ຂ່າວ

ອາຫານເປັນພິດ ມີອາການແນວໃດ?

ໄດ້ຖືກສ້າງຂື້ນວັນທີ

ສັງເກດເບິ່ງວ່າ ຖ້າມີອາການທ້ອງໃສ້ປັ່ນປ່ວນ, ເຈັບທ້ອງ, ຖອກຖທ້ອງ, ປວດຮາກ, ຮາກ ຈົນເຖິງອາການເຈັບຫົວ, ປວດເມື່ອຕາມຕົນໂຕ ບາງຄົນອາດມີອາການເປັນໄຂ້ໄດ້ພ້ອມ ແລ້ວກ່ອນນີ້ໄດ້ໄປກິນອາຫານນອກບ້ານ ຫຼື ບໍ່ໄດ້ປຸງແຕ່ງດ້ວຍຕົນເອງ, ບໍ່ໝັນໃຈວ່າອາຫານນັ້ນສະອາດຫຼືບໍ່ ອາດສົງໃສໄດ້ວ່າເກີດພາວະອາຫານເປັນພິດນໍາຕົນເອງໄດ້ແລ້ວ 1. ສາເຫດຂອງອາຫານເປັນພິດ ແມ່ນມາຈາກໃສແດ່? ສາເຫດຂອງອາຫານເປັນພິດ ແມ່ນມາຈາກການກິນອາການທີ່ມີສານພິດປົນເປື້ອນ, ບໍ່ສະອາດເຂົ້າໄປ ເຊິ່ງມາຈາກ: ອາຫານທີ່ມີເຊື້ອພະຍາດ ປົນເປື້ອນສານເຄມີ. ພືດທີ່ເປັນພິດ ຫຼື ພືດທີ່ມີສານຂ້າແມງໄມ້ຕົກຄ້າງ. ອາຫານທີ່ເຮັດຈາກຊີ້ນສັດ ທີ່ປຸງສຸກໆ-ດິບໆ, ຊີ້ນສັດທີ່ປົນເປື້ອນເຊື້ອພະຍາດ ອາຫານກະປ໋ອງ ອາຫານທະເລ ອາຫານຄ້າງຄືນທີ່ບໍ່ໄດ້ອຸ່ນ, ອາຫານບູດເນົ່າ. 2. ຜົນສະທ້ອນຕໍ່ຮ່າງກາຍຂອງຄົນເຮົາຈາກອາຫານເປັນພິດ ມີຄືແນວໃດ? ຖ້າເຮົາຖອກທ້ອງຫຼາຍຈາກອາຫານເປັນພິດ ຈະເຮັດໃຫ້ຮ່າງກາຍເຮົາມີອາການຂາດນໍ້າ ແລະ ເກືອແຮ່, ບາງຄົນອາດມີອາການຮຸນແຮງຫຼາຍ ເນື່ອງຈາກຕິດເຊື້ອພະຍາດ ແລະ ເກີດອາການອັກເສບທີ່ອະໄວຍະວະຕ່າງໆຂອງຮ່າງກາຍ ແລະ ບາງຄັ້ງເຊື້ອພະຍາດດັ່ງກ່າວອາດເຂົ້າໄປສູ່ກະແສເລືອດ ເຊິ່ງຖ້າເຂົ້າໄປໃນກະແສເລືອດແລ້ວກໍ່ອາດເຮັດໃຫ້ເລືອດເປັນພິດໄດ້. ຖ້າພິດນັ້ນແມ່ນມາຈາກ ສານເຄມີ ຫຼື ພືດຜັກທີ່ມີສານຕົກຄ້າງຈາກສານພິດບາງຊະນິດ ເຊັ່ນຢາຂ້າແມງໄມ້ ອາດຈະສົ່ງຜົນຕໍ່ລະບົບປະສາດ ເຊັ່ນ: ເຮັດໃຫ້ຂາດສະຕິ, […]

ວິທີບັນເທົາອາການເຈັບທ້ອງປະຈຳເດືອນ (ສາວໆຄວນຮູ້!)

ໄດ້ຖືກສ້າງຂື້ນວັນທີ

ຮັກສານ້ຳໜັກໃຫ້ຄົງທີ່, ດື່ມນ້ຳຫຼາຍໆ, ຫຼີກລ້ອງການດື່ມກາເຟອິນ, ອອກກຳລັງກາຍ, ໃຊ້ຄວາມຮ້ອນ,ເຂົ້າຊ່ວຍ, ກິນຜັກສີຂຽວ, ການນອນຄົດໂຕ, ກິນອາຫານສະໝຸນໄພ, ນວດທ້ອງ, ຫຼີກເວັ້ນມັນຝຣັ່ງທອດ, ໄຟເບີ້ ກໍສຳຄັນ. ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມໂທ: 020 55 566 617 #ຮັກມີແຜນ #ຖາມເອື້ອຍໄດ້

ປະຈຸບັນ ສປປ ລາວ ມີ 33 ກໍລະນີທີ່ສົງໄສຕິດເຊື້ອໂຄໂຣນາ!

ໄດ້ຖືກສ້າງຂື້ນວັນທີ

ວັນທີ 15 ກຸມພາ 2020 ທີ່ຫ້ອງປະຊຸມ ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວຢໍ້າແລ້ວຢໍ້າອີກວ່າປະເທດລາວຍັງບໍ່ມີຜູ້ຕິດເຊື້ອ ແລະບໍ່ມີການແຜ່ລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ຫລື ໂຄວິດ-19 ເຊິ່ງໃນຕອນນີ້ປະຊາຊົນ ຫຼາຍຄົນສົງໄສວ່າລັດຖະບານມີການປົກປິດຂໍ້ມູນບາງຢ່າງໄວ້ ເນື່ອງຈາກມີສື່ສັງຄົມອອນລາຍບາງສື່ອອກຂ່າວມື້ວານ 14 ກຸມພາວ່າມີຜູ້ຕິດເຊື້ອໃນລາວ ແຕ່ຂໍ້ມູນທັງໝົດຂອງສື່ເຫຼົ່ານັ້ນບໍ່ເປັນຄວາມຈິງ ແລະຍັງໃສ່ຮ້າຍປ້າຍສີວ່າລັດຖະບານປິດບັງຄວາມຈິງມາໂດຍຕະຫຼອດ. ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ກ່າວວ່າ: ການທີ່ສື່ສັງຄົມອອນລາຍບາງສື່ນໍາສະເຫນີ ຂ່າວທີ່ວ່າລັດຖະບານລາວປົກປິດຂໍ້ມູນຄວາມຈິງກ່ຽວກັບຜູ້ຕິດເຊື້ອພະຍາດນີ້ຢູ່ລາວນັ້ນເປັນພຽງການສ້າງກະແສຢາກໃຫ້ສັງຄົມເກີດຄວາມບໍ່ສະຫງົບ ສະນັ້ນ ຈຶ່ງຂໍໃຫ້ປະຊາຊົນຢ່າຫຼົງເຊື່ອຂ່າວປອມເດັດຂາດ ແລະຂໍໃຫ້ໝັ້ນໃຈໃນການ ປະຕິບັດງານຂອງເຈົ້າໜ້າທີ ເພາະວ່າການກວດຫາເຊື້ອພະຍາດນີ້ເຈົ້າຫນ້າທີ່ທີ່ ຮັບຜິດຊອບທາງການລາວໄດ້ປະຕິບັດຕາມມາດຕະຖານດຽວກັນກັບລະດັບສາກົນຕາມທຸກຂັ້ນຕອນການກວດຫາເຊື້ອ ແລະທີ່ສໍາຄັນກະຊວງສາທາລະນະສຸກ ມີພັນທະຕ້ອງລາຍງານໃຫ້ອົງການອະນາໄມໂລກທຸກຄັ້ງ ຖ້າພົບວ່າມີກໍລະນີ ຢັ້ງຢືນການຕິດເຊື້ອ. ນອກນີ້ ສູນວິເຄາະແລະ ລະບາດວິທະຍາແຫ່ງຊາດຍັງສົ່ງຕົວຢ່າງທັງຫມົດ 30 ຕົວຢ່າງ ທີ່ສົງໄສວ່າຕິດເຊື້ອໄວຣັດນີ້ໃຫ້ກັບຫ້ອງວິເຄາະຢູ່ສະຖາບັນ ປັດສເຕີລາວ ແລະຫ້ອງວິເຄາະໂຮງຫມໍມະໂຫສົດ ເພື່ອຮັບປະກັນຜົນກວດອອກມາໃຫ້ຄືກັນ ເຊີ່ງ 2 ຫ້ອງກວດຫາເຊື້ອພະຍາດນີ້ກໍ່ໄດ້ມາດຕະຖານສາກົນ ແລະ ຜ່ານການວິເຄາະກໍ່ບໍ່ພົບກໍລະນີໃດຕິດເຊື້ອພະຍາດໂຄວິດ-19 ແລະໄດ້ຮັບການຢັ້ງຢືນຈາກຫ້ອງວິເຄາະຂອງອົງການອະນາໄມໂລກ 100%. ທ່ານ ດຣ ລັດຕະນະໄຊ ຍັງແນະນຳໃຫ້ຮູ້ຕື່ມວ່າ: ປັດຈຸບັນ ເຈົ້າຫນ້າທີ່ທີ່ຮັບຜິດຊອບເລື່ອງນີ້ໄດ້ສືບຕໍ່ຕິດຕາມເຝົ້າລະວັງການແຜ່ລະບາດຂອງພະຍາດອັກເສບໂຄວິດ19 […]

5 ພຶດຕິກຳທີ່ຮ້າຍແຮງຂອງສາວໆ Office

ໄດ້ຖືກສ້າງຂື້ນວັນທີ

1. ສາວຫ້ອງການ ມັກນອນເດິກ ພຶດຕິກຳທຳອິດ ຖ້າຫາກສາວໆ ທີ່ເຮັດວຽກໜັກຈຳຕ້ອງໄດ້ຕື່ນເດິກລຸກເຊົ້າ ນອນກະບໍ່ພຽງພໍ ເປັນແບບນີ້ບໍ່ດີກັບຕົນເອງ ແລະວຽກເລີຍ ສະນັ້ນທາງທີ່ດີ ສາວໆທຸກຄົນກໍ່ຕ້ອງປັບປ່ຽນພຶດຕິກຳໃຫມ່ຄືຫັນມານອນສວາຍກັນ ແບບອາດຈະພັກຜ່ອນພັກທ່ຽງ 10-15 ນາທີກໍ່ຊ່ວຍໄດ້ ຈະເຮັດໃຫ້ມີສະມາທິໃນການເຮັດວຽກເພີ່ມຂື້ນ ງານບໍ່ເສຍ ສຸຂະພາບກະບໍ່ເສຍນຳ 2. ກິນອາຫານບໍ່ຖືກເວລາ ສຳຫຼັບການກຶນອາຫານບໍ່ຖືກເວລາ ເປັນຕົ້ນເຫດເຮັດໃຫ້ເກີດພະຍາດກະເພາະອາຫານໄດ້ ອາດເກີດຈາກການກິນຟ້າວຫລາຍ ກິນປະລິມານຫຼາຍຫຼືໜ້ອຍຈົນເກີນໄປ ເຊິ່ງມັນຈະເຮັດໃຫ້ກະເພາະຂອງເຮົາເຮັດວຽກບໍ່ເປັນປົກກະຕິ ເກີດເປັນພະຍາດກະເພາະອາຫານກໍ່ເປັນໄດ້  ດັ່ງນັ້ນ ຄວນປ່ຽນພືດຕິກຳໃນການກຶນໃຫ້ຖືກເວລາ ແລະ ກິນໃຫ້ສະໝ່ຳສະເໝີ 3. ການນັ່ງເຮັດວຽກຜິດທ່າ ຫຼາຍຄົນມັກປວດຫຼັງ ປວດບ່າໄຫຼ່ ແລະ ຫຼັງ ນັ້ນເປັນການເຮິດວຽກຜິດທ່າຂອງເຮົານັ້ນເອງ  ອີກຢ່າງເຮົານິ່ງເຮັດວຽກດົນໂດຍບໍ່ມີການເໜັງຕີງ ຮ່າງກາຍກໍ່ຈະເມື່ຶອຍໄດ້  ດັ່ງນັ້ນເຮົາຄວນສຶກສາທ່ານັ່ງທີ່ເໝາະສົມ ແລະ ຖືກຕ້ອງ ໝັ່ນເໜັງຮ່າງກາຍປັບປ່ຽນຢູ່ສະເໝີ ນອກຈາກນີ້ການອອກກຳລັງກາຍ ຫຼື ການຫຼິ້ນໂຢຄະ ຈະສາມາດຊ່ວຍຫຼຸດອາການປວດຂອງກ້າມຊີ້ນຫຼຸດໜ້ອຍລົງ 4. ທ່ານມັກກິນຈຸກິນຈິຕະຫຼອດໝົດມື້ ສັງເກດບໍ່ວ່າຜູ້ຍິງເວລານັ່ງເຮັດວຽກບືດໜຶ່ງ ກໍ່ຢາກນອນ ບຶດໜຶ່ງກໍ່ຈະຫຼັບ ເລີຍຕ້ອງຫາຫຍັງມາກິນ ເພື່ອໃຫ້ຜ່ອນຄາຍຄວາມລື້ງເຄີຍນີ້ ເຊຶ່ງເປັນບໍ່ເກີດກັບພວກສາວໆໄດ້  ກິນ […]

ຄຸມກຳເນີດແລ້ວເຮັດໃຫ້ເປັນມະເຮັງແທ້ບໍ່?(ມີຄຣິບ)

ໄດ້ຖືກສ້າງຂື້ນວັນທີ

ຖືວ່າເປັນອີກຄຳຖາມຍອດຮິດທີ່ທຸກຄົນຖາມເຂົ້າມາກັນຫຼາຍສົມຄວນ ແລະ ບາງຄົນກໍເຂົ້າໃຈຜິດໄປຕ່າງໆນາໆກ່ຽວກັບການຄຸມກຳເນີດໃນແຕ່ລະຊະນິດ ແລະ ນີ້ກໍເປັນອີກຂໍ້ສົງໃສທີ່ຫຼາຍຄົນຢາກຮູ້ນັ້ນກໍຄື: ຄຸມກຳເນີດແລ້ວຈະມີຄວາມຊ່ຽງເຮັດໃຫ້ເຮົາເປັນມະເຮັງແທ້ບໍ່ ເຊິ່ງຄຳຖາມນັ້ນກໍໄດ້ຖືກຕອບໂດຍແພດຜູ້ທີ່ເຮັດວຽກກ່ຽວກັບດ້ານນີ້ໂດຍສະເພາະ ແລະ ສາມາດກົດເຂົ້າເບິ່ງຄຳຕອບໄດ້ທີ່ Link ນີ້: ຄຳຕອບ ວິດີໂອຖາມ-ຕອບ ກ່ຽວກັບການຄຸມກຳເນີດ: ຄຳຖາມທີ່ພົບປະຈຳກ່ຽວກັບການຄຸມເນີດ ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມໂທ: 020 55 566 617 #ຮັກມີແຜນ #ຖາມເອື້ອຍໄດ້

ຂ່າວດີ!! ສປປ ລາວ ກວດຜູ້ສົງໄສ ຕິດເຊື້ອໄວຣັສໂຄໂຣນາ 11 ຄົນ. ຜົນອອກມາແມ່ນປອດເຊື້ອ!!

ໄດ້ຖືກສ້າງຂື້ນວັນທີ

ຕາມຂ່າວ CRI:ຫຼ້າສຸດ ໃນວັນທີ 04 ກຸມພາ ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານຕົວເລກຄວາມຄືບໜ້າບຸກຄົນທີ່ສົງໄສຕິດເຊື້ອພະຍາດປອດອັກເສບສາຍພັນໃຫມ່ວ່າ: ຮອດປະຈຸບັນນີ້ໃນປະເທດລາວມີຕົວເລກສົງໄສວ່າ ມີຜູ້ຕິດເຊື້ອໄວຣັດໂຄໂຣນາ ຈຳນວນ 14 ກໍລະນີ, ໃນນັ້ນ ມີຄົນລາວ 10 ຄົນ ແລະຄົນຈີນ 4 ຄົນ ເຊິ່ງໃນຂະນະນີ້ 13 ຄົນໄດ້ຖືກວິເຄາະຫາຜົນກວດເປັນທີ່ຮຽບຮ້ອຍ ແຕ່ບໍ່ພົບເຊື້ອ ສ່ວນອີກຫນຶ່ງກໍລະນີ ທີີ່ເປັນຄົນລາວ ເຊິ່ງກຳລັງລໍຖ້າຜົນກວດໃນມື້ອື່ນ. ທ່ານ ດຣ. ສີສະຫວາດ ຍັງໃຫ້ຮູ້ວ່າ: ປັດຈຸບັນກະຊວງສາທາລະນະສຸກຍັງໄດ້ສືບຕໍ່ຕິດຕາມບຸກຄົນທີ່ຢູ່ໃກ້ຊິດກັບນັກທ່ອງທ່ຽວຈີນທີ່ເຂົ້າມາ ສປປ ລາວ ແລ້ວກັບໄປ ສປ ຈີນເມື່ອບໍ່ດົນມານີ້ ມີທັງໝົດ30 ຄົນ, ມີນັກທ່ອງທ່ຽວມານຳກັນ 26 ຄົນ,ພະນັກງານຂັບລົດ 3 ຄົນ ແລະຜູ້ນຳທ່ຽວ 1 ຄົນ ເຊິ່ງບຸກຄົນທີ່ຕ້ອງສົງໄສເຫຼົ່ານີ້ ແມ່ນຢູ່ໃນໄລຍະຕິດຕາມເຝົ້າລະວັງຢ່າງໃກ້ຊິດ. ພາບ ແລະ […]

ສປປ ລາວ ມີ 11 ກໍລະນີທີ່ສົງໄສຕິດເຊື້ອໂຄໂຣນາ!

ໄດ້ຖືກສ້າງຂື້ນວັນທີ

ສູນວິເຄາະ ແລະລະບາດວິທະຍາ ຖະແຫຼງຂ່າວກ່ຽວກັບພະຍາດປອດອັກເສບສາຍພັນໃໝ່ໂຄໂຣນາ. ຕາມຂ່າວ CRI: ໃນວັນທີ 3 ກຸມພາ 2020 ນີ້, ທີ່ສູນວິເຄາະ ແລະລະບາດວິທະຍາ, ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວກ່ຽວກັບພະຍາດປອດອັກເສບສາຍພັນໃໝ່ໂຄໂຣນາ ເພື່ອແຈ້ງໃຫ້ປະຊາຊົນໝັ້ນໃຈເຖິງເຄື່ອງມືໃນການວິເຄາະວ່າຢູ່ໃນມາດຕະຖານສາກົນ ແລະໃຫ້ປະຊາຊົນເປັນເຈົ້າການຮ່ວມກັນໃນການສັງເກດຖ້າມີກໍລະນີທີ່ໜ້າສົງໃສ.  ໂອກາດນີ້ ທ່ານ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະລະບາດວິທະຍາໄດ້ກ່າວວ່າ: ທາງສູນໄດ້ກວດຜົນຈາກກໍລະນີສົງໃສ 11 ກໍລະນີ ໃນນັ້ນ 9 ກໍລະນີແມ່ນບໍ່ພົບເຊື້ອ ແລະອີກ 2 ກໍລະນີແມ່ນຍັງຢູ່ໃນຂັ້ນຕອນການກວດຫາເຊື້ອ ໂດຍຢາກແຈ້ງໃຫ້ປະຊາຊົນຮັບຮູ້ວ່າ ສປປ ລາວ ແມ່ນມີຄວາມສາມາດພ້ອມຮັບມືໃນການກວດຫາເຊື້ອ ເຊິ່ງຜົນກວດທີ່ອອກມາແມ່ນມີການຄວບຄຸມຄຸນນະພາບ ແລະໄດ້ມາດຕະຖານສາກົນແນ່ນອນ. ເຊິ່ງປັດຈຸບັນປະເທດລາວກ້າວໄກໃນເລື່ອງເຄື່ອງມືກວດຕ່າງໆແມ່ນໄດ້ຮັບຮອງຈາກສາກົນໂດຍມີການກວດສອບ ແລະວັດແທກດ້ວຍທີມງານທີ່ມີຄຸນະພາບ.  ນອກຈາກນີ້, ຍັງມີແຜນຂະຫຍາຍເຄື່ອງວິເຄາະພະຍາດໄປຍັງແຂວງພາກເໜືອທີ່ມີຄວາມສ່ຽງເຊັ່ນ: ແຂວງ ອຸດົມໄຊ, ຫຼວງນໍ້າທາ ແລະຜົ້ງສາລີ ເພື່ອໃຫ້ທີມແພດກວດຫາຜູ້ທີ່ຕິດເຊື້ອໄດ້ວ່ອງໄວຂຶ້ນ ແລະທຸກໆພາກສ່ວນຕ້ອງເປັນເຈົ້າການໃນການປ້ອງກັນຮ່ວມກັນຖ້າມີອາການສົງໃສສາມາດແຈ້ງໄດ້ທີ່ສາຍດ່ວນ 166 ຕະຫຼອດ 24 ຊົ່ວໂມງ (ພາສາລາວ, ອັງກິດ ແລະ ຈີນ). ນອກນີ້, […]

ຫຼຸດນ້ຳໜັກ 5 ກິໂລ ພາຍໃນໜຶ່ງເດືອນ ດ້ວຍການຍ່າງ!!!

ໄດ້ຖືກສ້າງຂື້ນວັນທີ

ຫຼາຍຄົນຄົງຢາກຮູ້ແລ້ວວ່າຍ່າງແນວໃດເຮັດໃຫ້ນໍ້າໜັກລົງຮອດປານນັ້ນ ຮັກມີແຜນມີເຄັດລັບດີດີມາໃຫ້ຮູ້ ພຽງແຕ່ປະຕິບັດ 3 ເທັກນິກນີ້ 1, ຍ່າງໃຫ້ໄວຂື້ນ: ປ່ຽນພຶດຕິກຳຕົນເອງໃຫ້ເຄື່ອນໄຫວຕົວເອງຕະຫຼອດເວລາ ໂດຍການຍ່າງ ເຊິ່ງການຍ່າງແຕ່ລະເທື່ອແມ່ນໃຫ້ເລັ່ງຄວາມໄວເພື່ອໃຫ້ເລັ່ງອັດຕາການເຕັ້ນຫົວໃຈ ເຮັດໃຫ້ລະບົບເຜົາຜານເຮັດວຽກດີຂື້ນ2, ຍ່າງໃຫ້ໄດ້ຢ່າງໜ້ອຍ 30 ນາທີຕໍ່ມື້: ຫາກໃຜທີ່ເຮັດວຽກບໍ່ໄກບ້ານຫຼາຍກໍສາມາດຍ່າງໄປວຽກໄດ້ ຫຼື ປ່ຽນຈາກການໃຊ້ລິບ ຫຼື ຂັ້ນໄດເລື່ອນ ມາເປັນຍ່າງຂື້ນ-ລົງແທນ. ທ່ານສາມາດຫາເວລໃນຕອນເຊົ້າ ຫຼື ຫຼັງເລີກຮຽນ ເລີກວຽກ ໄປຍ່າງ ຕາມສວນສາທາລະນະ ຫຼື ໜ້າບ້ານໄດ້,3. ປະຕິບັດເປັນປະຈຳ ແລະ ສະໝໍ່າສະເໝີ ການມີວິໄນກັບຕົນເອງເປັນສິ່ງທີ່ສຳຄັນທີ່ຈະເຮັດໃຫ້ເປົ້າໝາຍຂອງເຮໄາໃນແຕ່ລະອັນສຳເລັດ ແລະ ເກີດຜົນລອງໄປປະຕິບັດກັນເບິ່ງເດີ້ ຮັບຮອງວ່າຫາກທ່ານມີວິໄນກັບຕົວເອງ ແລະ ລະມັດລະວັງກ່ຽວກັບອາຫານການກິນຄວບຄູ່ໄປນຳຮັບຮອງເລີຍວ່າ ທ່ານຈະນໍ້າໜັກຫຼຸດລົງແນ່ນອນ ຂອບໃຈຂໍ້ມູນຈາກ: www.akerufeed.com ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 #ຮັກມີແຜນ #ຖາມເອື້ອຍໄດ້

ຄຽດເກີນໄປຈະເກີດຫຍັງຂຶ້ນ?(ມີຄຳຕອບ)

ໄດ້ຖືກສ້າງຂື້ນວັນທີ

ເສັ້ນຜົມ: ຜົມຈະຫຼົ່ນ ເຊິ່ງຄວາມຄຽດຈະເຊື່ອມໂຍງກັບເທສທອສເຕີໂຣນທີ່ເພີ່ມຂື້ນ ປາກ: ປາກຈະແຫ້ງ ເພາະລະບົບປະສາດການຄວບຄຸມລົດການຜະລິດນ້ຳລາຍເພື່ອໃຫ້ເຮົາບໍ່ຮູ້ສຶກຢາກໃນລະວ່າງທີ່ຄຽດ ຕົກໃຈ ປອດ: ຫຼອດລົມຈະຂະຫຍາຍເພາະສະນັ້ນເຮົາຈະຫາຍໃຈໄວ ເພື່ອຮັບເອົາອາກາດເຂົ້າປອດ ຮັງໄຂ່: ຜູ້ຍິງຈະຫຍຸດຜະລິດໄຂ່ເພາະຮໍໂມນບໍ່ສົມດູນກັບຮ່າງກາຍ ຕັດສິນວ່າຈະບໍ່ເຫມາະໃນການສືບພັນເພາະຮ່າງກາຍຍັງຢູ່ໃນສະຖານະການເຄັ່ງຄຽ ກະດູກ: ກະດູກບາງລົງເພາະຮໍໂມນຄວາມຄຽດເປັນສາເຫດໃຫ້ແຄລຊຽມຜ່ານຈາກ bone matrix ໄປຍັງເລືອດ ຫົວໃຈ: ເຕັ້ນໄວ ເພື່ອກຽມຮັບການຕໍ່ສູ້ ຫຼື ປະຕິກິລິຍາຕື່ນໂຕ ມີຄວາມສ່ຽງເພີ້ມຂື້ນທີ່ຈະເຮັດໃຫ້ຫົວໃຈວາຍເພາະເລືອດເຂັ້ມຂຸ້ນ ທ້ອງ: ບໍ່ຢາກອາຫານທ້ອງນ້ອຍລົງ ກະເພາະຫົດໂຕເຂົ້າ ເຮັດໃຫ້ເກີດການຫົດໂຕຂອງລຳໄສ້ຕາມປົກກະຕິ ຈະເຮັດໃຫ້ຖອກທ້ອງ ຜິວໜັງ​: ເລີ່ມມີເຫື່ອອອກເພື່ອລຸດອາການຮ້ອນຂອງຜິວໜັງ ເຊິ່ງອາດຈະເຮັດໃຫ້ເກີດສິວແລະມີບັນຫາຜິວໜັງ ເພາະຄວາມຄຽດສົ່ງຜົນຕໍ່ລະບົບພູມຄຸ້ມກັນ ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 #ຮັກມີແຜນ #ຖາມເອື້ອຍໄດ້

ລືມກິນຢາຄຸມກຳເນີດ ຈະເຮັດແນວໃດ? (ມີຄຳຕອບ)

ໄດ້ຖືກສ້າງຂື້ນວັນທີ

ຖ້າລືມ ຕ້ອງເຮັດແນວໃດ❓ 😱😱😱ການກິນຢາເມັດຄຸມກຳເນີດຈຳເປັນຕ້ອງໄດ້ກິນທຸກມື້ ມື້ລະ 1 ເມັດ ແຕ່ບາງເທື່ອເຮົາກໍຍັງມີຫຼົງ ມີລືມ ມື້ນີ້ເລີຍຈະມາບອກໃຫ້ຮູ້ຫາກທ່ານລືມກິນແລ້ວຈະຕ້ອງເຮັດແນວໃດ ❓ ເຮົາມາຮູ້ນຳກັນໂດຍການເຂົ້າເບິ່ງຄຳຕອບຕາມ Link ລຸ່ມນີ້ໄດ້ເລີຍ: ຄຳຕອບ: https://hukmiplan.com/faq/#5 ___________ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617  #ຮັກມີແຜນ #ຖາມເອື້ອຍໄດ້ #ການຄູມກຳເນີດ #ການວາງແຜນຄອບຄົວ