ວິທີຫຼຸດຜ່ອນອາການເຈັບທ້ອງປະຈໍາເດືອນ

ວິທີການຫຼຸດຜ່ອນອາການເຈັບທ້ອງປະຈໍາເດືອນ ມີຫຍັງແດ່?


• ຫຼີກລ່ຽງຄວາມເຄັ່ງຄຽດ: ຄວາມເຄັ່ງຄຽດເຮັດໃຫ້ຮ່າງກາຍເຮັດວຽກບໍ່ສົມດຸນ, ເຮັດໃຫ້ການບີບໂຕຂອງມົດລູກ ໃນການເຮັດໃຫ້ເລືອດປະຈໍາເດືອນໄຫຼອອກມາບໍ່ສະດວກ ເລີຍເຮັດໃຫ້ມີອາການເຈັບທ້ອງຕື່ມ. ສະນັ້ນຄວນເຮັດໃຈສະບາຍ, ບໍ່ເຄັ່ງຄຽດ, ເຮັດກິດຈະກໍາທີ່ມັກ ເພື່ອຜ່ອນຄາຍອາລົມ.
• ປະຄົບນໍ້າຮ້ອນ: ເປັນວິທີທີ່ແມ່ຍິງຫຼາຍຄົນນໍາໃຊ້ ໂດຍການໃຊ້ຖົງນໍ້າຮ້ອນ ຫຼື ໃຊ້ແຜຂົນໜູ ຈຸບນໍ້າຮ້ອນ ຫຼື ອຸ່ນ ແລ້ວນົບມາປະຄົບທ້ອງນ້ອຍ ກໍ່ຊ່ວຍໃຫ້ອາການເຈັບທ້ອງຄ່ອຍໆເຊົາ ເນື່ອງຈາກຄວາມຮ້ອນຊ່ວຍໃຫ້ຫຼອດເລືອດຂະຫຍາຍ ແລະ ຫຼຸດຜ່ອນການຫັດໂຕຂອງກ້າມຊີ້ນ. ບາງຄົນກໍ່ດື່ມນໍ້າອຸ່ນ ກໍ່ຊ່ວຍໄດ້ຄືກັນ.
• ກິນຢາແກ້ປວດ: ໃນກໍລະນີເຈັບທ້ອງຮຸນແຮງຈົນລຸກບໍ່ຂື້ນ ຈໍາເປັນຕ້ອງໄດ້ກິນຢາແກ້ປວດ ໃຫ້ເລືອກຢາຢາແກ້ປວດປະເພດ ໄອບູໂປເຟັນ ibuprofen ຫຼື Postan ແຕ່ຄວນກິນຢາໃນຂະໜາດ 250 ມິລິກຼາມ ກໍພໍແລ້ວ ແລະ ກິນທັນທີຫຼັງອາຫານ.
• ກິນອາຫານທີ່ມັກ ແລະ ມີປະໂຫຍດ: ເມື່ອເຮົາກິນອາຫານທີ່ເຮົາມັກ ກໍ່ຈະເຮັດໃຫ້ອາລົມເຮົາແຈ່ມໃສ ແລ້ວບໍ່ຄິດຈົດຈໍ້ຢູ່ກັບອາການເຈັບທ້ອງ. ແລະ ຄວນກິນອາຫານທີ່ມີປະໂຫຍດ ໂດຍສະເພາະຜັກ-ໝາກໄມ້ ທີ່ມີວິນຕະມິນ ເຮັດໃຫ້ຮ່າງກາຍເຮົາສົດຊື່ນຂື້ນ. ນອກຈາກນີ້ກໍ່ຄວນກິນອາຫານທີ່ມີແຄວຊຽມ ແລະ ທາດເຫຼັກ ເພື່ອທົດແທນເລືອດທີ່ເສຍໄປ ໄດ້ແກ່: ກ້ວຍ, ຕັບໝູ, ທັນຍາພືດ, ຊີ້ນສັດ. ນອກຈາກນີ້ ກໍ່ດື່ມນໍ້າອຸ່ນ, ຊາອຸ່ນ, ນໍ້າຂີງ ເຊິ່ງຈະຊ່ວຍບັນເທົາອາການເຈັບທ້ອງລົງໄດ້.
• ຫາກິດຈະກໍາສ້າງສັນເຮັດ: ເມື່ອຄວາມເຄັ່ງຄຽດແມ່ນສາເຫດໜື່ງ ເຮັດໃຫ້ອາການເຈັບທ້ອງຮຸນແຮງຂື້ນ ກໍ່ຄວນຫາເຮັດກິດຈະກໍາຍາມຫວ່າງທີ່ເຮົາມັກ ເພື່ອເຮັດໃຫ້ຈິດໃຈແຈ່ມໃສ ເຊັ່ນ: ອ່ານປື້ມ, ຟັງເພງ, ຫຼິ້ນເນັດ… ແຕ່ບໍ່ແມ່ນກິດຈະກໍາທີ່ໜັກ ຫຼື ສ້າງຄວາມຄຽດຫຼາຍຂື້ນ.
• ນຸ່ງເຄື່ອງສະບາຍໆ: ຖ້າອາການເຈັບທ້ອງຮຸນແຮງ ຈົນເຖິງຂັ້ນນອນຢູ່ບ້ານ ກໍ່ຄວນນຸ່ງເຄື່ອງສະບາຍໆ, ບໍ່ຮັດຮູບ, ໃສ່ຖົງຕີນເພື່ອຄວາມອົບອຸ່ນກໍ່ຈະດີ. ຫຼື ຖ້າຈະອອກໄປຂ້າງນອກ ກໍ່ໃຫ້ນຸງເຄື່ອງສະບາຍ ເຮັດໃຫ້ຕົນເອງສະບາຍໂຕ, ບໍ່ຮູ້ສຶກອຶດອັດ.
• ອອກກໍາລັງກາຍ: ການອອກກໍາລັງກາຍເບົາໆເຊັ່ນ: ຫຼິ້ນໂຍຄະ, ແລ່ນຊ້າໆ, ລອຍນໍ້າ, ຢືດເສັ້ນ-ຢືດສາຍ ກໍ່ເຮັດໃຫ້ຮ່າງກາຍກະປີ້ກະເປົ່າ ແລະ ຊ່ວຍຫຼຸດຜ່ອນການບີບຮັດຂອງມົດລູກ ທີ່ເຮັດເຮົາເຈັບທ້ອງໄດ້.
ນີ້ແມ່ນວິທີການ ຫຼື ແມ່ນເຕັກນິກທີ່ແມ່ຍິງເຮົາ ສາມາດລອງປະຕິບັດ ເພື່ອຫຼຸດຜ່ອນການອາການເຈັບທ້ອງປະຈໍາເດືອນຂອງຕົນໄດ້ ເຊິ່ງຜົນຂອງການປະຕິບັດວ່າຈະເຊົາໄດ້ຫຼາຍ ຫຼື ໜ້ອຍ ແມ່ນຂື້ນກັບສຸຂະພາບຂອງແຕ່ລະຄົນ.


ຂໍ້ມູນອ້າງອີງ:
http://health.kapook.com/view71599.html

ຂໍ້ມູນເພີ່ມຕື່ມ:
ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ 
ໂທ: 020 55 566 617 
ຂໍ້ຄວາມ: https://www.facebook.com/HukMiPlan/inbox/
ເວັບໄຊທ: hukmiplan.com
ຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg
#ຮັກມີແຜນ#ຖາມເອື້ອຍໄດ້