ເຕືອນ!!! ໃຫ້ລະວັງ ຝຸ່ນ PM 2.5 ຢູ່ນະຄອນຫຼວງ ວຽງຈັນ ເກີນຄ່າມາດຕະຖານ ທີ່ 50 US AQI.

ປັດຈຸບັນ ບັນຫາຝຸ່ນລະອອງເປັນພິດ ຫຼືທີ່ເອີ້ນກັນວ່າ “ຝຸ່ນ PM 2.5” ທົ່ວພື້ນທີ່ນະຄອນຫຼວງວຽງຈັນ ກາຍເປັນອີກໜື່ງບັນຫາທີ່ຫຼີກລ່ຽງໄດ້ຍາກ ແຕ່ກໍຍັງມີອີກຫຼາຍຄົນທີ່ເຂົ້າໃຈຜິດວ່າ ທ້ອງຟ້າທີ່ເຫັນໃນຕອນເຊົ້າເກີດຈາກຄວັນ ທັງໆ ທີ່ຄວາມຈິງແລ້ວ ສິ່ງນັ້ນຄືການຮວມຕົວກັນຂອງມົນລະພິດທາງອາກາດທີ່ເກີນສູງກວ່າຄ່າມາດຕະຖານ ແລະ ຍັງເປັນອັນຕະລາຍຕໍ່ສຸຂະພາບອີກດ້ວຍ

ຄໍາວ່າ PM ຫຍໍ້ມາຈາກ  Particulate Matters ເປັນຄໍາທີ່ເອີ້ນວ່າມາດຕະຖານຂອງຝຸ່ນລະອອງຂະໜາດນ້ອຍທີ່ເປັນອັນຕະລາຍຕໍ່ສຸຂະພາບ

ຝຸ່ນ PM 2.5 ເປັນມົນລະພິດຕໍ່ສຸຂະພາບຂອງມະນຸດຕາມທີ່ອົງການອະນາໄມໂລກໃຫ້ຄວາມສໍາຄັນ ແລະ ອອກມາແຈ້ງເຕືອນ ເພາະເປັນຝຸ່ນລະອອງມີຂະໜາດນ້ອຍ (ນ້ອຍກວ່າເສັ້ນຜົນ 20 ເທົ່າ) ເມື່ອຫາຍໃຈເຂົ້າໄປແລ້ວ ສາມາດເຂົ້າໄປຫາປອດ ແລະ ຫຼອດເລືອດໄດ້ງ່າຍ ຈົນສົ່ງຜົນຕໍ່ຮ່າງກາຍໄລຍະຍາວ

ຈຸດແດງ 🔴 😷 ຄືການເຜົາໃໝ້ ໄຮ່ນາ ແລະ ປ່າ ມີສ່ວນເຮັດໃຫ້ເກີດຝຸ່ນຄວັນ PM2.5, ທີ່ເປັນອັນຕະລາຍຕໍ່ສຸຂະພາບຫຼາຍ. AirVisual ກວດພົບວ່າພື້ນທີ່ມີພົນລະພິດໝອກຄວັນສູງຍ້ອນການຈູດນາແລະປ່າມີຢູ່ທີ່ ກໍາປູເຈັຍ ແລະ ໄທ. ສ່ວນໃນ ສປປລາວ ກໍ່ມີການຈູດແລະໄດ້ຮັບຜົນກະທົບຈາກກະແສລົມພັດເອົາໝອກມາເຊັ່ນກັນ.

ຈາກຄ່າວັດ ລະດັບຄວາມເຂັ້ມຂຸ່ນ ຂອງຝຸ່ນລະອອງ ຂະຫນາດນ້ອຍ ຫຼື PM 2.5 ຢູ່ນະຄອນຫຼວງວຽງຈັນ ຕອນບ່າຍເວລາ 13:00  ຂອງວັນທີ 22/01/2020 ແລະ ອີກຫຼາຍແຂວງ ໂດຍໃຊ້ AirVisual ແລະ Windy ພົບວ່າ ຄ່າ PM 2.5 ຢູ່ນະຄອນຫຼວງວຽງຈັນ ແມ່ນຢູ່ທີ 154 ເກີນຄ່າມາດຕະຖານ ທີ່ 50 US AQI.

ຂອບໃຈຂໍ້ມູນຈາກ: Lao Youth Radio FM 90.0 Mhz