ຂ່າວດີ!! ສປປ ລາວ ກວດຜູ້ສົງໄສ ຕິດເຊື້ອໄວຣັສໂຄໂຣນາ 11 ຄົນ. ຜົນອອກມາແມ່ນປອດເຊື້ອ!!

ຕາມຂ່າວ CRI:ຫຼ້າສຸດ ໃນວັນທີ 04 ກຸມພາ ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານຕົວເລກຄວາມຄືບໜ້າບຸກຄົນທີ່ສົງໄສຕິດເຊື້ອພະຍາດປອດອັກເສບສາຍພັນໃຫມ່ວ່າ: ຮອດປະຈຸບັນນີ້ໃນປະເທດລາວມີຕົວເລກສົງໄສວ່າ ມີຜູ້ຕິດເຊື້ອໄວຣັດໂຄໂຣນາ ຈຳນວນ 14 ກໍລະນີ, ໃນນັ້ນ ມີຄົນລາວ 10 ຄົນ ແລະຄົນຈີນ 4 ຄົນ ເຊິ່ງໃນຂະນະນີ້ 13 ຄົນໄດ້ຖືກວິເຄາະຫາຜົນກວດເປັນທີ່ຮຽບຮ້ອຍ ແຕ່ບໍ່ພົບເຊື້ອ ສ່ວນອີກຫນຶ່ງກໍລະນີ ທີີ່ເປັນຄົນລາວ ເຊິ່ງກຳລັງລໍຖ້າຜົນກວດໃນມື້ອື່ນ.

ທ່ານ ດຣ. ສີສະຫວາດ ຍັງໃຫ້ຮູ້ວ່າ: ປັດຈຸບັນກະຊວງສາທາລະນະສຸກຍັງໄດ້ສືບຕໍ່ຕິດຕາມບຸກຄົນທີ່ຢູ່ໃກ້ຊິດກັບນັກທ່ອງທ່ຽວຈີນທີ່ເຂົ້າມາ ສປປ ລາວ ແລ້ວກັບໄປ ສປ ຈີນເມື່ອບໍ່ດົນມານີ້ ມີທັງໝົດ30 ຄົນ, ມີນັກທ່ອງທ່ຽວມານຳກັນ 26 ຄົນ,ພະນັກງານຂັບລົດ 3 ຄົນ ແລະຜູ້ນຳທ່ຽວ 1 ຄົນ ເຊິ່ງບຸກຄົນທີ່ຕ້ອງສົງໄສເຫຼົ່ານີ້ ແມ່ນຢູ່ໃນໄລຍະຕິດຕາມເຝົ້າລະວັງຢ່າງໃກ້ຊິດ.

ພາບ ແລະ ຂໍ້ມູນຂ່າວຈາກ: CRI-FM93