ກິນເຂົ້າເຊົ້າສຳຄັນ ຫຼື ບໍ່?

ອາຫານທຸກມື້ລ້ວນແລ້ວແຕ່ມີຄວາມສຳຄັນທັ້ງນັ້ນ ແລະ ບັນດາອາຫານແຕ່ລະຄາບທີ່ເຮົາກິນຄາບທີ່ສຳຄັນທີ່ສຸດຄື “ອາຫານເຊົ້າ” ເນື່ອງຈາກວ່າຮ່າງກາຍອົດອາຫານມາຕະຫຼອດທັ້ງຄືນ ອານຫານເຊົ້າຈິ່ງເປັນສິ່ງທີ່ສໍາຄັນຫລາຍ ເພາະຮ່າງກາຍຕ້ອງໃຊ້ພະລັງງານຈາກອາຫານແລງໄປລ້ຽງຫົວໃຈໃຫ້ສູບສີດເລືອດໄປລ້ຽງຮ່າງກາຍພໍຕື່ນເຊົ້າມາ ຫຼັງຈາກ 9-10ໂມງ ເຮົາຈະເລີ່ມຫິວເຂົ້າ

ດັ່ງນັ້ນຈິ່ງຕ້ອງກິນເຂົ້າເຊົ້າໄປທົດແທນພະລັງງານທີ່ເສຍໄປ ອີກທັ້ງອາຫານເຊົ້າຍັງເຕີມພະລັງງານໃຫ້ກັບຮ່າງກາຍແລະສະໝອງ ເຮັດໃຫ້ສະໝອງຂອງເຮົາເຮັດວຽກໄດ້ຢ່າງມີປະສິດທິພາບຕະລອດທັ້ງມື້ ການກິນເຂົ້າເຊົ້າຍັງຊ່ວຍປ້ອງກັນພະຍາດເບົາຫວານ,ພະຍາດຫົວໃຈ,ພະຍາດອັນໄຊເມິ້,ພະຍາດກົດໄຫລຍ້ອນ ແລະ ພະຍາດໜິ້ວ ແລະ ຍັງມີອີກໜຶ່ງສາເຫດສຳຄັນທີ່ເຮັດໃຫ້ຄົນບໍ່ກິນເຂົ້າເຊົ້າ ເພາະມີຄວາມເຂົ້າໃຈຜິດຄິດວ່າການຈະລົດນ້ຳໜັກຕ້ອງອົດອາຫານ ແທ້ຈິງແລ້ວຄົນທີ່ບໍ່ກິນອາຫານເຊົ້າຍິ່ງຈະເຮັດໃຫ້ຕຸ້ຍ ເພາະເມື່ອບໍ່ກິນໃນຊ່ວງ 10-12ໂມງ ກ່ອນເວລາອາຫານທ່ຽງຍິ່ງຈະເຮັດໃຫ້ຮ່າງກາຍຫິວໂຫຍ ສະໝອງຈະຫຼັ່ງສານເຄມີເພື່ອໃຫ້ເຮົາກິນອາຫານຫຼາຍຂຶ້ນ ເຮັດໃຫ້ກິນຈຸກິນຈິກ ແລະ ຈະກິນອາຫານທ່ຽງແລະແລງຫຼາຍຂຶ້ນເຮັດໃຫ້ຕຸ້ຍໄດ້ ເພາະໄດ້ຮັບພະລັງງານ ແລະ ຄົນທີ່ບໍ່ກິນເຂົ້າເຊົ້າຈະເຮັດໃຫ້ປະສິດທິພາບໃນການເຜົາຜານຫຼຸດລົງເຖິງ10% ສະນັ້ນການອົດອາຫານເພຶ່ອລົດນໍ້າໜັກຈິ່ງບໍ່ແມນວິທີທີ່ຖືກຕ້ອງ ແລະ ບໍ່ຄວນປະຕິບັດຈົນກາຍເປັນກິດຈະວະປະຈຳວັນຂອງຕົວເອງ

ຂອບໃຈຂໍ້ມູນຈາກ: https://www.thaihealth.or.th/Content/37944-

__________
ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ
ໂທ: 020 55 566 617 
#ຮັກມີແຜນ#ຖາມເອື້ອຍໄດ້