ແຈ້ງການດ່ວນ ກຽມຮັບມືກັບເຊື້ອໄວຮັສ ສາຍພັນໃຫມ່

ດ່ວນ! ສາທາລະນະສຸກ ແຈ້ງການສະກັດກັ້ນ ພະຍາດປອດອັກເສບສາຍພັນໃໝ່ ທີ່ກໍາລັງລະບາດ ຢູ່ ສປ ຈີນ ພະຍາດດັ່ງກ່າວເຮັດໃຫ້ຄົນເສຍຊີວິດ ແລະ ສາມາດຕິດຕໍ່ຈາກຄົນສູ່ຄົນ.

ປັດຈຸບັນມີການຢັ້ງຢືນວ່າເຊື້ອ novel Coronavirus (NCOV) ສາມາດຕິດຕໍ່ຈາກຄົນສູ່ຄົນແລ້ວ
ທ້າຍອາທິດຜ່ານມາກໍລະນີລາຍງານເພີ່ມເຕີບຈາກເມືອງອື່ນ ນອກຈາກອູ່ຫັ້ນ ເຊັ່ນ: ເບຈິງ, ຊາງໄຮ, ເສິນເຈິນ ນອກຈາກຈີນແລ້ວຍັງມີກໍລະນີລາຍງານຈາກປະເທດໄທ, ຍີ່ປຸ່ນ, ເກົາຫຼີ ແລະ ຟີລິປິນ

ອາການ ແມ່ນຊຶມເຊື້ອລະບົບຫາຍໃຈ ເຊັ່ນ: ໄຂ້, ໄອ, ຫາຍໃຈຍາກ ແລະ ອາດເປັນປອດອັກເສບ ອາດເຮັດໃຫ້ລະບົບຫາຍໃຈຊຸດໂຊມໄດ້

  • ວິທີປ້ອງກັນ
    – ລ້າງມືດ້ວຍສະບູ
    – ອັດປາກ, ອັດດັງເວລາໄອ, ຈາມ
    – ຫຼີກລ່ຽງການສຳຜັດກັບສັດ, ຊາກສັດ ຫຼື ສັດປ່າ
    – ຫຼີກລ່ຽງການສຳຜັດໃກ້ຊິດກັບຄົນທີ່ມີອາການທາງລະບົບຫາຍໃຈ (ອາການຫວັດ)
    – ຫຼີກລ່ຽງການເດີນທາງໄປເຂດລະບາດ ຫຼືບ່ອນແອອັດ ຫຼື ຫຼີກລ້ຽງການສຳພັດກັບຄົນທີ່ມີ ອາການທາງລະບົບຫາຍໃຈ ໂດຍສະເພາະຄົນທີ່ເດີນທາງມາຈາກ ເມຶອງ ອູຫັ້ນ ສປ ຈີນ
    – ປຸງແຕ່ອາຫານໃຫ້ສຸກດີ (ລວມທັງໄຂ່ເດີ)
    – ຫາກບໍ່ສະບາຍ ຄວາມໄປກວດຢູ່ໂຮງໝໍ
    ຂໍ້ມູນເພີ່ມເຕີມສຳລັບການຫຼຸດຜ່ອນຄວາມສ່ຽງ

ຫຼື ສາມາດ ສອບຖາມເພີ້ມເຕີມ ທີ່ ສາຍດ່ວນ 166 ໃນໂມງເຂົ້າການ