ຢາຄຸມ ກຳເນີດສຸກເສີນ! ຕ້ອງກິນແບບໃດ? ຈຶ່ງເອີ້ນວ່າສຸກເສີນ!?

ຢາເມັດຄຸມກໍາເນີດສຸກເສີນແມ່ນຫຍັງ?

ຢາເມັດຄຸມກໍາເນີດສຸກເສີນແມ່ນ ການນໍາໃຊ້ຢາທີ່ມີສ່ວນປະສົມຂອງຮໍໂມນ ໃຊ້ໃນກໍລະນີທີ່ສຸກເສີນ ພາຍຫຼັງທີ່ມີການຮ່ວມເພດທີ່ບໍ່ໄດ້ປ້ອງກັນ ແລະ ຄິດວ່າການຮ່ວມເພດນັ້ນອາດເຮັດໃຫ້ຖືພາແບບບໍ່ຕ້ອງການ ເທົ່ານັ້ນ. 

See the source image

ຖ້າທ່ານກິນຢາເມັດຄຸມກໍາເນີດສຸກເສີນພາຍໃນ 5 ມື້ ຈະສາມາດປ້ອງກັນການຖືພາແບບບໍ່ຕ້ອງການໄດ້ຫຼັງຈາກມີການຮ່ວມເພດ, ຫາກວ່າກິນໄວເທົ່າໃດ ປະສິດທິຜົນໃນການປ້ອງກັນການຖືພາຍິ່ງສູງເທົ່ານັ້ນ. ແຕ່ດີທີ່ສຸດ ຄວນພະຍາຍາມໃຊ້ວິທີຄຸມກໍາເນີດໃດໜຶ່ງ ເພື່ອຫລີກລ່ຽງການນໍາໃຊ້ຢາເມັດຄຸມກໍາເນີດສຸກເສີນເປັນປະຈໍາ.

ເບິ່ງ ວິດີໂອໄດ້ທີ່ Link ລຸ່ມນີ້:

(2) ຢາຄຸມກຳເນີດສຸກເສີນ (ພາສາລາວລຸ່ມ) / Information about EC (Lao) – YouTube

___

ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້