5 ວິທີຮັບມືກັບສະພາບອາກາດປ່ຽນແປງ

ເປັນຫຍັງເຮົາຈຶ່ງຍົກຫົວຂໍ້ນີ້ມາສົນທະນາ? ເພາະວ່າ: ໃນໄລຍະນີ້ອາກາດປ່ຽນແປງເລື້ອຍໆ ຫຼາຍຄົນເກີດມີອາການເມື່ອຍ, ເພຍ, ເປັນຫວັດ, ເປັນໄອຫຼາຍ. ເຊິ່ງອາການເຫຼົ່ານີ້ເກີດມາຈາກການທີ່ອາການມີການປ່ຽນແປງຢ່າງກະທັນຫັນ, ເຊິ່ງຕາມທໍາມະດາແລ້ວຮ່າງກາຍເຮົາຈະໃຊ້ເວລາປັບໂຕຢູ່ປະມານ 2 ອາທິດ, ແຕ່ຖ້າມີການປ່ຽນແປງອາກາດແບບໄວວາ ກໍ່ຈະສົ່ງຜົນກະທົບຕໍ່ຮ່າງກາຍຂອງຄົນເຮົາ ເຮັດໃຫ້ບໍ່ສະບາຍ ແລະ ມີອາການເມື່ອຍ, ເພຍ, ເປັນຫວັດ, ເປັນໄອ, ເປັນໄຂ້ ດັ່ງທີ່ເຮົາເວົ້າມາໄດ້.
ວິທີການຮັບມືກັບ ສະພາບອາກາດທີ່ມີການປ່ຽນແປງນີ້ ມີຄືແນວໃດ?
ມື້ນີ້ ຈະຂໍມາແລກປ່ຽນ 5 ວິທີຮັບມືກັບສະພາບອາກາດປ່ຽນແປງ ເຊິ່ງມີລາຍລະອຽດດັ່ງນີ້:

1. ເຂົ້ານອນໄວ

ເພື່ອໃຫ້ໄດ້ພັກຜ່ອນຢ່າງພຽພໍ ດີແທ້ແມ່ນປະມານ 8 ຊົ່ວໂມງຕໍ່ມື້.

2. ດື່ມນໍ້າໃຫ້ຫຼາຍ

ເພາະການຂາດນໍ້າໃນຍາມໜາວ ນອກຈາກຈະເຮັດໃຫ້ຜິວແຫ້ງ (ເນື່ອງຈາກໃນຍາມໜາວ ຜິວໜັງເຮົາຈະສູນເສຍນໍ້າຫຼາຍກວ່າປົກກະຕິ) ຍັງເຮັດໃຫ້ເກີດພາວະຄວາມດັນເລືອດຕໍ່າ ເຊິ່ງສົ່ງຜົນໃຫ້ເຮົາຮູ້ລຶກເຫງົານອນ ແລະ ອິດເມື່ອຍໄດ້. ອີກຢ່າງໜື່ງການກິນນໍ້າເຢັນຫຼາຍ ກໍ່ອາດຈະເຮັດໃຫ້ເຈັບຄໍ, ເປັນໄອໄດ້.

3. ອອກກໍາລັງກາຍ

ຊ່ວຍເຮັດໃຫ້ຮ່າງກາຍແຂງແຮງ, ລະບົບເລືອດໜູນວຽນດີ. ດີທີ່ສຸດຄວາມອອກກໍາລັງກາຍແບບຕໍ່ເນື່ອງ ເຊັ່ນ: ແລ່ນ, ຍ່າງໄວ, ລອຍນໍ້າ ຫຼື ຖ້າບໍ່ມີເວລາແທ້ໆ ຫຼັງຈາກຕື່ນນອນກໍ່ໃຫ້ຢຽດແຂ່ງ-ຢຽດຂາ, ຢືດເສັ້ນ-ຢືດສາຍ ເທິງຕຽງ ຫຼື ບໍ່ກໍ່ອອກກໍາລັງກາຍຍະບໍລິຫານໃນທຸກໆເຊົ້າ.

4.ອາບນໍ້າເຢັນ ສະຫຼັບນໍ້າອຸ່ນ

ຫາກຈໍາເປັນຕ້ອງຕື່ນແຕ່ເຊົ້າ ແລ້ວມີອາການຍັງຢາກນອນ, ບໍ່ຢາກເໜັງຄີງ ໃຫ້ລອງລ້າງໂຕທໍາອິດດ້ວຍນໍ້າເຢັນກ່ອນ ຫຼື ລ້າງໜ້າ, ຄໍ ຫຼື ແຂນຂາ ດ້ວຍນໍ້າເຢັນ ຈະເຮັດໃຫ້ສົດຊື່ນຂື້ນ ແລ້ວຫຼັງຈາກນັ້ນຈື່ງອາບນໍ້າອຸ່ນ. ແລະ ເຄັດລັບພິເສດອີກອັນໜື່ງແມ່ນ ກ່ອນຈະອາບແລ້ວ ກໍ່ໃຫ້ອາບດ້ວຍນໍ້າເຢັນ ເພື່ອປິດຮູຂຸມຂົນ ບໍ່ໃຫ້ຜິວຂາດໜັງ ແລະ ແຫ້ງໃນຍາມໜາວ.

5. ກິນອາຫານທີ່ຍ່ອຍງ່າຍ

ບໍ່ຄວນກິນອາຫານທີ່ຍ່ອຍຍາກເຊັ່ນ: ພວກຊີ້ນສັດ, ຊີ້ຕິດໝັນຕ່າງໆ ເພື່ອບໍ່ໃຫ້ເປັນພາລະໃຫ້ແກ່ລະບົບຍ່ອຍອາຫານ, ຄວນກິນຜັກ-ໝາກໄມ້ໃສ່ແນ່ ໂດຍສະເພາະສິ່ງທີ່ມີວິດຕະມິນຊີ ເພື່ອເສີມພູມຄຸ້ມກັນ ໃຫ້ຮ່າງກາຍ ເພື່ອຮ່າງໄກຈາກການເປັນຫວັດ.

ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ດຽວນີ້ປະເທດເຮົາ ກໍ່ຄືທົ່ວໂລກ, ສະພາບອາກາດແມ່ນມີການປ່ຽນແປງຫຼາຍຂື້ນ. ບາງທີໜາວ-ບາງທີຮ້ອນ ເຮັດໃຫ້ຮ່າງກາຍເຮົາບໍ່ສາມາດຮັບກັບສະພາບການດັ່ງກ່າວໄດ້. ສະນັ້ນ ມື້ນີ້ເຮົາຈື່ງນໍາ ວິທີຮັບມືກັບສະພາບອາກາດທີ່ມີການປ່ຽນແປງດຸ ມາແລກປ່ຽນ ເພື່ອໃຫທ່ານຜູ້ຟັງລອງເອົາໄປນໍາໃຊ້ເບິ່ງ ມີຄື: ການເຂົ້ານອນໄວ, ດື່ມນໍ້າໃຫ້ຫຼາຍ, ອອກກໍາລັງກາຍ, ອາບນໍ້າເຢັນສະລັບນໍ້າອຸ່ນ, ກິນອາຫານທີ່ຍ່ອຍງ່າຍ ແລະ ມີວິຕະມິນຊີສູງ.

ຂໍ້ມູນເພີ່ມຕື່ມ: hukmiplan.com
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
#ຮັກມີແຜນ #ຖາມເອື້ອຍໄດ້