ຄົນໂສດຕ້ອງແຊຣ! ຄຳຕອບເດັດໆ ເມື່ອຖືກຖາມວ່າ…ປານໃດຈະມີແຟນຈັກເທື່ອ???

“ປານໃດຈະມີແຟນຈັກເທື່ອ” “ຍັງບໍ່ມີແຟນອີກຫວ໋າ” “ຄືບໍ່ເຄີຍເຫັນແຟນຈັກເທື່ອ” ເປັນປະໂຫຍກທີ່ຄົນໂສດຮູ້ຈັກ ແລະ ຄຸ້ນຫູດີເປັນທີ່ສຸດ ແຕ່ຖ້າຈະຕອບອອກໄປວ່າ “ບໍ່ມີຮອດຄົນມາລົມ ມາຈີບ” ກໍຄືຈະຮູ້ສຶກເສຍຟອມບໍ່ໜ້ອຍ… , ຍິ່ງເວລາທີ່ໄປພົບພີ່ນ້ອງ ຫຼືໝູ່ທີ່ບໍ່ໄດ້ເຈິກັນດົນ ຍິ່ງຖືກຖາມຢ່າງໜັກ (555), ເອົ້າໆໆໆ…ບໍ່ຕ້ອງຊີຣຽດໄປເດີ້ທຸກຄົນ ເພາະເຮົາຈະມີປະໂຫຍກຄຳຕອບເດັດໆ ໄວ້ຕອບຄຳຖາມຄົນເຫຼົ່ານີ້ແບບສະບາຍໆ ເລີດໆກັນໄປ!!!

See the source image

1. ໂສດກໍບໍ່ແມ່ນບໍ່ດີ

ແມ່ນແລ້ວ ຄວາມໂສດມັນກໍບໍ່ແມ່ນບໍ່ດີຄືຄົນທີ່ມີຄູ່ຄິດ ຄົນເປັນໂສດສາມາດເຮັດຫຍັງໄດ້ຕັ້ງຫຼາຍຢ່າງ ຢາກໄປໃສກໍໄປ ບໍ່ຕ້ອງມານັ່ງລາຍງານ ຫຼຶມີໃຜໃຫ້ຫ່ວງ ອອກຈະສະບາຍສຸດໆ

2. ຢາກໂຟກັດທີ່ຕົວເອງຫຼາຍກວ່າ

ອັນນີ້ເປັນເລື່ອງທີ່ແທ້ຈິງ ການທີ່ເຮົາໂສດມັນເຮັດໃຫ້ເຮົາໄດ້ຫັນມາເບິ່ງແຍງຕົວເອງຫຼາຍຂຶ້ນ ບໍ່ວ່າຈະເປັນການອອກກຳລັງກາຍ ແຕ່ງຕົວ ຫຼື ແຕ່ງໜ້າ ຈຶ່ງບໍ່ຕ້ອງແປກໃຈເລີຍວ່າເວລາທີ່ເປັນໂສດມັກເຮັດໃຫ້ເຮົາເບິ່ງດູດີຂຶ້ນສະເໝີໆ

3. ຢາກເບິ່ງແຍງຄົນອ້ອມຂ້າງ

ຕອນທີ່ເຮົາມີແຟນ ແນ່ນອນວ່າເຮົາອາດຈະເອົາເວລາໄປທຸ້ມເທໃສ່ແຟນຈົນລືມຄົນອ້ອມຂ້າງ ໝູ່ເພື່ອນ ຫຼືຄົນໃນຄອບຄົວໄປເລີຍກໍເປັນໄດ້ ເພາະດັ່ງນັ້ນຊ່ວງນີ້ແຫຼະຈຶ່ງເໝາະສຸດທີ່ຈະກັບມາເບິ່ງແຍງເອົາໃຈໃສ່ຄົນເຫຼົ່ານີ້ໃຫ້ຫຼາຍຂຶ້ນ

4. ມີແລ້ວບໍ່ດີ ຂໍຢູ່ເປັນໂສດດີກວ່າ

ປະໂຫຍກເດັດທີ່ເວົ້າອອກໄປຍາມໃດກໍມັກຈະໄດ້ຜົນສະເໝີ ບໍ່ແມ່ນວ່າຄົນທີ່ມີແຟນ ຈະມີຄວາມສຸກສະເໝີໄປ ມັນກໍຕ້ອງມີເລື່ອງທີ່ມາກວນໃຈກັນແດ່ ຈຶ່ງຂໍໂສດແບບນີ້ດີທີ່ສຸດ

5. ຢາກເບິ່ງແຍງຕົວເອງໃຫ້ຫຼາຍກວ່ານີ້

ເຊື່ອບໍ່ວ່າ ພໍເປັນໂສດ ຫຼາຍຄົນບໍ່ເຄີຍຄິດດອກວ່າ ແທ້ທີ່ຈິງແລ້ວຫຼາຍຢ່າງທີ່ເຄີຍໃຫ້ເຂົາຊ່ວຍ ຫຼື ເບິ່ງແຍງ ເຮົາກໍສາມາດເຮັດເອງໄດ້ຄືກັນ ເພາະດັ່ງນັ້ນຕອບອອກໄປແບບດັງໆເລີຍວ່າ ເຮົາເບິ່ງແຍງຕົວເອງໄດ້ແບບສະບາຍໆ

ທີ່ມາ: https://women.mthai.com/love-sex/single/358901.html

___

ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້