ແຈ້ງການ ໃຫ້ກັກຕົວເອງ 14ວັນ ຖ້າມາຈາກປະເທດທີ່ມີຄວາມສ່ຽງ!!!

ວັນທີ 16 ມີນາ 2020 ອີງຕາມເອກະສານ ເລກທີ 012 ທາງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ COVID-19 ໄດ້ອອກແຈ້ງການຮຽກຮ້ອງໃຫ້ຜູ້ທີ່ເດີນທາງມາຈາກຕ່າງປະເທດ ຫຼື ປະເທດທີ່ມີຄວາມສ່ຽງ ໃຫ້ມີມາດຕະການກັກຕົວເອງຢູ່ບ້ານ 14ວັນ ເພື່ອເປັນການຍົກລະດັບການປ້ອງກັນບໍ່ໃຫ້ເຊື້ອພະຍາດແຜ່ລາມ ແລະ ກໍຍັງເປັນການເຜົາລະວັງຕິດຕາມອາການໂດຍທີ່ບໍ່ໃຫ້ມີຜົນກະທົບຕໍ່ຄົນອ້ອມຂ້າງ ແລະ ຖ້າຫາກທ່ານມີອາການ ໄຂ້, ໄອ ຫຼື ຫາຍໃຈຍາກ ພາຍໃນການກັກຕົວເອງ 14ວັນ ຫຼື ຫລັງ 14ວັນ ແມ່ນໃຫ້ຟ້າວໄປຮັບການກວດຫາເຊື້ອຢ່າງຮີບດ່ວນ ສ່ວນເລື່ອງການກວດຫາເຊື້ອ COVID-19 ແມ່ນກວດຟຣີ ຖ້າຕົກຢູ່ໃນກໍລະນີມີຄວາມສ່ຽງ

ຂອບໃຈຂໍ້ມູນຈາກ: Lao Youth Radio FM 90.0 Mhz

______________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617 
#ຮັກມີແຜນ
#ຖາມເອື້ອຍໄດ້