ລອງເຮັດວິທີດັ່ງຕໍ່ໄປນີ້… ຈະຊ່ວຍໃຫ້ສະຫຼາດຂຶ້ນກວ່າເກົ່າ!!!

ຄົນທີ່ເປັນອັດສະລິຍະມັກຈະມີພອນສະຫວັນ ຫຼື ມີສະໝອງທີ່ເປັນເລີດຕິດຕົວມາແຕ່ກຳເນີດ ແຕ່ສຳລັບຄົນທຳມະດາຄືເຮົາເດ ຖ້າຍາກສະຫຼາດ ຍາກພັດທະຍາສັກກະຍະພາບໃຫ້ສະຫຼາດຂຶ້ນກວ່າເກົ່າຈະເຮັດແນວໃດ ແລະ ຮູ້ບໍ່ວ່າຄົນເຮົາທຸກຄົນສາມາດພັດທະນາຕົວເອງໃຫ້ເປັນຄົນທີ່ມີພິບໄຫວ ແລະ ເພີ່ມທັກສະໃນການຄິດໃຫ້ເປັນຄົນສະຫຼາດໄດ້, ມີການວິໄຈອອກມາແລ້ວວ່າຄົນເຮົາມັກຈະໃຊ້ເວລາສ່ວນຫຼາຍໄປກັບງານອະດິເລກ, ດັ່ງນັ້ນ! ລອງມາຮູ້ຈັກກັບກິດຈະກຳຍາມວ່າງຕໍ່ໄປນີ້ທີ່ຈະຊ່ວຍເສີມສ້າງທັກສະໃຫ້ກາຍເປັນຄົນສະຫຼາດໄດ້ແທ້ໆ!!!

ຫຼິ້ນດົນຕີ

ມີການວິໄຈວ່າ ດົນຕີ ສາມາດເຂົ້າໄປມີສ່ວນໃນການກະຕຸ້ນໃຫ້ສະໝອງ ແລະ ອາລົມຂອງເຮົາ ສາມາດຊ່ວຍໃຫ້ເຮັດວຽກໄດ້ດີ ແລະ ທີ່ໜ້າປະຫຼາດໃຈກໍຄື ການຫຼິ້ນດົນຕີສາມາດເພີ່ມພື້ນທີ່ຄວາມຈຳໃນສະໝອງໄດ້ ແລະ ຍັງຊ່ວຍເຝິກຝົນຄວາມອົດທົນໄດ້ເປັນຢ່າງດີ ເພາະກ່ອນທີ່ຈະຫຼິ້ນເຄື່ອງດົນຕີໄດ້ນັ້ນເຮົາຕ້ອງໄດ້ໃຊ້ການເຝິກຝົນຫຼາຍທີ່ສຸດ ແລະ ຍັງເປັນການເຝິກສະມາທິໄປໃນຕົວອີກດ້ວຍ

ອ່ານໜັງສື

ເປັນທີ່ຮູ້ກັນດີແລ້ວວ່າ ການອ່ານໜັງສືຊ່ວຍເຮັດໃຫ້ເຮົາສະຫຼາດຂື້ນ ແລະ ຍິ່ງອ່ານຫຼາຍເທົ່າໃດກໍຍິ່ງຈະຊ່ວຍເປີດໂລກຄວາມຄິດໃຫ້ກວ້າງຂຶ້ນ ແຖມການອ່ານຍັງຊ່ວຍຫຼຸດພາວະຄວາມຄຽດ ຊ່ວຍໃຫ້ກາຍເປັນຄົນທີ່ຮູ້ສຶກດີກັບຕົວເອງ ແລະ ກາຍເປັນຄົນທີ່ມີຄວາມຄິດດ້ານບວກ ແລະ ທີ່ສຳຄັນແມ່ນການອ່ານຊ່ວຍໃຫ້ເຮົາຮັບມືກັບບັນຫາຕ່າງໆໄດ້ເປັນຢ່າງດີ ແລະ ທ້າຍທີ່ສຸດຈະຊ່ວຍໃຫ້ເຮົາປະສົບຜົນສຳເລັດໃນທີ່ສຸດ

ນັ່ງສະມາທິ

ການນັ່ງສະມາທິເຮັດໃຫ້ຫັນມາໃສ່ໃຈຕົວເອງ ຮູ້ຈັກຕົວເອງ ແລະ ຮັກຕົວເອງຫຼາຍຂຶ້ນ, ການຈົດຈໍ່ໃນການນັ່ງສະມາທິ ຈະສາມາດຊ່ວຍໃຫ້ເຮົາເຂົ້າໃຈເຖິງຊີວິດໃນບໍ່ຊ້າ ນອກຈາກນີ້ການນັ່ງສະມາທິຍັງຊ່ວຍໃຫ້ບຳບັດຄວາມຄຽດ ຄວາມວິຕົກກັງວົນ ຍິ່ງຖ້າເຮົາມີສະມາທິຫຼາຍ ກໍຈະເຮັດໃຫ້ເຮົາມີຄວາມຄິດສ້າງສັນ ແລະ ຮຽນຮູ້ສິ່ງຕ່າງໆ ໄດ້ງ່າຍຂຶ້ນ ແລະ ທີ່ສຳຄັນແມ່ນຊ່ວຍໃຫ້ຄວບຄຸມຕົວເອງໄດ້ເປັນຢ່າງດີ

ບໍລິຫານສະໝອງ 

ວິທີບໍລິຫານສະໝອງນັ້ນງ່າຍ ແລະ ມີຫຼາຍວິທີເຊັ່ນ ການຫຼິ້ນເກມປິດສະໜາ ການຫຼິ້ນ Puzzle  ຫຼື ເກມພວກ Sudoku ກິດຈະກຳເຫຼົ່ານີ້ຈະຊ່ວຍໃຫ້ສະໝອງເຮົາເຮັດວຽກໄດ້ຢ່າງຕໍ່ເນື່ອງ ແລະ ສາມາດແກ້ໄຂສະຖານະການຕ່າງໆໄດ້ດີ ອີກທັງຍັງຊ່ວຍພັດທະນາສະໝອງເຮົາໃຫ້ມີຄວາມຄິດສ້າງສັນເພີ່ມຂຶ້ນອີກດ້ວຍ

ອອກກຳລັງກາຍເປັນປະຈຳ

ການມີສຸຂະພາບຮ່າງກາຍທີ່ດີ ຈະຊ່ວຍສົ່ງຜົນໃຫ້ສະໝອງເຮົາເຮັດວຽກໄດ້ເປັນຢ່າງດີ ດັ່ງນັ້ນຫັນມາອອກກຳລັງກາຍກັນເທາະ ນອກຈາກຈະເຮັດໃຫ້ເຮົາມີຮູບຮ່າງທີ່ດີແລ້ວ ຍັງຊ່ວຍຫຼຸດຄວາມຕຶງຄຽດ ແລະ ຍັງຈະຊ່ວຍສົ່ງຜົນໃຫ້ນອນຫຼັບສະໜິດອີກດ້ວຍ ຍັງມີການວິໄຈອອກມາອີກວ່າ ການອອກກຳລັງກາຍໃນແນວ ແອໂຣບິດ(Aerobic Exercise) ສາມາດຊ່ວຍສ້າງເຊວສະໝອງໃໝ່ໆ ຊຶ່ງມັນຈະເປັນຕົວຊ່ວຍໃຫ້ສະໝອງເຮົາມີປະສິດພາບຫຼາຍຂຶ້ນກວ່າເກົ່າ

ຮຽນຮູ້ພາສາໃໝ່ໆ

ການຮຽນຮູ້ພາສາໃໝ່ໆຈະຊ່ວຍໃຫ້ເຮົາສະຫຼາດຂຶ້ນແທ້ ເພາະຂະບວນການຮຽນພາສາໃໝ່ໆ ສ່ວນໃຫ່ຍຈະກ່ຽວກັບໂຄງສ້າງຂອງໄວຍະກອນຂອງພາສາ ການຮຽນຮູ້ພາສາໃໝ່ໆ ຊ່ວຍໃຫ້ລະບົບພາສາຂອງສະໝອງຂອງເຮົາເຮັດວຽກຮ່ວມກັບສະໝອງສ່ວນທີ່ຄິດແກ້ໄຂບັນຫາ ວາງແຜນ ຕັດສິນໃຈໄດ້ດີຂຶ້ນ ດັ່ງນັ້ນ! ຈຶ່ງບໍ່ແປກທີ່ຄົນທີ່ມັກຮຽນຮູ້ພາສາໃໝ່ໆຈຶ່ງເປັນຄົນທີ່ມີໄຫວພິບທີ່ດີ

ຈົດບັນທຶກຄວາມຮູ້ສຶກ

ການຂຽນຈະຊ່ວຍພັດທະນາຄວາມສາມາດດ້ານພາສາ ແຖມຍັງຊ່ວຍເຝິກສະມາທິ ຄວາມຄິດສ້າງສັນ ແລະ ຈິນຕະນາການ ເຮົາສາມາດເຝິກການຂຽນເພື່ອພັດທະນາສະໝອງໄດ້ຫຼາຍຮູບແບບ ບໍ່ວ່າຈະເປັນການຂຽນທີ່ຄິດລົງໄປ ຫຼຶ ຂຽນຕາມຄວາມຮູ້ສຶກຕ່າງໆ ນັ້ນແລະ! ທີ່ຈະເຮັດໃຫ້ສະໝອງຂອງເຮົາເຮັດວຽກໄດ້ດີຂຶ້ນ

ທ່ອງທ່ຽວສະຖານທີ່ໃໝ່ໆ

ມາກ້າວອອກຈາກບ້ານ ແລ້ວໄປທ່ອງທ່ຽວກັນດີກວ່າ ບໍ່ພຽງຈະຊ່ວຍໃຫ້ເຮົາໄດ້ຜ່ອນຄາຍ ເຊົາເມື່ອຍ ເຊົາເບື່ອແລ້ວ ຍັງຊ່ວຍໃຫ້ສະຫຼາດຂຶ້ນອີກ ເພາະລະບົບຮ່າງກາຍແລະສະໝອງຈະຊ່ວຍໃຫ້ເຮົາຮູ້ສຶກດີໃນເວລາທີ່ເຮົາເດີນທາງ ເຮັດໃຫ້ເຊົາຈາກຄວາມວິຕົກກັງວົນ ແລະ ຄວາມຄຽດພາຍໃນຈິດໃຈ  ຊ່ວຍໃຫ້ສາມາດເຂົ້າໃຈສິ່ງຕ່າງໆຮອບຕົວໄດ້ງ່າຍຂຶ້ນ ທຸກໆສະຖານທີ່ໃໝ່ໆທີ່ໄດ້ໄປທ່ອງທ່ຽວມັກຈະມີເລື່ອງລາວໃຫ້ໄດ້ຮຽນຮູ້ ບໍ່ວ່າຈະເປັນ ອາຫານ ຜູ້ຄົນ ວັດທະນະທຳ ທຳມະຊາດ ວິຖີຊີວິດ ສິ່ງເຫຼົ່ານີ້ທີ່ຈະຊ່ວຍໃຫ້ໄດ້ສຳຜັດກັບແນວຄິດ ແລະ ໄອເດຍໃໝ່ໆໄດ້ເປັນຢ່າງດີ

ເຮັດອາຫານເມນູໃໝ່ໆ

ມີໃຜແດ່ທີ່ບໍ່ມັກເຮັດອາຫານ ແລະ ຄິດວ່າການເຮັດອາຫານເປັນເລື່ອງເສຍເວລາ? ຂໍບອກເດີ້! ວ່າເຈົ້າຄິດຜິດ ຮູ້ບໍ່ວ່າການເຮັດອາຫານເປັນວິທີທີ່ຊ່ວຍພັດທະນາສະໝອງ ເພາະຫາກເຮົາມັກເຮັດອາຫານ ແລະ ໄດ້ເຮັດມັນຢ່າງມີຄວາມສຸກ ກໍຈະກາຍເປັນຄົນທີ່ມີຄວາມຄິດສ້າງສັນ ແລະ ເປັນຄົນທີ່ໃສ່ໃຈໃນລາຍລະອຽດເລັກໆນ້ອຍໆ ແລະ ອີກໜຶ່ງທັກສະທີ່ຈະໄດ້ຈາກການເັຮດອາການກໍຄື ຈະໄດ້ຮຽນຮູ້ການເຮັດຫຍັງຫຼາຍໆຢ່າງໃນເວລາດຽວກັນ ເພາະເປັນອີກທັກສະໜຶ່ງທີ່ຈະສາມາດແກ້ໄຂສະຖານະການສະເພາະໜ້າໄດ້ຢ່າງດີ

ຫຼິ້ນກິລາ

ບໍ່ພຽງແຕ່ເປັນການອອກກຳລັງກາຍເພື່ອເສີມສ້າງກ້າມເນື້ອ ແຕ່ຍັງເປັນການເຝິກບໍລິຫານສະໝອງຂອງເຮົາໄປນຳ ນອກຈາກນີ້ການເບິ່ງກິລາກໍນັບເປັນການເຝິກສະໝອງເຊັ່ນດຽວກັບການຫຼິ້ນກິລາອີກດ້ວຍ

ໄດ້ຮູ້ໄປທັງ 10 ວິທິ ໃນການເພີ່ມທັກສະໃນການຄິດໃຫ້ເປັນຄົນສະຫຼາດແລ້ວ, ຢ່າງໃດແຟນໆກໍລອງນຳໄປໃຊ້ກັນເບິ່ງເດີ້ ຮັບຮອງຄຳວ່າ “ສະຫຼາດ” ຢູ່ໃກ້ພຽງປາຍນິ້ວມືແນ່ນອນ.

ຂໍ້ມູນຈາກ: Lifehack

______________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617