ຂ່າວ

ແຮ່ນນ້າ ສາວລາວໜຶ່ງດຽວ ໃນລາຍການດັງ 4EVE Girl Group Star!

ໄດ້ຖືກສ້າງຂື້ນວັນທີ

ແຮ່ນນ້າ ສາວລາວໜຶ່ງດຽວທີ່ຜ່ານເຂົ້າຮອບລາຍການໄທ 4EVE Girl Group Star ໄດ້ທູກສາຍໃນວົງການບັນເທິງຕ້ອງຍົກໃຫ້ສາວນ້ອຍມະຫັດສະຈັນຄົນນີ້ເລີຍ “ແຮ່ນນ້າ ໂລເຊັ້ນບູ້ມ” ນອກຈາກຈະໜ້າຕາດີ ຍັງຄົບເຄື່ອງໃນດ້ານວົງການບັນເທີງ ບໍ່ວ່າຈະເປັນນັກຮ້ອງ, ນັກສະແດງ, ເດີນແບບ, ຖ່າຍແບບ ຫຼ້າສຸດຈາກນາງງາມຜັນສູ່ການແຂ່ງຂັນເພື່ອເຂົ້າເປັນເດັກຝຶກໃນລາຍການ 4EVE Girl  Group Star  ທີ່ປະເທດໄທ             ເປັນລາຍການຄົ້ນຫາ Girl Group ກູ່ມໃໝ່ຂອງປະເທດໄທໃນນາມ EVE ຈາກເດັກຝຶກ ທັງ20ຄົນ ທີ່ຜ່ານການຄັດເລືອກຈາກຜູ້ສະມັັກກວ່າ1000 ຄົນທີ່ມີເອກະລັກໂດດເດັ່ນແຕກຕ່າງກັນແຕ່ມາລວມກັນເພື່ອຕາມຫາຄວາມຝັນຂອງຕົນເອງ ຈາກການສະແດງຄວາມສາມາດບໍ່ແມ່ນພຽງ ຮ້ອງ, ເຕັ້ນ, ແຣັບ ແຕ່ທຸກຄົນຕ້ອງມີສັກກະຍະພາບພ້ອມທີ່ຈະເປັນສິນລະປິນເຕັມຕົວ ເພື່ອທີ່ຈະຮັບໂອກາດທີ່ຈະຖືກເລືອກເຂົ້າໄປເປັນໜຶ່ງໃນ Girl Group ເຊິ່່ງໃນຕອນນີ້ແຮ່ນນ້າຂອງເຮົາກໍບໍເຮັດໃຫ້ພວກເຮົາຜິດຫວັງເລີຍ ມີຜົນງານການຝຶກ ແລະ ການແຂ່ງຂັນກໍອອກໃຫ້ເຮົາໄດ້ຕິດຕາມຢູ່ເລື້ອຍໆ ຢ່າລືມສະໜັບສະໜູນແຮ່ນນ່າສາວນ້ອຍມະຫັດສະຈັນຂອງເຮົາແນ່ເດີ້  ເພຈ ຮັກມີແຜນ ຂໍເປັນກຳລັງໃຈໃຫ້ແຮ່ນນ້າປະສົບຜົນສຳເລັດໃນການແຂ່ງຂັນຄັ້ງນີ້ດ້ວຍ ສູ້ໆ ຂອບໃຈບົດຄວາມຈາກ: muan.la ຮຽບຮຽງໂດຍ: F’fairy ______ຂໍ້ມູນເພີ່ມຕື່ມ:ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: […]

ງາມຢ່າງດຽວບໍ່ພໍ!!! 5 ລັກສະນະນິໄສທີ່ແມ່ຍິງຍຸກໃໝ່ຕ້ອງມີ ເພື່ອຄວາມງາມ-ເກັ່ງ-ສະຫຼາດຮູ້ເທົ່າທັນຄົນ

ໄດ້ຖືກສ້າງຂື້ນວັນທີ

ຄວາມງາມເປັນສິ່ງທີ່ຢູ່ຄູ່ກັບແມ່ຍິງເຮົາມາທຸກຍຸກທຸກສະໄໝ ຈົນມີຫຼາຍຄົນມັກເວົ້າວ່າ ເປັນແມ່ຍິງຢ່າຫຍຸດງາມ ແຕ່ໂລກເຮົານັບມື້ນັບໝູນໄປໄວ ຍິ່ງຍຸກນີ້ແລ້ວເຮັດໃຫ້ຮູ້ເລີຍວ່າຄວາມງາມຢ່າງດຽວບໍ່ພໍ ແມ່ຍິງເຮົາຕ້ອງມີຫຍັງຫຼາຍກວ່ານັ້ນ!!! ນີ້ຄື 5 ລັກສະນະນິໄສ ທີ່ແມ່ຍິງຍຸກໃໝ່ຕ້ອງມີ ເພື່ອຄວາມງາມ ເກັ່ງ ສະຫຼາດທັນຄົນ ຈະໄດ້ງາມແບບຄົບເຄື່ອງ ຈຶ່ງບໍ່ຖືກໃຜເອົາປຽບໄດ້ງ່າຍໆ ບໍ່ວ່າຈະໃນຄວາມສໍາພັນ ການຮຽນ ຫຼືການເຮັດວຽກ… ງາມ ເກັ່ງ ສະຫຼາດທັນຄົນ ຕ້ອງຮູ້ຈັກ Check ກ່ອນ Share ລັກສະນະນິໄສສໍາຄັນຂອງສາວຍຸກໃໝ່ຄືເຮົາ ຄືການບໍ່ສົ່ງຕໍ່ຂ່າວປອມ ຫຼືຂໍ້ມູນທີ່ບໍ່ມີແຫຼ່ງທີ່ມາຊັດເຈນ ເພາະໂລກ Social ໃຫ້ທັງຜົນດີ ແລະ ຮ້າຍໃນເວລາດຽວກັນ ສະນັ້ນ ກ່ອນຈະ Share ຫຍັງ ເວົ້າຫຍັງເທິງ Social ຕ້ອງອ່ານ-ຄິດ ແລະ ພິຈາລະນາໃຫ້ລະອຽດກ່ອນຈັກ 2-3 ຮອບຈຶ່ງ Share ; ເພາະບໍ່ແມ່ນຂໍ້ມູນຜິດໆເທົ່ານັ້ນທີ່ເປັນອັນຕະລາຍ ແຕ່ການ Share ໂດຍບໍ່ຮູ້ຈັກທີ່ໄປທີ່ມານັ້ນ ເຮັດໃຫ້ເຮົາເບິ່ງຄືຄົນບໍ່ທັນໂລກ ບໍ່ທັນເຫດການ ແລະ ຂາດຄວາມໜ້າເຊື່ອຖືຢ່າງແຮງ!!! ງາມ ເກັ່ງ ສະຫຼາດ ທັງການຮຽນ ແລະ […]

ເຄັດບໍ່ລັບການແຕ່ງຫນ້າລະດູຝົນ ໃຫ້ຕິດທົນຕະຫຼອດມື້!

ໄດ້ຖືກສ້າງຂື້ນວັນທີ

ໃນຊ່ວງລະດູຝົນ ທີ່ຝົນມັກຕົກແບບກະທັນຫັນ ຖ້າບໍ່ຈັບຄັນຮົ່ມໄປນຳບອກເລີຍວ່າບໍ່ລອດແນ່ນອນ!! ອາກາດກໍຍັງຮ້ອນອົບເອົ້ານຳອີກ ເຊື່ອວ່າສາວໆຫຼາຍຄົນຄົງຈະເປັນກັງວົນກັນວ່າເຄື່ອງສຳອາງທີ່ຕັ້ງໃຈແຕ່ງມານັ້ນຈະເມືອກ ແລະໄຫຼອອກຈາກໜ້າໄປໝົດແລ້ວຫຼືຍັງ! ໜ້າຈະພັງແລ້ວຫຼືບໍ່! ມື້ນີ້ພວກເຮົາກໍເລີຍມີເຄັດລັບການແຕ່ງໜ້າໃຫ້ເໝາະກັບລະດູຝົນມາແນະນໍາສາວໆ ຄວນຈະແຕ່ງຕາມ ຈະໄດ້ງາມແບບບໍ່ງໍ້ສະພາບອາກາດ ໃຊ້ຮອງພື້ນຄຸມມັນ ແລະ ກັນນ້ຳ ກ່ອນອື່ນເຮົາມາເລີ່ມກັນທີ່ຮອງພື້ນ ເຮົາຕ້ອງເລືອກແບບກັນນ້ຳ ຖ້າໃຫ້ດີຕ້ອງຄຸມມັນພ້ອມຍິ່ງດີ ເພາະຍາມຝົນນອກຈາກເຮົາຈະປຽກຝົນແລ້ວ ອາກາດຍັງຮ້ອນສຸດໆອາດເຮັດໃຫ້ໜ້າມັນໄດ້ງ່າຍໆ ໃຊ້ຄວບຄູ່ກັບຟອງນ້ຳກົດຢ້ຳໆໃຫ້ແໜ້ນຈະໄດ້ບໍ່ຫຼຸດລະຫວ່າງວັນ. ເຄື່ອງສຳອາງທູກຢ່າງຕ້ອງເນື້ອຄີມ ໃນການລົງເຄື່ອງສຳອາງຕ່າງໆ ທັງອາຍແຊໂດ, ບັສອອນ, ເຊດດິ້ງ ຫຼື ໄຮໄລ້ ໃນຊ່ວງຍາມຝົນແນະນຳໃຫ້ໃຊ້ເຄື່ອງສຳອາງເນື້ອຄີມ ຫຼື ເນື້ອນ້ຳ ເພື່ອໃຫ້ເຄື່ອງສຳອາງຕິດແໜ້ນກືນໄປກັບຜິວໄດ້ຫຼາຍທີ່ສູດ ຖ້າໃຊ້ແບບຝຸ່ນອາດຫຼູດງ່າຍ ແລະ ເປັນກ້ອນເປິະເປື້ອນເວລາຖືກນ້ຳ ແຕ້ມຄິ້ວດ້ວຍແທດທູ ຫຼື ເມຈິກ ສຳລັບສາວໆທີ່ບໍ່ມີຄິ້ວ ແລະ ຂາດຄິ້ວບໍ່ໄດ້ອີ່ຫຼີ ແນະນຳໃຫ້ຊື້ແທດທູຄິ້ວມາໃຊ້ຈະຕິດທົນແບບຂ້າມວັນ ຫຼື ເປັນແບບເມຈິກທີ່ສີຈະຕິດແລະກືນໄປກັບຜິວ ແລະ ບໍ່ຫຼູດງ່າຍຄືກັບການແຕ້ມຄິ້ວດ້ວຍສໍ ຫຼື ຝູ່ນ ອາຍໄລເນີ້ ກັບ ມາສຄາລ່າຕ້ອງກັນນ້ຳຂັ້ນສຸດ ສ່ວນໃຜທີ່ມັກເຈິບັນຫາຝົນຕົກແລ້ວຕາກາຍເປັນແພນດ້າ ໃຫ້ຮີບໄປຊື້ອາຍໄລເນີ້ທີ່ກັນນ້ຳແບບຂັ້ນສຸດ ແລະ ມາສຄາລ່າກັນນ້ຳລະດັບເທບມາໄວ້ໃຊ້ເດີ້ກ່ອນທີ່ຕາຈະດຳປິດປີ ລິບຕິ້ນ ຫຼື […]

ລອງເຮັດວິທີດັ່ງຕໍ່ໄປນີ້… ຈະຊ່ວຍໃຫ້ສະຫຼາດຂຶ້ນກວ່າເກົ່າ!!!

ໄດ້ຖືກສ້າງຂື້ນວັນທີ

ຄົນທີ່ເປັນອັດສະລິຍະມັກຈະມີພອນສະຫວັນ ຫຼື ມີສະໝອງທີ່ເປັນເລີດຕິດຕົວມາແຕ່ກຳເນີດ ແຕ່ສຳລັບຄົນທຳມະດາຄືເຮົາເດ ຖ້າຍາກສະຫຼາດ ຍາກພັດທະຍາສັກກະຍະພາບໃຫ້ສະຫຼາດຂຶ້ນກວ່າເກົ່າຈະເຮັດແນວໃດ ແລະ ຮູ້ບໍ່ວ່າຄົນເຮົາທຸກຄົນສາມາດພັດທະນາຕົວເອງໃຫ້ເປັນຄົນທີ່ມີພິບໄຫວ ແລະ ເພີ່ມທັກສະໃນການຄິດໃຫ້ເປັນຄົນສະຫຼາດໄດ້, ມີການວິໄຈອອກມາແລ້ວວ່າຄົນເຮົາມັກຈະໃຊ້ເວລາສ່ວນຫຼາຍໄປກັບງານອະດິເລກ, ດັ່ງນັ້ນ! ລອງມາຮູ້ຈັກກັບກິດຈະກຳຍາມວ່າງຕໍ່ໄປນີ້ທີ່ຈະຊ່ວຍເສີມສ້າງທັກສະໃຫ້ກາຍເປັນຄົນສະຫຼາດໄດ້ແທ້ໆ!!! ຫຼິ້ນດົນຕີ ມີການວິໄຈວ່າ ດົນຕີ ສາມາດເຂົ້າໄປມີສ່ວນໃນການກະຕຸ້ນໃຫ້ສະໝອງ ແລະ ອາລົມຂອງເຮົາ ສາມາດຊ່ວຍໃຫ້ເຮັດວຽກໄດ້ດີ ແລະ ທີ່ໜ້າປະຫຼາດໃຈກໍຄື ການຫຼິ້ນດົນຕີສາມາດເພີ່ມພື້ນທີ່ຄວາມຈຳໃນສະໝອງໄດ້ ແລະ ຍັງຊ່ວຍເຝິກຝົນຄວາມອົດທົນໄດ້ເປັນຢ່າງດີ ເພາະກ່ອນທີ່ຈະຫຼິ້ນເຄື່ອງດົນຕີໄດ້ນັ້ນເຮົາຕ້ອງໄດ້ໃຊ້ການເຝິກຝົນຫຼາຍທີ່ສຸດ ແລະ ຍັງເປັນການເຝິກສະມາທິໄປໃນຕົວອີກດ້ວຍ ອ່ານໜັງສື ເປັນທີ່ຮູ້ກັນດີແລ້ວວ່າ ການອ່ານໜັງສືຊ່ວຍເຮັດໃຫ້ເຮົາສະຫຼາດຂື້ນ ແລະ ຍິ່ງອ່ານຫຼາຍເທົ່າໃດກໍຍິ່ງຈະຊ່ວຍເປີດໂລກຄວາມຄິດໃຫ້ກວ້າງຂຶ້ນ ແຖມການອ່ານຍັງຊ່ວຍຫຼຸດພາວະຄວາມຄຽດ ຊ່ວຍໃຫ້ກາຍເປັນຄົນທີ່ຮູ້ສຶກດີກັບຕົວເອງ ແລະ ກາຍເປັນຄົນທີ່ມີຄວາມຄິດດ້ານບວກ ແລະ ທີ່ສຳຄັນແມ່ນການອ່ານຊ່ວຍໃຫ້ເຮົາຮັບມືກັບບັນຫາຕ່າງໆໄດ້ເປັນຢ່າງດີ ແລະ ທ້າຍທີ່ສຸດຈະຊ່ວຍໃຫ້ເຮົາປະສົບຜົນສຳເລັດໃນທີ່ສຸດ ນັ່ງສະມາທິ ການນັ່ງສະມາທິເຮັດໃຫ້ຫັນມາໃສ່ໃຈຕົວເອງ ຮູ້ຈັກຕົວເອງ ແລະ ຮັກຕົວເອງຫຼາຍຂຶ້ນ, ການຈົດຈໍ່ໃນການນັ່ງສະມາທິ ຈະສາມາດຊ່ວຍໃຫ້ເຮົາເຂົ້າໃຈເຖິງຊີວິດໃນບໍ່ຊ້າ ນອກຈາກນີ້ການນັ່ງສະມາທິຍັງຊ່ວຍໃຫ້ບຳບັດຄວາມຄຽດ ຄວາມວິຕົກກັງວົນ ຍິ່ງຖ້າເຮົາມີສະມາທິຫຼາຍ ກໍຈະເຮັດໃຫ້ເຮົາມີຄວາມຄິດສ້າງສັນ ແລະ ຮຽນຮູ້ສິ່ງຕ່າງໆ ໄດ້ງ່າຍຂຶ້ນ […]

ສປປ ລາວ ມີຄົນເສຍຊີວິດຍ້ອນໄຂ້ຍຸງລາຍ ເພີ່ມຂຶ້ນເປັນ 7 ຄົນແລ້ວ!!!

ໄດ້ຖືກສ້າງຂື້ນວັນທີ

 ໃນວັນທີ 30 ມີຖຸນາ 2020 ສປປ ລາວ ເຮົາ ແມ່ນ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ທັງໝົດ 30 ກໍລະນີ ແລະ ມີຜູ້ເສຍຊີວິດເພີ່ມຂຶ້ນ 01 ຄົນ !!! ນັບແຕ່ວັນທີ 01/01/2020-29/06/2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 2,253 ຄົນ (ມີລາຍງານກໍລະນີໃນ 17 ແຂວງ, ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 514 ຄົນ, ຖັດລົງມາແມ່ນແຂວງ ວຽງຈັນ 305 ກໍລະນີ, ບໍລິຄຳໄຊ 263 ກໍລະນີ ແລະ ແຂວງອັດຕະປື 230 ກໍລະນີ). ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 07 ຄົນ (ນະຄອນຫຼວງ 03 ຄົນ, ບໍລິຄຳໄຊ 02 ຄົນ, ຄຳມ່ວນ 01 ຄົນ ແລະ […]

ເຕັກນິກດີໆ!! ການຕັ້ງເປົ້າໝາຍ ເພື່ອໄປໃຫ້ເຖິງຝັນ

ໄດ້ຖືກສ້າງຂື້ນວັນທີ

ການເລີ່ມຕົ້ນໃໝ່ ບໍ່ວ່າຈະເປັນການເລີ່ມລົງມືເຮັດສິ່ງໃໝ່ ຫຼືການເລີ່ມຕົ້ນຊີວິດໃໝ່ ສິ່ງທີ່ຢາກໃຫ້ທຸກຄົນມີຄື ການຕັ້ງເປົ້າໝາຍ ແລະສໍາຄັນໄປກວ່ານັ້ນຄືການໄປເຖິງເປົ້າໝາຍ ແຕ່ເຮັດແນວໃດໃຫ້ເຮົາສາມາດໄປເຖິງເປົ້າໝາຍທີ່ຕັ້ງໄວ້ໄດ້ ມື້ນີ້ ຂວັນໃຈມີເຕັກນິກດີໆ ທີ່ຈະໃຫ້ສາວໆສາມາດຕັ້ງເປົ້າໝາຍ ແລະ ເຮັດຕາມເປົ້າໝາຍໃຫ້ສໍາເລັດມາບອກກັນ… ໄປເບິ່ງເລີຍ!!! ຕັ້ງເປົ້າໝາຍທີ່ບໍ່ໃຫຍ່ເກີນໄປ ເປົ້າໝາຍທີ່ດີບໍ່ຈໍາເປັນຕ້ອງແມ່ນເປົ້າໝາຍທີ່ຍິ່ງໃຫຍ່ອະລັງການສະເໝີໄປ ເປົ້າໝາຍນ້ອຍໆ ງ່າຍໆ ທີ່ສາມາດເຮັດໄດ້ໃນໄລຍະເວລາສັ້ນ ເປົ້າໝາຍທີ່ເຮົາສາມາດເບິ່ງເຫັນຊ່ອງທາງ ແລະ ວິທີການທີ່ຈະກ້າວໄປເຖິງເປົ້າໝາຍນັ້ນໃຫ້ສໍາເລັດໄດ້ ເປັນເປົ້າໝາຍທີ່ດີຄືເປົ້າໝາຍທີ່ສາມາດລົງມືເຮັດແທ້ໄດ້ຫຼາຍທີ່ສຸດ. ກໍານົດລາຍລະອຽດໃຫ້ຊັດເຈນ ເປົ້າໝາຍທີ່ຕັ້ງໄວ້ບໍ່ຄວນເປັນເປົ້າໝາຍແບບເລື່ອນລອຍ ເຮົາຄວນກໍານົດລາຍລະອຽດຂອງເປົ້າໝາຍໃຫ້ຊັດເຈນເຊັ່ນ ເຮັດຫຍັງ? ຢູ່ໃສ? ແລ້ວຈະສໍາເລັດເມື່ອໃດ? ເຊັ່ນວ່າ ເຮົາຕ້ອງການຫຼຸດນໍ້າໜັກຈໍານວນຈັກກິໂລ ພາຍໃນໄລຍະເວລາຈັກມື້ ຖ້າເຮົາສາມາດລະບຸລາຍລະອຽດລົງໄປຫຼາຍເທົ່າໃດ ກໍຈະຍິ່ງງ່າຍຕໍ່ການເຮັດຕາມໄດ້ຫຼາຍຂຶ້ນເທົ່ານັ້ນ ເຕືອນຕົວເອງຢູ່ສະເໝີ ເຮົາຄວນ “ເຕືອນຕົວເອງຢູ່ສະເໝີ” ເຊັ່ນຂຽນເຈ້ຍໂນ໊ດຕິດໄວ້ໃນບໍລິເວນທີ່ເຮົາເບິ່ງເຫັນໄດ້ຊັດເຈນ ການຕັ້ງເວລາແຈ້ງເຕືອນໃນມືຖື ຫຼືການບອກໃຫ້ໝູ່ ຄອບຄົວ ຄົນຮັກຊ່ວຍເຕືອນເຮົາຢູ່ສະເໝີກໍເປັນການດີ ແຕ່ສິ່ງສໍາຄັນທີ່ສຸດຄື ເຮົາຄວນເຕືອນຕົວເອງຢູ່ສະເໝີ ແລະ ມີລະບຽບວິໄນກັບເປົ້າໝາຍຂອງເຮົາຕົວເອງ ເພື່ອທີ່ຈະສາມາດກ້່າວໄປເຖິງເປົ້າໝາຍຂອງເຮົາໄດ້ຕາມທີ່ຄາດຫວັງໄວ້ Cr: Women Mthai Team

ເຊັກຕົວເອງດ່ວນ!!! 5 ພຶດຕິກໍາການໃຊ້ເງິນທີ່ອັນຕະລາຍ ຂອງມະນຸດເງິນເດືອນ…

ໄດ້ຖືກສ້າງຂື້ນວັນທີ

ລາຊາເງິນຜ່ອນ: ເມືອເລີ່ມມີເງິນເດືອນປະຈຳບັນດາທະນາຄານຕ່າງໆ ກໍພ້ອມຍິນດີຢືນຂໍ້ສະເໜີໃຫ້ມີບັດເຄດິດ ໄວ້ໃຊ້ໃນຢາມສຸກເສີນດ້ວຍວົງເງິນທີ່ຫຼາຍກວ່າອາດຈະເຮັດໃຫ້ຫຼາຍຄົນຕື່ນຕາຕື່ນໃຈ ເພາະເລີ່ມເຫັນທາງທີ່ຈະໄດ້ສິ່ງຂອງໄດ້ມາຢ່າງງ່າຍດາຍ ແຕ່ຖ້າໃຊ້ກັບສິ່ງຂອງຊຸມເຟືອຍ ແລະ ຜ່ອນຈ່າຍບໍ່ຖືກກຳນົດໃນທີ່ສຸດດອກເບ້ຍຈະເພີ່ມຂຶ້ນຈົນກາຍເປັນບັນຫາ. ສັງຄົມອອນໄລ໌: ຄົນເຮັດວຽກໃໝ່ຫຼາຍຄົນມັກຕິດ ພາບໃນໂລກສັງຄົມອອນໄລ໌ຂອງໝູ່ເພື່ອນທີ່ມັກໂພສ໌ແຕ່ເລື່ອງດີໆ, ຫຼູໆ, ຮ້ານອາຫານດັງໆ, ເສື້ອຜ້າງາມໆ ຂອງແບຣນເນມຕ່າງໆ ຈຶ່ງເຮັດໃຫ້ເກີດຄວາມຢາກໄດ້ຢາກມີ, ຈົນຍອມທຸ່ມເງິນເດືອນ ຫຼື ຍອມເປັນລາຊາເງິນຜ່ອນ ເພື່ອໃຫ້ໄດ້ຂອງເຫຼົ່ານັ້ນ ໂດຍບໍ່ຄິດເຖິງວ່າມັນເໝາະສົມກັບລາຍໄດ້ຂອງຕົນເອງ ຫຼື ບໍ່, ເພາະຄົນເຮັດວຽກໃໝ່ສະໄໝນີ້ມີ ທັດສະນະຄະຕິທີ່ວ່າ “ເສຍເງິນບໍ່ວ່າ ແຕ່ເສຍໜ້າບໍ່ໄດ້” ຊິວິດຫຼູຫຼາ: ຄົນເຮັດວຽກຍຸກໃໝ່ໃຊ້ຊີວິດຕ່າງຈາກຄົນລຸ້ນກ່ອນ, ດ້ວຍສັງຄົມ, ຄ່ານິຍົມ, ທັດສະນະຄະຕິທີ່ປ່ຽນໄປເມືອຊີວິດເລີ່ມຕົ້ນການເຮັດວຽກ ເລີຍຢາກຈະມີຊັບສິນເປັນຂອງຕົນເອງເຊັ່ນ ເຮືອນ, ລົດໃໝ່,… ເພື່ອໂຊຊີວິດສຸດຫຼູ ໂດຍບໍ່ໄດ້ຄິດຫາລາຍໄດ້ ຫຼື ຄວາມໝັ້ນຄົງໃນອາຊີບທີ່ເຮັດຢູ່, ບາງຄົນມີລາຍໄດ້ໜ້ອຍ ແຕ່ຄິດຊື້ທັງລົດ ແລະ ເຮືອນ ສຸດທ້າຍຄ່າໃຊ້ຈ່າຍເພີ່ມຂຶ້ນ ກັບກາຍເປັນຈະເປັນໜີ້ ແລະ ຖືກຍຶດຄືນ. ເຂົ້າສັງຄົມ, ສ້າງສັນ: ນີ້ກໍຄືອີກໜຶ່ງບ່ວງອັດຕະລາຍກັບຄົນເຮັດວຽກໃໝ່ ເພາະໃນສັງຄົມຫ້ອງການມັກມີການສ້າງສັນ, ທ່ອງທ່ຽວ,…ນໍາກັນສະເໜີ ຈົນມີບາງຄົນເສບຈົນຕິດ, ຈັດນັກທຸກທ້າຍອາທິດ ແລະ ຖ້າຫາກເປັນຄົນປະຕິເສດຄົນບໍ່ເປັນແລ້ວ ຍິ່ງຕ້ອງລະວັງດ້ານການເງິນໃຫ້ດີ. ຕິດການພະນັນ: ພຶດຕິກໍານີ້ອາດຕິດຕົວມາຕັ້ງແຕ່ສະໄໝຮຽນ […]

ທໍາຄວາມຮູ້ຈັກກັບ! ​ໜຸ່ມສຸດເຈົ້າຊູ້ ພະ​ເອກຮູບເງົາ 365 DNI ​ທີ່​ກຳ​ລັງ​ມາ​ແຮງ​ທີ່ສຸດໃນຕອນນີ້..

ໄດ້ຖືກສ້າງຂື້ນວັນທີ

ນາທີນີ້ບໍ່ມີໃຜທີ່ບໍ່ຮູ້ຈັກຮູບເງົາຢູ່ Netflix 365 DNI ເຊິ່ງທັງໃນ Facebook, IG, Twitter ເກືອບທົ່ວໂລກແມ່ນເວົ້າເຖິງຮູບເງົາເລື່ອງນີ້ເປັນຈໍານວນຫຼວງຫຼາຍ ເຊິ່ງຫຼັກແລ້ວໆແມ່ນມີການເວົ້າເຖິງເນື້ອໃນເລື່ອງ (ຈົນຫຼາຍຄົນອົດທີ່ຈະເຂົ້າໄປເບິ່ງບໍ່ໄດ້) ແຕ່ທີ່ຖືກເວົ້າເຖິງຫຼາຍກວ່າເນື້ອໃນເລື່ອງ ກໍຄືພະເອກສຸດແຊ໋ບ ທີ່ເປັນຈຸດດຶງດູດໃຫ້ສາວໆເກືອບທົ່ວໂລກອົດໃຈບໍ່ໄຫວທີ່ຈະເຂົ້າໄປເບິ່ງ ເຊິ່ງມື້ນີ້ແອັດກໍຈະພາສາວໆມາທໍາຄວາມຮູ້ຈັກກັບ ພະເອກຮູບເງົາເລື່ອງນີ້ກັນ… ເປັນແນວໃດນັ້ນເຮົາມາເບິ່ງນໍາກັນເລີຍ!! ພະເອກຄົນນີ້ມີຊື່ວ່າ Michele Morrone ເກີດ​ເມື່ອ​ວັນ​ທີ  3 ​ຕຸ​ລາ 1990 ​ເມືອງ Apulia ​ປະ​ເທດ​ອີ​ຕາ​ລີ ເຊື້ອ​ຊາດ​ອີ​ຕາ​ລີ ອາ​ຍຸ 30 ປີ ສູງ 189 ຊັງ​ຕີ​ແມັດ ເປັນ​ນັກ​ສະ​ແດງ​ທີ່​ມີ​ຄວາມ​ສາ​ມາດຫຼາກຫຼາຍ ງານອະດິເລກມັກຫຼິ້ນ​ກິ​ລາ​ຍິມ​ນາ​ສ​ຕິກ (ກິ​ລາ​ໃຊ້​ຮ່າງ​ກາຍ, ໂດດ​ເຕັ້ນ​ດ ຕີ​ລັງ​ກາ), ຂີ່​ມ້າ, ລອຍ​ນ້ຳ ແລະ ເຕັ້ນ (ເຕັ້ນ​ເກັ່ງຫຼາຍ) ​ປັດ​ຈຸ​ບັນ​ໂສດ​ເດີ້ຢູ່ສາວໆ (ເປັນ Single Dad) Michele Morrone  ເຄີຍແຕ່ງງານກັບສາວ Designer ຊາວເລ​ບາ​ນອນຊື່ Rouba Saadeh […]

ຍຸງລາຍ ຮ້າຍກ່ວາເສືອ ! ພົບຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນ 1 ລາຍ

ໄດ້ຖືກສ້າງຂື້ນວັນທີ

ຍຸງລາຍ ຮ້າຍກ່ວາເສືອ ! ໃນວັນທີ 08/06/2020 ພົບຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນ 1 ລາຍ. ຄົນເຈັບທີເສຍຊີວິດແມ່ນຄົນແຂວງຫຼວງນໍ້າທາ ແຕ່ມາຮຽນຢູ່ໂຮງຮຽນນາຍສິບຂອງທະຫານຢູ່ບ້ານທ່າພະບາດ ເມືອງ ທ່າພະບາດ ແຂວງບໍລິຄຳໄຊ). ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-08/06/2020 ມີຜູ້ຕິດເຊື້ອ ໄຂ້ຍຸງລາຍ ທັງຫມົດ 1,676 ກໍລະນີ ແລະ ເສຍຊີວິດ 05 ກໍລະນີ. 5 ແຂວງ ທີ່ພົບ ການລະບາດຫຼາຍກວ່າຫມູ່ແມ່ນ 1) ນະຄອນຫຼວງວຽງຈັນ, 2) ແຂວງວຽງຈັນ, 3) ອັດຕະປື 4) ບໍລິຄໍາໄຊ ແລະ 5) ຄໍາມ່ວນ ຕາມລໍາດັບ !!! ຂໍໃຫ້ທຸກຄົວເຮືອນ ທຸກພາກສ່ວນ ເອົາໃຈໃສ່ ທໍາລາຍແຫຼ່ງເພາະພັນຂອງຍຸງລາຍ ແລະ ເບິ່ງແຍງລູກຫຼານທ່ານ ໃຫ້ດີ !!! ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ Centre of Information […]

ປິນປົວ ຫາຍດີຫມົດແລ້ວ ຜູ້ປ່ວຍໂຄວິດ-19 ຢູ່ ສປປ ລາວ !

ໄດ້ຖືກສ້າງຂື້ນວັນທີ

🔥 ປິນປົວ ຫາຍດີຫມົດແລ້ວ ຜູ້ປ່ວຍໂຄວິດ-19 ຢູ່ ສປປ ລາວ ! ຊົມເຊີຍ ທີມແພດຫມໍລາວ !! ຖືວ່າເປັນຂ່າວດີສຸດ!!​ ກໍລະນີທີ 8 ເພດຊາຍ ຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ທີ່ຕິດເຊື້ອພະຍາດໂຄວິດ-19 ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28 ມີນາ 2020 ໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍແລ້ວມື້ນີ້ ວັນທີ 9 ມິຖຸນາ 2020. ຜູ້ຕິດເຊື້ອພະຍາດໂຄວິດ-19​ ທັງໝົດ ຢູ່ ສປປ ລາວ 19 ຄົນ ແພດ-ໝໍໄດ້ປິ່ວປົວຫາຍດີທັງໝົດແລ້ວ ຊົມເຊີຍ Cr: CIEH ________ສອບຖາມຂໍ້ມູນເພີ່ມເຕີມ ກ່ຽວກັບ ໂຄວິດ-19 ໄດ້ທີ່ເບີ ສາຍດ່ວນ 165 ຫຼື 166 ຫຼືໂທ 020 5406 6777 ______________ຂໍ້ມູນເພີ່ມຕື່ມ: www.hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມໂທ: 020 […]