ຄົນທີ່ເປັນໄບໂພລ່າຈະມີອາລົມແປປວນສະລັບກັນລະຫວ່າງ ອາລົມດີແດ່ ອາລົມຮ້າຍແດ່ ເຊິ່ງອາການເຫຼົ່ານີ້ ບໍ່ຈຳເປັນຕ້ອງມີສະຖານະການໃດເລີຍ ຢູ່ດີໆອາການກໍ່ກຳເລີບເອງ, ຄົນທີ່ເປັນໂລກນີ້ມັກມີອາການ ເບິ່ງໂລກໃນແງ່ລົບ ໂດຍທີ່ອາການຫຼັກໆມີດັ່ງນີ້ ມັກຮູ້ສຶກວ່າໂຕເອງມີຄວາມສຳຄັນ ຫຼື ຄວາມສາມາດຫຼາຍ ບໍ່ມັກນອນ ຕື່ນໝົດຄືນກໍບໍ່ເມື່ອ ແຖມຍັງລຸກໄປເຮັດວຽກໄດ້ຕໍ່ແບບສະບາຍ ເວົ້າໄວ ເວົ້າຫຼາຍ ມີຄວາມຄິດ ໂນ້ນນີ້ນັ້ນເຂົ້າມາໃນຫົວຕະຫຼອດເວລາ ສະມາທິສັ້ນ ປ່ຽນເລື່ອງທີ່ໂຕເອງກຳລັງເວົ້າ ໄປເປັນເລື່ອງອື່ນແບບກະທັນຫັນ ຈົນຜູ້ຟັງ ນຳບໍ່ທັນ ເຮັດກິດຈະກຳ ຫຼາຍກວ່າຄົນທົ່ວໄປ ວາງແຜນດົນ ເລ່ນກິລາດົນ ນັ່ງດົນນິ່ງໆດົນໆ. ມັກພິດພາດກັບການຕັດສິນໃຈ ໂດຍສະເພາະການໃຊ້ເງິນ ຫຼື ການບໍລິຫານຄວາມສ່ຽງ ປຸບໆປັບໆ ແມ່ນຈົກຈ່າຍໂລດ. ນອກຈາກນີ້ບາງຄົນທີ່ອາການກຳເລີບແຮງ ກໍມັກຫງຸດຫງິດ ເຖິງຂັ້ນທຳຮ້າຍຄົນອື່ນ, ເຊິ່ງອາການ ຂຶ້ນໆ ລົງໆນັ້ນບໍ່ມີຮູບແບບຕາຍຕົວແນ່ນອນ ອາດເປັນພາຍໃນໜຶ່ງມື້, ທິດໜຶ່ງ ເປັນເດືອນ ເປັນປີກໍ່ມີ ອ້າງອີງຈາກ: https://www.bumrungrad.com/th/conditions/bipolar-disorder ຮຽບຮຽງ: Mask _____ ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ […]
ຂ່າວ
ເງິນເດືອນທຳອິດ ຈະແບ່ງໃຊ້ແບບໃດ?
ໄດ້ຖືກສ້າງຂື້ນວັນທີເງິນເດືອນທຳອິດ ຈະແບ່ງໃຊ້ແບບໃດ? ແບ່ງທ້ອນໄວ້ຢ່າເອົາແຕ່ຮູ້ຈ່າຍພຽງຢ່າງດຽວ: ໄດ້ເງິນເດືອນ ເດືອນທຳອິດສິ່ງທີ່ຄວນເຮັດແມ່ນແບ່ງເງິນສຳລັບເກັບໄວ້ ເພາະຄົນສ່ວນຫຼາຍມັກລືມຄິດເຖິງຈຸດນີ້ ແລະ ມັກວາງແຜນໂດຍການເອົາໄປຈ່າຍຫຼິ້ນເປັນອັນດັບຕົ້ນໆ ການເກັບເງິນໄວ້ຄວນເຮັດໃຫ້ເປັນນິໄສຝຶກເອົາໄວ້ຕັ້ງແຕ່ເງິນເດືອນ ເດືອນທຳອິດເພື່ອໄດ້ເງິນເດືອນເດືອນຕໍ່ໄປຈະເປັນແຮງຈູງໃຈໃນການເກັບເງິນໄວ້ອີກ. ຕອບແທນບຸນຄຸນພໍ່ແມ່: ການນຶກເຖິງຜູ້ທີ່ມີບຸນຄຸນແມ່ນເປັນສິ່ງທີ່ດີຂອງຄົນເປັນລູກ ການຕອບແທນບຸນຄຸນດ້ວຍຊັບທີ່ຊອກຫາໄດ້ ເປັນຄັ້ງທຳອິດເປັນອີກໜຶ່ງທາງທີ່ຈະຮູ້ຈັກຄວາມຮັບຜິດຊອບເຖິງແມ່ນວ່າພໍ່ແມ່ຈະບໍ່ຢາກໄດ້ເງິນລູກ ແຕ່ກໍຄວນໃຫ້ໄປຕາມໜ້າທີ່ເພື່ອໃຫ້ພໍ່ແມ່ມີລາຍໄດ້ສຳລັບໃຊ້ຈ່າຍ ແລະ ສຸດທ້າຍແລ້ວພໍ່ແມ່ຈະເກັບເງິນສ່ວນນີ້ໄວ້ໃຫ້ເຮົາຄືເກົ່າ. ໃຫ້ລາງວັນກັບຕົວເອງ: ຫຼັງຈາກການເຮັດວຽກມາໝົດເດືອນດ້ວຍຄວາມຕັ້ງໃຈ, ມຸ່ງໝັ້ນໃນໜ້າທີ່ຄວນຕອບແທນຕົນເອງດ້ວຍການກິນອາຫານດີໆຫຼືໄປທ່ອງທ່ຽວໃຫ້ສະບາຍໃຈ, ເຮັດກິດຈຳທີ່ຕົນເອງມັກເພື່ອເປັນການຜ່ອນຄາຍຄວາມຄຽດຈາກການເຮັດວຽກ, ເພື່ອເປັນແຮງຈູງໃຈ, ກຳລັງໃຈໃນການເຮັດວຽກໃນເດືອນຕໍ່ໄປ. ແບ່ງການໃຊ້ຈ່າຍເທົ່າທີ່ຈຳເປັນ: ການແບ່ງເງິນໄວ້ໃຊ້ຈ່າຍເທົ່າທີ່ຈຳເປັນຄື ຢ່າໃຊ້ເງິນເດືອນໝົດໄປກັບເລື່ອງທີ່ບໍ່ເປັນປະໂຫຍດ ແລະ ຢ່າຄິດວ່າຕົນເອງສາມາດຫາເງິນໃໝ່ໄດ້ ເຊິ່ງເປັນຄວາມຄິດທີ່ຜິດ. ເຮົາຄວນຮູ້ຈັກວາງແຜນການໃຊ້ເງິນຢ່າງຄຸ້ມຄ່າເທົ່າທີ່ຈຳເປັນ. ໃຊ້ໜີ້ (ຖ້າມີ): ຢ່າຜິດສັນຍາກຳນົດມື້ທີ່ຈະໃຊ້ໜີ້ ເພາະວ່າອັດຕາດອກເບ້ຍສູງ ຫາກບໍ່ສົນໃຈອາດກາຍເປັນການສ້າງໜີ້ ແລະ ເພີ່ມພາລະໃຫ້ຫຼາຍຂຶ້ນໄປອີກໃນເດືອນຕໍ່ໄປ. ດັງນັ້ນ, ຄວນມີວິໄນຮູ້ຈັກວາງແຜນເຊິ່ງເປັນວິທີເບື້ອງຕົ້ນທີ່ຄວນນຶກເຖິງຂອງຄົນເປັນໜີ້.
ຄົນອາຍຸ 25 ປີທ່ອງໄວ້ເລີຍ 8 ຂໍ້ທີ່ຈະພາກ້າວເຂົ້າສູ່ຄວາມເປັນຜູ້ໃຫ່ຍແບບມີປະສິດທິພາບ!!!
ໄດ້ຖືກສ້າງຂື້ນວັນທີອາຍຸ 25 ປີ ເປັນຊ່ວງອາຍຸທີ່ໜ້າອັດສະຈັນ ເປັນຊ່ວງໄວທີ່ກຳລັງມ່ວນ ແລະ ກຳລັງພາເຮົາກ້າວເຂົ້າສູ່ການເປັນຜູ້ໃຫ່ຍ ເປັນຊ່ວງໄວທີ່ກຳລັງເຕັມໄປດ້ວຍຄວາມຝັນ ໄອເດຍຕ່າງໆ ແລະ ກຳລັງເປັນຊ່ວງທີ່ຕ້ອງຄົ້ນຫາຕົວເອງໃຫ້ເຈິວ່າເຮົາຈະກ້າວໄປເປັນຜູ້ໃຫ່ຍໃນແບບໃດ? 8 ຂໍ້ສຳຄັນທີ່ຄວນທ່ອງໃຫ້ຂຶ້ນໃຈກ່ອນຈະກ້າວໄປສູ່ອາຍຸ 30 ປີ ແບບມີປະສິດທິພາບ: ຢ່າຢູ່ກັບສິ່ງທີ່ບໍ່ແມ່ນ ໝາຍເຖິງວຽກທີ່ເຮັດໃຫ້ເຮົາບໍ່ມີຄວາມສຸກ ຄວາມສຳພັນທີ່ເຮັດໃຫ້ເຮົາຕົກຕໍ່າ ຢ່າປ່ອຍໃຫ້ຕົວເອງຕ້ອງເຈິກັບສິ່ງທີ່ເຮັດໃຫ້ເຮົາບໍ່ມີຄວາມສຸກໄດ້ແລ້ວ ເພາະເຮົາກໍມີດີຄືກັບຄົນອື່ນ ດັ່ງນັ້ນຢ່າກັກຕົວເອງໃຫ້ຢູ່ແຕ່ບ່ອນເກົ່າ ຈົ່ງຄົ້ນຫາແລະຄວ້າໂອກາດໃໝ່ໆ ທີ່ດີກວ່າເກົ່າ 2. ຖິ້ມຄວາມສຳພັນທີ່ເຮັດໃຫ້ເຈົ້າບໍ່ມີຄວາມສຸກ ທຸກໆຄົນລ້ວນມີຄວາມຮັກ ມີຄວາມສຳພັນໄດ້ ແຕ່ພໍອາຍຸ 25 ປີໄປແລ້ວ ເຮົາຕ້ອງເບິ່ງຄືນແດ່ວ່າ ຄວາມສຳພັນນີ້ເຮັດໃຫ້ມີຄວາມສຸກໄດ້ແທ້ຫຼືບໍ່ ຄົນຮັກມີຄວາມຝັນ ທິດທາງໃນດ້ານດຽວກັບເຮົາຫຼືບໍ່ ຫຼື ໃຊ້ຊີວິດໄປເລື່ອຍໆໂດຍທີ່ບໍ່ມີຈຸດໝາຍຫຍັງ ເພາະນອກຈາກຄວາມຮັກແລ້ວ ເປົ້າໝາຍໃນການໃຊ້ຊີວິດຕ້ອງໄປໃນທາງດຽວກັນ 3. ພັດທະນາຕົວເອງສະເໜີ ແມ່ຍິງສ່ວນຫຼາຍມັກຈະເບິ່ງຄົນອື່ນສຳຄັນສະເໝີ ເພື່ອບໍ່ໃຫ້ໂຕເອງເບິ່ງເປັນຄົນເຫັນແກ່ຕົວ ແຕ່ສິ່ງເຫຼົ່ງນີ້ເຮັດໃຫ້ກາຍເປັນຄົນທີ່ບໍ່ພັດທະນາຕົວເອງ ບໍ່ກ້າເຮັດຫຍັງໃໝ່ໆ ທັງທີ່ຕົວເຮົາເອງຄວນທີ່ຈະຫ່ວງແລະໃສ່ໃຈຕົວເອງທີ່ສຸດ ດັ່ງນັ້ນມີຝັນຫຍັງຈົ່ງເດີນໜ້າເຮັດໃຫ້ສຳເລັດ 4. ກ້າທີ່ຈະພົບເຈີສິ່ງໃໝ່ໆ ເມື່ອໄດ້ຮັບວຽກທີ່ສຳຄັນກັບຊີວິດ ມີຄວາມຍາກ ມີອຸປະສັກ ແຕ່ສິ່ງນີ້ແຫຼະຄື ຄວາມລັບແຫ່ງຄວາມສຳເລັດ ທີ່ຈະເຮັດໃຫ້ປ່ຽນມຸມມອງຄວາມຄິດກ່ຽວກັບຄວາມສຳເລັດໄດ້ເລີຍ ເພາະແທນທີ່ຈະເບິ່ງເລື່ອງອຸປະສັກເປັນສຳຄັນ ເບິ່ງພະລັງໃນການສ້າງສັນ ແລະ […]
6 ວິທີແກ້ປັນຫາຕາລ້າ
ໄດ້ຖືກສ້າງຂື້ນວັນທີທຸກມື້ນີ້ປະຕິເສດບໍ່ໄດ້ເລີຍວ່າເຮົາຕ້ອງພະເຊີນກັບແສງຂອງໜ້າຈໍ ບໍ່ວ່າຈະເປັນ ຈໍຄອມ, ຈໍໂທລະສັບ ເຊິ່ງການທີ່ຕ້ອງເບິ່ງໜ້າຈໍແບບນີ້ເປັນເວລາດົນໆ ຈະເຮັດໃຫ້ເຮົາມີອາການເມື່ອຍສາຍຕາແນ່ນອນ. ມື້ນີ້ເຮົາມີ 6 ວິທີແກ້ປັນຫາຕາເມື່ອຍລ້າມາຝາກ. ການພັກສາຍຕາ. ຄວນລະສາຍຕາຈາກໜ້າຄອມ ທຸກໆ 30-40ນາທີ ໂດຍອາດຈະຫັນໄປເບິ່ງສິ່ງອື່ນໆໃກໆ ຫຼື ຫຼັບຕາປະມານ 5-10ນາທີ ເພື່ອໃຫ້ກ້າມເນື້ອຕາໄດ້ຄາຍຄວາມເມື່ອຍລ້າ. ບໍລິຫານຕາ. ການບໍລິຫານງ່າຍໆຄື ເຮັດໜ້າຕັ້ງ ຄໍຕົງ ຄ່ອຍໆ ຫຼຽວຕາເປັນວົງມົນຕາມເຂັມໂມງ ແລະ ວົນກັບຄືນ ເຮັດຊ່ຳໆແບບນີ້ ປະມານ 1-2 ຊມ ເພື່ອຊ່ວຍລົດຄວາມຕຶງຄຽດຂອງຕາ. ກະພິບຕາຖີ່ຂຶ້ນເລັກນ້ອຍ ສ່ວນໃຫຍ່ອາການຕາລ້າຍ້ອນເຮົາກຶ້ງຕາເກີນໄປ ບໍ່ຄ່ອຍໄດ້ກະພິບ, ເຮົາຈຶ່ງຄວນກະພິບຕາໃຫ້ດຸກວ່າປົກກະຕິ ໂດຍສະເພາະເວລາທີ່ເຮົາຕ້ອງຈ້ອງ ຈໍຄອມ ຫຼທ ຈໍມືຖື ເພື່ອໃຫ້ຕາເຮົາມີນ້ຳລໍ່ລ້ຽງຢູ່ຕະຫຼອດເວລາ. ການປະຄົບໜ່ວຍຕາ ຈາກການທີ່ເຮົາໃຊ້ຄອມ ຫຼື ໂທລະສັບດົນໆ ເຮົາສາມາດນຳເອົາຜ້າຊຸບນ້ຳ ເຢັນ ຫຼື ອຸ່ນມາປະຄົບທີ່ຕາຂອງເຮົາໄດ້ ປະມານ 30 ວິນາທີ, ວິທີນີ້ເຮັດໃຫ້ບໍລິເວນກາມເນື່ອຕາມີ ຄວາມຜ່ອນຄາຍ ລົດຄວາມເມື່ອຍລ້າລົງໄດ້ ພັບໜ້າຈໍແລ້ວຍ່າງອອກໄປທາງດ້ານນອກແດ່ຈັກເລັກນ້ອຍ […]
ໄອເດຍ ແຕ່ງໂຕ ໃນມື້ ອາກາດຮ້ອນ
ໄດ້ຖືກສ້າງຂື້ນວັນທີອາກາດຮ້ອນໆແບບນີ້ ເຊື່ອວ່າຫລາຍຄົນຂີ້ຄ້ານແຕ່ງໂຕ ບໍ່ຮູ້ຈະນຸ່ງຫຍັງ ເຫັນອາກາດລະກະໝຸດໝັດໄປໝົດແມ່ນບໍ່ ມື້ນີ້ເລີຍເອົາໄອເດຍການແຕ່ງໂຕສຳລັບມື້ທີ່ອາກາດຮ້ອນມາຝາກ ຮຽບຮຽງ: Siri ຮູບພາບະກອບ: Microsoft Bing _____ ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617 #Hukmiplan#ຮັກມີແຜນ#ຖາມເອື້ອຍ
ທັງງາມທັງສະຫຼາດ ເປັນຫຍັງບໍ່ມີໃຜມາຈີບ (ມີຄຳຕອບ)
ໄດ້ຖືກສ້າງຂື້ນວັນທີ7 ເຫດຜົນ! ທີ່ຜູ້ຊາຍບໍ່ມັກຈີບຄົນງາມມາເປັນແຟນ! Why! Why! Why! ເປັນຫຍັງຜູ້ຊາຍຈຶ່ງບໍ່ມັກຈີບຄົນງາມ? ນັ້ນແຫຼະ! ເປັນຫຍັງ! ເຫັນແມ່ຍິງງາມໆຢູ່ໃກ້ໆແຕ່ບໍ່ເຂົ້າໄປຈີບກັນເລີຍ ມີແຕ່ເບິ່ງນໍາຈົນສຸດສາຍຕາເອົາຊື່ໆ! ບໍ່ຮູ້ວ່າເປັນຫຍັງ ບາງເທື່ອອາດຈະບໍ່ກ້າ ແຕ່ບໍ່ວ່າດ້ວຍເຫດຜົນໃດກໍແລ້ວແຕ່ ຈາກທີ່ສັງເກດມານີ້ແມ່ຍິງທີ່ງາມໆສ່ວນຫຼາຍມັກຈະໂສດ ບໍ່ຄ່ອຍມີແຟນເລີຍ ເພາະບໍ່ຄ່ອຍມີຜູ້ຊາຍເຂົ້າມາຈີບ ເຮົາໄປຄົ້ນຫາດີບໍ່ວ່າຍ້ອນຫຍັງ? ຜູ້ຊາຍບໍ່ມັກຄົນງາມບໍ່ ຫຼືແນວໃດ ໄປເບິ່ງເລີຍ ຢ້ານບໍ່ຖືກໃຈ: ມັກຈະຖືກເຂົ້າໃຈຜິດຢູ່ສະເໝີວ່າ ແມ່ຍິງງາມມັກຈະຫຼາຍເລື່ອງ ເອົາໃຈຍາກ ນັ້ນກໍບໍ່ເອົານີ້ກໍບໍ່ຖືກ ກິນເຂົ້າຂ້າງທາງບໍ່ໄດ້ຕ້ອງກິນອາຫານຫຼູໆລະດັບ 5 ດາວ ອາຫານຕ້ອງຄຼີນ ຕ້ອງມີຜັກ 3 ສີ ໃນຈານ ທຸກວັນສໍາຄັນຕ້ອງມີຂອງຂວັນ ຂອງຂວັນກໍຕ້ອງລະດັບໄຮ!!! ແມ່ເຈົ້າເອີ້ຍ ມັນກໍມີຢູ່ດອກຄົນງາມແບບນັ້ນ ແຕ່ກໍບໍ່ຫຼາຍດອກ ແຕ່ຍ້ອນຜູ້ຊາຍຢ້ານຄວາມຫຼາຍເລື່ອງຂອງແມ່ຍິງທີ່ງາມ ເລີຍບໍ່ກ້າເຂົ້າໄປຈີບນັ້ນເອງ 2.ຢ້ານວ່ານາງມີຄ່າໃຊ້ຈ່າຍຫຼາຍ: ເພາະຄວາມງາມຕ້ອງໃຊ້ເງິນ! ຄົນງາມຈໍາເປັນຕ້ອງໃຊ້ເງິນເບິ່ງແຍງສ່ວນຕ່າງໆຂອງຮ່າງກາຍເພື່ອໃຫ້ງາມຢູ່ຕະຫຼອດເວລາ ບໍ່ວ່າຈະເປັນເຮັດໜ້າ, ນວດໜ້າ, ສະປາຕົວ ຄີມບໍາລຸງຕ້ອງມາຈາກທະເລນໍ້າເລິກ ພອກໜ້າຕ້ອງມາຈາກດິນພູເຂົາໄຟຢ່າງດີ ເພາະຖ້າບໍ່ເບິ່ງແຍງກະຊິບໍ່ງາມລະເນາະ! ນີ້ກໍເປັນສາເຫດທີ່ຜູ້ຊາຍບໍ່ມີເງິນພໍຈຶ່ງບໍ່ກ້າຈີບຄົນງາມ 3. ຢ້ານຖືກຖິ້ມ: ໃນສາຍຕາຜູ້ຊາຍ ຄົນງາມຕ້ອງມີຄົນເຂົ້າມາຈີບຫຼາຍຢ່າງແນ່ນອນ ຕົວເລືອກຂອງເຂົາມີຫຼາຍ ແນ່ນອນຄົນງາມມັກເລືອກໄດ້ ມີທັງຜູ້ຊາຍທີ່ພ້ອມຈະເບິ່ງແຍງດູແລທຸກຢ່າງ […]
ເຄີຍສົງໃສບໍວ່າ! ຫຼັງຈາກ ກິນເຂົ້າສວາຍແລ້ວ ຮູ້ສຶກຢາກນອນປະຈຳ ເປັນຍ້ອນຫຍັງ….?
ໄດ້ຖືກສ້າງຂື້ນວັນທີເຄີຍສົງໃສບໍວ່າ ກິນເຂົ້າສວາຍແລ້ວຍາມໃດຮູ້ສຶກງ່ວງ ຢາກລົ້ມນອນທຸກໆເທື່ອ ເຊິ່ງອາການດັ່ງກ່າວທາງການແພດເອີ້ນວ່າ Food Coma ເກີດຈາກການທີ່ຮ່າງກາຍເຮົາເກີດການກະຕຸ້ນ ເມື່ອເຮົາກິນອາຫານຫຼາຍຈົນເກີນໄປ ໂດຍສະເພາະການກິນອາຫານປະເພດຄາໂບໄຮເດສຈຳພວກແປ້ງ ແລະ ນໍ້າຕານ ເຊັ່ນ ເຂົ້າ, ເຂົ້າໜົມປັງ ຊຶ່ງຮ່າງກາຍສາມາດດູດຊຶມໄດ້ຢ່າງໄວວາ ດັ່ງນັ້ນ! ຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງ ຫຼືຢາກນອນໄດ້ງ່າຍ… ເມື່ອຮ່າງກາຍຍ່ອຍອາຫານທີ່ເຮົາກິນເຂົ້າໄປໂດຍການປ່ຽນໃຫ້ເປັນນໍ້າຕານ ເຮັດໃຫ້ປະລິມານໃນຮ່າງກາຍສູງຂຶ້ນ ຈາກນັ້ນຮ່າງກາຍຈະຫຼັ່ງສານ ອິນຊູລີນ ເພື່ອເຮັດໜ້າທີ່ຄວບຄຸມນໍ້າຕານ ໂດຍການປ່ຽນນໍ້າຕານໃຫ້ເປັນໄຂມັນ ເພື່ອເປັນການຊ່ວຍຫຼຸດລະດັບນໍ້າຕານໃຫ້ກັບມາເປັນປົກກະຕິ ຈາກນັ້ນຮ່າງກາຍຈະຫຼັງສານເຊໂລໂທນິນເຊິ່ງເປັນສານແຫ່ງຄວາມສະຫງົບ ທີ່ເຮັດໃຫ້ຮູ້ສຶກຜ່ອນຄາຍ ນອນຫຼັບສະບາຍ ແລະ ຄວບຄຸມວົງຈອນການນອນຫຼັບ ແລ້ວສານເຊໂລໂທນິນຈະຖືກສົ່ງຕໍ່ໄປທີ່ຕ່ອມບໍລິເວນສ່ວນກາງຂອງສະໝອງໃຫ້ຫຼັງສານເມລາໂທນິນອອກມາສູ່ກະແສເລືອດຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງນອນນັ້ນເອງ ເປັນແນວໃດແດ່ ເມື່ອຮູ້ສາເຫດຂອງອາການຢາກນອນໃນຊ່ວງບ່າຍໆ ຫຼັງຈາກກິນເຂົ້າສວາຍແລ້ວ ແຕ່ຖ້າແຟນໆທ່ານໃດຢາກລອງວິທີແບບນີ້ ເຮັດເປັນປະຈຳກໍບໍ່ຫວງສູດເດີ້ ແນະນຳເລີຍ ເມນູ ປັ່ນໝາກໄມ້ ເພື່ອສຸຂະພາບ ກິນແລ້ວຈະຮູ້ສຶດສົດຊື່ນ ປັ່ນໝາກມ່ວງ,ປັ່ນໝາກແຕງ ແລະ ໝາກໄມ້ລວມ… ເພີ່ມພະລັງໃນຊ່ວງບ່າຍ ແຖມກິນແລ້ວຍັງຊ່ວຍເຮັດໃຫ້ສຸຂະພາບດີອີກດ້ວຍ. ຂໍ້ມູນ: Kuanjai _____ ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ […]
ຄວາມເກງໃຈທີ່ດີຄືມີຄວາມເກງໃຈຕໍ່ຜູ້ອື່ນຢ່າງເໝາະສົມ ແລະ ສົມດູນກັບຄວາມເກງໃຈຕໍ່ໂຕເອງຢ່າງພໍດີ
ໄດ້ຖືກສ້າງຂື້ນວັນທີຄວາມເກງໃຈເປັນຄຸນສົມບັດຢ່າງໜຶ່ງທີ່ທຸກຄົນຄວນມີ ແລະ ຕ້ອງໄດ້ຝຶກຝົນ ບາງຄົນບໍ່ມີຄວາມເກງໃຈຕໍ່ຜູ້ອື່ນເລີຍ ອັນນີ້ກໍເປັນເລື່ອງຍາກທີ່ຈະຖືກຍອມຮັບ ເພາະມັນເປັນການເສຍມາລະຍາດ ແລະ ບໍ່ເຄົາລົບບໍ່ໃຫ້ກຽດຄົນອື່ນ ແຕ່ໃນຂະນະດຽວກັນຄວາມເກງໃຈກໍເປັນສາເຫດທີ່ເຮັດໃຫ້ເຮົາຖືກເອົາປຽບ “ຖ້າມີຫຼາຍເກີນໄປ” ເຈົ້າເຄີຍບໍ່? ຖືກຄົນອື່ນເອົາປຽບພຽງເພາະເຈົ້າເປັນຄົນຂີ້ເກງໃຈ. ຖືກຄົນອື່ນໃຊ້ໃຫ້ເຮັດວຽກແທນທັງທີ່ຄວາມຈິງເຮົາບໍ່ເຮັດກໍໄດ້ເພາະມັນບໍ່ແມ່ນໜ້າທີ່ຂອງເຮົາ. ໃນບາງຄັ້ງຕໍ່ຄິວຊື້ເຄື່ອງດົນໆແຕ່ຢູ່ໆກໍຖືກຄົນອື່ນລັດຄິວ ທັງທີ່ບໍ່ພໍໃຈແຕ່ກໍບໍ່ກ້າຮ້າຍເພາະເກງໃຈ ແລະ ຍັງມີອີກຫຼາຍໆເລື່ອງທີ່ເຮົາຖືກເອົາປຽບຈາກຄວາມເກງໃຈ ສະນັ້ນຈຶ່ງເວົ້າໄດ້ວ່າ: ຄວາມເກງໃຈມີຫຼາຍໄປກໍບໍ່ດີມີໜ້ອຍໄປກໍບໍ່ດີ ມີຢ່າງພໍດີຈຶ່ງເປັນເລື່ອງດີ ເພາະເກງໃຈຄົນອື່ນຫຼາຍເກີນໄປກໍຈະເຮັດໃຫ້ລືມເຄົາລົບໂຕເອງ ແຕ່ເກງໃຈໜ້ອຍເກີນໄປກໍຈະກາຍເປັັນຄົນທີ່ເຫັນແກ່ໂຕບໍ່ເຄົາລົບຄົນອື່ນ ສະນັ້ນຈຶ່ງຄວນເຝິກຝົນໃຫ້ຄວາມເກງໃຈຂອງເຮົາເປັນທັງການເຄົາລົບຕົນເອງ ແລະ ເຄົາລົບຄົນອື່ນພ້ອມ. ຂໍ້ມູນ: Kuanjai _____ ຂໍ້ມູນເພີ່ມຕື່ມ: ເວັບໄຊທ: hukmiplan.com ຂໍ້ຄວາມ: ຮັກມີແຜນ ຂໍຄຳປຶກສາບັນຫາໄວໜຸ່ມ ແລະ ການປ້ອງກັນການຖືພາທີ່ບໍ່ພ້ອມໂທ: 020 55 566 617 #Hukmiplan#ຮັກມີແຜນ#ຖາມເອື້ອຍ
3 ຂໍ້ທີ່ສາວໆ ຄວນຮູ້ກ່ອນຄິດຈະມີຄວາມຮັກອີກຄັ້ງ!
ໄດ້ຖືກສ້າງຂື້ນວັນທີຕ້ອງຮູ້ຈັກຮັບຟັງຄົນຮັກແດ່ ຫລາຍຄົນທີ່ໃຊ້ຊີວິດຢູ່ ຕົວຄົນດຽວມາດົນ ຈົນອາດສົ່ງຜົນໃຫ້ກາຍເປັນຄົນບໍ່ຮັບຟັງໃຜນອກຈາກຕົວເອງແລະຕາມໃຈແຕ່ຕົວເອງຫຼາຍກວ່າທີ່ຈະຮັບຟັງຄວາມຄິດເຫັນຂອງຄົນອື່ນໆແດ່ ເຊິ່ງຟັງເບິ່ງແລ້ວກໍ່ບໍ່ຄ່ອຍດີເລີຍແມ່ນບໍ່ລະ ນີ້ຈຶ່ງເປັນສິ່ງທີ່ສາວໆ ບາງຄົນຄວນຕ້ອງປັບຕົວ ກ່ອນຄິດຈະເລີ່ມຕົ້ນຄວາມສຳພັນຄັ້ງໃຫ່ ເພາະເຮົາຈະຕ້ອງບໍ່ລືມວ່າ ຕໍ່ໄປໃນອະນາຄົດເຮົາອາດຈະບໍ່ໄດ້ໃຊ້ຊີວິດຢູ່ຕົວຄົນດຽວຄືເກົ່າແລ້ວ ການຫັດທຳຄວາມເຂົ້າໃຈໃນສິ່ງທີ່ຄົນຮັກຂອງເຮົາຕ້ອງການ ກໍ່ຖືເປັນອີກຫນຶ່ງວິທີທີ່ຈະຊ່ວຍຮັກສາ ຄວາມສຳພັນໃຫ້ຄົງຢູ່ໄດ້ຢ່າງຍາວນານ ແລະ ຍັງຖືເປັນການເອົາໃຈໃສ່ໃນຄວາມສຳພັນທີ່ບໍ່ໄດ້ປ່ອຍໃຫ້ອີກຝ່າຍຕ້ອພະຍາຍາມ ຢູ່ຄົນດຽວອີກດ້ວຍ. ຮູ້ຂໍ້ບົກພ່ອງຂອງຕົວເອງ ແລະ ແກ້ໄຂ ປະຕິເສດບໍ່ໄດ້ວ່າຄວາມຮັກ ຄັ້ງທີ່ຜ່ານໆມາ ໃຜຫລາຍຄົນເອງຕ່າງກໍ່ມີສ່ວນທີ່ເຮັດໃຫ້ເກີດຄວາມຜິດພາດຈົນບໍ່ສາມາດຍ່າງຫນ້າໄປຕໍ່ໄດ້ ເຊິ່ງສຸດທ້າຍແລ້ວ ຄວາມສຳພັນກໍ່ຕ້ອງປິດສາກລົງ ຫລາຍຕໍ່ຫລາຍຄັ້ງ ແລະ ກໍ່ໃຫ້ເກີດເປັນຄວາມເຈັບປວດທັ້ງຕໍ່ຕົວເຮົາເອງ ແລະ ອີກຝ່າຍ ຢ່າງຫລີກລ່ຽງບໍ່ໄດ້ຕາມມາ ເພາະສະນັ້ນການຮູ້ໃຫ້ທັນຂໍ້ບົກພ່ອງຂອງຕົວເອງແລະພະຍາຍາມຍັບຍັ້ງບໍ່ໃຫ້ມັນເກີດຂຶ້ນອີກ ກໍ່ເປັນສິ່ງທີ່ສາມາດຊ່ວຍປະຄັບປະຄອງຄວາມສຳພັນບໍ່ໃຫ້ຕ້ອງເກີດຈຸດຈົບຢ່າງທີ່ເຄີຍເປັນຂຶ້ນໄດ້ ຍອມຮັບວ່າທຸກສິ່ງປ່ຽນແປງໄດ້ສະເຫມີ ຄວາມປ່ຽນແປງ ເປັນເລື່ອງທີ່ສາມາດເກີດຂຶ້ນໄດ້ຕະຫລອດເວລາ ບໍ່ເວັ້ນແມ້ກະທັ້ງ ຄວາມຮັກ ທີ່ບໍ່ວ່າຈະປ່ຽນໄປໃນດ້ານຄວາມຮູ້ສຶກລຶກໆ ຫລື ພຶດຕິກຳ ຂອງຕົວບຸກຄົນເອງ ນັ້ນກໍ່ລ້ວນເປັນຄວາມປ່ຽນແປງດ້ວຍກັນທັ້ງສິ້ນ ການຍອມຮັບຄຳວ່າ ປ່ຽນ ໃຫ້ໄດ້ ຈຶ່ງຖືເປັນເລື່ອງ ຈຳເປັນສຳຫລັບທຸກໆ ເລື່ອງ ທີ່ຈະຊ່ວຍເຮັດໃຫ້ຫຍັງຕໍ່ຫຍັງຫລາຍໆຢ່າງງ່າຍດາຍຍິ່ງຂຶ້ນກວ່າເກົ່າໂດຍສະເພາະ ຖ້າຫາກມື້ໃດມື້ຫນຶ່ງ ຄວາມສຳພັນອັນສວຍງາມເຫລົ່ານີ້ຕ້ອງຈົບລົງ ເຮົາຢາກໃຫ້ເຈົ້າຍອມຮັບໃຫ້ໄດ້ວ່າທຸກສິ່ງບົນໂລກໃບນີ້ ບໍ່ມີຫຍັງທີ່ບໍ່ປ່ຽນ ການປະເຊີນຫນ້າຍອມຮັບຄວາມເປັນຈິງໃຫ້ໄດ້ຢ່າງ ເຂັ້ມແຂງ […]
ຖືພາຕອນອາຍຸຍັງນ້ອຍ, ບໍ່ພ້ອມ, ມີຜົນກະທົບຫຼາຍດ້ານ!
ໄດ້ຖືກສ້າງຂື້ນວັນທີຖືພາຕອນອາຍຸຍັງນ້ອຍ, ບໍ່ພ້ອມ, ມີຜົນກະທົບຫຼາຍດ້ານ, ດ້ານຮ່າງກາຍ ດ້ານຈິດໃຈ ແລະ ດ້ານເສດຖະກິດ-ສັງຄົມ!! ເດັກນ້ອຍທີ່ເກີດຈາກແມ່ທີ່ຖືພາແຕ່ອາຍຸຍັງນ້ອຍສ່ວນຫຼາຍຈະເຮັດໃຫ້ເດັກໄດ້ຮັບຜົນກະທົບຕ່າງໆ ເປັນຕົ້ນເຊັ່ນ: ເກີດກ່ອນກໍານົດ (preterm) ຊື່ງມີຜົນຕໍ່ການມີຊິວີດລອດຂອງເດັກ ນ້ຳໜັກຂອງເດັກຕໍ່າ (low birth-weight babies). ອັດຕາການຕາຍຂອງເດັກນ້ອຍຕັ້ງແຕ່ເກີດຈົນເຖິງໃຫຍ່ແມ່ນສູງ. ເດັກທີ່ເກີດຈາກແມ່ທີ່ເປັນໄວໜຸ່ມ ອາດຈະໄດ້ຮັບໂພສະນາການທີ່ບໍ່ເໝາະສົມ ລວມໄປເຖີງ ການເບິ່ງແຍງທາງດ້ານສຸຂະພາບ, ການກະຕຸ້ນທາງດ້ານສະໝອງ ແລະ ທາງສັງຄົມ, ມີຄວາມສ່ຽງຫຼາຍຂື້ນທີ່ຈະຖືກການລ່ວງລະເມີດ ແລະ ການປ່ອຍປະລະເລີຍ ເດັກຊາຍທີ່ເກີດຈາກແມ່ໄວໜຸ່ມ 13% ຈະຖືກກັກຂັງ ແລະ 22% ຂອງເດັກຍິງຈະກາຍເປັນແມ່ໃນໄວໜຸ່ມ ເດັກທີ່ເກີດມາ ມີຄວາມສ່ຽງຕໍ່ການພັດທະນາການຂອງອະໄວຍະວະຕ່າງໆບໍ່ສົມບູນ ແລະ ຮ້າຍແຮງໄປກວ່ານັ້ນເຮັດໃຫ້ມີເລືອດໄຫຼໃນສະໝອງ, ພະຍາດທາງເດີນຫາຍໃຈ ແລະ ພະຍາດທາງເດີນອາຫານ ຕໍ່ແມ່ ແລະ ລູກ: ຄວາມສ່ຽງຂອງການເສຍຊີວິດໃນເວລາເກີດລູກແມ່ນ 2 ເທົ່າໃນກຸ່ມອາຍຸ 15-20 ປີ ແລະ 5 ເທົ່າທີ່ສູງຂື້ນສຳລັບເດັກຍິງຜູ້ທີ່ຖືພາອາຍຸຕຳ່ກວ່າ 15 ປີ ສ່ຽງຕໍ່ການກຽມຊັກກະຕຸກ (ບວມ,ຊັກກະຕຸກ) […]