ຂ່າວ

ແມ່ຍິງຖືພາ ສາມາດສັກວັກຊີນໄດ້ບໍ່???

ໄດ້ຖືກສ້າງຂື້ນວັນທີ

ອີງຕາມຂໍ້ມູນແນະນຳຫຼ້າສຸດ (ກັນຍາ 2021), ກະຊວງສາທາລະນະສຸກ ແນະນຳໃຫ້ແມ່ຍິງທີ່ກຳລັງຖືພາ ຫຼື ວາງແຜນທີ່ຈະເອົາລູກ ສາມາດສັກວັກຊີນໄດ້ ໂດຍສະເພາະແມ່ນແມ່ຍິງທີ່ມີອາຍຸການຖືພາ 12 ອາທິດຂຶ້ນໄປ. ສຳລັບແມ່ຍິງຖືພາທີ່ອາຍຸການພືຖາຍັງບໍ່ຮອດ 12 ອາທິດ, ຖ້າມີຄວາມຕ້ອງການສະໝັກໃຈຢາກສັກແມ່ນສາມາດສັກໃຫ້ໄດ້ ແລະ ແມ່ຫລັງເກີດກໍ່ສາມາດເລືອກທີ່ຈະສັກວັກຊີນໄດ້ເຊັ່ນກັນ. ທຸກໆວັກຊີນທີ່ຖືກຮັບຮອງ EUL ຈາກ ອົງການອະນາໄມໂລກແມ່ນສາມາດສັກໃຫ້ແມ່ຍິງຖືພາໄດ້ ຂອບໃຈຂໍ້ມູນຈາກ: (1) ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health | Facebook ___ ຂໍ້ມູນເພີ່ມຕື່ມ:ຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 ຂໍ້ຄວາມ: https://www.facebook.com/HukMiPlan/inbox/ເວັບໄຊທ: hukmiplan.comຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg#ຮັກມີແຜນ#ຖາມເອື້ອຍໄດ້

ຄວນຮູ້! ສາວໆຈະມີສິດຮຽກຮ້ອງຫຍັງໄດ້ແດ່ ຖ້າມີເພດສຳພັນກັບແຟນກ່ອນການເປັນຜົວເມຍ?

ໄດ້ຖືກສ້າງຂື້ນວັນທີ

ສາວໆຂວັນໃຈຮູ້ບໍ່ວ່າ ການຮ່ວມປະເວນີກັນກ່ອນການເປັນຜົວເມັຍ ໃນຍຸກປະຈຸບັນ ສຳລັບຄົນລຸ່ນໃໝ່ ອາດເບິ່ງເປັນເລື່ອງທຳມະດາ ແຕ່ສາວໆຢ່າລືມວ່າ ສຳລັບຜູ້ໃຫຍ່ບ້ານເຮົາແລ້ວ ມັນກໍຍັງຖືວ່າຜິດຮີດຄອງປະເພນີຢູ່ ໂດຍສະເພາະແມ່ຍິງເຮົາ ຍາມໃດກໍຕົກເປັນຝ່າຍເສຍປຽບ ສະນັ້ນ, ກ່ອນຈະມີຄວາມສຳພັນເລິກເຊິ່ງກັບໃຜ ສາວໆຄວນພິຈາລະນາໃຫ້ດີໆ ຫາກເກີດບັນຫາ ຫຼືຝ່າຍຊາຍບໍ່ຮັບຜິດຊອບ ເຮົາຈະຮັບມືແນວໃດ? ສາວໆຍັງໂຊກດີທີ່ມີນິຕິກຳຄຸ້ມຄອງສິດທິ ແລະກຽດສັກສີ ໂດຍສະເພາະໃນ ກົດໝາຍວ່າດ້ວຍຄອບຄົວ (ສະບັບປັບປຸງ) ປີ 2008 ມາດຕາ 8 ໄດ້ເວົ້າກ່ຽວກັບ ການຮ່ວມປະເວນີກັນກ່ອນການເເປັນຜົວເມັຍ ໄວ້ວ່າ: “ເມື່ອຊູ້ສາວ ໄດ້ຮ່ວມປະເວນີກັນກ່ອນການເປັນຜົວເມັຍ ຖ້າຫາກຊາຍຊູ້ ບໍ່ເອົາຍິງຊູ້ເປັນເມັຍແລ້ວ ຊາຍຊູ້ນັ້ນກໍຈະໄດ້ເສຍຄ່າປົວແປງຈິດໃຈ, ຄ່າທຳຂວັນຍິງຊູ້ ຫຼືຄອບຄົວຂອງຍິງຊູ້ ຕາມຮີດຄອງປະເພນີ. ໃນກໍລະນີທີ່ຍິງຊູ້ ຫາກບໍ່ເອົາຊາຍເປັນຜົວ ກໍຈະບໍ່ມີການເສັຍຄ່າປົວແປງຈິດໃຈ, ຄ່າທຳຂວັນນັ້ນ ແຕ່ຢ່າງໃດ. ໃນກໍລະນີທີ່ມີການຖືພາ ນອກຈາກຈະໄດ້ເສຍຄ່າທຳຂວັນແລ້ວ ຊາຍຊູ້ຍັງຕ້ອງເສັຍຄ່າອອກລູກ ຄ່າຢູ່ກຳ ແລະຄ່າໃຊ້ຈ່າຍອື່ນຕື່ມອີກ ບໍ່ວ່າໃນກໍລະນີໃດກໍຕາມ ຊາຍຊູ້ມີພັນທະລ້ຽງດູລູກທີ່ເກີດມານັ້ນ ຈົນກວ່າເດັກຈະຮອດກະສຽນອາຍຸສິບແປດປີ”  ຂໍ້ມູນຈາກ: ວາລະສານ ຂວັນໃຈ ___ ຂໍ້ມູນເພີ່ມຕື່ມ:ຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ […]

ສາວໆຄວນຮູ້ !!! ວິທີເບິ່ງແຍງຜິວ ແຕ່ລະໝວດເລືອດ

ໄດ້ຖືກສ້າງຂື້ນວັນທີ

ໝວດເລືອດທີ່ແຕກຕ່າງກັນນັ້ນ ຍ່ອມເຮັດໃຫ້ຮ່າງກາຍຂອງເຮົາມີຄວາມແຕກຕ່າງກັນ ລວມເຖິງຜິວພັນຂອງເຮົາອີກດ້ວຍ ດັ່ງນັ້ນ, ການເບິ່ງແຍງຜິວພັນຈຶ່ງມີວິທີເບິ່ງແຍງທີ່ແຕກຕ່າງກັນໄປດັ່ງນີ້:     ສາວໝວດ AB: ສາວໆສ່ວນຫຼາຍມີຜິວພັນໄວຕໍ່ແດດ ແຕ່ເຖິງຈະຄໍ້າໄວແຕ່ກໍກັບມາຂາວໄວໄດ້ຄືກັນ ຄວນໃຊ້ຜະລິດຕະພັນປະເພດ Toner ແລະ ຜະລິດຕະພັກມາດສ໌ໜ້າຕ່າງໆ ຫຼືຈະພອກໜ້າດ້ວຍໄຂ່ຂາວ, ນໍ້າເຜິ້ງ ຊ່ວຍເຮັດຄວາມສະອາດ ແລະ ຊ່ວຍດູດຊັບສິ່ງທີ່ຕົກຄ້າງຢູ່ເທິ່ງຜິວພັນ.     ສາວໝວດ A: ເປັນຄົນທີ່ມີຮູຂຸມຂົນນ້ອຍ, ບໍ່ຄ່ອຍຈະມີເຫື່ອ, ມີຜິວພັນຄ່ອນຂ້າງແຫ້ງ ຄວນເພິ່ມຄວາມຊຸ່ມດ້ວຍການໃຊ້ moisturizer, ດື່ມນໍ້າໃຫ້ພຽງພໍ, ຮັບປະທານຜັກ ແລະ ໝາກໄມ້ຫຼາຍໆ ເລືອກໃຊ້ຮອງພື້ນແບບບາງເບົາ. ສາວໝວດ O: ສິ່ງທີ່ສໍາຄັນສໍາລັບສາວໝວດO ຄືການນອນຫຼັບພັກຜ່ອນໃຫ້ພຽງພໍ ໃຫ້ຜິວໜັງໄດ້ຟື້ນຟູຕົວເອງ, ເລືອກຜະລິດຕະພັນລ້າງໜ້າສູດທີ່ອ່ອນໂຍນເຂົ້າໄວ້ ແລະ ຫ້າມລືມທາຄີມກັນແດດເດັດຂາດ, ເນັ້ນດ້ານການຄວບຄຸມຄວາມມັນໃຫ້ຜິວເພິ່ມຄວາມຊຸ່ມ.     ສາວໝວດ B: ເປັນຜິວພັນທີ່ຄ່ອນຂ້າງບອບບາງແພ້ງ່າຍ, ມີຄວາມອ່ອນໄຫວຕໍ່ສານຕ່າງໆທີ່ເຂົ້າສູ່ຮ່າງກາຍ ເວລາເລືອກຜະລິດຕະພັນຄວນເລືອກແບບທີ່ບໍ່ປະສົມແອວກໍຮໍ, ບໍ່ປະສົມນໍ້າຫອມ ເພາະຈະເຮັດໃຫ້ຄັນຄາຍໄດ້ງ່າຍ, ບໍ່ຄວນສະຄັບຜິວພັນ, ຂັດຜິວພັນເລື່ອຍໆ ແລະ ຈະປ່ຽນຜະລິດຕະພັນເບິ່ງແຍງຜິວພັນຕ້ອງລະວັງໃຫ້ຫຼາຍ. ___ ຂໍ້ມູນເພີ່ມຕື່ມ:ຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 ຂໍ້ຄວາມ: https://www.facebook.com/HukMiPlan/inbox/ເວັບໄຊທ: hukmiplan.comຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg#ຮັກມີແຜນ#ຖາມເອື້ອຍໄດ້

5 ວິທີເບິ່ງແຍງສຸຂະພາບຮ່າງກາຍ ແລະ ຈິດໃຈໃຫ້ຊີວິດສົດໃສ!!!

ໄດ້ຖືກສ້າງຂື້ນວັນທີ

ຫຼາຍຄົນອາດຈະຄິດວ່າຄວາມຮັ່ງມີແມ່ນແຫຼ່ງຄວາມສຸກ ແຕ່ເຈົ້າຈະມີຄວາມສຸກກັບເງິນທີ່ເຈົ້າຫາມາໄດ້ແນວໃດ? ຖ້າສຸຂະພາບບໍ່ເອື້ອອຳນວຍຕ້ອງໄປໂຮງເພື່ອໄປຫາຫຼາຍກວ່າການເດີນທາງໄປສະຖານທີ່ທ່ອງທ່ຽວ ສຸຂະພາບເປັນເລື່ອງທີ່ພວກເຮົາຕ້ອງເອົາໃຈໃສ່ທັງສຸຂະພາບທາງກາຍ ແລະ ສຸຂະພາບຈິດ. ເຊິ່ງສາມາດເຮັດໄດ້ດັ່ງນີ້: 1. ກິນອາຫານໃຫ້ຄົບ 5 ໝູ່ ແລະ ກິນໃຫ້ຕົງເວລາ ໃນທຸກໆຄາບອາຫານ, ພະຍາຍາມກິນອາຫານໃຫ້ຄົບທັງ 5 ໝູ່ໃຫ້ພຽງພໍຕາມຄວາມຕ້ອງການຂອງຮ່າງກາຍ ແລະ ຄວນກິນອາຫານໃຫ້ຕົງເວລາທຸກໆມື້. ອາຫານເຊົ້າຖືວ່າເປັນອາຫານທີ່ສຳຄັນທີ່ສຸດ, ສະນັ້ນ, ຈຶ່ງບໍ່ຄວນທີ່ຈະອົດ. ສຳລັບອາຫານຕອນແລງບໍ່ຄວນກິນຫຼັງຈາກ 6 ໂມງແລງເພາະວ່າຖ້າເຈົ້າກິນຊ້າເກີນໄປ, ໃກ້ຈະຮອດເວລານອນແລ້ວ. ອາດຈະເຮັດໃຫ້ຮ່າງກາຍບໍ່ໄດ້ພັກຜ່ອນເຕັມທີ່. 2. ດື່ມນໍ້າໃຫ້ພຽງພໍ ພະຍາຍາມດື່ມນໍ້າໃຫ້ໄດ້ຢ່າງໜ້ອຍມື້ລະ 8 ຈອກ, ເພາະວ່າການດື່ມນໍ້າໃຫ້ພຽງພໍມີປະໂຫຍດຫຼາຍຢ່າງຕໍ່ສຸຂະພາບ. ທັງດ້ານສຸຂະພາບ ແລະ ຄວາມງາມ ເພາະວ່າມັນຈະຊ່ວຍໃຫ້ລະບົບການໄຫຼວຽນຂອງເລືອດເປັນປົກກະຕິ ຊ່ວຍເຜົາຜານໄຂມັນໃນຮ່າງກາຍ ຊ່ວຍໃຫ້ຜິວມີຄວາມຊຸ່ມຊື່ນເບິ່ງສົດໃສ 3. ອອກກຳລັງກາຍເປັນປະຈຳ ເຈົ້າຄວນຫາເວລາອອກກຳລັງກາຍຢ່າງໜ້ອຍ 3-4 ເທື່ອຕໍ່ອາທິດປະມານ 30 ນາທີໃນແຕ່ລະຄັ້ງ. ເພາະຈະຊ່ວຍໃຫ້ກ້າມຊີ້ນແຂງແຮງ, ຊ່ວຍໃຫ້ປອດ ແລະ ຫົວໃຈເຮັດວຽກໄດ້ດີ, ຊ່ວຍທຳລາຍໄຂມັນ ແລະ ກໍຍັງຊ່ວຍຫຼຸດຄວາມຕຸ້ຍໄດ້ນໍາອີກ 4. ພັກຜ່ອນໃຫ້ພຽງພໍ […]

5 ວິທີຫຼີກລ່ຽງການບໍລິໂພກອາຫານທີ່ມີໂຊດ່ຽມ

ໄດ້ຖືກສ້າງຂື້ນວັນທີ

5 ວິທີຫຼີກລ່ຽງການບໍລິໂພກອາຫານທີ່ມີໂຊດ່ຽມ ໂຊດຽມແມ່ນຫຍັງ? ມັກພົບຢູ່ໃນອາຫານປະເພດໃດ? ໂຊດຽມແມ່ນທາດເຄມີຊະນິດໜື່ງ, ມັກພົບຫຼາຍໃນເຄື່ອງປຸງລົດຊາດຂອງອາຫານ ຫຼື ຫຼາຍໆຄົນມັກຈະຮັບຮູ້ວ່າມັກພົບຫຼາຍໃນແປ້ງນົວດ ບາງຄັ້ງກໍ່ມີໃນເກືອຕື່ມອີກ. ຖ້າເຮົາບໍລິໂພກໂຊດຽມຫຼາຍ ຈະຜົນສະທ້ອນຕໍ່ຮ່າງກາຍເຮົາຄືແນວໃດ? ສໍາລັບຜົນສະທ້ອນຂອງການບໍລິໂພກແປ້ງນົວ ແມ່ນພວກເຮົາເຄີຍໄດ້ນໍາມາສົນທະນາໃຫ້ທ່ານຜູ້ຟັງ ໄດ້ຮັບຟັງແລ້ວວ່າຖ້າເຮົບໍລິໂພກແປ້ງນົວຫຼາຍ ເປັນເວລາຕິດຕໍ່ກັນກໍ່ຈະເກີດຜົນສະທ້ອນທີ່ບໍ່ດີຕໍ່ຮ່າງກາຍໄດ້ເຊັ່ນ: ຮູ້ສຶກມຶນ, ຊາຕາມຮ່າງກາຍ, ອິດເມື່ອຍ, ບາງຄັ້ງກໍ່ໄປທໍາລາຍກະດູກ, ບາງຄັ້ງກໍ່ທໍາລາຍ-ລົບກວນລະບົບເຮັດວຽກຂອງໄຕ ເຮັດໃຫ້ໄຕມີບັນຫາ ອາດເກີດອາການໄຕວາຍໄດ້… ດັ່ງນີ້ເປັນຕົ້ນ ເຮົາຈະມີວິທີຫຼີກລ່ຽງ ທາດໂຊດ່ຽມຈາກການກິນໄດ້ຄືແນວໃດ? ເຮົາສາມາດຫຼຸດຜ່ອນການປະລິມານທາດໂຊດ່ຽມ ທີ່ໄດ້ຮັບຈາກການບໍລິໂພກອາຫານໃນແຕ່ລະມື້ໄດ້ຄືດັ່ງນີ້: • ຫຼີກລ່ຽງການຕື່ມແປ້ງນົວ, ເກືອເຂົ້າໄປຫຼາຍໃນການປຸງແຕ່ງອາຫານ ແລະ ເລືອກເຄື່ອງປຸງແຕ່ງລົດຊາດທີ່ສ່ວນປະສົມຂອງໂຊດ່ຽມຫຼາຍ • ຫຼີກລ່ຽງການບໍລິໂພກອາຫານປະເພດດອງເກືອທຸກປະເພດ • ບໍ່ກິນແປງນົວ ຫຼື ນໍາໃຊ້ແປ້ງນົວຫຼາຍໃນການປຸງອາຫານ. • ຫຼີກລ່ຽງການກິນນໍ້າແກງທີ່ມາຈາກການກິນເຝີ, ເຂົ້າປຽກ. • ກວດເບິ່ງປະລິມານໂຊດ່ຽມໃນອາຫານສໍາເລັດຮູບທຸກຄັ້ງ ແລະ ຫຼີກລ່ຽງຮັບປະທານອາຫານທີ່ມີໂຊດ່ຽມເກີນກໍານົດນັ້ນ. ບັນດາອາຫານທີ່ມີທາດໂຊດ່ຽມປະສົມຢູ່ຫຼາຍ, ລວມທັງຜົນສະທ້ອນຕ່າງໆທີ່ຈະຕາມມາຫຼັງຈາກການບໍລິໂພກສ່ວນປະສົມທີ່ມີໂຊດ່ຽມຈໍານວນຫຼາຍ ແລະ ເປັນປະຈໍາ. ສະນັ້ນເຮົາຄວນມີວິທີການຫຼຸດຜ່ອນຄວາມສ່ຽງດັ່ງກ່າວ ໂດຍການມາໃສ່ໃຈສຸຂະພາບ, ເລື່ອງອາຫານການກິນຕື່ມ ໂດຍສະເພາະການຫຼີກລ່ຽງການບໍລິໂພກໂຊດຽມ ຫຼື ບໍລິໂພກໜ້ອຍດຽວ […]

ວິທີຫຼຸດຜ່ອນອາການເຈັບທ້ອງປະຈໍາເດືອນ

ໄດ້ຖືກສ້າງຂື້ນວັນທີ

ວິທີການຫຼຸດຜ່ອນອາການເຈັບທ້ອງປະຈໍາເດືອນ ມີຫຍັງແດ່? • ຫຼີກລ່ຽງຄວາມເຄັ່ງຄຽດ: ຄວາມເຄັ່ງຄຽດເຮັດໃຫ້ຮ່າງກາຍເຮັດວຽກບໍ່ສົມດຸນ, ເຮັດໃຫ້ການບີບໂຕຂອງມົດລູກ ໃນການເຮັດໃຫ້ເລືອດປະຈໍາເດືອນໄຫຼອອກມາບໍ່ສະດວກ ເລີຍເຮັດໃຫ້ມີອາການເຈັບທ້ອງຕື່ມ. ສະນັ້ນຄວນເຮັດໃຈສະບາຍ, ບໍ່ເຄັ່ງຄຽດ, ເຮັດກິດຈະກໍາທີ່ມັກ ເພື່ອຜ່ອນຄາຍອາລົມ. • ປະຄົບນໍ້າຮ້ອນ: ເປັນວິທີທີ່ແມ່ຍິງຫຼາຍຄົນນໍາໃຊ້ ໂດຍການໃຊ້ຖົງນໍ້າຮ້ອນ ຫຼື ໃຊ້ແຜຂົນໜູ ຈຸບນໍ້າຮ້ອນ ຫຼື ອຸ່ນ ແລ້ວນົບມາປະຄົບທ້ອງນ້ອຍ ກໍ່ຊ່ວຍໃຫ້ອາການເຈັບທ້ອງຄ່ອຍໆເຊົາ ເນື່ອງຈາກຄວາມຮ້ອນຊ່ວຍໃຫ້ຫຼອດເລືອດຂະຫຍາຍ ແລະ ຫຼຸດຜ່ອນການຫັດໂຕຂອງກ້າມຊີ້ນ. ບາງຄົນກໍ່ດື່ມນໍ້າອຸ່ນ ກໍ່ຊ່ວຍໄດ້ຄືກັນ. • ກິນຢາແກ້ປວດ: ໃນກໍລະນີເຈັບທ້ອງຮຸນແຮງຈົນລຸກບໍ່ຂື້ນ ຈໍາເປັນຕ້ອງໄດ້ກິນຢາແກ້ປວດ ໃຫ້ເລືອກຢາຢາແກ້ປວດປະເພດ ໄອບູໂປເຟັນ ibuprofen ຫຼື Postan ແຕ່ຄວນກິນຢາໃນຂະໜາດ 250 ມິລິກຼາມ ກໍພໍແລ້ວ ແລະ ກິນທັນທີຫຼັງອາຫານ. • ກິນອາຫານທີ່ມັກ ແລະ ມີປະໂຫຍດ: ເມື່ອເຮົາກິນອາຫານທີ່ເຮົາມັກ ກໍ່ຈະເຮັດໃຫ້ອາລົມເຮົາແຈ່ມໃສ ແລ້ວບໍ່ຄິດຈົດຈໍ້ຢູ່ກັບອາການເຈັບທ້ອງ. ແລະ ຄວນກິນອາຫານທີ່ມີປະໂຫຍດ ໂດຍສະເພາະຜັກ-ໝາກໄມ້ ທີ່ມີວິນຕະມິນ ເຮັດໃຫ້ຮ່າງກາຍເຮົາສົດຊື່ນຂື້ນ. […]

ຢາຄຸມ ກຳເນີດສຸກເສີນ! ຕ້ອງກິນແບບໃດ? ຈຶ່ງເອີ້ນວ່າສຸກເສີນ!?

ໄດ້ຖືກສ້າງຂື້ນວັນທີ

ຢາເມັດຄຸມກໍາເນີດສຸກເສີນແມ່ນຫຍັງ? ຢາເມັດຄຸມກໍາເນີດສຸກເສີນແມ່ນ ການນໍາໃຊ້ຢາທີ່ມີສ່ວນປະສົມຂອງຮໍໂມນ ໃຊ້ໃນກໍລະນີທີ່ສຸກເສີນ ພາຍຫຼັງທີ່ມີການຮ່ວມເພດທີ່ບໍ່ໄດ້ປ້ອງກັນ ແລະ ຄິດວ່າການຮ່ວມເພດນັ້ນອາດເຮັດໃຫ້ຖືພາແບບບໍ່ຕ້ອງການ ເທົ່ານັ້ນ.  ຖ້າທ່ານກິນຢາເມັດຄຸມກໍາເນີດສຸກເສີນພາຍໃນ 5 ມື້ ຈະສາມາດປ້ອງກັນການຖືພາແບບບໍ່ຕ້ອງການໄດ້ຫຼັງຈາກມີການຮ່ວມເພດ, ຫາກວ່າກິນໄວເທົ່າໃດ ປະສິດທິຜົນໃນການປ້ອງກັນການຖືພາຍິ່ງສູງເທົ່ານັ້ນ. ແຕ່ດີທີ່ສຸດ ຄວນພະຍາຍາມໃຊ້ວິທີຄຸມກໍາເນີດໃດໜຶ່ງ ເພື່ອຫລີກລ່ຽງການນໍາໃຊ້ຢາເມັດຄຸມກໍາເນີດສຸກເສີນເປັນປະຈໍາ. ເບິ່ງ ວິດີໂອໄດ້ທີ່ Link ລຸ່ມນີ້: (2) ຢາຄຸມກຳເນີດສຸກເສີນ (ພາສາລາວລຸ່ມ) / Information about EC (Lao) – YouTube ___ ຂໍ້ມູນເພີ່ມຕື່ມ:ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 ຂໍ້ຄວາມ: https://www.facebook.com/HukMiPlan/inbox/ເວັບໄຊທ: hukmiplan.comຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg#ຮັກມີແຜນ#ຖາມເອື້ອຍໄດ້

ຄົນໂສດຕ້ອງແຊຣ! ຄຳຕອບເດັດໆ ເມື່ອຖືກຖາມວ່າ…ປານໃດຈະມີແຟນຈັກເທື່ອ???

ໄດ້ຖືກສ້າງຂື້ນວັນທີ

“ປານໃດຈະມີແຟນຈັກເທື່ອ” “ຍັງບໍ່ມີແຟນອີກຫວ໋າ” “ຄືບໍ່ເຄີຍເຫັນແຟນຈັກເທື່ອ” ເປັນປະໂຫຍກທີ່ຄົນໂສດຮູ້ຈັກ ແລະ ຄຸ້ນຫູດີເປັນທີ່ສຸດ ແຕ່ຖ້າຈະຕອບອອກໄປວ່າ “ບໍ່ມີຮອດຄົນມາລົມ ມາຈີບ” ກໍຄືຈະຮູ້ສຶກເສຍຟອມບໍ່ໜ້ອຍ… , ຍິ່ງເວລາທີ່ໄປພົບພີ່ນ້ອງ ຫຼືໝູ່ທີ່ບໍ່ໄດ້ເຈິກັນດົນ ຍິ່ງຖືກຖາມຢ່າງໜັກ (555), ເອົ້າໆໆໆ…ບໍ່ຕ້ອງຊີຣຽດໄປເດີ້ທຸກຄົນ ເພາະເຮົາຈະມີປະໂຫຍກຄຳຕອບເດັດໆ ໄວ້ຕອບຄຳຖາມຄົນເຫຼົ່ານີ້ແບບສະບາຍໆ ເລີດໆກັນໄປ!!! 1. ໂສດກໍບໍ່ແມ່ນບໍ່ດີ ແມ່ນແລ້ວ ຄວາມໂສດມັນກໍບໍ່ແມ່ນບໍ່ດີຄືຄົນທີ່ມີຄູ່ຄິດ ຄົນເປັນໂສດສາມາດເຮັດຫຍັງໄດ້ຕັ້ງຫຼາຍຢ່າງ ຢາກໄປໃສກໍໄປ ບໍ່ຕ້ອງມານັ່ງລາຍງານ ຫຼຶມີໃຜໃຫ້ຫ່ວງ ອອກຈະສະບາຍສຸດໆ 2. ຢາກໂຟກັດທີ່ຕົວເອງຫຼາຍກວ່າ ອັນນີ້ເປັນເລື່ອງທີ່ແທ້ຈິງ ການທີ່ເຮົາໂສດມັນເຮັດໃຫ້ເຮົາໄດ້ຫັນມາເບິ່ງແຍງຕົວເອງຫຼາຍຂຶ້ນ ບໍ່ວ່າຈະເປັນການອອກກຳລັງກາຍ ແຕ່ງຕົວ ຫຼື ແຕ່ງໜ້າ ຈຶ່ງບໍ່ຕ້ອງແປກໃຈເລີຍວ່າເວລາທີ່ເປັນໂສດມັກເຮັດໃຫ້ເຮົາເບິ່ງດູດີຂຶ້ນສະເໝີໆ 3. ຢາກເບິ່ງແຍງຄົນອ້ອມຂ້າງ ຕອນທີ່ເຮົາມີແຟນ ແນ່ນອນວ່າເຮົາອາດຈະເອົາເວລາໄປທຸ້ມເທໃສ່ແຟນຈົນລືມຄົນອ້ອມຂ້າງ ໝູ່ເພື່ອນ ຫຼືຄົນໃນຄອບຄົວໄປເລີຍກໍເປັນໄດ້ ເພາະດັ່ງນັ້ນຊ່ວງນີ້ແຫຼະຈຶ່ງເໝາະສຸດທີ່ຈະກັບມາເບິ່ງແຍງເອົາໃຈໃສ່ຄົນເຫຼົ່ານີ້ໃຫ້ຫຼາຍຂຶ້ນ 4. ມີແລ້ວບໍ່ດີ ຂໍຢູ່ເປັນໂສດດີກວ່າ ປະໂຫຍກເດັດທີ່ເວົ້າອອກໄປຍາມໃດກໍມັກຈະໄດ້ຜົນສະເໝີ ບໍ່ແມ່ນວ່າຄົນທີ່ມີແຟນ ຈະມີຄວາມສຸກສະເໝີໄປ ມັນກໍຕ້ອງມີເລື່ອງທີ່ມາກວນໃຈກັນແດ່ ຈຶ່ງຂໍໂສດແບບນີ້ດີທີ່ສຸດ 5. ຢາກເບິ່ງແຍງຕົວເອງໃຫ້ຫຼາຍກວ່ານີ້ ເຊື່ອບໍ່ວ່າ ພໍເປັນໂສດ ຫຼາຍຄົນບໍ່ເຄີຍຄິດດອກວ່າ ແທ້ທີ່ຈິງແລ້ວຫຼາຍຢ່າງທີ່ເຄີຍໃຫ້ເຂົາຊ່ວຍ ຫຼື […]

ເຕັກນິກບໍລິຫານເວລາແບບງ່າຍໆ ເພື່ອຈັດລະບຽບໃນການເຮັດວຽກໃຫ້ງ່າຍຂຶ້ນ!!!

ໄດ້ຖືກສ້າງຂື້ນວັນທີ

ປະສິດທິພາບຂອງການບໍລິຫານເວລາໃນແຕ່ລະອົງກອນນັ້ນ ຖືວ່າເປັນເລື່ອງສຳຄັນທີ່ສຸດ ທີ່ຈະສາມາດຕັດສິນຄວາມສຳເລັດຂອງທຸລະກິດໄດ້… ຖ້າໃຜທີ່ຍັງສັບສົນຢາກໃຫ້ລອງມາອ່ານ ວິທີບໍລິຫານເວລາງ່າຍໆ ເພື່ອໃຫ້ຊີວິດການເຮັດວຽກງ່າຍຂຶ້ນ!! ເລືອກເປົ້າໝາຍທີ່ສຳຄັນທີ່ສຸດໃນອາທິດ: ຖ້າມີເວລາຈຳກັດກໍຄວນເລືອກເປົ້າໝາຍທີ່ມີຄວາມສຳຄັນ ແລະ ເປົ້າໝາຍນັ້ນຕ້ອງເກີດປະໂຫຍດ ຫຼາຍທີ່ສຸດກ່ອນ ແລ້ວຈຶ່ງໃຊ້ເວລາໃນສ່ວນທີ່ເຫຼືອເອົາໄປຈັດການກັບວຽກອື່ນໆຕາມລຳດັບຕໍ່ໄປ. ໃຊ້ເວລາໃຫ້ເປັນປະໂຫຍດ: ທຳອິດທີ່ຕ້ອງເຮັດໃນຕອນເຊົ້າຄື ກວດເບິ່ງຂໍ້ຄວາມຂາເຂົ້າ-ຂາອອກແບບຜ່ານໆ ແລະເບິ່ງສະເພາະລາຍຊື່ກັບຫົວຂໍ້ທີ່ສຳຄັນ ພ້ອມທັງຈັດການກັບວຽກສ່ວນນັ້ນໃຫ້ຮຽບຮ້ອຍເປັນອັນດັບທຳອິດ. ຫຼີກລ້ຽງການນັດພົບ: ຖ້າວ່າບໍ່ມີປະເດັນທີ່ຕ້ອງຊອກ ຫຼືສໍາຄັນຫຼາຍ ການປະຕິເສດນັດພົບກໍອາດຈະຊ່ວຍໃຫ້ເຮົາມີເວລາໃນການເຮັດວຽກທີ່ສຳຄັນຫຼາຍກວ່າ. ຮູ້ຂີດຈຳກັດຂອງຕົນເອງ: ການກຳນົດໄລຍະເວລາໃນການເຮັດວຽກ ແຍກອອກຈາກເວລາພັກຜ່ອນແບບຊັດເຈນ ຈຶ່ງເປັນສິ່ງສຳຄັນຫຼາຍ ເພື່ອໃຫ້ສາມາດເຮັດວຽກເຕັມທີ່ໄດ້ໃນເວລາເຮັດວຽກ ແລະ ໄດ້ພັກຜ່ອນເຕັມທີ່ເພື່ອຟື້ນຟູພະລັງງານຂຶ້ນອີກ. ___ ຂໍ້ມູນເພີ່ມຕື່ມ:ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 ຂໍ້ຄວາມ: https://www.facebook.com/HukMiPlan/inbox/ເວັບໄຊທ: hukmiplan.comຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg#ຮັກມີແຜນ#ຖາມເອື້ອຍໄດ້

ວິທີດຶງດູດເພດກົງກັນຂ້າມອີກຮູບແບບໜຶ່ງຄືການເປັນຄົນທີ່ໜ້າຄົ້ນຫາ, ມີສະເໜ່… ເຊິ່ງສາວໆສາມາດສ້າງໄດ້ດ້ວຍຕົນເອງ… ມາເບິ່ງເຄັດລັບກັນ!!!

ໄດ້ຖືກສ້າງຂື້ນວັນທີ

ວິທີດຶງດູດເພດກົງກັນຂ້າມອີກຮູບແບບໜຶ່ງຄືການເປັນຄົນທີ່ໜ້າຄົ້ນຫາ, ມີສະເໜ່… ເຊິ່ງສາວໆສາມາດສ້າງໄດ້ດ້ວຍຕົນເອງ… ມາເບິ່ງເຄັດລັບກັນ!!! ສາວໆຮູ້ບໍ່ວ່າການສ້າງແຮງດຶງດູດຕໍ່ເພດກົງກັນຂ້າມ ໃນອີກຮູບແບບໜຶ່ງ ຄືການເຮັດໃຫ້ຕົນເອງໜ້າຄົ້ນຫາ, ມີສະເໜ່ ເຊິ່ງສາວໆສາມາດສ້າງໄດ້ຈາກການວາງຕົວ ແລະ ປັບທັດສະນະຄະຕິ… ຖ້າຢາກເປັນຜູ້ຍິງທີ່ໜ້າຄົ້ນຫາຄວນເຮັດແບບໃດ? ມາເບິ່ງເຄັດລັບກັນ!!! ເປັນຄົນເບິ່ງແຍງຕົນເອງ: ເຮັດໃນສິ່ງທີ່ຕົນເອງຮັກ ຮັບປະທານອາຫານດີໆ, ແຕ່ງຕົວດູດີ ອອກກໍາລັງກາຍໃຫ້ເບິ່ງເປັນຄົນສົດຊື່ນ ຕະລອດເວລາ ບໍ່ເວົ້າຟຸມເຟືອຍ: ເວົ້າເລື່ອງທີ່ຢູ່ໃນປະເດັນ ການເວົ້າຫຼາຍເກີນໄປກໍເຮັດໃຫ້ໜ້າເບື່ອຫຼືເປັນການຮຽກຮ້ອງບາງຢ່າງ ແຕ່ງກາຍແບບລຽບງ່າຍ: ການແຕ່ງກາຍທີ່ພໍດີ ຖືກກັບກາລະ-ເທສະ ຈຶ່ງບໍ່ເຮັດໃຫ້ທ່ານເປັນຄົນເປີດເຜີຍຫຼາຍເກີນໄປ ຕາຈ້ອງຕາ: ເບິ່ງຄູ່ສົນທະນາດ້ວຍສາຍຕາທີ່ຜ່ອນຄາຍ ເພື່ອໃຫ້ຄູ່ສົນທະນາຮູ້ສຶກຕົກຢູ່ໃນຄວາມຮູ້ສຶກດຽວກັບທ່ານ ໝັ້ນໃຈໃນຕົວເອງ: ແຕ່ຕ້ອງສະແດງອອກໃນສິ່ງທີ່ຖືກຕ້ອງ ບໍ່ແມ່ນວ່າເຮັດໃນສິ່ງທີ່ຜິດແຕ່ກໍຍັງໝັ້ນໃຈໂດຍບໍ່ສົນໃຈຄົນອື່ນ ມີຄວາມເປັນສ່ວນຕົວ: ມີສັງຄົມຂອງຕົນເອງ ມີຄວາມສົນໃຈສະເພາະເລື່ອງ ເຮັດສິ່ງໃດສິ່ງໜຶ່ງດ້ວຍຕົນເອງ ເຮັດຕົວມີຄວາມລັບ: ຢ່າເປີດເຜີຍຫຼາຍເກີນໄປ ຢ່າໃຫ້ເຂົາເດົາທ່ານໄດ້ທຸກອາລົມ ທຸກຄວາມຮູ້ສຶກ ຮູ້ແບບນີ້ແລ້ວກໍລອງເບິ່ງເດິ້ສາວໆ… ___ ຂໍ້ມູນເພີ່ມຕື່ມ:ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 ຂໍ້ຄວາມ: https://www.facebook.com/HukMiPlan/inbox/ເວັບໄຊທ: hukmiplan.comຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg#ຮັກມີແຜນ#ຖາມເອື້ອຍໄດ້