ສາວເຖົ້າ ຂຶ້ນຄານ ບໍ່ມີໃຜເອົາ… ໂອ໋ຍ! ຊີວິດ ອີ່ຫຍັງຈະມາຊໍ້າເຕີມກັນຂະໜາດນີ້!!!

ຄວາມສຸກທີ່ຫາໄດ້ຈາກການເປັນ “ໂສດ”

ສາວເຖົ້າ ຂຶ້ນຄານ ບໍ່ມີໃຜເອົາ… ສາວໂສດທີ່ອາຍຸເລີ່ມຫຼາຍຂຶ້ນ ຄົງຈະເຄີຍໄດ້ຍິນຄົນອື່ນເວົ້າ ແລະ ຕົວເອງກໍເຊື່ອວ່າ ຄວາມໂສດເປັນເລື່ອງໜ້າອາຍ, ເປັນເລື່ອງເສົ້າ ຫຼືແມ່ຍິງທີ່ໂສດມາດົນແລ້ວນັ້ນແປວ່າບໍ່ມີໃຜຢາກໄດ້ ຫຼືເວົ້າງ່າຍໆວ່າບໍ່ມີໃຜເອົາແລ້ວ ແລະ ອີກສາລະພັດແງ່ລົບ ທີ່ທໍາຮ້າຍຈິດໃຈສາວໂສດເປັນທີ່ສຸດ ແຖມຍັງເວລາທີ່ຕ້ອງອອກໄປໃສມາໃສແລ້ວເຫັນຄົນມີຄູ່ຍ່າງຈັບມືກັນ ເມື່ອເຂົ້າໄປເບິ່ງໃນໂຊຊ່ຽວກໍຍັງຫຼີກບໍ່ໄດ້ ເຫັນໝູ່ ເຫັນຄົນຮູ້ຈັກໂພສຮູບຄູ່ກັນລົວໆ ໂອ໋ຍ! ຊີວິດ ອີ່ຫຍັງຈະມາຊໍ້າເຕີມກັນຂະໜາດນີ້

ແຕ່ສາວໆຢ່າວຟ້າວນ້ອຍເນື້ອຕໍ່າໃຈໄປ ຫຼືໄປຕັດສິນຕາມຄົນອື່ນໄປ ສາວໆລອງມາເບິ່ງໃນຄວາມແຕກຕ່າງ ແລະ ກົງກັນຂ້າມແລ້ວສາວໆຈະຮູ້ວ່າ ຂໍ້ດີບໍ່ແມ່ນແຕ່ການມີຄູ່ພຽງຢ່າງດຽວ ຄົນໂສດກໍມີຂໍ້ດີອີກຫຼາຍຢ່າງທີ່ຄົນມີຄູ່ບໍ່ມີຄືກັນ ແຖມຍັງສາມາດມີຄວາມສຸກໄດ້ນໍາອີກ ເພາະເມື່ອໃດກໍຕາມທີ່ເຈົ້າຍັງມີໝູ່ເພື່ອນ, ມີຄອບຄົວ ຫຼືຍາດພີ່ນ້ອງ ເຈົ້າສາມາດພົບຄວາມສຸກເຫຼົ່ານັ້ນໄດ້ຈາກໃນເຮືອນ ແລະ ອ້ອມຕົວນັ້ນແຫຼະ

ເພາະຄວາມສຸກບໍ່ແມ່ນການທີ່ໄດ້ຮັບການເບິ່ງແຍງ ເອົາໃຈໃສ່ຈາກຄົນຮັກ ຫຼືຄູ່ຄອງສະເໝີໄປ ເປັນຫຍັງຕ້ອງເອົາຄວາມຮູ້ສຶກຂອງເຮົາໄປແຂວນໄວ້ກັບຄົນອື່ນ ໃນເມື່ອເຈົ້າກໍສາມາດຊອກຄວາມສຸກໃສ່ຕົວເອງໄດ້ ຄວາມຮັກຈາກຄອບຄົວ ແລະ ໝູ່ເພື່ອນເຊື່ອວ່າຈະບໍ່ເຮັດໃຫ້ເຈັບ

Beautiful lady in wheat field

ຫຼືຜິດຫວັງຢ່າງແນ່ນອນ ເປັນສາວໂສດກໍມີຄວາມສຸກໄດ້ ແຖມຍັງເປັນອິດສະຫຼະຢ່າງເຕັມຕົວ ບໍ່ຕ້ອງໄປຢ້ານວ່າເຮັດຫຍັງໄປແລ້ວຈະໄປທໍາຮ້າຍໃຈໃຜນໍາອີກ.

ທີ່ມາ: ວາລະສານ ຂວັນໃຈ

___

ຂໍ້ມູນເພີ່ມຕື່ມ:
ຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້