ປະຈຸບັນ ສປປ ລາວ ມີ 33 ກໍລະນີທີ່ສົງໄສຕິດເຊື້ອໂຄໂຣນາ!

ວັນທີ 15 ກຸມພາ 2020 ທີ່ຫ້ອງປະຊຸມ ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວຢໍ້າແລ້ວຢໍ້າອີກວ່າປະເທດລາວຍັງບໍ່ມີຜູ້ຕິດເຊື້ອ ແລະບໍ່ມີການແຜ່ລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ຫລື ໂຄວິດ-19 ເຊິ່ງໃນຕອນນີ້ປະຊາຊົນ ຫຼາຍຄົນສົງໄສວ່າລັດຖະບານມີການປົກປິດຂໍ້ມູນບາງຢ່າງໄວ້ ເນື່ອງຈາກມີສື່ສັງຄົມອອນລາຍບາງສື່ອອກຂ່າວມື້ວານ 14 ກຸມພາວ່າມີຜູ້ຕິດເຊື້ອໃນລາວ ແຕ່ຂໍ້ມູນທັງໝົດຂອງສື່ເຫຼົ່ານັ້ນບໍ່ເປັນຄວາມຈິງ ແລະຍັງໃສ່ຮ້າຍປ້າຍສີວ່າລັດຖະບານປິດບັງຄວາມຈິງມາໂດຍຕະຫຼອດ.

ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ກ່າວວ່າ: ການທີ່ສື່ສັງຄົມອອນລາຍບາງສື່ນໍາສະເຫນີ ຂ່າວທີ່ວ່າລັດຖະບານລາວປົກປິດຂໍ້ມູນຄວາມຈິງກ່ຽວກັບຜູ້ຕິດເຊື້ອພະຍາດນີ້ຢູ່ລາວນັ້ນເປັນພຽງການສ້າງກະແສຢາກໃຫ້ສັງຄົມເກີດຄວາມບໍ່ສະຫງົບ ສະນັ້ນ ຈຶ່ງຂໍໃຫ້ປະຊາຊົນຢ່າຫຼົງເຊື່ອຂ່າວປອມເດັດຂາດ ແລະຂໍໃຫ້ໝັ້ນໃຈໃນການ ປະຕິບັດງານຂອງເຈົ້າໜ້າທີ ເພາະວ່າການກວດຫາເຊື້ອພະຍາດນີ້ເຈົ້າຫນ້າທີ່ທີ່ ຮັບຜິດຊອບທາງການລາວໄດ້ປະຕິບັດຕາມມາດຕະຖານດຽວກັນກັບລະດັບສາກົນຕາມທຸກຂັ້ນຕອນການກວດຫາເຊື້ອ ແລະທີ່ສໍາຄັນກະຊວງສາທາລະນະສຸກ ມີພັນທະຕ້ອງລາຍງານໃຫ້ອົງການອະນາໄມໂລກທຸກຄັ້ງ ຖ້າພົບວ່າມີກໍລະນີ ຢັ້ງຢືນການຕິດເຊື້ອ.

ນອກນີ້ ສູນວິເຄາະແລະ ລະບາດວິທະຍາແຫ່ງຊາດຍັງສົ່ງຕົວຢ່າງທັງຫມົດ 30 ຕົວຢ່າງ ທີ່ສົງໄສວ່າຕິດເຊື້ອໄວຣັດນີ້ໃຫ້ກັບຫ້ອງວິເຄາະຢູ່ສະຖາບັນ ປັດສເຕີລາວ ແລະຫ້ອງວິເຄາະໂຮງຫມໍມະໂຫສົດ ເພື່ອຮັບປະກັນຜົນກວດອອກມາໃຫ້ຄືກັນ ເຊີ່ງ 2 ຫ້ອງກວດຫາເຊື້ອພະຍາດນີ້ກໍ່ໄດ້ມາດຕະຖານສາກົນ ແລະ ຜ່ານການວິເຄາະກໍ່ບໍ່ພົບກໍລະນີໃດຕິດເຊື້ອພະຍາດໂຄວິດ-19 ແລະໄດ້ຮັບການຢັ້ງຢືນຈາກຫ້ອງວິເຄາະຂອງອົງການອະນາໄມໂລກ 100%.

ທ່ານ ດຣ ລັດຕະນະໄຊ ຍັງແນະນຳໃຫ້ຮູ້ຕື່ມວ່າ: ປັດຈຸບັນ ເຈົ້າຫນ້າທີ່ທີ່ຮັບຜິດຊອບເລື່ອງນີ້ໄດ້ສືບຕໍ່ຕິດຕາມເຝົ້າລະວັງການແຜ່ລະບາດຂອງພະຍາດອັກເສບໂຄວິດ19 ຢ່າງຕໍ່ເນື່ອງ ໂດຍສະເພາະກຸ່ມຄົນທີ່ເດີນທາງມາຈາກເຂດລະບາດ ແລະ ກຸ່ມຄົນທີ່ເຂົ້າມາເຮັດວຽກຕາມສະຖານທີ່ເຮັດວຽກຕ່າງໆ ເປັນຕົ້ນກໍຄື ຄົນຈີນທີ່ຈະເດີນທາງຈາກປະເທດຈີນກັບເຂົ້າມາເຮັດວຽກຢູ່ລາວ ໃນນັ້ນລວມມີ ໂຮງງານຢາສູບແຂວງສະຫວັນນະເຂດ, ຄະນະຄົນງານຈີນ ທີ່ຈະກັບເຂົ້າມາເຮັດວຽກຢູ່ໂຮງໝໍມະໂຫສົດ, ທາງລົດໄຟ ແລະ ບ່ອນອື່ນໆທີ່ມີຄວາມສ່ຽງ. ນອກຈາກນີ່ຍັງມີຄົນລາວທີ່ເດີນທາງກັບມາຈາກການທັດສະນະສືກສາຢູ່ຈີນກໍຕ້ອງໄດ້ຕິດຕາມຕາມມາດຕະການຂອງກະຊວງຢ່າງເຄັ່ງຄັດ ເພາະວ່າເປັນບັນຫາລະດັບໂລກທີ່ຕ້ອງເອົາໃຈໃສ່.

ວິດີໂອສຳພາດຊີ້ແຈງຂໍ້ມູນຄວາມຈິງຈາກ ທ່ານ ດຣ ລັດຕະນະໄຊ: ກົດເບິ່ງ ວິດີໂອສຳພາດ

ຂອບໃຈຂໍ້ມູນຈາກ: ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ, CRI-FM93