮູ້ວ່າມີການຖືພາ) ໄວເທົ່າທີ່ຈະໄວໄດ້
2. ກິນອາຫານທີ່ມີປະໂຫຍດ, ຄົບ 5 ໝວດ ແລະ ບໍ່ຄະລຳອາຫານໃນລະຫວ່າງການຖືພາ
3. ກິນຢາໂຟລິກອາຊິດ ຕາມແພດສັ່ງ ເພື່ອປ້ອງກັນພາວະເລືອດຈາງໃນເວລາຖືພາ
4. ຮັກສາສຸຂະອະນາໄມ ເຊັ່ນ ການທຳຄວາມສະອາດຮ່າງກາຍຢ່າງເປັນປະຈຳ, ອາບນໍ້າ, ການອະນາໄມຜົ້ງປາກ ແລະ ແຂ້ວ ເພື່ອປ້ອງກັນພະຍາດ ແຂ້ວແມງໃນເວລາຖືພາ ແລະ ລ້າງມືເປັນປະຈຳກ່ອນ ຈັບອາຫານ ແລະ ຫຼັງຈາກໃຊ້ຫ້ອງນໍ້າ ເປັນຕົ້ນ
5. ອອກກຳລັງກາຍແບບເບົາບາງ ຢ່າງເປັນປົກກະຕິ: ແມ່ຍິງຖືພາສາມາດອອກກຳລັງກາຍ ເຊັ່ນ ການຍ່າງ, ການລອຍນໍ້າ, ການຫຼິ້ນໂຢຄະ ເພື່ອຜ່ອນຄາຍ ຄວາມຄຽດ ແລະ ຍັງເຮັດໃຫ້ມີສຸຂະພາບແຂງແຮງ
6. ບໍ່ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ເພາະທາດເຫຼົ້າອາດໄປທຳລາຍລະບົບການພັດທະນາຂອງເດັກໃນທ້ອງໄດ້
7. ບໍ່ດື່ມເຄື່ອງດື່ມທີ່ມີຄາເຟອິນ ເຊັ່ນ ກາເຟ, ຊາ, ນໍ້າອັດລົມ ແລະ ຊອກໂກແລັດ ເຊິ່ງມັນອາດເຮັດໃຫ້ເກີດປັດໄຈສ່ຽງທີ່ບໍ່ດີຕໍ່ການຂະຫຍາຍຕົວຂອງເດັກ ເຮັດໃຫ້ເດັກມີນໍ້າໜັກຕໍ່າກວ່າເກນມາດຕະຖານ
8. ບໍ່ສູບຢາ
9. ພັກຜ່ອນໃຫ້ພຽງພໍ
ຖ້າທ່ານຍັງບໍ່ມີຄວາມພ້ອມທີ່ຈະມີລູກ ທາງອອກດຽວກໍ່ຄືການຄຸມກໍາເນີດ ການຄຸມກໍາເນີດຄືການປ້ອງກັນບໍ່ໃຫ້ມີການຖືພາ ສະນັ້ນມັນສຳຄັນຫຼາຍທີ່ຈະຕ້ອງຊອກຫາວິທີການຄຸມກຳເນີດທີ່ເໝາະສົມທີ່ສຸດສຳລັບທ່ານ, ດີທີ່ສຸດແມ່ນເລີ່ມຈາກຕົວທ່ານ ແລະ ຄອບຄົວຂອງທ່ານເອງ ເພື່ອຊອກຫາວິທີການວາງແຜນຄອບຄົວ ແລະ ຂໍ້ມູນທີ່ເປັນປະໂຫຍດ ສາມາດເຂົ້າພົບແພດ ໄດ້ທີ່ຄຣີນິກ ຫຼື ໂຮງໝໍລັດໃກ້ບ້ານທ່ານ.
ແມ່ຍິງທີ່ເລີ່ມເປັນປະຈຳເດືອນ ແລະ ມີເພດສຳພັນທີ່ບໍ່ປ້ອງກັນ ແມ່ນສາມາດຖືພາໄດ້. ແມ່ຍິງຫຼັງເກີດລູກປະມານ 2 ອາທິດຂຶ້ນໄປ ຖ້າຫາກມີເພດສຳພັນທີ່ບໍ່ປ້ອງກັນ ກໍ່ອາດຈະຖືພາໄດ້ອີກ. ທ່ານສາມາດອ່ານວິທີການປ້ອງກັນການຖືພາເພີ່ມຕື່ມໃນ ວິທີຄຸມກຳເນີດ
ນອກນີ້ທ່ານຍັງສາມາດອ່ານກ່ຽວກັບ ການປ້ອງກັນການລຸລູກທີ່ບໍ່ປອດໄພ ເພີ່ມຕື່ມ

ການປ້ອງກັນການລຸລູກທີ່ບໍ່ປອດໄພ

“ການລຸລູກໃນ ສປປ ລາວ”
ແມ່ຍິງລາວໝົດທຸກຄົນມີສິດເຂົ້າເຖິງການບໍລິການປ້ອງກັນການລຸລູກທີ່ບໍ່ປອດໄພ. ການລຸລູກໃນ ສປປ ລາວ ໄດ້ຖືກຍອມຮັບໃນປີ 2015 ໂດຍມີຈຸດປະສົງແມ່ນເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່ຈາກການລຸລູກທີ່ບໍ່ປອດໄພ. ຜ່ານມາມີແມ່ຍິງລາວຫຼາຍໆຄົນໄດ້ພົບກັບບັນຫາການຖືພາໂດຍບໍ່ໄດ້ຕັ້ງໃຈ ແລະ ນໍາໄປສູ່ການລຸລູກ, ປະຈຸບັນນີ້ ການລຸລູກທີ່ປອດໄພກໍາລັງເລີ່ມເປັນທີ່ຍອມຮັບຈາກສັງຄົມ ເພາະນີ້ແມ່ນສິດທິພື້ນຖານຂອງແມ່ຍິງທີ່ສາມາດເຂົ້າເຖິງການລຸລູກດ້ວຍວິທີທີ່ປອດໄພ ແລະ ຫຼີກລ່ຽງການເສຍຊີວິດ. ການລຸລູກຈະ 2 ແບບຄື: ການລຸລູກແບບທີ່ປອດໄພ ແລະ ແບບທີ່ບໍ່ປອດໄພ:

ການລຸລູກແບບທີ່ປອດໄພ:
ຄືການໄປພົບແພດໝໍຜູ້ທີ່ມີປະສົບການ ແລະ ຜ່ານການຝຶກອົບຮົມທາງດ້ານນີ້ໂດຍສະເພາະ ເພື່ອປຶກສາກ່ຽວກັບວິທີການລຸລູກແບບທີ່ປອດໄພ ແລະ ເພື່ອໃຫ້ແພດໄດ້ຕິດຕາມອາຍຸຂອງເດັກໃນທ້ອງ. ການລຸລູກແບບທີ່ປອດໄພຈະລວມມີ 2 ຮູບແບບຄື: 1. ການລຸລູກດ້ວຍວິທີການໃຊ້ຢາທີ່ຜ່ານການຮອງຮັບ (Ace Mife ແລະ Ace Miso) ແລະ ວິທີຕໍ່ມາຄື ການນໍາໃຊ້ເຄື່ອງດູດສູນຍາກາດ. ທ່ານໝໍຈະມີໜ້າທີ່ອະທິບາຍຂໍ້ມູນຂອງແຕ່ລະວິທີໃຫ້ແກ່ແມ່ຍິງ, ແມ່ຍິງມີທາງເລືອກໃນການຕັດສິດໃຈວ່າຈະເລືອກວິທີໃດ ຂໍ້ມູນທັງໝົດຂອງຄົນເຈັບຈະຖືກເກັບເປັນຄວາມລັບ, ແລະ ທ່ານໝໍແຕ່ລະຄົນລ້ວນແຕ່ມີຈັນຍາບັນ ແລະ ຈັນຍາທໍາທີ່ດີໃນການປະຕິບັດວຽກງານ. ຫຼັງຈາກອະທິບາຍແລ້ວ ແມ່ຍິງຜູ້ດັ່ງກ່າວມີເວລາຕັດສິນໃຈເລືອກວິທີການລຸລູກແບບທີ່ປອດໄພ. ການຕັດສິນໃຈຂອງຄົນເຈັບຖືເປັນອັນສິ້ນສຸດ ຫຼັງຈາກນັ້ນທ່ານໝໍກໍ່ຈະໃຫ້ຄໍາປຶກສາວ່າຄວນເຮັດແນວໃດຕໍ່ໄປ. ແມ່ຍິງອາດຈະຮູ້ສຶກກັງວົນກ່ຽວກັບການລຸລູກ ແລະ ຮູ້ສຶກເຈັບເລັກໜ້ອຍແລ້ວແຕ່ສະພາບຮ່າງກາຍຂອງແຕ່ລະຄົນ, ໃນກໍລະນີນີ້ ທ່ານໝໍອາດຈະໃຫ້ຢາ ແລະ ປິ່ນປົວດ້ວຍວິທີອື່ນຮ່ວມ ເພື່ອຫຼຸດຜ່ອນອາການເຈັບດັ່ງກ່າວ. ທັ້ງ 2 ວິທີການ ຕ້ອງໄດ້ປະຕິບັດຈາກທ່ານໝໍທີ່ໄດ້ຜ່ານຝຶກອົບຮົມ, ເຄື່ອງມືທີ່ທັນສະໄໝ ແລະ ສະອາດ ທີ່ສໍາຄັນແມ່ນສາມາດໃຫ້ຄໍາປຶກສາແກ່ຄົນເຈັບໄດ້ທຸກກໍລະນີ.

ການລຸລູກທີ່ບໍ່ປອດໄພ:
ຄືການລຸລູກພາຍໃຕ້ເງື່ອນໄຂທີ່ບໍ່ປອດໄພ ວິທີການນີ້ໝາຍເຖິງວິທີການລຸລູກທີ່ຂາດຄວາມຮູ້ທາງດ້ານເຕັກນິກຈາກແພດເຖື່ອນ (ແພດທີ່ບໍ່ໄດ້ຜ່ານການຝຶກອົບຮົມ) ລວມໄປເຖິງເຄື່ອງມືທີ່ໃຊ້ເຂົ້າໃນການລຸລູກບໍ່ໄດ້ຜ່ານການອະເຊື້ອ ແລະ ບໍ່ໄດ້ມາດຖານ ເຊິ່ງວິທີການເຫຼົ່ານີ້ ສາມາດເຮັດໃຫ້ແມ່ຍິງເສຍຊີວິດ.
ອາການສະແດງເຖີງຄວາມອັນຕະລາຍ ຫຼື ອາການສົນເນື່ອງຈາກການລຸລູກທີ່ບໍ່ປອດໄພມີດັ່ງນີ້:
• ເລືອດໄຫຼທາງຊ່ອງຄອດຮຸນແຮງຕ້ອງໄດ້ໃຊ້ຜ້າອະນາໄມ 2 ແຜ່ນພາຍໃນເວລາ 2 ຊົ່ວໂມງ.
• ຫາຍໃຈຝືດ.
• ມີໄຂ້ເກີນກວ່າ 24 ຊົ່ວໂມງ.
• ເຈັບທ້ອງນ້ອຍຮຸນແຮງເຖິງຈະກິນຢາແກ້ປວດໃສ່ກໍ່ບໍ່ເຊົາ.
• ປວດຮາກ ຫຼື ຖອກທ້ອງຮຸນແຮງເກີນກວ່າ 24 ຊົ່ວໂມງ.
ຖ້າທ່ານ ຫຼື ວ່າຄົນທີ່ທ່ານຮູ້ຈັກມີອາການຄືດ້ານເທິງນັ້ນຄວນໄປພົບແພດໝໍໂດຍດ່ວນ.

ເພື່ອຫຼີກລ່ຽງຈາກການລຸລູກທີ່ບໍ່ປອດໄພ ທ່ານສາມາດໄປຮັບບໍລິການຕາມສະຖານທີ່ດັ່ງຕໍ່ໄປນີ້: ໂຮງໝໍລັດ, ຫ້ອງກວດພະຍາດ ແລະ ຮ້ານຂາຍຢາທີ່ມີຄວາມສາມາດໃຫ້ຄໍາແນະນໍາ ແລະ ສາມາດນໍາໃຊ້ຢາ Ace Mife ແລະ Ace Miso ເຂົ້າໃນການລຸລູກທີ່ປອດໄພ.
ຖ້າຫາກວ່າທ່ານມີຄໍາຖາມ ຫຼື ຕ້ອງການສອບຖາມຂໍ້ມູນເພີ່ມເຕີມກ່ຽວກັບວິທີຄຸມກໍາເນີດ ແລະ ການດູແລຫຼັງການລຸລູກ ສາມາດຕິດຕໍ່ໄດ້ທີ່ສາຍດ່ວນ 020 55566617.

ທ່ານສາມາດຫຼີກລ່ຽງການຖືພາແບບບໍ່ຕັ້ງໃຈດ້ວຍການນໍາໃຊ້ວິທີການຄຸມກໍາເນີດທີ່ເໝາະສົມກັບທ່ານ. ປັດຈຸບັນນີ້ ສປປ ລາວ ໄດ້ຂະຫຍາຍຕາໜ່າງການບໍລິການ, ຂໍ້ມູນຂ່າວສານກ່ຽວກັບວິທີການຄຸມກໍາເນີດ ແລະ ວິທີວາງແຜນຄອບຄົວໃນທຸກໆສະຖານທີ່ບໍລິການທົ່ວປະເທດລວມທັງໂຮງໝໍສູນກາງ, ໂຮງໝໍແຂວງ, ໂຮງໝໍເມືອງ, ສຸກສາລາ, ຫ້ອງກວດພະຍາດໄວໜຸ່ມທັງພາກລັດ ແລະ ເອກະຊົນ.

ການດູແລຫຼັງການລຸລູກ
ການດູແລຫຼັງການລຸລູກເປັນສິ່ງທີ່ຄວນເອົາໃຈໃສ່ສໍາລັບແມ່ຍິງທີ່ຫາກໍ່ລຸລູກ ເພາະເປັນສິ່ງທີ່ກະທົບເຖິງຄວາມຮູ້ສຶກ, ຮ່າງກາຍ, ຈິດໃຈ ແລະ ສາສະໜາ. ຫຼັງຈາກທີ່ມີການລຸລູກ ທ່ານໝໍຄວນໃຫ້ຄໍາປຶກສາ ແລະ ຄໍາແນະນໍາເພື່ອປອບໃຈຄົນເຈັບ ລວມທັງອາການຂ້າງຄຽງໃຫ້ແກ່ຄົນເຈັບຮັບຮູ້ ການໃຫ້ຄໍາແນະນໍາແກ່ຄົນເຈັບເພື່ອຮັບມືກັບອາການຂ້າງຄຽງທີ່ຈະເກີດຂື້ນບໍ່ວ່າຈະເປັນວິທີໃຊ້ຢາ ຫຼື ວິທີການດູດເພື່ອຮັບປະກັນວ່າຄົນເຈັບສາມາດຮັບມືກັບອາການດັ່ງກ່າວນັ້ນໄດ້ໃນເວລາກັບບ້ານ.
ໂດຍທົ່ວໄປແມ່ຍິງຫຼັງຈາກລຸລູກຈະມີອາການວິຕົກກັງວົນ ເຊິ່ງອາການດັ່ງກ່າວຈະໝົດໄປພາຍໃນໄລຍະເວລາໃດໜຶ່ງ ນອກຈາກນີ້ແລ້ວການປຶກສາຄົນທີ່ທ່ານຮັກ ໝູ່ຄູ່ ແລະ ສາມາຊິກພາຍໃນຄອບຄົວອາດເຮັດໃຫ້ທ່ານຮູ້ສຶກດີໄດ້ໄວຂື້ນໃນຊ່ວງເວລາດັ່ງກ່າວ. ນອກຈາກນີ້ແລ້ວ ຍັງມີວິທີການປະຕິບັດທາງດ້ານການແພດທີ່ຊ່ວຍທ່ານໃນການຟື້ນຟູໄດ້ໄວຂື້ນ; ປະຕິບັດຕາມຄໍາແນະນໍາຂອງທ່ານໝໍເມື່ອທ່ານຮູ້ວ່າເຈັບທ້ອງນ້ອຍ ຫຼື ມີເລືອດໄຫຼທາງຊ່ອງຄອດ. ການລຸລູກເປັນສິ່ງທີ່ກະທົບກະເທືອນຈິດໃຈບໍ່ມີໃຜຢາກໃຫ້ມັນເກີດຂຶ້ນ ແຕ່ທ່ານບໍ່ຕ້ອງກັງວົນ ທ່ານສາມາດຮັບຄໍາປຶກສາກັບທ່ານໝໍເພື່ອຊ່ວຍໃຫ້ທ່ານດີຂຶ້ນ.

ພະຍາດຕິດຕໍ່ທາງເພດສໍາພັນ

ພະຍາດຕິດຕໍ່ທາງເພດສໍາພັນເກີດຂື້ນຈາກການຮ່ວມເພດທີ່ບໍ່ໄດ້ປ້ອງກັນເຊິ່ງຜ່ານທາງ ປາກ, ຊ່ອງຄອດຍິງ ແລະ ຮູທະວານ. ພະຍາດຕິດຕໍ່ທາງເພດສໍາພັນແມ່ນມີຫລາຍຊະນິດ ລຸ່ມນີ້ຄືຊະນິດທີ່ມັກເກີດຂຶ້ນຫລາຍທີ່ສຸດ:
• ໜອງໃນແທ້
• ໜອງໃນທຽມ
• ຫອນໄກ່
• ຊີຟິລິສ໌
• ຝີໝາກມ່ວງ
• ຕຸ່ມນໍ້າໃສ
• ຂີ້ຫິດ
• ໂລນ
• HIV/ເອດສ໌
• ອັກເສບຕັບ B ແລະ C

ຈື່ໄວ້ວ່າ ຄົນທີ່ບໍ່ມີເຊື້ອຄືດັ່ງດ້ານເທິງນີ້ ກໍ່ມີໂອກາດທີ່ຈະຕິດເຊື້ອ ແລະ ແຜ່ເຊື້ອໄປຫາຄູ່ຮ່ວມນອນ ຖ້າຫາກມີການຮ່ວມເພດໂດຍທີ່ບໍ່ມີການປ້ອງກັນ ສະນັ້ນ ທຸກຄັ້ງທີ່ມີການຮ່ວມເພດຄວນໃສ່ຖົງຢາງອານາໄມເພື່ອປ້ອງກັນພະຍາດ ຕິດຕໍ່ທາງເພດສໍາພັນ ຫຼື ພຕພ.
ມີຫຼາຍຊ່ອງທາງທີ່ສາມາດປ້ອງກັນການຕິດເຊື້ອທາງເພດສຳພັນ:
• ມີຄູ່ນອນພຽງຄົນດຽວ ແລະ ຮູ້ຈັກກັບຄູ່ນອນຂອງເຮົາດີ: ຮຽນຮູ້ປະຫວັດການມີເພດສຳພັນຂອງຄູ່ນອນຂອງທ່ານ ເປັນສິ່ງທີ່ຈຳເປັນສໍາລັບທ່ານທີ່ຈະຕ້ອງຮູ້, ຄູ່ນອນຂອງທ່ານມີເພດສຳພັນກັບຫຼາຍຄົນ ຫຼື ຄູ່ນອນເກົ່າຂອງຄູ່ນອນ ທ່ານເຄີຍມີເພດສຳພັນກັບຫຼາຍຄົນ ຍິ່ງເພີ່ມໂອກາດສ່ຽງຕໍ່ການຕິດເຊື້ອທາງເພດສຳພັນໃຫ້ແກ່ທ່ານ
• ຫຼີກລ່ຽງການປະຕິບັດທາງເພດທີ່ມີຄວາມສ່ຽງ ເຊັ່ນ ການຮ່ວມເພດທີ່ເຮັດໃຫ້ມີການຈີກຂາດ ຫຼື ບາດແຜພຽງເລັກນ້ອຍກໍ່ອາດຈະເພີ່ມຄວາມສ່ຽງຕໍ່ການຕິດເຊື້ອທາງເພດສຳພັນສູງຂຶ້ນ ເຖິງແມ່ນວ່າບາດແຜຈະມີຂະໜາດນ້ອຍ ແລະ ບໍ່ມີເລືອດອອກກໍ່ຕາມ. ການມີເພດສຳພັນທາງຮູທະວານມີຄວາມສ່ຽງສູງເນື່ອງຈາກເນື້ອເຍື່ອຢູ່ໃນລຳໄສ້ໃຫຍ່ມັນສາມາດຈີກຂາດໄດ້ງ່າຍ ແລະ ຂອງແຫຼວແມ່ນສາມາດພາເຊື້ອພະຍາດຕາມມາ.
• ໃສ່ ຖົງຢາງອະນາໄມ ເພື່ອປ້ອງກັນການມີເພດສຳພັນທີ່ບໍ່ປອດໄພ: ການມີເພດສຳພັນທີ່ບໍ່ປ້ອງກັນ ເຊັ່ນ: ບໍ່ໃສ່ຖົງຢາງອະນາໄມແມ່ນສາມາດເພີ່ມຄວາມສ່ຽງຕໍ່ການຕິດເຊື້ອທາງເພດສຳພັນໄດ້
• ການສັກຢາວັກຊີນເພື່ອປ້ອງກັນພະຍາດໄວລັດຕັບບີ ແລະ ຊີ ແລະ ເຊື້ອຫອນໄກ່/HPV ການສັກຢາວັກຊີນປ້ອງກັນ ເຊື້ອຫອນໄກ່/HPV ທັ້ງຍິງ ແລະ ຊາຍ ສໍາລັບແມ່ຍິງຫາກທ່ານຊາຍຫາກມີເຊື້ອຢູ່ແລ້ວ ແລະ ມີການຮ່ວມເພດກັບແມ່ຍິງຄົນໜຶ່ງແມ່ຍິງຄົນນັ້ນສາມາດ ເປັນມະເຮັງປາກມົດລູກໄດ້ ສະນັ້ນ ທັງຊາຍ ແລະ ຍິງຄວນໄດ້ຮັບການສັກວັກຊີນ.
ທ່ານສາມາດເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ ຫຼື ໜ່ວຍງານວາງແຜນຄອບຄົວໄດ້ ບໍ່ວ່າຈະເປັນການຂໍຄຳປຶກສາ ຫຼື ຮັບເອົາວິທີຄຸມກຳເນີດ ຫຼື ປິ່ນປົວພະຍາດ ພຕພ. ສະຖານທີ່ທີ່ໄວໜຸ່ມສາມາດໄປໃຊ້ບໍລິການໄດ້ ມີຄື:
• ໂຮງໝໍຕ່າງໆຂອງລັດ (ໂຮງໝໍສູນກາງ, ແຂວງ ແລະ ເມືອງ)
• ສຸກສາລາ
• ສູນໄວໜຸ່ມ
• ຄລີນິກເອກະຊົນ

ເມື່ອໃດທີ່ເຮົາຄວານມີຄວາມພ້ອມໃນການຮ່ວມເພດ

ວິທີການສັງເກດວ່າເຮົາມີຄວາມພ້ອມທີ່ຈະມີເພດສໍາພັນຄືຕອນທີ່ເຮົາກັບຄູ່ຮັກກ້າທີ່ຈະລົມເລື່ອງເພດໄດ້ຢ່າງເປີດເຜີຍ ແລະ ຊື່ສັດ. ນີ້ຄືຄວາມພ້ອມທີ່ສົ່ງສັນຍານວ່າທ່ານພ້ອມທີ່ຈະມີການຮ່ວມເພດ: ເມື່ອໃດທີ່ເຈົ້າ ແລະ ຄູ່ຮັກຂອງເຈົ້າກ້າທີ່ຈະລົມເລື່ອງເພດສໍາພັນ, ເມື່ອທ່ານ ແລະ ຄູ່ຮັັກຂອງທ່ານໃຫ້ການເຄົາລົບໃນຂອບເຂດຂອງກັນ ແລະ ກັນເວລາໂອ້ລົມ, ຮູ້ວິທີການຄຸມກໍາເນີດ, ຮູ້ວິທີແກ້ໄຂເມື່ອຫາກເກີດຖົງຢາງຂາດໃນເວລາຮ່ວມເພດ ຫຼື ໃຊ້ວິທີການຄຸມກໍາເນີດໃດໜຶ່ງທີ່ບໍ່ຖືກວິທີ ແລະ ມີຄວາມພ້ອມທີ່ຈະມີຄວາມຮັບຜິດຊອບຈາກການມີເພດສໍາພັນ, ການທີ່ທັງ 2 ຝ່າຍຮູ້ສຶກປອດໄພເວລາຮ່ວມເພດ, ຖ້າຄົນ 2 ຄົນກ້າທີ່ຈະລົມເລື່ອງຄື່ດັ່ງທີ່ໄດ້ກ່າວມາດ້ານເທິງນັ້ນ ເຊິ່ງລວມໄປເຖິງຄວາມພໍໃຈຂອງທັ້ງ 2 ຝ່າຍ ນັ້ນສະແດງວ່າທ່ານ ແລະ ຄົນທີ່ທ່ານຮັກພ້ອມທີ່ຈະມີເພດສໍາພັນ. ສິ່ງທີ່ຄວນຄໍານຶງກ່ອນການຮ່ວມເພດຄືຄວາມປອດໄພຈາກການຮ່ວມເພດ ແລະ ຄວາມພຶງພໍໃຈ.
ສິດທິທາງເພດຂອງໄວໜຸ່ມ
ສິດທິໃນການເຂົ້າເຖິງການບໍລິການທາງດ້ານສຸຂະພາບໄວຈະເລີນພັນ ແລະ ການສຶກສາ
ສິດທິໃນການເອົາໃສ່ເບິ່ງແຍງສຸຂະພາບ
ສິດໃນການສ້າງຄອບຄົວ
ສິດທິໃນການຕັດສິນໃຈເລືອກວິທີຄຸມກໍາເນີດໃດໜຶ່ງທີ່ເໝາະສົມ
ສິດໃນການເອົາລູກອອກເມື່ອຍັງບໍ່ມີຄວາມພ້ອມ

ການເຂົ້າເຖິງການບໍລິການສຸຂະພາບໄວຈະເລີນພັນ
ໄວໜຸ່ມສາມາດເຂົ້າເຖິງການໃຫ້ບໍລິການທາງສຸຂະພາບໄວຈະເລີນພັນ, ຂໍ້ມູນໃນການວາງແຜນຄອບຄົວ, ການຂໍຄໍາປຶກສາໃນແບບທີ່ເປັນສ່ວນຕົວກັບທ່ານຫມໍ ຫລື ເພື່ອຂໍຄໍາປຶກສາກັບພຶດຕິກໍາທາງເພດ ແລະ ຂໍ້ມູນອື່ນໆກ່ຽວກັບວິທີການຄຸມກໍາເນີດ ລວມໄປເຖິງວິທີການຮັກສາພະຍາດຕິດຕໍ່ທາງເພດສໍາພັນ ໄດ້ຕາມສະຖານທີ່ບໍລິການດັ່ງລຸ່ມນີ້:
ໂຮງໝໍລັດ ( ໂຮງໝໍສູນການ, ແຂວງ ແລະ ເມືອງ)
ສຸກສາລາ
ຫ້ອງກວດພະຍາດໄວໜຸ່ມ
ຫ້ອງກວດພະຍາດເອກະຊົນ ຫຼື ໂຮງໝໍລັດ
ຫຼື ຕິດຕໍ່ຂໍຄໍາປຶກສາທີ່ເບີ: 020 55566617 ຫລື ສົ່ງຂໍ້ຄວາມຫາເຮົາໄດ້

ຄົ້ນຫາຜູ້ໃຫ້ບໍລິການ: