ສປປ ລາວ ມີ 11 ກໍລະນີທີ່ສົງໄສຕິດເຊື້ອໂຄໂຣນາ!

ສູນວິເຄາະ ແລະລະບາດວິທະຍາ ຖະແຫຼງຂ່າວກ່ຽວກັບພະຍາດປອດອັກເສບສາຍພັນໃໝ່ໂຄໂຣນາ. 
ຕາມຂ່າວ CRI: ໃນວັນທີ 3 ກຸມພາ 2020 ນີ້, ທີ່ສູນວິເຄາະ ແລະລະບາດວິທະຍາ, ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວກ່ຽວກັບພະຍາດປອດອັກເສບສາຍພັນໃໝ່ໂຄໂຣນາ ເພື່ອແຈ້ງໃຫ້ປະຊາຊົນໝັ້ນໃຈເຖິງເຄື່ອງມືໃນການວິເຄາະວ່າຢູ່ໃນມາດຕະຖານສາກົນ ແລະໃຫ້ປະຊາຊົນເປັນເຈົ້າການຮ່ວມກັນໃນການສັງເກດຖ້າມີກໍລະນີທີ່ໜ້າສົງໃສ. 

ໂອກາດນີ້ ທ່ານ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະລະບາດວິທະຍາໄດ້ກ່າວວ່າ: ທາງສູນໄດ້ກວດຜົນຈາກກໍລະນີສົງໃສ 11 ກໍລະນີ ໃນນັ້ນ 9 ກໍລະນີແມ່ນບໍ່ພົບເຊື້ອ ແລະອີກ 2 ກໍລະນີແມ່ນຍັງຢູ່ໃນຂັ້ນຕອນການກວດຫາເຊື້ອ ໂດຍຢາກແຈ້ງໃຫ້ປະຊາຊົນຮັບຮູ້ວ່າ ສປປ ລາວ ແມ່ນມີຄວາມສາມາດພ້ອມຮັບມືໃນການກວດຫາເຊື້ອ ເຊິ່ງຜົນກວດທີ່ອອກມາແມ່ນມີການຄວບຄຸມຄຸນນະພາບ ແລະໄດ້ມາດຕະຖານສາກົນແນ່ນອນ. ເຊິ່ງປັດຈຸບັນປະເທດລາວກ້າວໄກໃນເລື່ອງເຄື່ອງມືກວດຕ່າງໆແມ່ນໄດ້ຮັບຮອງຈາກສາກົນໂດຍມີການກວດສອບ ແລະວັດແທກດ້ວຍທີມງານທີ່ມີຄຸນະພາບ. 

ນອກຈາກນີ້, ຍັງມີແຜນຂະຫຍາຍເຄື່ອງວິເຄາະພະຍາດໄປຍັງແຂວງພາກເໜືອທີ່ມີຄວາມສ່ຽງເຊັ່ນ: ແຂວງ ອຸດົມໄຊ, ຫຼວງນໍ້າທາ ແລະຜົ້ງສາລີ ເພື່ອໃຫ້ທີມແພດກວດຫາຜູ້ທີ່ຕິດເຊື້ອໄດ້ວ່ອງໄວຂຶ້ນ ແລະທຸກໆພາກສ່ວນຕ້ອງເປັນເຈົ້າການໃນການປ້ອງກັນຮ່ວມກັນຖ້າມີອາການສົງໃສສາມາດແຈ້ງໄດ້ທີ່ສາຍດ່ວນ 166 ຕະຫຼອດ 24 ຊົ່ວໂມງ (ພາສາລາວ, ອັງກິດ ແລະ ຈີນ). ນອກນີ້, ກໍແນະນໍາໃຫ້ຜູ້ທີ່ເດີນທາງມາຈາກຈີນຕິດຕາມການເຝົ້າລະວັງຕົນເອງພາຍໃນ 14 ມື້ ໂດຍແນະນໍາບໍ່ໃຫ້ໄປໃນສະຖານທີ່ຊຸມຊົນໃຫ້ຢູ່ກັບທີ່ ແລະໃສ່ໜ້າກາກອະນາໄມເປັນປະຈໍາ.

ພາບ ແລະ ຂໍ້ມູນຂ່າວຈາກ: CRI-FM93