ລະວັງໃຫ້ດີ❗️ ອາທິດນີ້ຈະເກີດມີຝົນຕົກ ພ້ອມລົມພັດແຮງ❗️

ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນໄລຍະວັນທີ 2 ຫາ 5 ມີນາ 2020​ ອາກາດປ່ຽນແປງໄວ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກ, ລົມແຮງ ແລະ ໃຫ້ຢູ່ຫ່າງໄກຈາກຕົ້ນໄມ້ໃຫ່ຍ, ສິ່ງປຸກສ້າງທີ່ບໍ່ທັນສໍາເລັດ, ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງຕໍ່ເນື່ອງ.

ຂອບໃຈຂໍ້ມູນຈາກ: Lao Youth Radio FM 90.0 Mhz