ເຄັດບໍ່ລັບການແຕ່ງຫນ້າລະດູຝົນ ໃຫ້ຕິດທົນຕະຫຼອດມື້!

ໃນຊ່ວງລະດູຝົນ ທີ່ຝົນມັກຕົກແບບກະທັນຫັນ ຖ້າບໍ່ຈັບຄັນຮົ່ມໄປນຳບອກເລີຍວ່າບໍ່ລອດແນ່ນອນ!! ອາກາດກໍຍັງຮ້ອນອົບເອົ້ານຳອີກ ເຊື່ອວ່າສາວໆຫຼາຍຄົນຄົງຈະເປັນກັງວົນກັນວ່າເຄື່ອງສຳອາງທີ່ຕັ້ງໃຈແຕ່ງມານັ້ນຈະເມືອກ ແລະໄຫຼອອກຈາກໜ້າໄປໝົດແລ້ວຫຼືຍັງ! ໜ້າຈະພັງແລ້ວຫຼືບໍ່! ມື້ນີ້ພວກເຮົາກໍເລີຍມີເຄັດລັບການແຕ່ງໜ້າໃຫ້ເໝາະກັບລະດູຝົນມາແນະນໍາສາວໆ ຄວນຈະແຕ່ງຕາມ ຈະໄດ້ງາມແບບບໍ່ງໍ້ສະພາບອາກາດ

  • ໃຊ້ຮອງພື້ນຄຸມມັນ ແລະ ກັນນ້ຳ

ກ່ອນອື່ນເຮົາມາເລີ່ມກັນທີ່ຮອງພື້ນ ເຮົາຕ້ອງເລືອກແບບກັນນ້ຳ ຖ້າໃຫ້ດີຕ້ອງຄຸມມັນພ້ອມຍິ່ງດີ ເພາະຍາມຝົນນອກຈາກເຮົາຈະປຽກຝົນແລ້ວ ອາກາດຍັງຮ້ອນສຸດໆອາດເຮັດໃຫ້ໜ້າມັນໄດ້ງ່າຍໆ ໃຊ້ຄວບຄູ່ກັບຟອງນ້ຳກົດຢ້ຳໆໃຫ້ແໜ້ນຈະໄດ້ບໍ່ຫຼຸດລະຫວ່າງວັນ.

  • ເຄື່ອງສຳອາງທູກຢ່າງຕ້ອງເນື້ອຄີມ

ໃນການລົງເຄື່ອງສຳອາງຕ່າງໆ ທັງອາຍແຊໂດ, ບັສອອນ, ເຊດດິ້ງ ຫຼື ໄຮໄລ້ ໃນຊ່ວງຍາມຝົນແນະນຳໃຫ້ໃຊ້ເຄື່ອງສຳອາງເນື້ອຄີມ ຫຼື ເນື້ອນ້ຳ ເພື່ອໃຫ້ເຄື່ອງສຳອາງຕິດແໜ້ນກືນໄປກັບຜິວໄດ້ຫຼາຍທີ່ສູດ ຖ້າໃຊ້ແບບຝຸ່ນອາດຫຼູດງ່າຍ ແລະ ເປັນກ້ອນເປິະເປື້ອນເວລາຖືກນ້ຳ

  • ແຕ້ມຄິ້ວດ້ວຍແທດທູ ຫຼື ເມຈິກ

ສຳລັບສາວໆທີ່ບໍ່ມີຄິ້ວ ແລະ ຂາດຄິ້ວບໍ່ໄດ້ອີ່ຫຼີ ແນະນຳໃຫ້ຊື້ແທດທູຄິ້ວມາໃຊ້ຈະຕິດທົນແບບຂ້າມວັນ ຫຼື ເປັນແບບເມຈິກທີ່ສີຈະຕິດແລະກືນໄປກັບຜິວ ແລະ ບໍ່ຫຼູດງ່າຍຄືກັບການແຕ້ມຄິ້ວດ້ວຍສໍ ຫຼື ຝູ່ນ

  • ອາຍໄລເນີ້ ກັບ ມາສຄາລ່າຕ້ອງກັນນ້ຳຂັ້ນສຸດ

ສ່ວນໃຜທີ່ມັກເຈິບັນຫາຝົນຕົກແລ້ວຕາກາຍເປັນແພນດ້າ ໃຫ້ຮີບໄປຊື້ອາຍໄລເນີ້ທີ່ກັນນ້ຳແບບຂັ້ນສຸດ ແລະ ມາສຄາລ່າກັນນ້ຳລະດັບເທບມາໄວ້ໃຊ້ເດີ້ກ່ອນທີ່ຕາຈະດຳປິດປີ

  • ລິບຕິ້ນ ຫຼື ລິບຈິ້ມຈຸ່ມແມທເທົ່ານັ້ນ

ໃຜທີ່ຢາກໃຫ້ປາກງາມສູ້ຝົນຕິດທົນຂໍແນະນຳລິບຕິ້ນງາມແລ້ວຍັງບໍ່ຫຼູດງ່າຍອີກດ້ວຍ ແລະ ອີກທາງເລືອກໜຶ່ງກໍຄືລິບແມທທີ່ແຫ້ງແລະຕິດທົນແນບສະນິດໄປກັນປາກຂອງເຮົາ ຈະເຈິຝົນກໍບໍ່ຢ້ານວ່າປາກຈະຈືດເປັນຄົນປ່ວຍ

ອ້າງອີງຈາກ:​ https://www.sanook.com/women/165853/

______________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617