5 ວິທີຫຼີກລ່ຽງການບໍລິໂພກອາຫານທີ່ມີໂຊດ່ຽມ

5 ວິທີຫຼີກລ່ຽງການບໍລິໂພກອາຫານທີ່ມີໂຊດ່ຽມ

  1. ໂຊດຽມແມ່ນຫຍັງ? ມັກພົບຢູ່ໃນອາຫານປະເພດໃດ?
    ໂຊດຽມແມ່ນທາດເຄມີຊະນິດໜື່ງ, ມັກພົບຫຼາຍໃນເຄື່ອງປຸງລົດຊາດຂອງອາຫານ ຫຼື ຫຼາຍໆຄົນມັກຈະຮັບຮູ້ວ່າມັກພົບຫຼາຍໃນແປ້ງນົວດ ບາງຄັ້ງກໍ່ມີໃນເກືອຕື່ມອີກ.
  2. ຖ້າເຮົາບໍລິໂພກໂຊດຽມຫຼາຍ ຈະຜົນສະທ້ອນຕໍ່ຮ່າງກາຍເຮົາຄືແນວໃດ?
    ສໍາລັບຜົນສະທ້ອນຂອງການບໍລິໂພກແປ້ງນົວ ແມ່ນພວກເຮົາເຄີຍໄດ້ນໍາມາສົນທະນາໃຫ້ທ່ານຜູ້ຟັງ ໄດ້ຮັບຟັງແລ້ວວ່າຖ້າເຮົບໍລິໂພກແປ້ງນົວຫຼາຍ ເປັນເວລາຕິດຕໍ່ກັນກໍ່ຈະເກີດຜົນສະທ້ອນທີ່ບໍ່ດີຕໍ່ຮ່າງກາຍໄດ້ເຊັ່ນ: ຮູ້ສຶກມຶນ, ຊາຕາມຮ່າງກາຍ, ອິດເມື່ອຍ, ບາງຄັ້ງກໍ່ໄປທໍາລາຍກະດູກ, ບາງຄັ້ງກໍ່ທໍາລາຍ-ລົບກວນລະບົບເຮັດວຽກຂອງໄຕ ເຮັດໃຫ້ໄຕມີບັນຫາ ອາດເກີດອາການໄຕວາຍໄດ້… ດັ່ງນີ້ເປັນຕົ້ນ
  3. ເຮົາຈະມີວິທີຫຼີກລ່ຽງ ທາດໂຊດ່ຽມຈາກການກິນໄດ້ຄືແນວໃດ?
    ເຮົາສາມາດຫຼຸດຜ່ອນການປະລິມານທາດໂຊດ່ຽມ ທີ່ໄດ້ຮັບຈາກການບໍລິໂພກອາຫານໃນແຕ່ລະມື້ໄດ້ຄືດັ່ງນີ້:
    • ຫຼີກລ່ຽງການຕື່ມແປ້ງນົວ, ເກືອເຂົ້າໄປຫຼາຍໃນການປຸງແຕ່ງອາຫານ ແລະ ເລືອກເຄື່ອງປຸງແຕ່ງລົດຊາດທີ່ສ່ວນປະສົມຂອງໂຊດ່ຽມຫຼາຍ
    • ຫຼີກລ່ຽງການບໍລິໂພກອາຫານປະເພດດອງເກືອທຸກປະເພດ
    • ບໍ່ກິນແປງນົວ ຫຼື ນໍາໃຊ້ແປ້ງນົວຫຼາຍໃນການປຸງອາຫານ.
    • ຫຼີກລ່ຽງການກິນນໍ້າແກງທີ່ມາຈາກການກິນເຝີ, ເຂົ້າປຽກ.
    • ກວດເບິ່ງປະລິມານໂຊດ່ຽມໃນອາຫານສໍາເລັດຮູບທຸກຄັ້ງ ແລະ ຫຼີກລ່ຽງຮັບປະທານອາຫານທີ່ມີໂຊດ່ຽມເກີນກໍານົດນັ້ນ.
    ບັນດາອາຫານທີ່ມີທາດໂຊດ່ຽມປະສົມຢູ່ຫຼາຍ, ລວມທັງຜົນສະທ້ອນຕ່າງໆທີ່ຈະຕາມມາຫຼັງຈາກການບໍລິໂພກສ່ວນປະສົມທີ່ມີໂຊດ່ຽມຈໍານວນຫຼາຍ ແລະ ເປັນປະຈໍາ. ສະນັ້ນເຮົາຄວນມີວິທີການຫຼຸດຜ່ອນຄວາມສ່ຽງດັ່ງກ່າວ ໂດຍການມາໃສ່ໃຈສຸຂະພາບ, ເລື່ອງອາຫານການກິນຕື່ມ ໂດຍສະເພາະການຫຼີກລ່ຽງການບໍລິໂພກໂຊດຽມ ຫຼື ບໍລິໂພກໜ້ອຍດຽວ ຈະຊ່ວຍປ້ອງກັນໂຕເຮົາຈາກການເປັນພະຍາດກ່ຽວກັບຄວາມດັນເລືອດສູງ ຫຼື ພະຍາດໄຕວາຍ ໄດ້ຫຼາຍກວ່າຜູ້ທີ່ບໍລິໂພກທາດໂຊດຽມເປັນປະຈໍາ.
    ຂໍ້ມູນອ້າງອີງ: http://variety.teenee.com/foodforbrain/58714.html

___

ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້