ເຊື້ອພະຍາດໄວຣັສສາຍພັນໃໝ່ Novel Corona Virus NCOV ທີ່ເກີດຈາກການອັກເສບປອດ ປະຈຸບັນມີຢືນຢັນແລ້ວວ່າມີຜູ້ປ່ວຍຈາກພາຍນອກ ສປ ຈີນ ຈຳນວນ 4 ຄົນໃນນັ້ນ ຢູ່ປະເທດໄທ 2 ຄົນ, ສ.ເກົາຫຼີ ແລະຍີ່ຢຸ່ນປະເທດລະ 1 ຄົນ ສ່ວນພາຍໃນປະເທດຈີນເອງ ມີຜູ້ເສຍຊີວິດແລ້ວ 6 ຄົນ ແລະ 300 ກວ່າຄົນຢືນຢັນວ່າເປັນພະຍາດດັ່ງກ່າວ ພ້ອມນີ້ຍັງມີກໍລະນີສົງໄສ 180 ຄົນ ທີ່ຕ້ອງຕິດຕາມອາການຢ່າງໃກ້ຊິດ ດັ່ງນັ້ນ ເຮົາຈິ່ງຄວນຮູ້ວ່າ ໃຜທີ່ກຳລັງຢູ່ໃນກຸ່ມສ່ຽງ ແລະອາການແບບໃດທີ່ເປັນພະຍາດນີ້ ລວມເຖິງວິທີປ້ອງກັນໂດຍ ພື້ນຖານ.ເຊື້ອພະຍາດຊະນິດນີ້ສາມາດຕິດຕໍ່ຈາກຄົນສູ່ຄົນ ຊ່ວງນີ້ພໍດີພໍດີກຸດ ມີນັກສຶກສາທີ່ໄປຮຽນຢູ່ຈີນກໍໄດ້ພັກກັບມາບ້ານ ຄົນຈີນເອງພັກຍາວກໍອອກໄປທ່ຽວຕ່າງປະເທດ ເຮັດໃຫ້ມີຄວາມສ່ຽງລະບາດໄປຫລາຍປະເທດ ພວກເຮົາ ສປປ ລາວກໍ່ເຊັ່ນດຽວກັນຕ້ອງມີຄວາມລະມັດລະວັງເປັນພິເສດ.ແນວໃດກໍ່ດີກຸ່ມທີ່ມີຄວາມສ່ຽງຫຼາຍສຸດກໍ່ຄື ຜູ້ທີ່ຫາກໍເດີນທາງມາແຕ່ຈີນ, ເຮັດວຽກ, ພົວພັນ, ໃກ້ຊິດກັບຄົນ ຈີນທີ່ຫາກໍເຂົ້າມາລາວ ຖ້າຢູ່ໃນກຸ່ມຄົນເຫຼົ່ານີ້ແລະມີອາການເປັນຫວັດເປັນໄອ ຄວນແຈ້ງເຈົ້າຫນ້າທີ່ສາທາລະນະສຸກ ເພື່ອຈະໄດ້ກວດສອບລະອຽດ ແລະກັກກັນເຊື້ອ ຢ່າຢ້ານທີ່ຈະບອກ ເພາະການບໍ່ບອກ ຫມໍຈະຄຶດວ່າເປັນຫວັດເປັນໄອທົ່ວໄປ […]
ຂ່າວ
ເຕືອນ!!! ໃຫ້ລະວັງ ຝຸ່ນ PM 2.5 ຢູ່ນະຄອນຫຼວງ ວຽງຈັນ ເກີນຄ່າມາດຕະຖານ ທີ່ 50 US AQI.
ໄດ້ຖືກສ້າງຂື້ນວັນທີປັດຈຸບັນ ບັນຫາຝຸ່ນລະອອງເປັນພິດ ຫຼືທີ່ເອີ້ນກັນວ່າ “ຝຸ່ນ PM 2.5” ທົ່ວພື້ນທີ່ນະຄອນຫຼວງວຽງຈັນ ກາຍເປັນອີກໜື່ງບັນຫາທີ່ຫຼີກລ່ຽງໄດ້ຍາກ ແຕ່ກໍຍັງມີອີກຫຼາຍຄົນທີ່ເຂົ້າໃຈຜິດວ່າ ທ້ອງຟ້າທີ່ເຫັນໃນຕອນເຊົ້າເກີດຈາກຄວັນ ທັງໆ ທີ່ຄວາມຈິງແລ້ວ ສິ່ງນັ້ນຄືການຮວມຕົວກັນຂອງມົນລະພິດທາງອາກາດທີ່ເກີນສູງກວ່າຄ່າມາດຕະຖານ ແລະ ຍັງເປັນອັນຕະລາຍຕໍ່ສຸຂະພາບອີກດ້ວຍ ຄໍາວ່າ PM ຫຍໍ້ມາຈາກ Particulate Matters ເປັນຄໍາທີ່ເອີ້ນວ່າມາດຕະຖານຂອງຝຸ່ນລະອອງຂະໜາດນ້ອຍທີ່ເປັນອັນຕະລາຍຕໍ່ສຸຂະພາບ ຝຸ່ນ PM 2.5 ເປັນມົນລະພິດຕໍ່ສຸຂະພາບຂອງມະນຸດຕາມທີ່ອົງການອະນາໄມໂລກໃຫ້ຄວາມສໍາຄັນ ແລະ ອອກມາແຈ້ງເຕືອນ ເພາະເປັນຝຸ່ນລະອອງມີຂະໜາດນ້ອຍ (ນ້ອຍກວ່າເສັ້ນຜົນ 20 ເທົ່າ) ເມື່ອຫາຍໃຈເຂົ້າໄປແລ້ວ ສາມາດເຂົ້າໄປຫາປອດ ແລະ ຫຼອດເລືອດໄດ້ງ່າຍ ຈົນສົ່ງຜົນຕໍ່ຮ່າງກາຍໄລຍະຍາວ ຈຸດແດງ 🔴 😷 ຄືການເຜົາໃໝ້ ໄຮ່ນາ ແລະ ປ່າ ມີສ່ວນເຮັດໃຫ້ເກີດຝຸ່ນຄວັນ PM2.5, ທີ່ເປັນອັນຕະລາຍຕໍ່ສຸຂະພາບຫຼາຍ. AirVisual ກວດພົບວ່າພື້ນທີ່ມີພົນລະພິດໝອກຄວັນສູງຍ້ອນການຈູດນາແລະປ່າມີຢູ່ທີ່ ກໍາປູເຈັຍ ແລະ ໄທ. ສ່ວນໃນ ສປປລາວ ກໍ່ມີການຈູດແລະໄດ້ຮັບຜົນກະທົບຈາກກະແສລົມພັດເອົາໝອກມາເຊັ່ນກັນ. ຈາກຄ່າວັດ ລະດັບຄວາມເຂັ້ມຂຸ່ນ ຂອງຝຸ່ນລະອອງ ຂະຫນາດນ້ອຍ […]
ປ່ຽນພຶດຕິກໍາການໃຊ້ຊີວິດກໍ່ສາມາດຊ່ວຍໃຫ້ສຸຂະພາບແຂງແຮງໄດ້.
ໄດ້ຖືກສ້າງຂື້ນວັນທີຄວາມແຂງແຮງທີ່ສົມບູນທັງກາຍ ແລະ ໃຈ ແມ່ນຫຼາຍຄົນກໍ່ລ້ວນແຕ່ມີຄວາມຕ້ອງການ ເຊິ່ງການປັບປ່ຽນພຶດຕິກໍາການໃຊ້ຊີວິດໃນແຕ່ລະມື້ກໍ່ມີສ່ວນຊ່ວຍໃຫ້ສຸຂະພາບເຮົາແຂງແຮງໄດ້ຄືກັນ. 1, ປຸກສະໝອງດ້ວຍນໍ້າຊາ ໃນຕອນເຊົ້າແທນທີ່ຈະດື່ມກາເຟແຕ່ລອງປ່ຽນມາດື່ມຊາແທນເພາະມີກາເຟອີນໜ້ອຍກວ່າ ແລະ ຍັງມີແມງການິສ ທີ່ຊ່ວຍໃຫ້ສະໝອງເຮັດວຽກໄດ້ປະສິດຕິພາບດີຂື້ນ. 2, ບໍ່ໃຊ້ລິບທ໌: ໃນລິບທ໌ແຄບໆນັ້ນບໍ່ສາມາດລະບາຍອາກາດໄດ້ພຽງພໍ່ຈຶ່ງມີເຊື້ອພະຍາດລອຍໂຕຢູ່ ຖ້າປ່ຽນໃຊ້ຄັນໄດແທນນອກຈາກອາກາດຈະດີແລ້ວ ເຮົາຍັງໄດ້ອອກກໍາລັງກາຍເຮັດໃຫ້ຫົວໃຈສູບເລືອດໄດ້ດີຂື້ນອິກ. 3, ອອກກໍາລັງກາຍເປັນປະຈໍາ: ອອກກໍາລັງກາຍເຮັດໃຫ້ຮ່າງກາຍກະຕຸ້ນຮໍໂມນເອັນໂດຟິນທີ່ເປັນຮໍໂມນອາລົມດີອອກມາ ແລະ ກະຕຸ້ນການເຜົາຜ່ານໄຂມັນເຮັດໃຫ້ບໍ່ຕຸ້ຍ. 4, ໃຊ້ຖົງຢາງອານາໄມແບບໃໝ່: ຊ່ວຍໃຫ້ຄວາມຮູ້ສຶກໃນເວລາຮ່ວມເພດປ່ຽນໄປ ແລະ ສ້າງຄວາມແປກໃໝ່ໃຫ້ກັບໂຕເອງພ້ອມ, ການໃຊ້ຖົງຢາງອານາໄມເປັນປະຈໍາຍັງຊ່ວຍຫຼຸດຜ່ອນການເປັນມະເຮັງປາກມົດລູກ ແລະ ການຕິດເຊື້ອທາງເພດສໍາພັນອີກ. 5, ກິນປາເປັນປະຈໍາ: ປາມີໂປຼຕີນສູງ ແລະ ຊ່ວຍກະຕຸ້ນໃຫ້ສະໝອງຕື່ນຕົວສະເໝີ, ຊ່ວຍຫຼຸດຄໍເລສເຕີຣອລ ແລະ ທີ່ສໍາຄັນມີໄຂມັນທີ່ເປັນປະໂຫຍດ. 6, ຢຸດພັກ: ເວລາການເຮັດວຽກໃນຕອນເວັນຄວນຫາເວລາພັກຈັກ 10ນາທີ ເພື່ອຮ່າງກາຍໄດ້ຜ່ອນຄາຍກັບຄວາມເມື່ອຍລ້າ. 7, ກິນອາຫານທະເລ: ເພາະອາຫານທະເລມີວິຕາມິນ B6 ຢູ່ເປັນຈໍານວນຫຼວງຫຼາຍ ເຊິ່ງຈະຊ່ວຍຫຼຸດອາການຕ່າງໆກ່ອນເປັນປະຈໍາເດືອນຂອງແມ່ຍິງໄດ້ ແລະ ຊ່ວຍຫຼຸດອັດຕາເປັນພະະຍາດຄວາມຈໍາເຊື່ອມໄດ້ 4ເທົ່າ. 8, ໃຊ້ແປງຖູແຂ້ວກໍາຈັດເສດອາຫານ: ເສດອາຫານຈະເຮັດໃຫ້ມີກິ່ນປາກຈຶ່ງຄວນກໍາຈັດອອກໄປເພື່ອຮັກສາແຂ້ວໃຫ້ແຂງແຮງ ແລະ […]
ແຈ້ງການດ່ວນ ກຽມຮັບມືກັບເຊື້ອໄວຮັສ ສາຍພັນໃຫມ່
ໄດ້ຖືກສ້າງຂື້ນວັນທີດ່ວນ! ສາທາລະນະສຸກ ແຈ້ງການສະກັດກັ້ນ ພະຍາດປອດອັກເສບສາຍພັນໃໝ່ ທີ່ກໍາລັງລະບາດ ຢູ່ ສປ ຈີນ ພະຍາດດັ່ງກ່າວເຮັດໃຫ້ຄົນເສຍຊີວິດ ແລະ ສາມາດຕິດຕໍ່ຈາກຄົນສູ່ຄົນ. ປັດຈຸບັນມີການຢັ້ງຢືນວ່າເຊື້ອ novel Coronavirus (NCOV) ສາມາດຕິດຕໍ່ຈາກຄົນສູ່ຄົນແລ້ວ ທ້າຍອາທິດຜ່ານມາກໍລະນີລາຍງານເພີ່ມເຕີບຈາກເມືອງອື່ນ ນອກຈາກອູ່ຫັ້ນ ເຊັ່ນ: ເບຈິງ, ຊາງໄຮ, ເສິນເຈິນ ນອກຈາກຈີນແລ້ວຍັງມີກໍລະນີລາຍງານຈາກປະເທດໄທ, ຍີ່ປຸ່ນ, ເກົາຫຼີ ແລະ ຟີລິປິນ ອາການ ແມ່ນຊຶມເຊື້ອລະບົບຫາຍໃຈ ເຊັ່ນ: ໄຂ້, ໄອ, ຫາຍໃຈຍາກ ແລະ ອາດເປັນປອດອັກເສບ ອາດເຮັດໃຫ້ລະບົບຫາຍໃຈຊຸດໂຊມໄດ້ ວິທີປ້ອງກັນ – ລ້າງມືດ້ວຍສະບູ – ອັດປາກ, ອັດດັງເວລາໄອ, ຈາມ – ຫຼີກລ່ຽງການສຳຜັດກັບສັດ, ຊາກສັດ ຫຼື ສັດປ່າ – ຫຼີກລ່ຽງການສຳຜັດໃກ້ຊິດກັບຄົນທີ່ມີອາການທາງລະບົບຫາຍໃຈ (ອາການຫວັດ) – ຫຼີກລ່ຽງການເດີນທາງໄປເຂດລະບາດ ຫຼືບ່ອນແອອັດ ຫຼື […]
ກິນແບບໃດບໍ່ໃຫ້ຕຸ້ຍ?
ໄດ້ຖືກສ້າງຂື້ນວັນທີສາວໆຫລາຍຄົນສ່ວນໃຫຍ່ກໍຈະມັກຫຼຸດນ້ຳໜັກດ້ວຍການອົດເຂົ້າແລງ ແຕ່ພວກເຮົາມີວິທີທີ່ດີກວ່ານັ້ນ ບໍ່ຈຳເປັນຕ້ອງອົດເຂົ້າ ແລະ ກໍສາມາດກິນຄົບ 3ຄາບໄດ້ສະບາຍຫາຍຫວ່ງ ໂດຍທີ່ບໍ່ຕ້ອງອາໃສຢາບຳລຸງ ຫຼື ອາຫານເສີມໃດໆ ພຽງປະຕິບັດຕາມຂັ້ນຕອນງ່າຍໆຕໍ່ໄປນີ້ 1, ກິນໃຫ້ອິ່ມແບບພໍດີ ແລະ ໄດ້ພະລັງງານທີ່ເໝາະສົມກັບຮ່າງກາຍ 2, ກິນປາ, ທົ່ວ, ທັນຍະພືດ ຢ່າງນ້ອຍອາທິດລະ 2-3 ຄັ້ງ ແລະ ໄຂ່ມື້ລະ 1-2 ໜ່ວຍ 3, ຫຼີກລ່ຽງການກິນຊີ້ນທີ່ເປັນສີແດງເຊັ່ນ: ຊີ້ນໝູ, ງົວ ຫຼື ເລືອກກິນສ່ວນທີ່ບໍ່ຕິດມັນ ຂອບໃຈຂໍ້ມູນຈາກ: https://www.thaihealth.or.th/Content/37944- ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 #ຮັກມີແຜນ#ຖາມເອື້ອຍໄດ້
5 ທ່າມື້ລະ 5 ນາທີ ໜ້າທ້ອງບອກລາແນ່ນອນ
ໄດ້ຖືກສ້າງຂື້ນວັນທີໜ້າທ້ອງບອກລາແນ່ນອນ ຖ້າປະຕິບັດຕາມ 5 ທ່ານີ້ ທ່າລະ 1 ນາທີ ຂອບໃຈຂໍ້ມູນຈາກ: https://women.trueid.net/detail/qVV4v9MnBzq ຂໍ້ມູນເພີ່ມຕື່ມ: hukmiplan.com ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 #ຮັກມີແຜນ #ຖາມເອື້ອຍໄດ້
ກິນເຂົ້າເຊົ້າສຳຄັນ ຫຼື ບໍ່?
ໄດ້ຖືກສ້າງຂື້ນວັນທີອາຫານທຸກມື້ລ້ວນແລ້ວແຕ່ມີຄວາມສຳຄັນທັ້ງນັ້ນ ແລະ ບັນດາອາຫານແຕ່ລະຄາບທີ່ເຮົາກິນຄາບທີ່ສຳຄັນທີ່ສຸດຄື “ອາຫານເຊົ້າ” ເນື່ອງຈາກວ່າຮ່າງກາຍອົດອາຫານມາຕະຫຼອດທັ້ງຄືນ ອານຫານເຊົ້າຈິ່ງເປັນສິ່ງທີ່ສໍາຄັນຫລາຍ ເພາະຮ່າງກາຍຕ້ອງໃຊ້ພະລັງງານຈາກອາຫານແລງໄປລ້ຽງຫົວໃຈໃຫ້ສູບສີດເລືອດໄປລ້ຽງຮ່າງກາຍພໍຕື່ນເຊົ້າມາ ຫຼັງຈາກ 9-10ໂມງ ເຮົາຈະເລີ່ມຫິວເຂົ້າ ດັ່ງນັ້ນຈິ່ງຕ້ອງກິນເຂົ້າເຊົ້າໄປທົດແທນພະລັງງານທີ່ເສຍໄປ ອີກທັ້ງອາຫານເຊົ້າຍັງເຕີມພະລັງງານໃຫ້ກັບຮ່າງກາຍແລະສະໝອງ ເຮັດໃຫ້ສະໝອງຂອງເຮົາເຮັດວຽກໄດ້ຢ່າງມີປະສິດທິພາບຕະລອດທັ້ງມື້ ການກິນເຂົ້າເຊົ້າຍັງຊ່ວຍປ້ອງກັນພະຍາດເບົາຫວານ,ພະຍາດຫົວໃຈ,ພະຍາດອັນໄຊເມິ້,ພະຍາດກົດໄຫລຍ້ອນ ແລະ ພະຍາດໜິ້ວ ແລະ ຍັງມີອີກໜຶ່ງສາເຫດສຳຄັນທີ່ເຮັດໃຫ້ຄົນບໍ່ກິນເຂົ້າເຊົ້າ ເພາະມີຄວາມເຂົ້າໃຈຜິດຄິດວ່າການຈະລົດນ້ຳໜັກຕ້ອງອົດອາຫານ ແທ້ຈິງແລ້ວຄົນທີ່ບໍ່ກິນອາຫານເຊົ້າຍິ່ງຈະເຮັດໃຫ້ຕຸ້ຍ ເພາະເມື່ອບໍ່ກິນໃນຊ່ວງ 10-12ໂມງ ກ່ອນເວລາອາຫານທ່ຽງຍິ່ງຈະເຮັດໃຫ້ຮ່າງກາຍຫິວໂຫຍ ສະໝອງຈະຫຼັ່ງສານເຄມີເພື່ອໃຫ້ເຮົາກິນອາຫານຫຼາຍຂຶ້ນ ເຮັດໃຫ້ກິນຈຸກິນຈິກ ແລະ ຈະກິນອາຫານທ່ຽງແລະແລງຫຼາຍຂຶ້ນເຮັດໃຫ້ຕຸ້ຍໄດ້ ເພາະໄດ້ຮັບພະລັງງານ ແລະ ຄົນທີ່ບໍ່ກິນເຂົ້າເຊົ້າຈະເຮັດໃຫ້ປະສິດທິພາບໃນການເຜົາຜານຫຼຸດລົງເຖິງ10% ສະນັ້ນການອົດອາຫານເພຶ່ອລົດນໍ້າໜັກຈິ່ງບໍ່ແມນວິທີທີ່ຖືກຕ້ອງ ແລະ ບໍ່ຄວນປະຕິບັດຈົນກາຍເປັນກິດຈະວະປະຈຳວັນຂອງຕົວເອງ ຂອບໃຈຂໍ້ມູນຈາກ: https://www.thaihealth.or.th/Content/37944- __________ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມໂທ: 020 55 566 617 #ຮັກມີແຜນ#ຖາມເອື້ອຍໄດ້
ຊົງຜົມຜູ້ຍິງມາແຮງໃນປີ 2020
ໄດ້ຖືກສ້າງຂື້ນວັນທີຊົງຜົມນັບເປັນອີກສິ່ງໜຶ່ງທີ່ສາມາດປັບປ່ຽນແລະກຳໜົດ ລຸກຂອງເຮົາໄດ້ຢ່າງບໍ່ນ່າເຊື່ອ ຈະວ່າໄປແລ້ວຊົງຜົມກໍມີສ່ວນສຳຄັນຫຼາຍບໍ່ແພ້ການເລືອກເສື້ອຜ້າແລະການແຕ່ງໜ້າເລຍ ດັ່ງນັ້ນກ່ອນການຕັດຜົມທຸກເທື່ອຄວນຈະເລືອກຊົງຜົມທີ່ຕົວເອງມັກແລະເໝາະສົມກັບຕົວເອງໃຫ້ຫຼາຍທີ່ສຸດ ເພາະເມື່ອຕັດໄປແລ້ວ ຫາກບໍ່ຖືກໃຈ ກວ່າເສັ້ນຜົມຈະຍາວອີກ ກໍຕ້ອງໃຊ້ເວລາດົນພໍສົມຄວນ ສຳລັບສາວທ່ານໃດທີ່ກຳລັງຍາກປ່ຽນລຸກຊົງຜົມມື້ນີ້ ຮັກມີແຜນ ມີ 5 ຊົງຜົມ ທີ່ກຳລັງມາແຮງໃນປີ 2020 ນີ້ມາໃຫ້ສາວໆໄດ້ພິຈາລະກັນ 1, ໜ້າມ້າແສກກາງ ຊົງນີ້ໄດ້ຮັບອິດທິພົນມາຈາກຍຸກ 70’s ເປັນຂົງຜົມທີ່ດູແລງ່າຍ ແລະ ຊົງໜ້າມ້າແສກກາງຈະຊ່ວຍໃຫ້ຊ່ວງໜ້າຜາກທີ່ກວ້າງນັ້ນແຄບລົງ ແຕ່ບໍ່ເຮັດໃຫ້ໜ້າສັ້ນ ເພາະມີຊ່ອງວ່າງທີ່ເປີດໃຫ້ເຫັນບໍລິເວນກຶ່ງກາງຂອງໜ້າຜາກລະຫວ່າງຮອຍແສກເຮັດໃຫ້ໜ້າຍັງເບິ່ງຄືຍາວສົມສ່ວນຢູ່ 2, ຜົມບ໊ອບ ຍາວປະມານຄາງ ຜົມບ໊ອບໄດ້ຮັບຄວາມນິຍົມມາຕັ້ງແຕ່ປີ 1960 ແລະ ເອີ້ນໄດ້ວ່າຕັດເມື່ອໃດກໍຍັງເບິ່ງທັນສະໄໝຢູ່ສະເໝີ ທັ້ງຍັງເປັນຊົງທີ່ບໍ່ຕ້ອງດູແລຫຍັງຍາກ ພຽງແຕ່ສະຜົມເປົ່າໃຫ້ແຫ້ງ ກໍສາມາດອອກບ້ານໄດ້ແລ້ວ 3, ຜົມຊອຍສັ້ນ ຜົມຊອຍສັ້ນ ຂອງຜູ້ຍິງໄດ້ຮັບແຮງບັນດານໃຈມາຈາກວັດທະນະທຳສະໄໝໃໝ່ຂອງ ກຸ່ມໄວລຸ້ນ ທີ່ກຸງລອນດອນ ປະເທດອັງກິດ ເຊິ່ງມີຕົ້ນກຳເນີດໃນຊ່ວງຍຸກ 60’s ສຳລັບສາວໆທ່ານໃດທີ່ຕ້ອງການປ່ຽນລຸກໃຫ້ເບິ່ງຄື Dramatic ແບບໜ້າມືເປັນຫຼັງມື ແມ່ນບໍ່ຄວນພາດຊົງນີ້ 4, ຜົມສະໄລ້ແບບຈັບລອນຫລວມໆ ສາວໆເຄີຍຮິດຕັດຊົງນີ້ໃນຊ່ວງປີ 1970 ແລະ ມັນມີຊື່ເປັນພາສາອັງກິດວ່າ Shag […]
1 ວັນຮ່າງກາຍຕ້ອງການນ້ຳຫຼາຍຊ່ຳໃດ?
ໄດ້ຖືກສ້າງຂື້ນວັນທີການດື່ມນ້ຳໃຫ້ໄດ້ປະລິມານທີ່ເໝາະສົມຈະຊ່ວຍໃຫ້ຮ່າງກາຍເຮົາຢູ່ໃນສະພາວະສົມດຸນ ຂັ້ນທຳອິດເຮົາຕ້ອງເຂົ້າໃຈໜ້າທີ່ ແລະ ຄວາມຈຳເປັນຂອງນ້ຳຕໍ່ຮ່າງກາຍ ນ້ຳເປັນສ່ວນປະກອບທີ່ສຳຄັນຂອງຮ່າງກາຍ ເປັນອົງປະກອບເຖິງ 2ໃນ3 ຂອງຮ່າງກາຍ ການທີ່ເຮົາໄດ້ຮັບນ້ຳໃນປະມານທີ່ນ້ອຍເກີນໄປເຊວເຮົາຈະແຫ້ງ(ສັງເກດງ່າຍໆຈາກຜິວໜັງ) ນ້ຳຍັງມີສ່ວນຊ່ວຍໃນການລຳລຽງສານອາຫານໄປຍັງສ່ວນຕ່າງໆຂອງຮ່າງກາຍ ຊ່ວຍໃນການຂັບຖ່າຍຂອງເສຍອອກຈາກຮ່າງກ່າຍ ນອກຈາກນີ້ນ້ຳຍັງຊ່ວຍໃນການປັບສົມດຸນພາຍໃນຮ່າງກາຍອີກດ້ວຍ – ປະລິມານທີ່ຄວນດື່ມນ້ຳຕໍ່ວັນ ສຳລັບຄົນທົ່ວໄປໃຫ້ຄຳນວນງ່າຍໆຄື ນຳນ້ຳໜັກໂຕດ້ວຍ 33 ໂດຍໜ່ວຍເປັນ CC ຕົງຢ່າງເຊັ່ນ ເຮົາມີນ້ຳໜັກ 70 ກິໂລກຣັມ ເຮົາກໍຄວນດື່ມນ້ຳຢ່າງໜ້ອຍ 33X70= 2,310CC ຄື 2 ລິດ ຫຼື ງ່າຍໆຄືຄວນດື່ມນ້ຳຢ່າງນ້ອຍວັນລະ 8-10 ແກ້ວ ຖ້າຫາກຕ້ອງອອກກໍາລັງກາຍ ຫຼື ເຮັດວຽກໜັກ ເຮົາອາດຕ້ອງເພີ່ມປະລິມານນໍ້າທີ່ຕ້ອງດື່ມໃນແຕ່ລະວັນ ການດື່ມນ້ຳຍັງເຮັດໃຫ້ຜິວຂອງເຮົາສຸຂະພາບດີອີກດ້ວຍ ເພາະສະນັ້ນແລ້ວເຮົາບໍ່ຄວນເບິ່ງຂ້າມສິ່ງທີ່ສຳຄັນຕໍ່ຮ່າງກາຍຂອງເຮົາ ຊີວິດການເປັນຢູ່ຈະດີ ຄວນເລີ່ມຈາກສຸຂະພາບທີ່ດີກ່ອນ ຂອບໃຈຂໍ້ມູນຈາກ: https://www.honestdocs.co/drink-water-for-health-how-much-body-needs __________ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມໂທ: 020 55 566 617 #ຮັກມີແຜນ#ຖາມເອື້ອຍໄດ້
ເລືອກສະເປັກຜູ້ຊາຍຜິດຊີວິດປ່ຽນ?
ໄດ້ຖືກສ້າງຂື້ນວັນທີເປັນເລື່ອງທຳມະດາທີ່ຜູ້ຍິງຫຼາຍຄົນຕ້ອງເລືອກສິ່ງດີໆໃຫ້ກັບຕົວເອງຖ້າເປັນເລື່ອງຂອງຄວາມຮັກແລ້ວຍິ່ງຕ້ອງເລືອກເປັນພິເສດຖ້າບໍ່ຢາກເສຍໃຈພາຍຫລັງ ແລະ ກໍຍັງມີຜູ້ຍິງອີກຫຼາຍຄົນທີ່ມີຄວາມເຊື່ອຜິດໆເຊັ່ນ: 1, ຕ້ອງເປັນຄົນຫລໍ່: ນີ້ຖືວ່າເປັນການປິດໂອກາດຜູ້ຊາຍດີໆ ທີ່ຮັກຈິງອີກຫຼາຍຄົນບໍ່ໃຫ້ເຂົ້າມາໃນຊີວິດຂອງເຈົ້າ ຍ້ອນວ່າໃນຄວາມຄິດຂອງເຈົ້າຄິດຢ້ຳແຕ່ວ່າຕ້ອງແມ່ນຜູ້ຊາຍທີ່ໜ້າຕາດີເທົ່ານັ້ນ ແຕ່ຢ່າລືມວ່າຄົນໜ້າຕາຫລໍ່ແຕ່ໃຈບໍ່ຫຼໍ່ກໍມີອີກຫຼາຍເຊັ່ນກັນ 2, ຕ້ອງເປັນຄົນຫຸ່ນດີ ແລະ ສູງ: ຜູ້ຍິງຫຼາຍຄົນມັກຜູ້ຊາຍຫຸ່ນດີເພາະເວລາຢ່າງນຳແລ້ວຮູ້ສຶກດູດີມີສະເໜ່ ແຕ່ທີ່ຈິງແລ້ວຄວາມຮັກມັນບໍ່ແມ່ນພຽງການຈັບມືຖືແຂນໄປໃສມາໃສນຳກັນຢ່າງດຽວ ແຕ່ມັນມີຫຼາຍກວ່າທີ່ເຈົ້າຄິດ ເພາະສະນັ້ນຢ່າງຕົກລົງປົງໃຈພຽງເພາະວ່າເຂົາຫຸ່ນດີ, ສູງ ເທົ່ານັ້ນ 3, ຕ້ອງເປັນຄົນລວຍ: ບໍ່ຜິດທີ່ຄິດແບບນັ້ນເພາະໃຜໆກໍຢາກມີຊີວິດທີ່ສຸກສະບາຍ, ກິນດີຢູ່ດີ ແຕ່ຮູ້ບໍ່ວ່າເງິ່ນບໍ່ສາມາດເຕີມເຕັມຄວາມຮູ້ສຶກທາງຈິດໃຈໄດ້ ແລະ ຜູ້ຊາຍບາງຄົນກໍອາດຈະລວຍຍ້ອນເງິນພໍ່ແມ່ກໍມີອີກຫຼາຍ ທາງທີ່ດີໃຫ້ລອງປ່ຽນໝຸມມອງ ຫັນມາເບິ່ງຄົນທີ່ດຸໝັ່ນຮູ້ຈັກທຳມາຫາກິນ ແບບນີ້ໜ້າຈະເຮັດໃຫ້ຊີວິດດູດີມີອະນາຄົດຫຼາຍກວ່າ ເພາະສະນັ້ນແລ້ວເຮົາກໍຄວນຄິດທົບທວນກັບຕົວເອງໃຫ້ດີໆ ທຸກຄົນມີການວາງແຜນໃຫ້ຕົວເອງ ແຕ່ຈະວາງແຜນແບບໃດໃຫ້ດີນັ້ນເປັນທີ່ສຳຄັນ ແລະ ບໍ່ຄວນເບິ່ງຂ້າມເດັດຂາດ ຂອບໃຈຂໍ້ມູນຈາກ: https://www.zazio.shop/blog/choose-a-boyfriend/ ຂໍ້ມູນເພີ່ມຕື່ມ: hukmiplan.com ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 #ຮັກມີແຜນ #ຖາມເອື້ອຍໄດ້