
ຂໍຕ້ອນຮັບເຂົ້າສູ່ ເວັບໄຊ ຮັກມີແຜນ, ແຫຼ່ງການຮຽນຮູ້ກ່ຽວກັບ ສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ, ການມີຊີວິດທີ່ ປອດໄພ ແລະ ສຸຂະພາບດີ. ຮຽນຮູ້ກ່ຽວກັບສິດທິທາງເພດຂອງທ່ານ, ຮູບແບບຕ່າງໆ ຂອງວິທີການຄຸມກຳເນີດ,ສິ່ງທີ່ຄວນເຮັດເມື່ອເວລາຖືພາ ແລະ ເປັນບ່ອນທີ່ທ່ານ ສາມາດ ຖາມຄຳຖາມຕ່າງໆ ທີ່ທ່ານອາດຈະມີກ່ຽວກັບ ເລື່ອງເພດ.
ຂໍ້ຄວາມຈາກທີມງານ ຮັກມີແຜນ
ວິທີການຄຸມກຳເນີດ
ການຄຸມກໍາເນີດ ເປັນວິທີການປ້ອງກັນການຖືພາ, ທ່ານມີທາງເລືອກໃນການຄຸມກໍາເນີດ ຫຼາຍຢ່າງທີ່ແຕກຕ່າງກັນ ພວກເຮົາຈະຊ່ວຍໃຫ້ເຂົ້າໃຈ ແລະ ຮູ້ວິທີການທັງໝົດ ທີ່ທ່ານສາມາດເລືອກໃຊ້ໄດ້.
ການຖືພາ

ທ່ານອາດຕ້ອງການຄໍາຕອບ ວ່າການຖືພາເກີດຂຶ້ນໄດ້ແນວໃດ? ຫຼື ທ່ານອາດກຳລັງຖືພາ ແລະ ຕ້ອງການຮູ້ຂໍ້ມູນ ກ່ຽວກັບທາງເລືອກຂອງທ່ານ ຈົນໄປເຖິງ ການເບິ່ງແຍງສຸຂະພາບໃນເວລາຖືພາ ຕ້ອງເຮັດແນວໃດ? ພວກເຮົາມີຄຳຕອບ.
ເພດສຳພັນ, ສັງຄົມ ແລະ ສິດທິ

ຄວາມມັກທາງເພດ ຫຼື ຕົວຕົນເຮົາບໍ່ໄດ້ເປັນຕາມເພດ, ບໍ່ວ່າເຮົາຈະເປັນເພດໃດ, ຄວາມມັກທາງເພດແບບໃດ, ຄວນປະຕິບັດຕົວແນວໃດໃນສັງຄົມ ພວກເຮົາມີຄຳຕອບໃຫ້ກັບທ່ານໃນທີ່ນີ້.
ເພດສຳພັນທີ່ປອດໄພ

ຄວາມສຸກຂອງຫຼາຍຄົນໃນການມີເພດສຳພັນ ຄືບໍ່ຕ້ອງກັງວົນເລື່ອງ ພະຍາດຕິດຕໍ່ ແລະ ການຖືພາແມ່ນບໍ່?, ເຮົາຈະບໍ່ກັງວົນໄດ້ແນວໃດ? ແລ້ວເຮົາໄດ້ຮູ້ຈັກ ກ່ຽວກັບເພດສໍາພັນທີ່ປອດໄພແລ້ວບໍ່? ຖ້າຍັງ ເຮົາມາຫາຄຳຕອບໄປພ້ອມໆກັນ.
ໄວໜຸ່ມ

ທ່ານກຳລັງຊອກຫາຂໍ້ມູນກ່ຽວກັບເລື່ອງເພດ, ຄວາມສຳພັນຕ່າງໆ, ການປ່ຽນແປງຂອງຮ່າງກາຍທີ່ກຳລັງເກີດຂຶ້ນຢູ່ແມ່ນບໍ່? ເຈົ້າມາຖືກບ່ອນແລ້ວ ເຂົ້າມາອ່ານໄດ້ເລີຍ.