ຮູ້ທັນ! ອາການ ແລະ ກຸ່ມສ່ຽງ ຂອງຜູ້ທີ່ຕິດພະຍາດໄວຣັສ ສາຍພັນໃໝ່

ເຊື້ອພະຍາດໄວຣັສສາຍພັນໃໝ່ Novel Corona Virus NCOV ທີ່ເກີດຈາກການອັກເສບປອດ ປະຈຸບັນມີຢືນຢັນແລ້ວວ່າມີຜູ້ປ່ວຍຈາກພາຍນອກ ສປ ຈີນ ຈຳນວນ 4 ຄົນໃນນັ້ນ ຢູ່ປະເທດໄທ 2 ຄົນ, ສ.ເກົາຫຼີ ແລະຍີ່ຢຸ່ນປະເທດລະ 1 ຄົນ ສ່ວນພາຍໃນປະເທດຈີນເອງ ມີຜູ້ເສຍຊີວິດແລ້ວ 6 ຄົນ ແລະ 300 ກວ່າຄົນຢືນຢັນວ່າເປັນພະຍາດດັ່ງກ່າວ ພ້ອມນີ້ຍັງມີກໍລະນີສົງໄສ 180 ຄົນ ທີ່ຕ້ອງຕິດຕາມອາການຢ່າງໃກ້ຊິດ ດັ່ງນັ້ນ ເຮົາຈິ່ງຄວນຮູ້ວ່າ ໃຜທີ່ກຳລັງຢູ່ໃນກຸ່ມສ່ຽງ ແລະອາການແບບໃດທີ່ເປັນພະຍາດນີ້ ລວມເຖິງວິທີປ້ອງກັນໂດຍ

ພື້ນຖານ.ເຊື້ອພະຍາດຊະນິດນີ້ສາມາດຕິດຕໍ່ຈາກຄົນສູ່ຄົນ ຊ່ວງນີ້ພໍດີພໍດີກຸດ ມີນັກສຶກສາທີ່ໄປຮຽນຢູ່ຈີນກໍໄດ້ພັກກັບມາບ້ານ ຄົນຈີນເອງພັກຍາວກໍອອກໄປທ່ຽວຕ່າງປະເທດ ເຮັດໃຫ້ມີຄວາມສ່ຽງລະບາດໄປຫລາຍປະເທດ ພວກເຮົາ ສປປ ລາວກໍ່ເຊັ່ນດຽວກັນຕ້ອງມີຄວາມລະມັດລະວັງເປັນພິເສດ.ແນວໃດກໍ່ດີກຸ່ມທີ່ມີຄວາມສ່ຽງຫຼາຍສຸດກໍ່ຄື ຜູ້ທີ່ຫາກໍເດີນທາງມາແຕ່ຈີນ, ເຮັດວຽກ, ພົວພັນ, ໃກ້ຊິດກັບຄົນ

ຈີນທີ່ຫາກໍເຂົ້າມາລາວ ຖ້າຢູ່ໃນກຸ່ມຄົນເຫຼົ່ານີ້ແລະມີອາການເປັນຫວັດເປັນໄອ ຄວນແຈ້ງເຈົ້າຫນ້າທີ່ສາທາລະນະສຸກ ເພື່ອຈະໄດ້ກວດສອບລະອຽດ ແລະກັກກັນເຊື້ອ ຢ່າຢ້ານທີ່ຈະບອກ ເພາະການບໍ່ບອກ ຫມໍຈະຄຶດວ່າເປັນຫວັດເປັນໄອທົ່ວໄປ ແລ້ວຈະບໍ່ຖືກກວດສອບຢ່າງລະອຽດ ແຖມກັບໄປແຜ່ເຊື້ອໃຫ້ຄົນອື່ນຕໍ່ອີກ

ອາການຂອງພະຍາດປອດອັກເສບສາຍພັນໃໝ່ ຈະສະແດງອອກຄື: ເປັນໄຂ້, ຮູ້ສຶກອ່ອນເພຍ, ຄໍແຫບ ແລະໄອ ຖ້າທ່ານມີອາການເຫຼົ່ານີ້ບໍ່ໃຫ້ຊື້ຢາມາກິນເອງໃນໄລຍະນີ້ຕ້ອງກວດເຊັກຄວາມປອດໄພໄວ້ກ່ອນກໍ່ຄືຮີບໄປໂຮງໝໍເພື່ອກວດຫາເຊື້ອພະຍາດທີ່ແທ້ຈີງ.ສຳລັບວິທີປ້ອງກັນຕອນນີ້ດີສຸດຄື ໃຫ້ໃສ່່ຜ້າອັດປາກ ໝັ່ນລ້າງມື ແລະບໍ່ຄວນໄປບ່ອນທີ່ມີຄົນແອອັດ ເພາະພະຍາດຊະນິດນີ້ສາມາດຕິດຕໍ່ຈາກຄົນສູ່ຄົນຢືນຢັນຈາກຜູ້ຊ່ຽວຊານແລ້ວ ຂໍໃຫ້ທຸກຄົນປອດໄພ.ຕາມລາຍງານຂອງອົງການອະນາໄມໂລກໃຫ້ຮູ້ວ່າ ການລະບາດຂອງພະຍາດອັກເສບປອດ ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່(Novel Corona Virus NCOV) ພົບທຳອິດຢູ່ເມືອງອູຫັ້ນ

ແຂວງຫູເປີ່ຍ ຂອງ ສປຈີນ ໃນວັນທີ 13 ມັງກອນ 2020 ຫ້ອງວິເຄາະຢັ້ງຢືນວ່າມີ 41 ກໍລະນີ ໃນນັ້ນຮຸນແຮງ 7 ກໍລະນີ ເສຍຊີວິດໄປແລ້ວ 1 ຄົນ, ຕິດຕາມເຝົ້າລະວັງກໍລະນີສຳຜັດ 763 ຄົນ.ສ່ວນ ສປປ ລາວແມ່ນຍັງບໍ່ມີລາຍງານເທື່ອ ກະຊວງສາທາລະນະສຸກຈິ່ງແຈ້ງໃຫ້ບັນດາດ່ານສາກົນທີ່ມີຊາຍແດນຕິດຈອດກັບ ສປ ຈີນ ແລະສະໜາມບິນສາກົນແຫ່ງຕ່າງໆໃນທົ່ວປະເທດຈົ່ງຕິດຕາມໃກ້ສິດ ຕໍ່ເຊື້ອພະຍາດດັ່ງກ່າວ.

ຂອບໃຈຂໍ້ມູນຈາກ: https://www.allinlaos.com/2020/01/17263/