ກະຊວງສາທາລະນະສຸກ ໄດ້ເປີດກວ້າງຫຼາຍຂຶ້ນໃນການກວດຫາເຊື້ອພະຍາດ COVID-19

ກະຊວງສາທາລະນະສຸກ ໄດ້ປ່ຽນແປງນິຍາມໃໝ່ໃນການກວດຫາເຊື້ອໄວຣັສໂຄວິດ-19 ໂດຍເປີດກວ້າງຫຼາຍຂຶ້ນ ທຸກຄົນສາມາດເຂົ້າເຖິງການກວດເຊື້ອ ພຽງແຕ່ທ່ານມີໄຂ້, ມີໄອ ຫຼື ມີອາການລະບົບທາງເດີນຫາຍໃຈ ເນື່ອງ ຈາກການລະບາດຂອງພະຍາດໂຄວິດ-19 ໄດ້ມີການປ່ຽນແປງຫຼາຍຂຶ້ນ.

ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາ ໄດ້ໃຫ້ຮູ້ໃນລະຫວ່າງພິທີຖະແຫຼງຂ່າວກ່ຽວກັບການລະບາດພະຍາດໂຄວິດ-19 ໃນວັນທີ 6 ເມສາ 2020 ວ່າ: ເຊິ່ງແຕ່ກ່ອນຜູ້ທີ່ບໍ່ມີໄຂ້ ຫຼື ບໍ່ໄດ້ເດີນທາງມາແຕ່ຕ່າງປະເທດແມ່ນຈະບໍ່ກວດໃຫ້, ເນື່ອງຈາກສະພາບການລະບາດຂອງພະຍາດ ໂຄວິດ-19 ໃນປະຈຸບັນໄດ້ປ່ຽນແປງໄປ ທຸກຄົນສາມາດຕິດເຊື້ອໄດ້ ແລະ ໄລຍະຜ່ານມາ ຜູ້ທີ່ບໍ່ເປັນໄຂ້ ມີພຽງອາການໄອເລັກນ້ອຍກໍກວດພົບເຊື້ອ, ສະນັ້ນແລ້ວ ກະຊວງສາທາລະນະສຸກ ຈຶ່ງເປີດກວ້າງນິຍາມໃໝ່ໃນການກວດຫາເຊື້ອເຊິ່ງແຕ່ລະຄົນສາມາດກວດຫາເຊື້ອໄດ້.

ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ຍັງໃຫ້ຮູ້ອີກວ່າ: ຜ່ານມາທີ່ບໍ່ກວດຫາເຊື້ອໃຫ້ຈຳນວນຜູ້ທີ່ເຂົ້າມາກວດທີ່ບໍ່ຢູ່ໃນກຸ່ມສ່ຽງເນື່ອງຈາກວ່າ ກ່ອນໜ້ານີ້ແມ່ນປະເທດຍັງບໍ່ມີການຕິດເຊື້ອໂຄວິດ-19 ເທື່ອ ກໍເລີຍຈຳກັດການກວດ, ແຕ່ປະຈຸບັນ ມີການຕິດເຊື້ອຢູ່ພາຍໃນປະເທດແລ້ວ ຈຶ່ງຕ້ອງປັບການກວດໄປຕາມສະພາບການລະບາດ ທຸກຄົນສາມາດເຂົ້າເຖິງການກວດຫາເຊື້ອພະຍາດໄດ້. ທັງນີ້ກໍເພື່ອປ້ອງກັນການລະບາດໃຫ້ໄດ້ໄວກ່ອນທີ່ຜູ້ມີເຊື້ອຈະໄປແຜ່ເຊື້ອໃສ່ຄົນອື່ນຕໍ່ໄປໂດຍບໍ່ຮູ້ຕົວ.

ວິດີໂອ:

ຂອບໃຈຂໍ້ມູນຈາກ: ໜັງສືພິມປ້ອງກັນຄວາມສະຫງົບ

ສອບຖາມຂໍ້ມູນເພີ່ມເຕີມ ກ່ຽວກັບ ໂຄວິດ-19 
ໄດ້ທີ່ເບີ ສາຍດ່ວນ 165 ຫຼື 166 
ຫຼືໂທ 020 5406 6777

______________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617