ຂ່າວ

ກະຊວງສາທາລະນະສຸກ ໄດ້ເປີດກວ້າງຫຼາຍຂຶ້ນໃນການກວດຫາເຊື້ອພະຍາດ COVID-19

ໄດ້ຖືກສ້າງຂື້ນວັນທີ

ກະຊວງສາທາລະນະສຸກ ໄດ້ປ່ຽນແປງນິຍາມໃໝ່ໃນການກວດຫາເຊື້ອໄວຣັສໂຄວິດ-19 ໂດຍເປີດກວ້າງຫຼາຍຂຶ້ນ ທຸກຄົນສາມາດເຂົ້າເຖິງການກວດເຊື້ອ ພຽງແຕ່ທ່ານມີໄຂ້, ມີໄອ ຫຼື ມີອາການລະບົບທາງເດີນຫາຍໃຈ ເນື່ອງ ຈາກການລະບາດຂອງພະຍາດໂຄວິດ-19 ໄດ້ມີການປ່ຽນແປງຫຼາຍຂຶ້ນ. ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາ ໄດ້ໃຫ້ຮູ້ໃນລະຫວ່າງພິທີຖະແຫຼງຂ່າວກ່ຽວກັບການລະບາດພະຍາດໂຄວິດ-19 ໃນວັນທີ 6 ເມສາ 2020 ວ່າ: ເຊິ່ງແຕ່ກ່ອນຜູ້ທີ່ບໍ່ມີໄຂ້ ຫຼື ບໍ່ໄດ້ເດີນທາງມາແຕ່ຕ່າງປະເທດແມ່ນຈະບໍ່ກວດໃຫ້, ເນື່ອງຈາກສະພາບການລະບາດຂອງພະຍາດ ໂຄວິດ-19 ໃນປະຈຸບັນໄດ້ປ່ຽນແປງໄປ ທຸກຄົນສາມາດຕິດເຊື້ອໄດ້ ແລະ ໄລຍະຜ່ານມາ ຜູ້ທີ່ບໍ່ເປັນໄຂ້ ມີພຽງອາການໄອເລັກນ້ອຍກໍກວດພົບເຊື້ອ, ສະນັ້ນແລ້ວ ກະຊວງສາທາລະນະສຸກ ຈຶ່ງເປີດກວ້າງນິຍາມໃໝ່ໃນການກວດຫາເຊື້ອເຊິ່ງແຕ່ລະຄົນສາມາດກວດຫາເຊື້ອໄດ້. ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ຍັງໃຫ້ຮູ້ອີກວ່າ: ຜ່ານມາທີ່ບໍ່ກວດຫາເຊື້ອໃຫ້ຈຳນວນຜູ້ທີ່ເຂົ້າມາກວດທີ່ບໍ່ຢູ່ໃນກຸ່ມສ່ຽງເນື່ອງຈາກວ່າ ກ່ອນໜ້ານີ້ແມ່ນປະເທດຍັງບໍ່ມີການຕິດເຊື້ອໂຄວິດ-19 ເທື່ອ ກໍເລີຍຈຳກັດການກວດ, ແຕ່ປະຈຸບັນ ມີການຕິດເຊື້ອຢູ່ພາຍໃນປະເທດແລ້ວ ຈຶ່ງຕ້ອງປັບການກວດໄປຕາມສະພາບການລະບາດ ທຸກຄົນສາມາດເຂົ້າເຖິງການກວດຫາເຊື້ອພະຍາດໄດ້. ທັງນີ້ກໍເພື່ອປ້ອງກັນການລະບາດໃຫ້ໄດ້ໄວກ່ອນທີ່ຜູ້ມີເຊື້ອຈະໄປແຜ່ເຊື້ອໃສ່ຄົນອື່ນຕໍ່ໄປໂດຍບໍ່ຮູ້ຕົວ. ວິດີໂອ: ຂອບໃຈຂໍ້ມູນຈາກ: ໜັງສືພິມປ້ອງກັນຄວາມສະຫງົບ […]

ແຈ້ງການ ໃຫ້ກັກຕົວເອງ 14ວັນ ຖ້າມາຈາກປະເທດທີ່ມີຄວາມສ່ຽງ!!!

ໄດ້ຖືກສ້າງຂື້ນວັນທີ

ວັນທີ 16 ມີນາ 2020 ອີງຕາມເອກະສານ ເລກທີ 012 ທາງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ COVID-19 ໄດ້ອອກແຈ້ງການຮຽກຮ້ອງໃຫ້ຜູ້ທີ່ເດີນທາງມາຈາກຕ່າງປະເທດ ຫຼື ປະເທດທີ່ມີຄວາມສ່ຽງ ໃຫ້ມີມາດຕະການກັກຕົວເອງຢູ່ບ້ານ 14ວັນ ເພື່ອເປັນການຍົກລະດັບການປ້ອງກັນບໍ່ໃຫ້ເຊື້ອພະຍາດແຜ່ລາມ ແລະ ກໍຍັງເປັນການເຜົາລະວັງຕິດຕາມອາການໂດຍທີ່ບໍ່ໃຫ້ມີຜົນກະທົບຕໍ່ຄົນອ້ອມຂ້າງ ແລະ ຖ້າຫາກທ່ານມີອາການ ໄຂ້, ໄອ ຫຼື ຫາຍໃຈຍາກ ພາຍໃນການກັກຕົວເອງ 14ວັນ ຫຼື ຫລັງ 14ວັນ ແມ່ນໃຫ້ຟ້າວໄປຮັບການກວດຫາເຊື້ອຢ່າງຮີບດ່ວນ ສ່ວນເລື່ອງການກວດຫາເຊື້ອ COVID-19 ແມ່ນກວດຟຣີ ຖ້າຕົກຢູ່ໃນກໍລະນີມີຄວາມສ່ຽງ ຂອບໃຈຂໍ້ມູນຈາກ: Lao Youth Radio FM 90.0 Mhz ______________ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມໂທ: 020 55 566 617 #ຮັກມີແຜນ#ຖາມເອື້ອຍໄດ້

ຂໍ້ຄວາມຈາກຜູ້ຖືກຕິດຕາມອາການ Covid-19 ຢູ່ ສປປ ລາວ

ໄດ້ຖືກສ້າງຂື້ນວັນທີ

ຊ່ວງນີ້ຖືວ່າພະຍາດລະບາດ Covid-19 ກໍກຳລັງແຜ່ລະບາດໄປທົ່ວໂລກ ແລະ ມີຄົນຕິດເຊື້ອເພີ່ມທຸກມື້ ເຮັດໃຫ້ຫຼາຍໆປະເທດທົ່ວໂລກກຳລັງໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ທັງເຮັດໃຫ້ມີຄົນເສຍຊີວິດເພີ່ມຂຶ້ນໄປຕາມໆກັນ…ເຖິງແມ່ນວ່າຕອນນີ້ຢູ່ໃນລາວເຮົາຍັງບໍ່ພົບຄົນທີ່ເປັນພະຍາດນີ້ເທື່ອ ແຕ່ວ່າທຸກຄົນຈະໄປໃສມາໃສກໍຂໍໃຫ້ຮັກສາສຸຂະພາບຂອງຕົນເອງໃຫ້ດີໆ ຄວນຫຼີກລ່ຽງການຢູ່ສະຖານທີ່ຊຸມນຸມທີ່ມີຄົນຫຼາຍ ແລະ ປະຕິບັດຕາມຄໍາແນະນໍາຂອງການປ້ອງກັນພະຍາດ Covid-19 …  ເຊິ່ງການລະບາດຂອງພະຍາດດັ່ງກ່າວ  ຍັງມີຫຼາຍຄົນສົງໃສກັນຢູ່ວ່າມັນເປັນແນວໃດແທ້  ແລ້ວເຮົາຈະປິ່ນປົວຢູ່ໃສ ແລະ ຄົນລາວທີ່ເດີນທາງໄປຕ່າງປະເທດມາເດ ເວລາກັບມາລາວຖືກໄດ້ກັກຕົວໄວ້ຕິດຕາມເບິ່ງອາການແທ້ ຫຼືບໍ?  ມື້ນີ້ຂວັນໃຈ ໄດ້ນໍາເອົາຄວາມໃນໃຈຈາກ ຜູ້ຖືກຕິດຕາມອາການ Covid-19 ທ່ານໜື່ງຢູ່ລາວເຮົາມາຝາກໄວ້ເປັນຂໍ້ຄວນຮູ້!!!  ເຊິ່ງຜູ້ທີ່ຖືກຕິດຕາມອາການທ່ານນີ້ ເພິ່ນກໍໄດ້ເດີນທາງໄປເຮັດວຽກຢູ່ຕ່າງປະເທດໃນຊ່ວງພະຍາດ Covid-19 ກຳລັງລະບາດແຮງ ແລະ ກັບມາລາວກໍໄດ້ຖືກຕິດຕາມອາການ ເປັນເວລາ 14 ວັນແທ້  ເຊິ່ງລາວໄວ້ໂພສຜ່ານເຟສບຸກສ່ວນຕົວວ່າ… #ໂຄວິດ19ປິ່ນປົວຟຣີ. (ອັບເດດຂໍ້ມູນ) ແມ່ນແລ້ວ ອ່ານບໍ່ຜິດດອກ. ມື້ນີ້ຈະນຳສະເໜີເລື່ອງນີ້. ກ່ອນອື່ນໝົດ ຕ້ອງຂອບໃຈ ທ່ານ ທີ່ບໍ່ປະສົງອອກນາມ ໃນຄະນະທີ່ພວກຂ້າພະເຈົ້າໄປ ເຂົ້າຮ່ວມການຝຶກອົບຮົມ ແລະ ແລກປ່ຽນບົດຮຽນ ຢູ່ປະເທດທີ່ມີຄວາມສ່ຽງຕໍ່ການແຜ່ລະບາດໂຄວິດ-19 ທີ່ໄດ້ອະນຸຍາດ ໃຫ້ນຳເອົາປະສົບການທີ່ລາວ ໄດ້ສຳຜັດມາເລົ່າສູ່ຟັງກັນຟັງ ແລະ ຕ້ອງຂໍຊົມເຊີຍທີ່ ທ່ານນີ້ໄດ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດເລື່ອງຕິດຕາມຕົນເອງ #14ວັນຕິດຕາມຕົນເອງ ໂດຍສະເພາະເມື່ອມີອາການເປັນໄຂ້ບໍ່ສູງ, ເຈັບຄໍ, ນໍ້າມູກຍ້ອຍ ກໍໄດ້ກວດ […]

ສປປ ລາວ ໃຫ້ຄວາມສຳຄັນໃນການຝຶກຊ້ອມເຫດການຈຳລອງ ເພື່ອກຽມຮັບມືຕອບໂຕ້ COVID -19 !!!

ໄດ້ຖືກສ້າງຂື້ນວັນທີ

ກອງປະຊຸມຝຶກຊ້ອມເຫດການຈໍາລອງ ເພື່ອກະກຽມຄວາມໃນການຕອບໂຕ້ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່(Covid-2019) ໃນວັນທີ 13 ມີນາ 2020 ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນໂດຍມີຜູ້ເຂົ້າຮ່ວມຄື: ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວມຄຸມພະຍາດຕິດຕໍ່, ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ, ອົງການອະນາໄມໂລກ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ. ນອກນັ້ນ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ ໄດ້ປະກາດເພີ່ມທຶນຊ່ວຍເຫລືອເກືອບ 2 ລ້ານໂດລາ ສະຫະລັດຜ່ານອົງການພັດທະນາສາກົນປະເທດສະຫະລັດ ຫລື USAID ໃຫ້ແກ່ ສປປ ລາວເພື່ອຮັບມືກັບພະຍາດໂຄວິດ-19. ຂອບໃຈຂ່າວຈາກ: Lao Youth Radio FM 90.0 Mhz ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມໂທ: 020 55 566 617 #ຮັກມີແຜນ#ຖາມເອື້ອຍໄດ້

ລາວຄື 1 ໃນ 3 ປະເທດອາຊຽນທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19

ໄດ້ຖືກສ້າງຂື້ນວັນທີ

ອີງຕາມບົດຂ່າວລາຍງານຂອງຄະນະກໍາມະການສາທາລະນະສຸກແຫ່ງຊາດຈີນ ແລະ ຈາກເວບໄຊ  Coronavirus COVID-19 Global Cases by the Center for Systems Science and Engineering (CSSE) at Johns Hopkins University (JHU)  ສໍາລັບຄວາມຄືບໜ້າຂອງພະຍາດປອດອັກເສບຈາກເຊື້ອໄວຣັດ COVID-19 ຮອດວັນທີ 10 ມີນາ 2020 ເວລາ 9.00 am ປະຈຸບັນມີຜູ້ຕິດເຊື້ອໂຄວິດແລ້ວຫຼາຍກວ່າ 100 ປະເທດທົ່ວໂລກ ມີຜູ້ຕິດເຊື້ອແລ້ວ 90 ພັນກວ່າຄົນ, ເສຍຊີວິດແລ້ວ 4 ພັນກວ່າຄົນ ໃນນັ້ນປະເທດທີ່ມີຜູ້ຕິດເຊື້ອຮອງຈາກຈີນມີ: ອີຕາລີ 9,1 ພັນກວ່າຄົນ ເສຍຊີວິດ 463 ຄົນ,  ສ.ເກົາຫຼີ 7,5 ພັນກວ່າຄົນ ເສຍຊີວິດ 54 ຄົນ, ອີຣານ 7,1 ພັນກວ່າຄົນ […]

ເອ Aezy Red ສາວລາວ ໄວ 19 ເຂົ້າຮອບຕໍ່ໄປໃນລາຍການ The Rapper “Civil War” 2020 ທີ່ປະເທດໄທ

ໄດ້ຖືກສ້າງຂື້ນວັນທີ

The rapper 2020 ເປັນອີກໜື່ງເວທີການປະກວດເພງ  “ແຣັບ”  ອີກລາຍການໜື່ງ ທີ່ເປີດໂອກາດໃຫ້ຄົນທີ່ມີຄວາມມັກຮັກໃນການຮ້ອງເພງ ແຣັບ ໄດ້ສະແດງຄວາມຮູ້ຄວາມສາມາດຂອງຕົນເອງເທິງເວທີນີ້…  ພ້ອມກັນນັ້ນ The rapper ຍັງເປັນອີກໜື່ງລາຍການ ທີ່ມີຄົນຕິດຕາມ ແລະ ເປັນທີ່ນິຍົມອັນດັບຕົ້ນໆຂອງທາງ ປະເທດໄທ ເຊິ່ງອອກອາກາດ ຜ່ານທາງຊ່ອງ Work point ! ເຊິ່ງຫຼ້າສຸດກໍມີຄົນລາວຄົນໜື່ງ ທີ່ຮັກມັກໃນການ ແຣັບ ກໍເຂົ້າຮ່ວມປະກວດລາຍການນີ້ເຊັ່ນກັນ ນັ້ນກໍຄື ສາວ ເອ ສຸດາ ເດດວົງສາ ອາຍຸ 19 ປີ ຫຼື Aezy Red  ແລະ ຮອບທໍາອິດກໍສາມາດຜ່ານເຂົ້າໄປໄດ້ແບບສະບາຍ ດ້ວຍສາມາດທີ່ບໍ່ທໍາມະດາອີຫຼີເລີຍກໍວ່າໄດ້  ເຊິ່ງໄດ້ເປັນລູກທີມຂອງ ປູຈ່ານ ລອງໄມ!!! ຮອບນີ້ Aezy Red ເຮັດຜົນງານໄດ້ດີ ແລະ ປະທັບໃຈຕໍ່ກໍາມະການຫຼາຍ ຈົນເຮັດໃຫ້ໄດ້ມວກທອງຈາກໂປດິວເຊີໄປເຂົ້າຮອບໂດຍອັດຕະໂນມັດ…ທີ່ພິເສດໄປກວ່ານັ້ນ Aezy Red ກໍໄດ້ເອົາເພງ ເຈົ້າບໍ່ແມ່ນອາກາດ ທີ່ທ່ອນແຣັບເປັນພາສາໄທ ແລະ ລາວປະສານກັນ ເຊິ່ງເປັນທີ່ຕື່ນຕາຕື່ນໃຈກັບສໍານຽງຫຼາຍ ເຮົາໄປເບິ່ງຄລິບນໍາກັນເລີຍ […]

“ມະລາວັນ ແມັດຕີ້ໂດ” ຜູ້ກໍາກັບຍິງຄົນທໍາອິດຂອງລາວຄວ້າລາງວັນຜູ້ກຳກັບດີເດັ່ນ ຈາກເວທີລະດັບໂລກ

ໄດ້ຖືກສ້າງຂື້ນວັນທີ

ມະລາວັນ ແມັດຕີ້ໂດ ຜູ້ກໍາກັບຍິງ ຜູ້ພາຮູບເງົາລາວສູ່ເວທີລະດັບໂລກ ຈາກຮູບເງົາເລື່ອງ “ຈັນທະລີ” ແມ່ຍິງຄົນນີ້ທີ່ບອກເຮົາວ່າ ໃຜກໍເປັນຜູ້ກໍາກັບໄດ້ ຂໍພຽງກ້າລົງມືເຮັດ, ບໍ່ຮຽນສ້າງຮູບເງົາແຕ່ເປັນຜູ້ກໍາກັບໄດ້ ເພາະຄວາມຮູ້ບໍ່ໄດ້ຢູ່ໃນໂຮງຮຽນ ແລະ ແມ່ຍິງຄົນນີ້ກໍຄືຄົນທີ່ບໍ່ຮູ້ຈັກຄໍາວ່າ “ຍາກ” ໃນການເຮັດວຽກ  ຍ້ອນແນວນີ້ ຈຶ່ງເຮັດໃຫ້ແມັດຕີ້ໂດປະສົບຄວາມສໍາເລັດໄດ້ຄືທຸກມື້ນີ້ ກັັບຜົນງານທີ່ຜ່ານມາ ຢ່າງຮູບເງົາເລື່ອງ “ນ້ອງຮັກ” (Dearest Sister)  ທີ່ອອກສາຍໃນເວທີລະດັບໂລກ ແລະ ຍັງຄວ້າລາງວັນມາແລ້ວຫຼາຍເວທີ ເຊິ່ງເປັນສິ່ງທີ່ຢັ້ງຢືນໄດ້ວ່າຜົນງານຂອງແມ່ຍິງຄົນນີ້ບໍ່ທໍາມະດາອີຫຼີ… ພ້ອມກັນນັ້ນຍັງໄດ້ເຜີຍແຜ່ຮູບເງົາລາວສູ່ສາຍຕາເວທີລະດັບໂລກນໍາອີກ ເຊິ່ງສະແດງໃຫ້ເຫັນວ່າ ຮູບເງົາລາວກໍສາມາດກ້າວສູ່ເວທີລະດັບໂລກໄດ້ !    ແລະຫຼ້າສຸດ ຜູ້ກໍາກັບຍິງເກັ່ງຄົນນີ້ກໍໄດ້ສ້າງຜົນງານຮູບເງົາເລື່ອງໃຫມ່ນັ້ນກໍຄື “ບໍ່ມີວັນຈາກ The Long Walk “ ຮູບເງົາເລື່ອງນີ້ກໍເປັນອີກໜື່ງຮູບເງົາລາວທີ່ມີຄຸນະພາບ ແລະ ໄດ້ສາຍສູ່ເວທີລະດັບໂລກ ເຊັ່ນດຽວກັນ. ເມື່ອບໍ່ດົນມານີ້  ແມັດຕີ້ໂດ ກໍໄດ້ມີຊື່ເຂົ້າຊີງລາງວັນ ຜູ້ກຳກັບດີເດັ່ນ ຈາກເວທີ ລະດັບໂລກນັ້ນກໍຄື  The Boston SciFi  Festival Awards  ພ້ອມທັງມີນັກສ້າງຮູບເງົາຊື່ດັງຫຼາຍປະເທດທົ່ວໂລກເຂົ້າຊີງເຊັ່ນດຽວກັນ  ແລະ ໃນທີ່ສຸດ ແມັດຕີ້ໂດ ກໍສາມາດຄວ້າລາງວັນ  ສາຂາຜູ້ກຳກັບດີເດັ່ນ ຈາກຮູບເງົາເລື່ອງ  “ບໍ່ມີວັນຈາກ The Long Walk “… ຂໍ້ມູນຂ່າວຈາກ: Kuanjai […]

ຮູ້ແລ້ວບໍ! ປະຫວັດຄວາມເປັນມາຂອງວັນສໍາຄັນ ທີ 8 ມີນາ ວັນແມ່ຍິງສາກົນ

ໄດ້ຖືກສ້າງຂື້ນວັນທີ

ອີກບໍ່ດົນກໍໃກ້ຈະເຖິງວັນສໍາຄັນຂອງແມ່ຍິງທົ່ວໂລກແລ້ວ ລວມທັງປະເທດລາວເຮົາ ນັ້ນກໍຄືວັນທີ 8 ມີນາ ເຊິ່ງເປັນວັນແມ່ຍິງສາກົນມານັບຕັ້ງແຕ່ປີ 1910 ເປັນຕົ້ນມາ, ເຊິ່ງທີ່ຜ່ານມາຫຼາຍໆຄົນມັກເຂົ້າໃຈວ່າວັນທີ 8 ມີນາເປັນວັນແມ່ ອັນທີ່ຈິງແລ້ວເປັນການເຂົ້າໃຈຜິດ ວັນດັ່ງກ່າວເປັນວັນແຫ່ງໄຊຊະນະ ໃນການປົດປ່ອຍການກົດຂີ່ຂົ່ມເຫັງແຮງງານແມ່ຍິງຈາກນາຍທຶນຕ່າງຫາກ ແລະ ມາຮອດປີ 2020 ນີ້ກໍ່ບັນຈົບຄົບຮອບ 110 ປີ. ຮົາມາຮູ້ປະຫວັດຂອງວັນແມ່ຍິງສາກົນກັນເລີຍ…ໂດຍອີງຕາມຂໍ້ມູນຈາກ wikipedia.org ໃຫ້ຮູ້ວ່າ ວັນແມ່ຍິງສາກົນ ເກີດຂຶ້ນຈາກກຳມະກອນຍິງ ໃນໂຮງງານຜະລິດແຜ່ນແພ ຢູ່ນິວຢອກ, ອາເມລິກາ, ລຸກຮື້ຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ. ສຸດທ້າຍແມ່ຍິງ 119 ຄົນໄດ້ເສຍຊີວິດຈາກເຫດໄຟໄໝ້ຂອງໂຮງງານບ່ອນທີ່ພວກເຂົາຢູ່ຮ່ວມກັນໃນ ວັນທີ 8 ມີນາ 1857. ຫຼັງຈາກນັ້ນ ໃນປີ 1907, ແມ່ຍິງເຮັດວຽກໃນໂຮງງານຜະລິດແຜ່ນແພ ຊິຄາໂກ ສະຫະລັດອາເມລິກາ ບໍ່ສາມາດທົນຕໍ່ການຂົ່ມເຫັງ, ການກົດຂີ່, ການລ່ວງລະເມີດຂອງນາຍຈ້າງທີ່ໃຊ້ພວກເຂົາຄືທາດ. ແມ່ຍິງເຫຼົ່ານີ້ເຮັດວຽກໜັກຫຼາຍມື້ລະ 16–17 ຊົ່ວໂມງຕໍ່ມື້ໂດຍບໍ່ມີວັນຢຸດ, ບໍ່ມີການປະກັນໄພແຮງງານໃດໆໃນເວລາເຈັບເປັນ ແລະ ລົ້ມຕາຍ ແຖມໄດ້ຮັບຄ່າຈ້າງພຽງເລັກນ້ອຍ ແລະ […]

ລະວັງໃຫ້ດີ❗️ ອາທິດນີ້ຈະເກີດມີຝົນຕົກ ພ້ອມລົມພັດແຮງ❗️

ໄດ້ຖືກສ້າງຂື້ນວັນທີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນໄລຍະວັນທີ 2 ຫາ 5 ມີນາ 2020​ ອາກາດປ່ຽນແປງໄວ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກ, ລົມແຮງ ແລະ ໃຫ້ຢູ່ຫ່າງໄກຈາກຕົ້ນໄມ້ໃຫ່ຍ, ສິ່ງປຸກສ້າງທີ່ບໍ່ທັນສໍາເລັດ, ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງຕໍ່ເນື່ອງ. ຂອບໃຈຂໍ້ມູນຈາກ: Lao Youth Radio FM 90.0 Mhz

5 ສື່ທີ່ມີຄວາມໜ້າເຊື່ອຖືຫຼາຍທີ່ສຸດ ໃນການໃຫ້ຂໍ້ມູນ ພະຍາດລະບາດ COVID -19

ໄດ້ຖືກສ້າງຂື້ນວັນທີ

ພະຍາດລະບາດ COVID-19 ເປັນສິ່ງທີ່ຫຼາຍຄົນໃຫ້ຄວາມສົນໃຈຫຼາຍເປັນພິເສດໃນຊ່ວງນີ້ ແລະ ແນ່ນອນຖ້າເວົ້າເລື່ອງການກະຈາຍຂ່າວກໍຍິ່ງໄວກວ່າ ເພາະສະນັ້ນຈຶ່ງເຮັດໃຫ້ບາງເພຈທີ່່ໃຊ້ນາມຕົວເອງວ່າເປັນສື່ອອນລາຍ ຂາດຄວາມກັ່ນຕອງໃນການໃຫ້ຂໍ້ມູນຂ່າວສານ ເຮັດໃຫ້ປະຊາຊົນຜູ້ທີ່ເສບຂ່າວເກີດຄວາມແຕກຕື່ນເກີດເຫດກັບບ່າງຂ່າວທີ່ບໍ່ມີມູນຄວາມຈິງ, ບໍ່ມີແຫຼ່ງທີ່ມາຊັດເຈນ ແລະ ບໍ່ມີພາກສ່ວນໃດອອກມາຢັ້ງຢືນວ່າຂໍ້ມູນນັ້ນເປັນຂໍ້ມູນທີ່ມີຄວາມມູນຄວາມຈິງແທ້ບໍ່ ຫຼື ເປັນຂໍ້ມູນປອມ. ສະນັ້ນມື້ນີ້ແອດມິນເລີຍຈະນຳແຫຼ່ງຂໍ້ມູນທີ່ໜ້າເຊື່ອຖືໄດ້ ມາຝາກໃຫ້ທຸກຄົນສາມາດໄປຕິຕາມຂໍ້ມູນຂ່າວສານຕາມລາຍຊື່ດັ່ງລຸ່ມນີ້: 1. ເວັບໄຊທ ກະຊວງສາທາລະນະສຸກ (ກົດ) 2. ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ (ກົດ) 3. ວິທະຍຸສາກົນແຫ່ງປະເທດຈີນ CRI-FM93 (ກົດ) 4. ໂທລະພາບເເຫ່ງຊາດລາວ ທຊລ 1 (ກົດ) 5. Lao Youth Radio FM 90.0 Mhz (ກົດ) ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມໂທ: 020 55 566 617 #ຮັກມີແຜນ #ຖາມເອື້ອຍໄດ້