ຄວນຮູ້! ສາວໆຈະມີສິດຮຽກຮ້ອງຫຍັງໄດ້ແດ່ ຖ້າມີເພດສຳພັນກັບແຟນກ່ອນການເປັນຜົວເມຍ?

ສາວໆຂວັນໃຈຮູ້ບໍ່ວ່າ ການຮ່ວມປະເວນີກັນກ່ອນການເປັນຜົວເມັຍ ໃນຍຸກປະຈຸບັນ ສຳລັບຄົນລຸ່ນໃໝ່ ອາດເບິ່ງເປັນເລື່ອງທຳມະດາ ແຕ່ສາວໆຢ່າລືມວ່າ ສຳລັບຜູ້ໃຫຍ່ບ້ານເຮົາແລ້ວ ມັນກໍຍັງຖືວ່າຜິດຮີດຄອງປະເພນີຢູ່ ໂດຍສະເພາະແມ່ຍິງເຮົາ ຍາມໃດກໍຕົກເປັນຝ່າຍເສຍປຽບ ສະນັ້ນ, ກ່ອນຈະມີຄວາມສຳພັນເລິກເຊິ່ງກັບໃຜ ສາວໆຄວນພິຈາລະນາໃຫ້ດີໆ ຫາກເກີດບັນຫາ ຫຼືຝ່າຍຊາຍບໍ່ຮັບຜິດຊອບ ເຮົາຈະຮັບມືແນວໃດ?

See the source image

ສາວໆຍັງໂຊກດີທີ່ມີນິຕິກຳຄຸ້ມຄອງສິດທິ ແລະກຽດສັກສີ ໂດຍສະເພາະໃນ ກົດໝາຍວ່າດ້ວຍຄອບຄົວ (ສະບັບປັບປຸງ) ປີ 2008 ມາດຕາ 8 ໄດ້ເວົ້າກ່ຽວກັບ ການຮ່ວມປະເວນີກັນກ່ອນການເເປັນຜົວເມັຍ ໄວ້ວ່າ:

See the source image

“ເມື່ອຊູ້ສາວ ໄດ້ຮ່ວມປະເວນີກັນກ່ອນການເປັນຜົວເມັຍ ຖ້າຫາກຊາຍຊູ້ ບໍ່ເອົາຍິງຊູ້ເປັນເມັຍແລ້ວ ຊາຍຊູ້ນັ້ນກໍຈະໄດ້ເສຍຄ່າປົວແປງຈິດໃຈ, ຄ່າທຳຂວັນຍິງຊູ້ ຫຼືຄອບຄົວຂອງຍິງຊູ້ ຕາມຮີດຄອງປະເພນີ. ໃນກໍລະນີທີ່ຍິງຊູ້ ຫາກບໍ່ເອົາຊາຍເປັນຜົວ ກໍຈະບໍ່ມີການເສັຍຄ່າປົວແປງຈິດໃຈ, ຄ່າທຳຂວັນນັ້ນ ແຕ່ຢ່າງໃດ.

See the source image

ໃນກໍລະນີທີ່ມີການຖືພາ ນອກຈາກຈະໄດ້ເສຍຄ່າທຳຂວັນແລ້ວ ຊາຍຊູ້ຍັງຕ້ອງເສັຍຄ່າອອກລູກ ຄ່າຢູ່ກຳ ແລະຄ່າໃຊ້ຈ່າຍອື່ນຕື່ມອີກ

ບໍ່ວ່າໃນກໍລະນີໃດກໍຕາມ ຊາຍຊູ້ມີພັນທະລ້ຽງດູລູກທີ່ເກີດມານັ້ນ ຈົນກວ່າເດັກຈະຮອດກະສຽນອາຍຸສິບແປດປີ” 

ຂໍ້ມູນຈາກ: ວາລະສານ ຂວັນໃຈ

___

ຂໍ້ມູນເພີ່ມຕື່ມ:
ຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້