ແຮ່ນນ້າ ສາວລາວໜຶ່ງດຽວ ໃນລາຍການດັງ 4EVE Girl Group Star!

ແຮ່ນນ້າ ສາວລາວໜຶ່ງດຽວທີ່ຜ່ານເຂົ້າຮອບລາຍການໄທ 4EVE Girl Group Star

ໄດ້ທູກສາຍໃນວົງການບັນເທິງຕ້ອງຍົກໃຫ້ສາວນ້ອຍມະຫັດສະຈັນຄົນນີ້ເລີຍ “ແຮ່ນນ້າ ໂລເຊັ້ນບູ້ມ” ນອກຈາກຈະໜ້າຕາດີ ຍັງຄົບເຄື່ອງໃນດ້ານວົງການບັນເທີງ ບໍ່ວ່າຈະເປັນນັກຮ້ອງ, ນັກສະແດງ, ເດີນແບບ, ຖ່າຍແບບ ຫຼ້າສຸດຈາກນາງງາມຜັນສູ່ການແຂ່ງຂັນເພື່ອເຂົ້າເປັນເດັກຝຶກໃນລາຍການ 4EVE Girl  Group Star  ທີ່ປະເທດໄທ

            ເປັນລາຍການຄົ້ນຫາ Girl Group ກູ່ມໃໝ່ຂອງປະເທດໄທໃນນາມ EVE ຈາກເດັກຝຶກ ທັງ20ຄົນ ທີ່ຜ່ານການຄັດເລືອກຈາກຜູ້ສະມັັກກວ່າ1000 ຄົນທີ່ມີເອກະລັກໂດດເດັ່ນແຕກຕ່າງກັນແຕ່ມາລວມກັນເພື່ອຕາມຫາຄວາມຝັນຂອງຕົນເອງ ຈາກການສະແດງຄວາມສາມາດບໍ່ແມ່ນພຽງ ຮ້ອງ, ເຕັ້ນ, ແຣັບ ແຕ່ທຸກຄົນຕ້ອງມີສັກກະຍະພາບພ້ອມທີ່ຈະເປັນສິນລະປິນເຕັມຕົວ ເພື່ອທີ່ຈະຮັບໂອກາດທີ່ຈະຖືກເລືອກເຂົ້າໄປເປັນໜຶ່ງໃນ Girl Group ເຊິ່່ງໃນຕອນນີ້ແຮ່ນນ້າຂອງເຮົາກໍບໍເຮັດໃຫ້ພວກເຮົາຜິດຫວັງເລີຍ ມີຜົນງານການຝຶກ ແລະ ການແຂ່ງຂັນກໍອອກໃຫ້ເຮົາໄດ້ຕິດຕາມຢູ່ເລື້ອຍໆ ຢ່າລືມສະໜັບສະໜູນແຮ່ນນ່າສາວນ້ອຍມະຫັດສະຈັນຂອງເຮົາແນ່ເດີ້

 ເພຈ ຮັກມີແຜນ ຂໍເປັນກຳລັງໃຈໃຫ້ແຮ່ນນ້າປະສົບຜົນສຳເລັດໃນການແຂ່ງຂັນຄັ້ງນີ້ດ້ວຍ ສູ້ໆ

ຂອບໃຈບົດຄວາມຈາກ: muan.la

ຮຽບຮຽງໂດຍ: F’fairy

______
ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້